ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ຕ້ອງສົ່ງອອກເກືອບ 18 ຕື້ USD ໃນໄຕມາດ IV

12:18 | 26/09/2026

ຍສໝ - ມູນຄ່າການສົ່ງອອກກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ໃນ 9 ເດືອນປີ 2026 ຄາດວ່າບັນລຸ 56,3 ຕື້ USD, ເພີ່ມຂຶ້ນ 7,8% ທຽບໃສ່ໄລຍະດຽວກັນ ແລະ ສຳເລັດປະມານ 75,9% ຂອງແຜນການປະຈຳປີ. ເພື່ອບັນລຸເປົ້າໝາຍ 74,212 ຕື້ USD, ທົ່ວຂະແໜງການຕ້ອງສົ່ງອອກເພີ່ມອີກເກືອບ 18 ຕື້ USD ໃນ 3 ເດືອນທ້າຍປີ.

ຈາກການສົ່ງອອກສິນຄ້າ ສູ່ການເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ມູນຄ່າຂອງ ອົດສະຕຣາລີ ການນຳເຂົ້າ - ສົ່ງອອກ 8 ເດືອນ ປີ 2026 ບັນລຸສະຖິຕິປະວັດສາດ 770 ຕື້ USD

ຕອນເຊົ້າວັນທີ 25/9, ຢູ່ສຳນັກງານລັດຖະບານ, ໃນການລາຍງານຕໍ່ກອງປະຊຸມເຮັດວຽກຂອງທ່ານ ຟ້າມຢາຕູກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ກັບບັນດາສະມາຄົມ ແລະ ວິສາຫະກິດຕົວແທນຂອງຂະແໜງສິນຄ້າກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ, ທ່ານ ຫວໍວັນຮຶງ, ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ ກະຊວງໄດ້ຜັນຂະຫຍາຍບັນດາມາດຕະການຢ່າງພ້ອມພຽງ ເພື່ອພັດທະນາຕະຫຼາດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາຂະແໜງສິນຄ້າ ຕາມການຊີ້ນຳກ່ຽວກັບການຊຸກຍູ້ການສົ່ງອອກ, ມຸ່ງໄປສູ່ເປົ້າໝາຍເຕີບໂຕສອງຕົວເລກ.

ພາຍຫຼັງກອງປະຊຸມກັບບັນດາສະມາຄົມຂະແໜງສິນຄ້າ ໃນທ້າຍເດືອນ 7/2026, ກະຊວງໄດ້ແກ້ໄຂ ແລະ ຕອບ 30 ຂໍ້ສະເໜີຂອງສະມາຄົມ, ວິສາຫະກິດໂດຍກົງ; ພ້ອມທັງ ສົ່ງ 18 ຂໍ້ສະເໜີໄປຍັງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເພື່ອແກ້ໄຂຕາມໜ້າທີ່ ແລະ ສິດອຳນາດ.

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຍັງໄດ້ປັບປຸງແຜນການເຕີບໂຕ, ກຳນົດເປົ້າໝາຍໃຫ້ GDP ຂອງທົ່ວຂະແໜງການໃນປີ 2026 ເພີ່ມຂຶ້ນ 4%, ມູນຄ່າການສົ່ງອອກກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ບັນລຸ 74,212 ຕື້ USD. ບັນດາກິດຈະກຳເຊື່ອມຕໍ່ການຜະລິດ, ການຈຳໜ່າຍ, ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບລະຫັດເຂດປູກ, ສະຖານທີ່ບັນຈຸ, ການຄວບຄຸມສານຕົກຄ້າງໃນໝາກຖຸລຽນ ແລະ ແກ້ໄຂສິ່ງກີດຂວາງຢູ່ບັນດາຕະຫຼາດຈຸດສຸມ ສືບຕໍ່ໄດ້ຮັບການຜັນຂະຫຍາຍ.

ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ຕ້ອງສົ່ງອອກເກືອບ 18 ຕື້ USD ໃນໄຕມາດ IV
ທ່ານ ຫວໍວັນຮຶງ, ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່າວຄຳປາໄສທີ່ກອງປະຊຸມເຮັດວຽກ.

