ກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຫວຽດນາມ

22:00 | 22/03/2021

ກະຊວງການຕ່າງປະເທດພວມສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຄົ້ນຄວ້າ, ຊອກຮູ້ ແລະ ຈະສະເໜີດັດປັບຂໍ້ກຳນົດການເຂົ້າ-ອອກເມືອງໃຫ້ເໝາະສົມກັບສະພາບການ.

ກອງປະຊ ມຖະແຫ ງຂ າວຂອງກະຊວງການຕ າງປະເທດຫວຽດນາມ ຫວຽດນາມ ຕີລາຄາສູງຕໍ່ບົດບາດຂອງ ສປຊ, ບັນດາປະເທດ ແລະອົງການຈັດຕັ້ງໃນພາກພື້ນໃນການຊຸກຍູ້ສັນຕິພາບ ແລະສະຖຽນລະພາບຢູ່ຊູດັງ
ກອງປະຊ ມຖະແຫ ງຂ າວຂອງກະຊວງການຕ າງປະເທດຫວຽດນາມ ປະກາດ Top 500 ວິສາຫະກິດທີ່ມີການເຕີບໂຕໄວທີ່ສຸດ ຫວຽດນາມ ໃນປີ 2021
ກອງປະຊ ມຖະແຫ ງຂ າວຂອງກະຊວງການຕ າງປະເທດຫວຽດນາມ
ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ. (ພາບ: TTXVN)

ຫວ່າງແລ້ວນີ້, ທີ່ກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບເລື່ອງ ໄຕ້ຫວັນ (ຈີນ) ພວມພິຈາລະຈາພ້ອມກັບບາງປະເທດຊຸກຍູ້ຮູບແບບ “ການພົວພັນດ້ານການທ່ອງທ່ຽວ” ແລະ ຍ້ອນ ຫວຽດນາມ ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໄດ້ເປັນຢ່າງດີພໍສົມຄວນ ສະນັ້ນໄດ້ພິຈາລະນານຳເຂົ້າໃນບັນຊີລາຍຊື່ຮູບແບບການທ່ອງທ່ຽວນີ້, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ພວມແລກປ່ຽນກັບບັນດາຄູ່ຮ່ວມມືກ່ຽວກັບວິວັດການເຊື່ອມຕໍໍ່ສາຍການບິນດ້ານການຄ້າຄືນໃໝ່.

ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ເພື່ອແນໃສ່ປະຕິບັດເປົ້າໝາຍທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທັງຊຸກຍູ້ການພັດທະນາເສດຖະກິດ, ຜັນຂະຫຍາຍຄຳເຫັນຊີ້ນຳຂອງນາຍົກລັດຖະມົນຕີ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ໄດ້ ແລະ ພວມແລກປ່ຽນກັບບາງຄູ່ຮ່ວມມືທີ່ມີຄວາມປອດໄພສູງ ກ່ຽວກັບການຜັນຂະຫຍາຍ, ເຊື່ອມຕໍ່ບັນດາສາຍການບິນດ້ານການຄ້າຕາມປົກກະຕິລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືນີ້.

ກໍ່ກ່ຽວຂ້ອງເຖິງບັນຫາໜັງສືຜ່ານແດນວັກຊິນ, ກະຊວງການຕ່າງປະເທດພວມສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຄົ້ນຄວ້າ, ຊອກຮູ້ ແລະ ຈະສະເໜີດັດປັບຂໍ້ກຳນົດການເຂົ້າ-ອອກເມືອງໃຫ້ເໝາະສົມກັບສະພາບການ.

