ຍສໝ - ວັນທີ 5/6, ຢູ່ທີ່ພາກສ່ວນ ຕິ້ງບຽນ (Tịnh Biên), ແຂວງ ອານຢາງ (An Giang), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະສານງານຮ່ວມກັບ ຄະນະກຳມະການປະຊາຊົນແຂວງ ອານຢາງ ຈັດຕັ້ງກອງປະຊຸມເຊື່ອມຕໍ່ການແລກປ່ຽນການຄ້າ ເຂດຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ ພາຍໃດຫົວຂໍ້ “ເຊື່ອມຕໍ່ການແລກປ່ຽນການຄ້າຊາຍແດນ - ບຸກທະລຸການຄ້າສີຂຽວ ແລະ ດີຈີຕອນ”.
ຍສໝ - ພາຍໃນຕອນບ່າຍວັນທີ 4/6, ຢູ່ທີ່ແຂວງ ຕິ້ງບຽນ (Tịnh Biên), ທ່ານ ຫງວຽນແທັງຟອງ (Nguyễn Thanh Phong) - ກຳມະການຄະນະປະຈຳພັກແຂວງ, ຮອງປະທານປະຈຳການ ຄະນະກຳມະການປະຊາຊົນແຂວງ ອານຢາງ ໄດ້ຕ້ອນຮັບ ແລະ ເຂົ້າຢ້ຽມຄຳນັບອຳລາ ຄະນະຜູ້ແທນຈາກແຂວງ ຈຳປາສັກ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ); ບັນດາແຂວງ ຕາແກ້ວ (Takeo), ກັນດານ (Kandal), ກຳປົດ (Kampot) (ຣາຊະອານາຈັກ ກຳປູເຈຍ) ພ້ອມດ້ວຍ ສະມາຄົມ ຂະແມ - ຫວຽດນາມ ປະຈຳກຳປູເຈຍ. ກິດຈະກຳດັ່ງກ່າວແມ່ນດຳເນີນຂຶ້ນພາຍໃດຂອບເຂດຂອງ ງານວາງສະແດງການຄ້າສາກົນ ຕິ້ງບຽນ - ອານຢາງ ປະຈຳປີ 2026.
ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດ, ຜູ້ນຳລັດຖະບານ ລາວ ແລະ ກຳປູເຈຍ ທັງສອງທ່ານ ຈະມີການເດີນທາງຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ປະເທດຫວຽດນາມ ພາຍໃນເດືອນມິຖຸນານີ້, ພ້ອມທັງຈະເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (ASEAN Future Forum) ຄັ້ງທີສາມ ຢູ່ທີ່ຮ່າໂນ້ຍ - ເຊິ່ງເປັນໜຶ່ງໃນບັນດາກິດຈະກຳການເຈລະຈານະໂຍບາຍຫຼາຍຝ່າຍອັນສຳຄັນ ຂອງພາກພື້ນພາຍໃນປີນີ້.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ (ຕາແສງ ບໍອີ (Bo Y), ແຂວງ ກວາງຫງາຍ (Quang Ngai)), ຄະນະຊາວໜຸ່ມກອງທັບ ໄດ້ປະສານງານຮ່ວມກັບ ຄະນະບັນຊາທະຫານຊາຍແດນແຂວງ ກວາງຫງາຍ ຈັດຕັ້ງແຜນງານພົບປະແລກປ່ຽນນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ປະຈຳປີ 2026.