ຜັກໝາກໄມ້, ສິນໃນນ້ຳ ຮັກສາທ່າເຕີບໂຕ

ໃນບໍລິບົດທີ່ຕະຫຼາດສາກົນສືບຕໍ່ຜັນຜວນ, ກຳລັງຊື້ຢູ່ບັນດາຕະຫຼາດໃຫຍ່ບໍ່ສະເໝີກັນ, ບັນດາຂໍ້ກຳນົດກ່ຽວກັບພາສີ, ມາດຕະຖານເຕັກນິກ, ການຕິດຕາມແຫຼ່ງກຳເນີດ ແລະ ການພັດທະນາທີ່ຍືນຍົງ ນັບມື້ນັບສູງຂຶ້ນ, ການສົ່ງອອກກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ຍັງຄົງຮັກສາການເຕີບໂຕ.

ມູນຄ່າການສົ່ງອອກ 9 ເດືອນ ຄາດວ່າບັນລຸ 56,3 ຕື້ USD, ເພີ່ມຂຶ້ນ 7,8% ທຽບໃສ່ໄລຍະດຽວກັນ. ສະເພາະເດືອນ 9 ຄາດວ່າບັນລຸ 6,51 ຕື້ USD, ເພີ່ມຂຶ້ນ 5,7%.

ໃນນັ້ນ, ກຸ່ມສິນຄ້າກະສິກຳ ບັນລຸປະມານ 29,28 ຕື້ USD; ຜະລິດຕະພັນປ່າໄມ້ 14,41 ຕື້ USD; ສິນໃນນ້ຳ 9,17 ຕື້ USD; ຜະລິດຕະພັນລ້ຽງສັດ 564,4 ລ້ານ USD. ສິນໃນນ້ຳເພີ່ມຂຶ້ນ 12,3%, ໃນຂະນະທີ່ຜະລິດຕະພັນລ້ຽງສັດເພີ່ມຂຶ້ນ 24,6% ເຖິງວ່າຂະໜາດຍັງນ້ອຍ.

ຜັກໝາກໄມ້ ສືບຕໍ່ແມ່ນໜຶ່ງໃນບັນດາກຸ່ມສິນຄ້າທີ່ມີການເຕີບໂຕໜ້າສົນໃຈ, ດ້ວຍມູນຄ່າໃນ 9 ເດືອນ ຄາດວ່າບັນລຸ 7,35 ຕື້ USD, ເພີ່ມຂຶ້ນ 19,9%. ຮອດທ້າຍເດືອນ 8, ສະເພາະໝາກຖຸລຽນ ບັນລຸປະມານ 2,27 ຕື້ USD, ເພີ່ມຂຶ້ນ 47,8%, ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕຂອງທັງກຸ່ມ.

ການສົ່ງອອກສິນໃນນ້ຳ ບັນລຸປະມານ 9,17 ຕື້ USD, ເພີ່ມຂຶ້ນ 12,3%. ໃນ 8 ເດືອນ, ການສົ່ງອອກກຸ້ງ ບັນລຸປະມານ 3,27 ຕື້ USD, ເພີ່ມຂຶ້ນ 11,4%; ປາຈາ ບັນລຸ 1,42 ຕື້ USD, ເພີ່ມຂຶ້ນ 10%.

ຕາມກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ຄວາມຕ້ອງການຕໍ່ສິນໃນນ້ຳຫວຽດນາມ ຍັງຄົງໄດ້ຮັບການຮັກສາ, ແຕ່ໃນບັນດາເດືອນທ້າຍປີ ຈຳເປັນຕ້ອງໃສ່ໃຈຕໍ່ຕົ້ນທຶນວັດຖຸດິບ, logistics, ບັນຫາການຫາປາ IUU ແລະ ບັນດາມາດຕະການປົກປ້ອງການຄ້າ.

