ຫວຽດນາມ​ໄດ້​ຮັບ​ເລືອກ​ຕັ້ງ​ຄືນ​ໃໝ່ເຂົ້າສະພາສິດທິມະນຸດຂອງ​ສະຫະ​ປະຊາ​ຊາດອະຍຸການ 2026 – 2028

ຫວຽດນາມ​ໄດ້​ຮັບ​ເລືອກ​ຕັ້ງ​ຄືນ​ໃໝ່ເຂົ້າສະພາສິດທິມະນຸດຂອງ​ສະຫະ​ປະຊາ​ຊາດອະຍຸການ 2026 – 2028

ຍສໝ - ວັນທີ 14 ຕຸລາ 2025 (ຕາມເວລາ New York), ທີ່ສໍານັກງານໃຫຍ່ສະຫະປະຊາຊາດ, ສະມັດຊາໃຫຍ່ ສປຊ ໄດ້ເລືອກຕັ້ງສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2026-2028, ໃນນັ້ນ ຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ໃຫ້ດຳລົງຕຳແໜ່ງນີ້ ດ້ວຍຄະແນນສຽງສູງສຸດ 180 ສຽງ, ເຊິ່ງສູງສຸດໃນກຸ່ມອາຊີ - ປາຊີຟິກ.

ສ້າງ​ອະ​ນາ​ຄົດ​ທີ່​ປອດ​ໄພ​ກວ່າ​ໃຫ້​ແກ່ ຫວຽດ​ນາມ ແລະ ອາ​ຊຽນ

ສ້າງ​ອະ​ນາ​ຄົດ​ທີ່​ປອດ​ໄພ​ກວ່າ​ໃຫ້​ແກ່ ຫວຽດ​ນາມ ແລະ ອາ​ຊຽນ

ຍສໝ - ພິທີໂຮມຊຸມນຸມມິດຕິງ ວັນສາກົນຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ ດ້ວຍຫົວຂໍ້ “ລົງທຶນເພີ່ມທະວີຄວາມສາມາດຕ້ານທານເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ”

ເຜີຍ​ແຜ່ຮູບພາບ​ຂອງ​ຫວຽດ​ນາມ ທັນ​ສະ​ໄໝ, ມະ​ນຸດ​ສະ​ທຳ​ຢູ່ ສ​ປ​ຊ

ເຜີຍ​ແຜ່ຮູບພາບ​ຂອງ​ຫວຽດ​ນາມ ທັນ​ສະ​ໄໝ, ມະ​ນຸດ​ສະ​ທຳ​ຢູ່ ສ​ປ​ຊ

ຍສໝ -​ ວັນທີ 13 ຕຸລາ 2025, ຢູ່ສໍານັກງານໃຫຍ່ສະຫະປະຊາຊາດ (New York, ອາເມລິກາ), ກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກະຊວງການຕ່າງປະເທດ ຈັດຕັ້ງງານວາງສະແດງຮູບພາບ “ຫວຽດນາມ - ສະມາຊິກສະພາສິດທິມະນຸດສະຫະປະຊາຊາດ: ເຄົາລົບ ແລະເຂົ້າໃຈ. ປຶກສາຫາລື ແລະຮ່ວມມື. ສິດທິມະນຸດທັງໝົດ - ເພື່ອປະຊາຊົນທັງໝົດ”.ງານວາງສະແດງໄດ້ສະເໜີໃຫ້ເພື່ອນມິດສາກົນຮັບຮູ້ທັດສະນະລວມຂອງຫວຽດນາມ ທີ່ທັນສະໄໝ, ມະນຸດສະທຳ, ເຊື່ອມໂຍງ ແລະ ເຄື່ອນໄຫວ, ພ້ອມກັນນັ້ນກໍ່ໃຫ້ເຊີດຊູບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ ແລະ ມະນຸດຂອງຫວຽດນາມ ໃນຂະບວນການພັດທະນາແບບຍືນຍົງ, ຮອບດ້ານ ແລະ ມະນຸດ.

ຊຸມຊົນຊາວຫວຽດນາມໃນປະເທດລາວ ໄດ້ໂຮມເງິນກວ່າ 700 ລ້ານດົງ ເພື່ອຊ່ວຍເຫຼືອພີ່ນ້ອງຊາວຫວຽດນາມທີ່ໄດ້ຮັບຜົນກະທົບຈາກພາຍຸນ້ໍາຖ້ວມ.

