ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງລາຍການບໍລິຈາກສະໜັບສະໜູນກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ ປີ 2020

06:19 | 11/03/2020

ຕອນເຊົ້າວັນທີ 9 ມີນາ, ຄະນະປະຈໍາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງລາຍການບໍລິຈາກສະໜັບສະໜູນກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ ປີ 2020 ຄັ້ງທີ 1.

ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ສະແດງໃຫ້ເຫັນຄວາມຮັບຜິດຊອບ, ອາລົມຈິດຂອງໄວໜຸ່ມນະຄອນຫຼວງຮ່າໂນ້ຍ ທີ່ມີຕໍ່ບັນດາພະນັກງານ, ນັກຮົບ, ປະຊາຊົນຢູ່ໝູ່ເກາະເຈື່ອງຊາ ແລະເຂດໄຫຼ່ທະວີບທີ່ກໍາລັງດໍາລົງຊີວິດ, ຮໍ່າຮຽນ, ອອກແຮງງານ, ທຳການຜະລິດຜ່ານຜ່າທຸກຄວາມຫຍຸ້ງຍາກ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ.

ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງລາຍການບໍລິຈາກສະໜັບສະໜູນກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ ປີ 2020
ບັນດາຮາກຖານຊາວໜຸ່ມ ມອບເງິນບໍລິຈາກໃຫ້ແກ່ຄະນະຊາວໜຸ່ມນະຄອນຮ່າໂນ້ຍ. ພາບ: tuoitrethudo.com.vn.

ທີ່ລາຍການ, ບັນດາພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານໃນຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ບໍລິຈາກເງິນຢ່າງໜ້ອຍສຸດແມ່ນເງິນເດືອນມື້ໜຶ່ງໃຫ້ກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ ປີ 2020.

(ແຫຼ່ງ​ຂໍ້​ມູນ​: https://la.qdnd.vn)

ເຫດການ
302 Found

Found

The document has moved here.