ຜະລິດຕະພັນປ່າໄມ້ ສືບຕໍ່ຮັກສາຂະໜາດໃຫຍ່, ດ້ວຍມູນຄ່າການສົ່ງອອກ 9 ເດືອນ ຄາດວ່າບັນລຸ 14,41 ຕື້ USD, ເພີ່ມຂຶ້ນ 7,6%; ສະເພາະໄມ້ ແລະ ຜະລິດຕະພັນໄມ້ ບັນລຸປະມານ 13,43 ຕື້ USD.

ແນວໃດກໍຕາມ, ຜົນການສົ່ງອອກມີຄວາມແຕກຕ່າງລະຫວ່າງບັນດາຂະແໜງສິນຄ້າ. ສຳລັບກາເຟ, ປະລິມານສົ່ງອອກເພີ່ມຂຶ້ນ 15,4%, ບັນລຸປະມານ 1,44 ລ້ານໂຕນ, ແຕ່ມູນຄ່າຫຼຸດລົງ 7,3%, ເຫຼືອ 6,54 ຕື້ USD ເນື່ອງຈາກລາຄາສົ່ງອອກສະເລ່ຍຫຼຸດລົງ 19,7%.

ເຂົ້າ ກໍປະເຊີນກັບແຮງກົດດັນ ເມື່ອປະລິມານສົ່ງອອກຫຼຸດລົງ 6,1%, ເຫຼືອປະມານ 6,4 ລ້ານໂຕນ; ມູນຄ່າຫຼຸດລົງ 10,9%, ເຫຼືອປະມານ 3,11 ຕື້ USD. ລາຄາສົ່ງອອກສະເລ່ຍຫຼຸດລົງ 5,1%, ເຫຼືອປະມານ 485 USD/ໂຕນ.

ດຸນການຄ້າຂອງທົ່ວຂະແໜງການ ສືບຕໍ່ຮັກສາຜົນໄດ້ຮັບໃນທາງບວກ. ການເກີນດຸນການຄ້າກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ໃນ 9 ເດືອນ ຄາດວ່າບັນລຸ 16,9 ຕື້ USD, ເພີ່ມຂຶ້ນ 7,4%. ໃນນັ້ນ, ຜະລິດຕະພັນປ່າໄມ້ເກີນດຸນ 11,59 ຕື້ USD, ສິນໃນນ້ຳ 6,73 ຕື້ USD.

ໜ້າສັງເກດວ່າ, ການເກີນດຸນຂອງກຸ່ມສິນຄ້າກະສິກຳ ຫຼຸດລົງ 27,7%, ເຫຼືອ 4,32 ຕື້ USD ເນື່ອງຈາກການນຳເຂົ້າເພີ່ມໄວກວ່າການສົ່ງອອກ. ສະເພາະຜະລິດຕະພັນລ້ຽງສັດ ຂາດດຸນການຄ້າປະມານ 3,43 ຕື້ USD, ເພີ່ມຂຶ້ນ 20,9%, ສ້າງແຮງກົດດັນດ້ານການແຂ່ງຂັນເພີ່ມຕື່ມໃຫ້ແກ່ຕະຫຼາດພາຍໃນປະເທດ.

ເປີດກວ້າງຕະຫຼາດ, ຍົກສູງມູນຄ່າການສົ່ງອອກ

ຕາມກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ເພື່ອສຳເລັດເປົ້າໝາຍ 74,212 ຕື້ USD ໃນປີ 2026, ໃນ 3 ເດືອນທ້າຍປີ ທົ່ວຂະແໜງການຕ້ອງສົ່ງອອກເພີ່ມອີກປະມານ 17,91 ຕື້ USD, ສະເລ່ຍ 5,97 ຕື້ USD ຕໍ່ເດືອນ.

ບົນພື້ນຖານຜົນໄດ້ຮັບ 9 ເດືອນ ແລະ ສະພາບການຕະຫຼາດ, ກະຊວງຕີລາຄາວ່າ ມູນຄ່າການສົ່ງອອກຕະຫຼອດປີ ສາມາດບັນລຸ ຫຼື ເກີນເປົ້າໝາຍ. ໄມ້ ແລະ ຜະລິດຕະພັນໄມ້, ສິນໃນນ້ຳ, ຜັກໝາກໄມ້, ຢາງພາລາ ແລະ ຜະລິດຕະພັນລ້ຽງສັດ ຖືກຄາດຄະເນວ່າ ສາມາດບັນລຸ ຫຼື ເກີນແຜນການ, ໃນຂະນະທີ່ກາເຟ, ໝາກມ່ວງຫິມະພານ, ມັນຕົ້ນ ແລະ ຊາ ຍັງປະເຊີນກັບແຮງກົດດັນຫຼາຍດ້ານ.