ຊຸມຊົນຊາວຫວຽດນາມໃນປະເທດລາວ ໄດ້ໂຮມເງິນກວ່າ 700 ລ້ານດົງ ເພື່ອຊ່ວຍເຫຼືອພີ່ນ້ອງຊາວຫວຽດນາມທີ່ໄດ້ຮັບຜົນກະທົບຈາກພາຍຸນ້ໍາຖ້ວມ.

ຍສໝ - ຕາມສະຖານທູດຫວຽດນາມປະຈໍາປະເທດລາວ, ບັນດາຂ້າລາຊະການ, ພະນັກງານຂອງອົງການຕົວແທນຫວຽດນາມພ້ອມດ້ວຍຊຸມຊົນຊາວຫວຽດນາມໃນປະເທດລາວ ໄດ້ຮ່ວມກັນບໍລິຈາກເງິນກວ່າ 700 ລ້ານດົງ ເພື່ອຊ່ວຍເຫຼືອພີ່ນ້ອງໃນປະເທດທີ່ໄດ້ຮັບຜົນກະທົບຈາກພາຍຸ, ນ້ໍາຖ້ວມໃນໄລຍະເວລາຜ່ານມາ.

ແບນຊິກ ຖືເປັນສຳຄັນການຊຸກຍູ້ການຮ່ວມມືຫຼາຍດ້ານກັບຫວຽດນາມ

ແບນຊິກ ຖືເປັນສຳຄັນການຊຸກຍູ້ການຮ່ວມມືຫຼາຍດ້ານກັບຫວຽດນາມ

ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສປະຕູທົ່ວໂລກ ຄັ້ງທີ 2, ວັນທີ 10 ຕຸລາ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Peter De Roover, ປະທານສະພາຕໍ່າ ແບນຊິກ.

ວັດທະນະທໍາແມ່ນແຫຼ່ງກໍາລັງພາຍໃນທີ່ເຊື່ອມຕໍ່ຫວຽດນາມ ກັບໂລກ

ວັດທະນະທໍາແມ່ນແຫຼ່ງກໍາລັງພາຍໃນທີ່ເຊື່ອມຕໍ່ຫວຽດນາມ ກັບໂລກ

ຍສໝ - ໃນສະຖານທີ່ບູຮານທີ່ປົກຄຸມໄປດ້ວຍສີສັນແຫ່ງການເວລາ, ງານບຸນວັດທະນະທຳໂລກ ຄັ້ງທຳອິດ ຢູ່ຮ່າໂນ້ຍ ໄດ້ເຮັດໃຫ້ທຸງ 48 ຜືນປິວສະບັດ, ບ່ອນທີ່ແຕ່ລະສີສັນ, ທຳນອງສຽງເພງ, ແຕ່ລະຮອຍຍິ້ມ ລ້ວນແຕ່ໄດ້ສະແດງອອກໃຫ້ເຫັນເຖິງຄວາມສາມັກຄີ, ມິດຕະພາບ, ການແບ່ງປັນ ແລະຄວາມຄາດຫວັງຢາກເຊື່ອມຕໍ່ລະຫວ່າງພື້ນຖານວັດທະນະທໍາ.

ເພີ່ມພູນຄູນສ້າງການພົວພັນມິດຕະພາບຫວຽດນາມ - ເກົາຫຼີເໜືອ

ເພີ່ມພູນຄູນສ້າງການພົວພັນມິດຕະພາບຫວຽດນາມ - ເກົາຫຼີເໜືອ

ຍສໝ - 80 ປີ​ທີ່​ຜ່ານ​ມາ​ນັບ​ແຕ່ການ​ສ້າງ​ຕັ້ງ, ພັກ​ແຮງ​ງານ ເກົາຫຼີເໜືອ ​ໄດ້​ນຳພາ​ປະຊາຊົນ​ສ້າງສາ ​ແລະ ປ້ອງ​ກັນ​ປະ​ເທດ, ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໜ້າ​ຊົມ​ເຊີຍ. ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ-ເກົາຫຼີເໜືອ ​ໄດ້​ຮັບ​ການເພີ່ມພູນຄູນສ້າງຈາກບັນດາ​ການ​ນຳ​ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໃນ​ຕະຫຼອດ 75 ປີຜ່ານມາ, ​ແມ່ນ​ຊັບ​ສົມບັດ​ລວມອັນ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ.