ກ່ຽວກັບການເພີ່ມທະວີການກວດກາ, ສະກັດກັ້ນບັນດາກໍລະນີເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຢູ່ບາງທ້ອງຖິ່ນໄດ້ກວດພົບກໍລະນີຄົນເຂົ້າເມືອງຫວຽດນາມ ຢ່າງຜິດກົດໝາຍ. ບົນຈິດໃຈມະນຸດສະທຳ, ບັນດາກໍລະນີດັ່ງກ່າວກໍ່ລ້ວນແຕ່ໄດ້ຮັບການກວດວິໄຈຫາເຊື້ອໂລກລະບາດໂຄວິດ-19, ໄດ້ຮັບການປິ່ນປົວຖ້າຫາກຕິດເຊື້ອພະຍາດ, ແຍກຕົວ ແລະ ແກ້ໄຂຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ ພາຍຫຼັງສິ້ນສຸດການແຍກຕົວ.

ກໍ່ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ອົງການທີ່ມີໜ້າທີ່ຂອງຫວຽດນາມ ພວມຕັ້ງໜ້າສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຕ່າງປະເທດ, ພິເສດແມ່ນບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມ, ໃນນັ້ນມີຈີນ, ເພື່ອມີມາດຕະການຄຸ້ມຄອງໃຫ້ເປັນຢ່າງດີກວ່າ ແລະ ສະກັດກັ້ນການເຂົ້າ-ອອກເມືອງ ຜ່ານແດນຢ່າງຜິດກົດໝາຍ.

ກອງປະຊ ມຖະແຫ ງຂ າວຂອງກະຊວງການຕ າງປະເທດຫວຽດນາມ ດ່ານັ້ງ ເປີດການເຄື່ອນໄຫວທ່ອງທ່ຽວຕອນກາງຄືນຄືນໃໝ່

ນະຄອນ ດ່ານັ້ງ ມີຫາດຊາຍທະເລທີສວຍງາມຫຼາຍແຫ່ງ. ຍ້ອນເຫດນັ້ນ, ເລື່ອງຈັດຕັ້ງການທ່ອງທ່ຽວບັນເທິງຕອນກາງຄືນຢູ່ຫາດຊາຍທະເລ ມິ້ອານ, ຕາແວງ ມິ້ອານ, ເມືອງ ຫງູແຮ່ງເຊີນ ຈະສ້າງຈຸດພົ້ນເດັ່ນໃຫ້ແກ່ດ່ານັ້ງ ໃນຕອນກາງຄືນ.

ກອງປະຊ ມຖະແຫ ງຂ າວຂອງກະຊວງການຕ າງປະເທດຫວຽດນາມ ເພີ່ມທະວີການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ຜ່ານບັນດາການເຄື່ອນໄຫວລວມຂອງກອງທັບບັນດາປະເທດອາຊຽນ

ຍສໝ - ໃນໄລຍະຈະມາເຖິງ ດ້ວຍບົດບາດເປັນອົງການສ້າງແຜນການໃຫ້ແກ່ການເຄື່ອນໄຫວດ້ານການທະຫານ, ກົມສູ້ຮົບກອງທັບບັນດາປະເທດອາຊຽນ ຄວນໃຫ້ບຸລິມະສິດແກ່ການຮັກສາບົດບາດໃຈກາງຂອງອາຊຽນ, ສືບຕໍ່ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບບັນດາປະເທດອາຊຽນ...

ກອງປະຊ ມຖະແຫ ງຂ າວຂອງກະຊວງການຕ າງປະເທດຫວຽດນາມ ການຮ່ວມມືອັນແໜ້ນແຟ້ນລະຫວ່າງສອງປະເທດ ຫວຽດນາມ-ອິນເດຍ ປະກອບສ່ວນສໍາຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນລວມຂອງພາກພື້ນ ແລະສອງປະເທດ

ຍສໝ - ເຖິງແມ່ນວ່າໄດ້ຮັບຜົນກະທົບຈາກ ໂລກລະບາດ ໂຄວິດ-19 ກໍ່ຕາມ, ແຕ່ການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບສອງປະເທດຫວຽດນາມ - ອິນເດຍ ຍັງໄດ້ຮັບການຮັກສາ ແລະຊຸກຍູ້ໃຫ້ສອດຄ່ອງກັບສະພາບໂລກລະບາດຢູ່ແຕ່ລະປະເທດ.

vovworld.vn

ເຫດການ
302 Found

Found

The document has moved here.