ຍສໝ - ວັນທີ 08 ພຶດສະພາ, ໃນໂຄງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ ເຊບູ (Cebu), ຟີລິບປິນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ມີການຮ່ວມຮັບປະທານອາຫານເຊົ້າ ແລະ ເຮັດວຽກກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ
ຍສໝ - ວັນທີ 18 ເມສາ 2026, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຄ້າຍພົບປະແລກປ່ຽນນັກສຶກສາ ຫວຽດນາມ – ລາວ – ກຳປູເຈຍ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງຕໍ່ເນື່ອງ ເຊັ່ນ: ການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ, ການເຄື່ອນໄຫວສະຫວັດດີການສັງຄົມ, ການປົກປັກຮັກສາສະພາບແວດລ້ອມ ແລະ ການພົບປະແລກປ່ຽນລວມໝູ່. ໂຄງການດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ ລະຫວ່າງຊາວໜຸ່ມສາມປະເທດ, ພ້ອມທັງແຜ່ຂະຫຍາຍຈິດໃຈແຫ່ງຄວາມຮັບຜິດຊອບ ແລະ ການອຸທິດຕົນເພື່ອຊຸມຊົນ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະເພນີ ບຸນປີໃໝ່ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ບຸນປີໃໝ່ປະເພນີ ໂຈລຈະນາມທະໄມ ຂອງ ລາຊະອານາຈັກ ກຳປູເຈຍ, ບັນດາທ່ານຜູ້ນຳພັກ, ລັດ ຫວຽດນາມ ໄດ້ສົ່ງສານ ແລະ ກະຕ່າດອກໄມ້ອວຍພອນມາຍັງບັນດາທ່ານຜູ້ນຳ ປະເທດລາວ ແລະ ກຳປູເຈຍ.
ຍສໝ - ວັນທີ 11 ເມສາ, ທີ່ນະຄອນ ໂຮ່ຈິມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈິມິນ ໄດ້ປະສານງານຈັດງານບຸນປີໃໝ່ປະຈຳຊາດ ກຳປູເຈຍ, ລາວ, ແລະ ໄທ, ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງບັນດາພິທີກຳພື້ນເມືອງຢ່າງມີຊີວິດຊີວາ, ປະກອບສ່ວນເຂົ້າໃນການເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນພາກພື້ນ.
ຍສໝ - ວັນທີ 10 ເມສານີ້, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຕາມພຸດທະສັກກະຫຼາດ “ບຸນປີໃໝ່” ຂອງ ລາວ ແລະ “Chol Chnam Thmey” ຂອງ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງວຽດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳສະຫະປະຊາຊາດ (ສປຊ) ໄດ້ນຳໜ້າບັນດາຄະນະຜູ້ແທນຫວຽດນາມ ຢູ່ນິວຢອກ (ອາເມລິກາ) ມາອວຍພອນບັນດາຄະນະຜູ້ແທນຖາວອນຂອງ ລາວ ແລະ ລາຊະອານາ ຈັກກຳປູເຈຍ.
ຍສໝ - ກ່ອນການຢ້ຽມຢາມຢ່າງເປັນທາງການຂອງສະຫາຍ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງຫວຽດນາມ, ທ່ານ ຫງວຽນແມັງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດກ່ຽວກັບຄວາມໝາຍ, ຈຸດປະສົງ, ແລະ ຄວາມສຳຄັນຂອງການຢ້ຽມຢາມດັ່ງກ່າວ.
ຍສໝ - ຕອນເຊົ້າວັນທີ 7 ມີນາ, ທີ່ຫໍພິພິທະພັນ ໂຕນດຶກຖັງ, ສູນກາງຊາວໜຸ່ມນະຄອນໂຮ່ຈິມິນ ແລະ ສະຫະພັນອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດພິທີເປີດງານວາງສະແດງພາຍໃຕ້ຫົວຂໍ້ “ມິດຕະພາບພິເສດ ແລະ ຄວາມສາມັກຄີລະຫວ່າງຫວຽດນາມ - ລາວ - ກຳປູເຈຍ” ທີ່ຫໍພັກນັກສຶກສາລາວ (ເມື່ອງຊວນຮວ່າ).
ຍສໝ - ການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ໂຕເລີມ ປະສົບຜົນສຳເລັດຢ່າງຍິ່ງ, ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈທາງດ້ານການເມືອງອັນສູງສົ່ງຂອງຜູ້ນຳຫວຽດນາມ, ລາວ ແລະ ກຳປູເຈຍ ໃນການຍົກລະດັບສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບແບບດັ້ງເດີມຂຶ້ນສູ່ລະດັບໃໝ່, ຕອບສະໜອງເປົ້າໝາຍການພັດທະນາທີ່ສູງສົ່ງຂອງແຕ່ລະປະເທດໃນສະພາບການໃໝ່.