ຫວຽດນາມຢືນຢັນບົດບາດໃຈກາງຂອງແມ່ຍິງໃນການແກ້ໄຂຄວາມຂັດແຍ່ງ, ການສ້າງ ແລະ ຮັກສາສັນຕິພາບ.

ຫວຽດນາມຢືນຢັນບົດບາດໃຈກາງຂອງແມ່ຍິງໃນການແກ້ໄຂຄວາມຂັດແຍ່ງ, ການສ້າງ ແລະ ຮັກສາສັນຕິພາບ.

ຍສໝ - ແມ່ຍິງຫວຽດນາມໄດ້ຮັບບົດບາດສໍາຄັນຢ່າງສະໝໍ້ສະເໝີຕະຫຼອດປະຫວັດສາດຂອງຊາດ, ຕັ້ງແຕ່ການຕໍ່ສູ້ເພື່ອຊິງອິດສະຫຼະແຫ່ງຊາດ ຈົນເຖິງການຟື້ນຟູ, ສ້າງສາ ແລະ ພັດທະນາປະເທດ.

ບຸນໄຫວ້ພະຈັນໃນປະເທດລາວ

ບຸນໄຫວ້ພະຈັນໃນປະເທດລາວ

ຍສໝ - ການ​ຈັດ​ຕັ້ງ​ລາຍການຕ້ອນຮັບບຸນໄຫວ້ພະຈັນ​ປະ​ເທດ​ລາວ​ໄດ້​ກາຍ​ເປັນ​ກິດ​ຈະ​ກຳ​ປະ​ຈຳ​ປີ, ເຂັ້ມໄປດ້ວຍສີສັນ​ວັດ​ທະ​ນະ​ທຳ ແລະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາດ, ທັງ​ເປັນ​ໂອ​ກາດ​ເພື່ອ​ໃຫ້​ກຽດ​ບັນດາຄຸນຄ່າຄອບ​ຄົວ ແລະ ຊຸມ​ຊົນ.

ວິ​ສາ​ຫະ​ກິດ​ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ເປີດກວ້າງທ້ອງ​ຕະ​ຫຼາດ​ຢູ່​ງານ​ວາງ​ສະ​ແດງ​ສາ​ກົນ​ຢູ່ ຈີ​ເລ

ວິ​ສາ​ຫະ​ກິດ​ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ເປີດກວ້າງທ້ອງ​ຕະ​ຫຼາດ​ຢູ່​ງານ​ວາງ​ສະ​ແດງ​ສາ​ກົນ​ຢູ່ ຈີ​ເລ

ຍສໝ - ການ​ທູດ​ເສດຖະກິດ​ປະກອບສ່ວນ​ນຳ​ບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມ ​ເຂົ້າ​ໃກ້​ທ້ອງຕະຫຼາດ​ອາ​ເມ​ລິ​ກາ​ໃຕ້.

ເຜີຍແຜ່ວັດທະນະທຳ ແລະ ພາສາຫວຽດນາມ ຢູ່ລາວ

ເຜີຍແຜ່ວັດທະນະທຳ ແລະ ພາສາຫວຽດນາມ ຢູ່ລາວ

ຍສໝ - ຕາມ​ນັກ​ຂ່າວ VNA ຢູ່​ລາວ​ແລ້ວ, ຢູ່​ຂອບເຂດ​ວັດເຟິດຕິກ ຢູ່​ນະຄອນຫຼວງ​ວຽງ​ຈັນ, ມີ​ສະຖານ​ທີ່​ພິ​ເສດ​ທີ່​ເປັນ​ທີ່​ຮັກ​ແພງ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ບ້ານ ​ແລະ ​ເພື່ອນ​ລາວ​ຫຼາຍ​ຄົນ​ຄື: ຕູ້ປຶ້ມ​ຫວຽດນາມ. ນີ້ບໍ່ພຽງແຕ່ເປັນບ່ອນເກັບມ້ຽນປຶ້ມກວ່າປື້ມ 500 ຫົວເທົ່ານັ້ນ, ຕູ້ປຶ້ມແຫ່ງນີ້ຍັງກາຍເປັນສະຖານທີ່ທີ່ຄຸ້ນເຄີຍຂອງບັນດານັກຮຽນພາສາຫວຽດນາມ ທີ່ບໍ່ເສຍຄ່າຢູ່ວັດ, ພ້ອມກັນນັ້ນກໍ່ແມ່ນ “ຂົວເຊື່ອມຕໍ່” ບຳລຸງສ້າງຄວາມຮັກແພງພາສາ, ວັດທະນະທຳ ແລະ ຄວາມຮູ້ ຫວຽດນາມໃນປະເທດລາວ.