ໜຶ່ງໃນສິ່ງທ້າທາຍໃຫຍ່ໃນປັດຈຸບັນ ແມ່ນລະດັບການກະຈຸກຕົວຂອງຕະຫຼາດຢູ່ບາງຂະແໜງສິນຄ້າສູງ. ຈີນ ກວມປະມານ 63% ຂອງມູນຄ່າສົ່ງອອກຜັກໝາກໄມ້, 58,7% ຢາງພາລາ ແລະ ປະມານ 91% ມັນຕົ້ນ. ໃນຂະນະດຽວກັນ, ປະມານ 50,1% ຂອງມູນຄ່າໄມ້ ແລະ ຜະລິດຕະພັນໄມ້ ກະຈຸກຕົວຢູ່ຕະຫຼາດສະຫະລັດອາເມລິກາ.

ຄຽງຄູ່ກັບຄວາມສ່ຽງຈາກການເພິ່ງພາຕະຫຼາດ, ບັນດາມາດຕະຖານເຕັກນິກ ນັບມື້ນັບກາຍເປັນເງື່ອນໄຂໂດຍກົງໃຫ້ສິນຄ້າເຂົ້າເຖິງຕະຫຼາດ. ບັນດາຂໍ້ກຳນົດກ່ຽວກັບການຕ້ານການຫາປາ IUU, ການຄວບຄຸມສານຕົກຄ້າງ, ການຕິດຕາມແຫຼ່ງກຳເນີດ, ແຫຼ່ງໄມ້ທີ່ຖືກກົດໝາຍ ແລະ ລະບຽບການຕ້ານການຕັດໄມ້ທຳລາຍປ່າຂອງ EU (EUDR) ຮຽກຮ້ອງໃຫ້ມີການປັບຂໍ້ມູນ ແລະ ຕ່ອງໂສ້ການຜະລິດໃຫ້ໄດ້ມາດຕະຖານໂດຍໄວ.

ການເຊື່ອມໂຍງລະຫວ່າງການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກ ຍັງມີຂໍ້ຈຳກັດ. ຫຼາຍເຂດວັດຖຸດິບ ຍັງບໍ່ທັນເຊື່ອມແໜ້ນກັບວິສາຫະກິດຕາມສັນຍາ ແລະ ໃບສັ່ງຊື້; ຂໍ້ມູນເຂດປູກ, ເຂດລ້ຽງ, ສະຖານທີ່ບັນຈຸ ແລະ ການຕິດຕາມແຫຼ່ງກຳເນີດ ຍັງບໍ່ສອດຄ່ອງກັນ, ໃນຂະນະທີ່ການຜະລິດຂະໜາດນ້ອຍ ເຮັດໃຫ້ຂະບວນການປັບໃຫ້ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດ ປະເຊີນຄວາມຫຍຸ້ງຍາກ.

ໃນ 3 ເດືອນທ້າຍປີ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຳນົດວ່າ ຈຳເປັນຕ້ອງຮັກສາບັນດາກຸ່ມສິນຄ້າທີ່ພວມສ້າງພື້ນຖານໃຫ້ການສົ່ງອອກໃຫ້ໝັ້ນຄົງ, ໂດຍສະເພາະ ໄມ້ ແລະ ຜະລິດຕະພັນໄມ້, ສິນໃນນ້ຳ; ພ້ອມທັງ ສືບຕໍ່ຂຸດຄົ້ນແຮງຂັບເຄື່ອນການເຕີບໂຕຈາກຜັກໝາກໄມ້ ແລະ ໝາກຖຸລຽນ.

