| ໂຄສະນາສິນຄ້າຫວຽດນາມ ສູ່ຜູ້ບໍລິໂພກ ແລະ ວິສາຫະກິດ Kuwait | |
| ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ |
ໃນການພົບປະ, ທ່ານ Takebe Tsutomu ໄດ້ສະແດງຄວາມຍິນດີທີ່ມີໂອກາດກັບມາຢ້ຽມຢາມແຂວງ ກວ໋າງນິງ ອີກຄັ້ງ ພ້ອມທັງຊົມເຊີຍຜົນສຳເລັດຂອງການຮ່ວມມືລະຫວ່າງ ກວ໋າງນິງ ກັບບັນດາທ້ອງຖິ່ນຂອງຍີ່ປຸ່ນໃນໄລຍະຜ່ານມາ, ໂດຍສະເພາະກັບແຂວງ Hokkaido. ທ່ານເຫັນວ່າ ບັນດາໂຄງການຮ່ວມມືດ້ານການສຶກສາ ແລະ ຝຶກອົບຮົມ, ການຈັດງານມະຫະກຳ, ການແລກປ່ຽນສິລະປະວັດທະນະທຳ ແລະ ການສົ່ງເສີມການຄ້າ ໄດ້ຮັບການດຳເນີນຢ່າງມີປະສິດທິຜົນ, ຊ່ວຍເສີມສ້າງຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນຂອງສອງທ້ອງຖິ່ນ.
![]() |
| ທ່ານ Takebe Tsutomu ໃນພິທີລົງນາມໃນບັນທຶກຂໍ້ຕົກລົງການຮ່ວມມື. |
ທ່ານ Takebe Tsutomu ໃຫ້ຮູ້ວ່າ ໃນເດືອນກັນຍາ 2026, ແຂວງ Hokkaido ຈະຈັດງານມະຫະກຳຫວຽດນາມຢູ່ເມືອງ Asahikawa ຂອງແຂວງ Hokkaido ແລະ ໄດ້ກ່າວເຊີນທ່ານເລຂາຄະນະພັກແຂວງເຂົ້າຮ່ວມງານດ້ວຍຄວາມຍິນດີ. ພ້ອມກັນນັ້ນ, ທ່ານຍັງສະເໜີໃຫ້ຈັດການສອບເສັງປະເມີນຄວາມຮູ້ດ້ານຍີ່ປຸ່ນສຶກສາປະຍຸກ ຢູ່ມະຫາວິທະຍາໄລ ຮ້າລອງ (Hạ Long), ເພື່ອເປີດໂອກາດໃຫ້ນັກສຶກສາໄດ້ເຂົ້າເຖິງ ແລະ ເພີ່ມພູນຄວາມເຂົ້າໃຈກ່ຽວກັບພາສາ, ວັດທະນະທຳ ແລະ ສະພາບແວດລ້ອມການເຮັດວຽກຂອງຍີ່ປຸ່ນ.
ທ່ານ ກວ່ານ ມິງ ເກືອງ, ເລຂາຄະນະພັກແຂວງ ໄດ້ກ່າວຂອບໃຈທ່ານ Takebe Tsutomu ສຳລັບບັນດາການປະກອບສ່ວນອັນສຳຄັນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ກັບ ຍີ່ປຸ່ນ ເວົ້າລວມ ແລະ ລະຫວ່າງ ກວ໋າງນິງ ກັບ Hokkaido ເວົ້າສະເພາະ. ທ່ານເນັ້ນວ່າ ສາຍພົວພັນລະຫວ່າງສອງທ້ອງຖິ່ນເປັນໜຶ່ງໃນຮູບແບບການຮ່ວມມືລະດັບທ້ອງຖິ່ນທີ່ໂດດເດັ່ນ ແລະ ເປັນແບບຢ່າງຂອງການຮ່ວມມືຫວຽດນາມ - ຍີ່ປຸ່ນ.
ທ່ານໄດ້ຍົກສູງການປະເມີນຕໍ່ຄວາມໄວ້ວາງໃຈທາງການເມືອງ ແລະ ຄວາມຜູກພັນລະຫວ່າງການນຳຂອງສອງທ້ອງຖິ່ນ ທີ່ໄດ້ຮັບການເສີມສ້າງຜ່ານການແລກປ່ຽນຄະນະຜູ້ແທນ, ການພົບປະທາງວັດທະນະທຳ ຕະຫຼອດຮອດການຮ່ວມມືດ້ານການສຶກສາ ແລະ ຝຶກອົບຮົມ. ໃນນັ້ນ, ການຮ່ວມມືກັບມະຫາວິທະຍາໄລ ຮ້າລອງ ໄດ້ກາຍເປັນຈຸດເດັ່ນສຳຄັນຂອງສາຍພົວພັນລະຫວ່າງສອງຝ່າຍ.