ນັກຮຽນໂຮງຮຽນສອງພາສາ ລາວ – ຫວຽດນາມ ຫງວຽນຢູ ຄຶກຄື້ນເຮັດທຳໂຄມໄຟ ເພື່ອຕ້ອນຮັບວັນບຸນໄຫວ້ພະຈັນ.

ນັກຮຽນໂຮງຮຽນສອງພາສາ ລາວ – ຫວຽດນາມ ຫງວຽນຢູ ຄຶກຄື້ນເຮັດທຳໂຄມໄຟ ເພື່ອຕ້ອນຮັບວັນບຸນໄຫວ້ພະຈັນ.

ຍສໝ - ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຄືກຄື້ນ ໃນເວລາທີ່ທຸກໆບ່ອນກຳລັງຕຽມຕົນຕ້ອນຮັບວັນບຸນໄຫວ້ພະຈັນ – ວັນງານສະມາຊິກໃນຄະນະຂອງເດັກນ້ອຍຫວຽດນາມ, ວັນທີ 3 ຕຸລາ ທີ່ນະຄອນຫຼວງວຽງຈັນ (ລາວ), ຄູ ແລະ ນັກຮຽນໂຮງຮຽນສອງພາສາ ລາວ – ຫວຽດນາມ ຫງວຽນຢູ ໄດ້ເປັນຄັ້ງທຳອິດຈັດກິດຈະກຳທຳໂຄມໄຟ.

ເປີດພິທີການຝຶກຊ້ອມກູ້ຊີບ​ກູ້​ໄພຮ່ວມລະຫວ່າງກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ

ເປີດພິທີການຝຶກຊ້ອມກູ້ຊີບ​ກູ້​ໄພຮ່ວມລະຫວ່າງກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ

ຍສໝ -​ ການຝຶກຊ້ອມແມ່ນ ຂີດໝາຍສຳຄັນໃນການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງ 3 ກອງທັບ ໃຫ້ນັບມື້ນັບຮັດແໜ້ນຫຼາຍຂຶ້ນ; ພ້ອມນັ້ນ, ກໍເພື່ອຍົກສູງຄວາມຮູ້, ວິຊາສະເພາະ ແລະ ຄວາມອາດສາມາດກູ້ຊ່ວຍຜູ້ປະສົບເຄາະຮ້າຍ; ຍົກສູງຄວາມສາມາດບັນຊາການກ່ຽວກັບວິທີແນະນຳ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນເງື່ອນໄຂພູມີປະເທດ ແລະ ການປ່ຽນແປງຂອງດິນຟ້າອາກາດ; ບຳລຸງກໍ່ສ້າງພະນັກງານ ແລະ ນັກຮົບນຳໃຊ້ບັນດາຍານພາຫະນະ ແລະ ເຕັກນິກໃນວຽກງານກອບກູ້ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຢ່າງຄ່ອງແຄ້ວ.

ຜູກມັດ​ປະ​ຊາ​ຄົມ - ຮັດ​ແໜ້ນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ

ຜູກມັດ​ປະ​ຊາ​ຄົມ - ຮັດ​ແໜ້ນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ

ຍສໝ - ການສ້າງຕັ້ງຄະນະຄຸ້ມຄອງທັງມີລັກສະນະບໍລິຫານ, ທັງແມ່ນບາດກ້າວຍຸດທະສາດ ແນໃສ່ຍົກສູງປະສິດທິຜົນການຈັດຕັ້ງຂອງປະຊາຄົມ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.