ສຳລັບກາເຟ, ຈຸດສຸມຈະຫັນຈາກການເພີ່ມປະລິມານ ໄປສູ່ການເພີ່ມມູນຄ່າ ຜ່ານການຍົກສູງຄຸນນະພາບ, ການຈັດປະເພດ, ການຄົ່ວ, ກາເຟລະລາຍທັນທີ, ກາເຟພິເສດ ແລະ ການສ້າງຍີ່ຫໍ້.

ສຳລັບເຂົ້າ, ຄວາມຕ້ອງການທີ່ວາງອອກ ແມ່ນຮັກສາການສົ່ງອອກໃຫ້ໝັ້ນຄົງ ແຕ່ເພີ່ມອັດຕາເຂົ້າຫອມ, ເຂົ້າຄຸນນະພາບສູງ ແລະ ເປີດກວ້າງຕະຫຼາດນອກເໜືອຈາກບັນດາຕະຫຼາດດັ້ງເດີມ.

ສຳລັບຜັກໝາກໄມ້, ຂະແໜງກະສິກຳ ສືບຕໍ່ຄວບຄຸມລະຫັດເຂດປູກ, ສະຖານທີ່ບັນຈຸ, ສານຕົກຄ້າງຈາກຢາປ້ອງກັນພືດ ແລະ ການຕິດຕາມແຫຼ່ງກຳເນີດ, ພ້ອມທັງ ຮັບປະກັນແຫຼ່ງສິນຄ້າຕາມລະດູການ. ສະເພາະໝາກຖຸລຽນ, ຄຽງຄູ່ກັບຕະຫຼາດຈີນ, ຈຳເປັນຕ້ອງເພີ່ມອັດຕາຜະລິດຕະພັນແຊ່ແຂງ, puree, ອົບແຫ້ງ ແລະ ຜະລິດຕະພັນປຸງແຕ່ງອື່ນໆ ເພື່ອຫຼຸດການເພິ່ງພາລະດູການ ແລະ ການສົ່ງອອກໝາກສົດ.

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຍັງກຳນົດໃຫ້ສືບຕໍ່ຫຼາກຫຼາຍຕະຫຼາດ, ຂຸດຄົ້ນນຳໃຊ້ບັນດາຕະຫຼາດ EU, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ບັນດາປະເທດຂຶ້ນກັບ CPTPP, RCEP ໃຫ້ດີຍິ່ງຂຶ້ນ; ພ້ອມທັງ ເປີດກວ້າງທ່າແຮງຢູ່ຕາເວັນອອກກາງ, ອາຊີໃຕ້, ອາຟຣິກາ ແລະ ລາຕິນອາເມລິກາ ສຳລັບເຂົ້າ, ກາເຟ, ໝາກພິກໄທ, ຜັກໝາກໄມ້ປຸງແຕ່ງ, ສິນໃນນ້ຳ ແລະ ຜະລິດຕະພັນລ້ຽງສັດ.

ຄຽງຄູ່ກັບການເປີດກວ້າງຕະຫຼາດ, ກະຊວງຈະສຸມໃສ່ແກ້ໄຂບັນດາຈຸດຕິດຂັດກ່ຽວກັບຂັ້ນຕອນຜ່ານດ່ານພາສີ, ມາດຕະຖານ, ການກວດສອບ, ການຕິດຕາມແຫຼ່ງກຳເນີດ, ລະຫັດເຂດປູກ, ເຂດລ້ຽງ, ສະຖານທີ່ບັນຈຸ, ສິນເຊື່ອ, logistics ແລະ ສາງເຢັນ; ເພີ່ມທະວີການເຊື່ອມໂຍງລະຫວ່າງວິສາຫະກິດປຸງແຕ່ງກັບເຂດວັດຖຸດິບ.