ໃນໂອກາດນີ້, ທ່ານ ກວ່ານ ມິງ ເກືອງ ໄດ້ຍົກຂຶ້ນ 3 ຂົງເຂດທີ່ແຂວງ ກວ໋າງນິງ ປາຖະໜາຈະຂະຫຍາຍການຮ່ວມມື, ແລກປ່ຽນ ແລະ ຮຽນຮູ້ປະສົບການຈາກບັນດາຄູ່ຮ່ວມມືຍີ່ປຸ່ນໃນໄລຍະຕໍ່ໜ້າ ປະກອບມີ: ການຮຽນຮູ້ປະສົບການບໍລິຫານທີ່ທັນສະໄໝ, ການສ້າງລະບຽບວິໄນໃນການເຮັດວຽກ ແລະ ວັດທະນະທຳການເຮັດວຽກຂອງຄົນຍີ່ປຸ່ນ; ການສະໜັບສະໜູນດ້ານເງິນທຶນ; ແລະ ການຖ່າຍທອດ, ນຳໃຊ້ເຕັກໂນໂລຊີ. ທ່ານຫວັງວ່າ ໃນຖານະທີ່ປຶກສາພິເສດຂອງພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບຍີ່ປຸ່ນ - ຫວຽດນາມ, ທ່ານ Takebe Tsutomu ຈະສືບຕໍ່ເອົາໃຈໃສ່ ແລະ ສົ່ງເສີມບົດບາດເປັນຂົວຕໍ່ ເພື່ອຊຸກຍູ້ໂຄງການຮ່ວມມືໃຫ້ເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງຂຶ້ນ, ໂດຍສະເພາະໃນຂົງເຂດເສດຖະກິດ, ການລົງທຶນ ແລະ ການຜະລິດ.
ກ່ຽວກັບຂໍ້ສະເໜີໃຫ້ຈັດການສອບເສັງປະເມີນຄວາມຮູ້ດ້ານຍີ່ປຸ່ນສຶກສາປະຍຸກ (Applied Japanese Studies) ຢູ່ມະຫາວິທະຍາໄລ ຮ້າລອງ, ທ່ານເລຂາຄະນະພັກແຂວງໄດ້ມອບໝາຍໃຫ້ມະຫາວິທະຍາໄລ ຮ້າລອງ ສຶກສາຄົ້ນຄວ້າຂໍ້ສະເໜີດັ່ງກ່າວ ໂດຍປະສານງານຢ່າງໃກ້ຊິດກັບຝ່າຍຍີ່ປຸ່ນ ເພື່ອຮັບປະກັນຄວາມເໝາະສົມ ແລະ ປະສິດທິຜົນໃນການດຳເນີນງານ.
ທ່ານ Takebe Tsutomu ໄດ້ຢືນຢັນວ່າ ຈະສືບຕໍ່ຮ່ວມເດີນທາງ ແລະ ເປັນຂົວຕໍ່ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ກວ໋າງນິງ ກັບບັນດາທ້ອງຖິ່ນຂອງຍີ່ປຸ່ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ອັນຈະປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຍີ່ປຸ່ນ ນັບມື້ນັບເລິກເຊິ່ງຂຶ້ນ.
| ເພີ່ມທະວີການຮ່ວມມືດ້ານສື່ມວນຊົນ ຫວຽດນາມ -ສ.ເກົາຫຼີໃຕ້ ຢູ່ພາຍໃດຍຸກສະໄໝດິຈິຕອນ ຍສໝ - ໃນຕອນບ່າຍວັນທີ 22 ມິຖຸນາ, ຢູ່ທີ່ຮານ້ອຍ, ສະມາຄົມນັກຂ່າວຫວຽດນາມ ໄດ້ມີກອງປະຊຸມເຮັດວຽກຮ່ວມກັບ ຄະນະຜູ້ແທນສະມາຄົມນັກຂ່າວເກົາຫຼີໃຕ້ ໂດຍແມ່ນທ່ານ Park Jong Hyun, ປະທານສະມາຄົມນັກຂ່າວເກົາຫຼີໃຕ້ ເປັນຫົວໜ້າຄະນະ. |
| ສາມທາງເລືອກຍຸດທະສາດສຳລັບຫວຽດນາມ ຢູ່ພາຍໃດການແຂ່ງຂັນທາງດ້ານເຕັກໂນໂລຊີ ຍສໝ - ພາຍໃດສະພາບການທີ່ ປັນຍາປະດິດ (AI), ຂໍ້ມູນ ແລະ ພື້ນຖານໂຄງລ່າງດິຈິຕອນ ພວມກາຍເປັນບັນດາປັດໄຈຕັດສິນກຳລັງແຮງທາງດ້ານເສດຖະກິດ ແລະ ຄວາມສາມາດພາຍໃດການແຂ່ງຂັນຂອງຊາດ, ຫວຽດນາມ ພວມຜະເຊີນໜ້າກັບໂຈດບັນຫາທີ່ວ່າ ເຮັດແນວໃດ ເພື່ອທັງສາມາດຂຸດຄົ້ນບັນດາແຫຼ່ງກຳລັງເຕັກໂນໂລຊີທົ່ວໂລກ, ທັງຮັບປະກັນໄດ້ຜົນປະໂຫຍດທາງດ້ານຍຸດທະສາດ ແລະ ອະທິປະໄຕດິຈິຕອນໃນໄລຍະຍາວ. |
ຄຳສີ