ຍສໝ - ກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 43 (AMEM 43) ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງພາກພື້ນເພື່ອຊຸກຍູ້ການຮ່ວມມືດ້ານພະລັງງານຂ້າມຊາຍແດນ...
ຍສໝ - ການຝຶກຊ້ອມແມ່ນ ຂີດໝາຍສຳຄັນໃນການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງ 3 ກອງທັບ ໃຫ້ນັບມື້ນັບຮັດແໜ້ນຫຼາຍຂຶ້ນ; ພ້ອມນັ້ນ, ກໍເພື່ອຍົກສູງຄວາມຮູ້, ວິຊາສະເພາະ ແລະ ຄວາມອາດສາມາດກູ້ຊ່ວຍຜູ້ປະສົບເຄາະຮ້າຍ; ຍົກສູງຄວາມສາມາດບັນຊາການກ່ຽວກັບວິທີແນະນຳ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນເງື່ອນໄຂພູມີປະເທດ ແລະ ການປ່ຽນແປງຂອງດິນຟ້າອາກາດ; ບຳລຸງກໍ່ສ້າງພະນັກງານ ແລະ ນັກຮົບນຳໃຊ້ບັນດາຍານພາຫະນະ ແລະ ເຕັກນິກໃນວຽກງານກອບກູ້ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຢ່າງຄ່ອງແຄ້ວ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຢູ່ສໍານັກງານໃຫຍ່ສະຖານທູດຫວຽດນາມ ປະຈໍາ ກຳປູເຈຍ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ຫງວຽນມິງຫວູ ໄດ້ມີການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 - 19 ສິງຫາ) 2025) ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2025).
ຍສໝ - ວັນທີ 29 ພຶດສະພາ, ກອງທັບ ໄທ ແລະ ກຳປູເຈຍ ໄດ້ເຫັນດີແກ້ໄຂການປະທະກັນຢູ່ເຂດຊາຍແດນ ດ້ວຍບັນດາມາດຕະການສັນຕິພາບ.
ຍສໝ - ເນື່ອງໃນໂອກາດບຸນເປີໃໝ່ Chol Chnam Thmay ຂອງ ກຳປູເຈຍ ແລະ ບຸນປີໃໝ່ຂອງລາວ ປີ 2025, ຄະນະຜູ້ແທນ ຫວຽດນາມ ຫຼາຍແຫ່ງ ໄດ້ຈັດຕັ້ງການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ປະຊາຊົນ 2 ປະເທດ.
ຍສໝ - ວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນ (ວັນທີ 22 ມັງກອນ 1975 – ວັນທີ 22 ມັງກອນ 2025) ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນ 1. ທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ສົ່ງກະຕ່າດອກໄມ້ຊົມເຊີຍ.
ຍສໝ - ນີ້ແມ່ນຂໍ້ຄວາມແບ່ງປັນໂດຍທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ກັບບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາທາງອອນໄລດ້ວຍຫົວຂໍ້ “ແບ່ງປັນມໍລະດົກ, ມຸ່ງໄປເຖິງອະນາຄົດ” ລະຫວ່າງຊາວໜຸ່ມ, ນັກສຶກສາອາເມລິກາ ແລະ ຊາວໜຸ່ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ ໄດ້ດຳເນີນໃນວັນທີ 28 ມີນາ.
ຍສໝ - ທີ່ການພົບປະ, ເຮັດວຽກລະຫວ່າງການນຳຫວຽດນາມ - ລາວ - ກຳປູເຈຍ ເມື່ອບໍ່ດົນມານີ້, ຍາມໃດກໍ່ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນ, ຝຶກອົບຮົມໃຫ້ແກ່ຊາວໜຸ່ມ, ການນຳຊາວໜຸ່ມ, ຊຸກຍູ້ການໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນທຸກຊັ້ນຂອງ 3 ປະເທດ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄວາມໝາຍ ແລະ ມູນຄ່າປະຫວັດສາດຂອງການຮ່ວມມືລະຫວ່າງ 3 ປະເທດ.