ທິດທາງຕະຫຼອດທີ່ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຳນົດແມ່ນ ຫັນແຮງຈາກການເຕີບໂຕທີ່ອີງໃສ່ປະລິມານ ໄປສູ່ຄຸນນະພາບ, ມູນຄ່າເພີ່ມ, ຍີ່ຫໍ້ ແລະ ການຫັນປ່ຽນດິຈິຕອນ; ຖືເອົາຕະຫຼາດເປັນທິດທາງ, ຄຸນນະພາບ ແລະ ມາດຕະຖານເປັນພື້ນຖານ, ວິສາຫະກິດເປັນໃຈກາງ, ຜູ້ຜະລິດເປັນເຈົ້າການ, ຜ່ານນັ້ນ ສູ້ຊົນສຳເລັດເປົ້າໝາຍ GDP ຂອງທົ່ວຂະແໜງການເພີ່ມຂຶ້ນ 4% ແລະ ມູນຄ່າການສົ່ງອອກກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ເກີນ 74 ຕື້ USD ໃນປີ 2026.

ມູນຄ່າການສົ່ງອອກບັນລຸລື່ນກາຍ 3 ຕື້ໂດລາສະຫະລັດ, ນະຄອນ ເກິ່ນເທີ (Cần Thơ) ເລັ່ງຄວາມໄວເພື່ອມຸ່ງສູ່ຄາດໝາຍການເຕີບໂຕທາງດ້ານເສດຖະກິດໃນລະດັບ 2 ຕົວເລກ ມູນຄ່າການສົ່ງອອກບັນລຸລື່ນກາຍ 3 ຕື້ໂດລາສະຫະລັດ, ນະຄອນ ເກິ່ນເທີ (Cần Thơ) ເລັ່ງຄວາມໄວເພື່ອມຸ່ງສູ່ຄາດໝາຍການເຕີບໂຕທາງດ້ານເສດຖະກິດໃນລະດັບ 2 ຕົວເລກ
ຍສໝ - ມູນຄ່າການສົ່ງອອກບັນລຸລື່ນກາຍ 3 ຕື້ໂດລາສະຫະລັດ, ຂະແໜງການທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 7,5 ລ້ານເທື່ອຄົນ, ເນື້ອທີ່ການຜະລິດເຂົ້າຄຸນນະພາບສູງໄດ້ຮັບການຂະຫຍາຍຕົວຫຼາຍກວ່າ 170.000 ເຮັກຕາ, ແລະ ອາຄານ-ເນື້ອທີ່ດິນຂອງລັດທີ່ເຫຼືອໃຊ້ຫຼາຍຮ້ອຍແຫ່ງໄດ້ຖືກນຳເຂົ້າມາຂຸດຄົ້ນ ແລະ ນຳໃຊ້ຢ່າງມີປະສິດທິຜົນ. ບັນດາໝາກຜົນໃນທາງບວກພາຍໃນໄລຍະເຄິ່ງຕົ້ນປີ 2026 ນີ້ ພວມສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ນະຄອນ ເກິ່ນເທີ ເລັ່ງຄວາມໄວພາຍໃດການຫັນຄາດໝາຍການເຕີບໂຕທາງດ້ານເສດຖະກິດໃນລະດັບ 2 ຕົວເລກພາຍໃນປີນີ້ໃຫ້ປະກົດຜົນເປັນຈິງ.
ຂະແໜງກະສິກຳ ຍົກສູງຄຸນຄ່າການນຳໃຊ້ທີ່ດິນ, ເປົ້າໝາຍມຸ່ງສູ່ການສົ່ງອອກໃຫ້ໄດ້ 74 ຕື້ USD ຂະແໜງກະສິກຳ ຍົກສູງຄຸນຄ່າການນຳໃຊ້ທີ່ດິນ, ເປົ້າໝາຍມຸ່ງສູ່ການສົ່ງອອກໃຫ້ໄດ້ 74 ຕື້ USD
ຍສໝ - ດ້ວຍບັນດາຜົນສຳເລັດອັນປະທັບໃຈພາຍໃດໄລຍະເຄິ່ງຕົ້ນປີ 2026, ທົ່ວຂະແໜງກະສິກຳ ພວມເລັ່ງຄວາມໄວເພື່ອມຸ່ງໄປສູ່ເປົ້າໝາຍມູນຄ່າການສົ່ງອອກເປັນປະຫວັດສາດທີ່ 74 ຕື້ USD, ອັນເປັນການສ້າງຮາກຖານໃຫ້ແກ່ວິໄສທັດ 100 ຕື້ USD ພາຍໃດປີ 2030.

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