ຊຸກຍູ້ບັນດາໂຄງການຮ່ວມມື ຫວຽດນາມ-ລາວ ຢ່າງວ່ອງໄວ, ເຂັ້ມແຂງ ແລະມີປະສິດທິຜົນ

ຊຸກຍູ້ບັນດາໂຄງການຮ່ວມມື ຫວຽດນາມ-ລາວ ຢ່າງວ່ອງໄວ, ເຂັ້ມແຂງ ແລະມີປະສິດທິຜົນ

ຍສໝ - ຕອນເຊົ້າວັນທີ 3 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຈີ໊ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ວິສາຫະກິດກ່ຽວກັບການກວດກາຄືນສະພາບການຜັນຂະຫຍາຍການຮ່ວມມື ຫວຽດນາມ-ລາວ.

ຫວຽດນາມ ແລະໄທ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາກົນໄກຫຼາຍຝ່າຍ ແລະ ພາກພື້ນ

ຫວຽດນາມ ແລະໄທ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາກົນໄກຫຼາຍຝ່າຍ ແລະ ພາກພື້ນ

ຍສໝ - ຕອນບ່າຍວັນທີ 3 ຕຸລາ, ທ່ານ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ Sihasak Phuangketkeow ລັດຖະມົນຕີກະຊວງການຕ່າງປະເທດໄທ. ນີ້ແມ່ນການແລກປ່ຽນຄັ້ງທຳອິດລະຫວ່າງລັດຖະມົນຕີສອງປະເທດນັບແຕ່ທ່ານ Sihasak Phuangketkeow ໄດ້ແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ ໃນວັນທີ 19 ກັນຍາ.

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີຍຸດທະສາດ

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີຍຸດທະສາດ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ ໂຕກຽວ ແລ້ວ, ວັນທີ 2 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສົມທົບກັບ FPT ຍີ່ປຸ່ນ ແລະ ສະມາຄົມຫັນປ່ຽນດີຈີຕອນ ຫວຽດນາມ ປະຈຳ ຍີ່ປຸ່ນ (VADX) ຈັດຕັ້ງກອງປະຊຸມສຳມະນາ “ການຮ່ວມມືລັດ - ນັກວິທະຍາສາດ - ວິສາຫະກິດ, ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາເຕັກ​ໂນ​ໂລ​ຢີຍຸດທະສາດ - Chip Edge AI”.

ພິທີວາງສີລາລຶກທີ່ເປັນສັນຍາລັກຂອງການຮ່ວມມືມິດຕະພາບຫວຽດນາມ - ລາວ

ພິທີວາງສີລາລຶກທີ່ເປັນສັນຍາລັກຂອງການຮ່ວມມືມິດຕະພາບຫວຽດນາມ - ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 2 ຕຸລາ​ນີ້, ຢູ່​ແຂວງ​ວຽງ​ຈັນ​ຂອງ​ລາວ, ​ໄດ້​ຈັດພິທີ​ວາງ​ສີ​ລາ​ລຶກ​ໂຄງການ​ຂະຫຍາຍ​ໂຮງໝໍ​ເມືອງ​ວັງ​ວຽງ.

ຫວຽດ​ນາມ ຕ້ອງ​ຂ້ຽວ​ຂາດ​ກ​ວ່າ, ກ້າ​ຫານ​ກ​ວ່າ​ໃນ​ການ​ພັດ​ທະ​ນາ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ

ຫວຽດ​ນາມ ຕ້ອງ​ຂ້ຽວ​ຂາດ​ກ​ວ່າ, ກ້າ​ຫານ​ກ​ວ່າ​ໃນ​ການ​ພັດ​ທະ​ນາ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນ ຂໍ້ກຸນແຈຄຳ, ແມ່ນປັດໄຈເປັນຕາຍເພື່ອຜ່ານກັບດັກ ລາຍຮັບປານກາງ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045.

ນຳການພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ມົງ​ໂກລີ ພັດທະນາຢ່າງແທດຈິງ, ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ

ນຳການພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ມົງ​ໂກລີ ພັດທະນາຢ່າງແທດຈິງ, ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ

ຍສໝ - ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນກວາງເຟືອງ ຕີ​ລາຄາ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ມົງ​ໂກ​ລີ ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ທີ່ດີງາມ​ທີ່​ສຸດ.