ຍສໝ - ໃນຂອບເຂດແຜນງານ ການແລກປ່ຽນມິດຕະພາບປ້ອງກັນຊາດ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3, ຫວ່າງມໍ່ໆມານີ້, ຢູ່ທີ່ຕາແສງ ກິມບ໋າງ, ແຂວງ ເຫງະອານ, ໄດ້ມີບັນດາກິດຈະກຳເປີດສາກ ແຜນງານການແແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ປະຈຳປີ 2026.
ຍສໝ - ວັນທີ 7 ກໍລະກົດ, ຢູ່ທີ່ນະຄອນດານັງ, ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ໄດ້ຈັດພິທີເປີດແຜນງານແລກປ່ຽນນາຍທະຫານໜຸ່ມ ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຄັ້ງທີໜຶ່ງ.
ຍສໝ - ກຳແໜ້ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢູ່ທີ່ພິທີ "ເດັດຂາດບໍ່ຢຸດເຊົາ ໃນເວລາທີ່ອັດຖິຂອງບັນດາທະຫານເສຍສະຫຼະຊີວິດເພື່ອຊາດ ຍັງບໍ່ທັນໄດ້ຮັບການເກັບໂຮມຢ່າງຄົບຖ້ວນ", ສູ້ຊົນບັນລຸ ແລະ ລື່ນກາຍຄາດໝາຍທີ່ວາງໄວ້ ຢູ່ທີ່ບັ້ນຮົບ 500 ວັນແລະຄືນ.
ຍສໝ - ພາຍໃນຂອບເຂດໂຄງການພົບປະແລກປ່ຽນນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ປີ 2026, ໃນຄ່ຳຄືນວັນທີ 4 ກໍລະກົດ ຢູ່ທີ່ແຂວງ ເຫງະອານ ໄດ້ມີການຈັດຕັ້ງງານເສວະນາ, ພົບປະແລກປ່ຽນ ພາຍໃຕ້ຫົວຂໍ້ "ມິດຕະພາບສະໜິດແໜ້ນ - ກ້າວເດີນຢ່າງໝັ້ນຄົງສູ່ອະນາຄົດ". ໂຄງການດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນາຍທະຫານໜຸ່ມສອງປະເທດ ໄດ້ແບ່ງປັນບົດຮຽນວຽກງານເທົ່ານັ້ນ, ແຕ່ຍັງສືບຕໍ່ຢັ້ງຢືນເຖິງບົດບາດຂອງຮຸ່ນໜຸ່ມ ພາຍໃນການຮັກສາເສັ້ນຊາຍແດນສັນຕິພາບ, ຖະໜອມບຳລຸງສາຍພົວພັນຄວາມສາມັກຄີພິເສດ ຫວຽດນາມ - ລາວ.
ຍສໝ - ວັນທີ 22 ມິຖຸນາ, ຢູ່ທີ່ສໍານັກງານກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ), ຊຸດອົບຮົມນາຍທະຫານເສນາທິການ ສປຊ (UNSOC) ໂດຍແມ່ນ ຫວຽດນາມ ແລະ ການາດາ ຮ່ວມກັນຈັດຕັ້ງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຊຸດອົບຮົມທຳອິດ ທີ່ໄດ້ຮັບການຜັນຂະຫຍາຍ ພາຍຫຼັງທີ່ແຜນງານ UNSOC ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ ສປຊ ວ່າບັນລຸມາດຕະຖານ ໃນເດືອນມີນາ 2026, ອັນເປັນການໝາຍບາດກ້າວຂະຫຍາຍຕົວໃໝ່ ພາຍໃດວຽກງານການກໍ່ສ້າງບຳລຸງສ້າງກຳລັງ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ.
ຍສໝ - ວັນທີ 16 ມິຖຸນາ, ຄະນະຊີ້ນຳການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ຄະນະກຳມະການປະຊາຊົນຕາແສງ ອານກິວ (An Cựu) (ນະຄອນ ເຫ້ວ) ຈັດຕັ້ງການເກັບຕົວຢ່າງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດກຳນົດຕົວຕົນໄດ້ ເພື່ອຮັບໃຊ້ເຂົ້າໃສ່ວຽກງານການກວດພິສູດ DNA ຢູ່ທີ່ ປ່າຊ້າທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ.
ຍສໝ - ກອງບັນຊາການທະຫານແຂວງ ໄດ້ຈັດຕັ້ງການຄຸ້ມຄອງ ແລະ ປົກປັກຮັກສາອັດຖິຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢ່າງຖືກຕ້ອງຕາມລະບຽບການທີ່ໄດ້ກຳນົດໄວ້.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ (ຕາແສງ ບໍອີ (Bo Y), ແຂວງ ກວາງຫງາຍ (Quang Ngai)), ຄະນະຊາວໜຸ່ມກອງທັບ ໄດ້ປະສານງານຮ່ວມກັບ ຄະນະບັນຊາທະຫານຊາຍແດນແຂວງ ກວາງຫງາຍ ຈັດຕັ້ງແຜນງານພົບປະແລກປ່ຽນນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ປະຈຳປີ 2026.
ຍສໝ - ຜ່ານວຽກງານການລາດຕະລາດ, ກອງທັບທະຫານຊາຍແດນແຂວງ ວິ້ງລອງ ໄດ້ກວດພົບຢ່າງຕໍ່ເນື່ອງບັນດາພາຫະນະທີ່ລະເມີດກົດລະບຽບການຂຸດຄົ້ນສັດນ້ຳ, ປັບໄໝເປັນມູນຄ່າຫຼາຍກວ່າ 1 ຕື້ດົ່ງ ນັບແຕ່ຕົ້ນປີມາຮອດປັດຈຸບັນ.
ໃນລະຫວ່າງວັນທີ 26 ກຸມພາ ຫາວັນທີ 1 ມີນາ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ໂດຍທ່ານ ພັນເອກ ເຈີ່ນຕ໋ວນແອງ, ຮອງເສນາທິການທະຫານຊາຍແດນ ໄດ້ລົງກວດກາວຽກງານສະກັດກັ້ນການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີລະບຽບ (IUU) ຢູ່ເຂດຄຸ້ມຄອງໂດຍກອງບັນຊາການທະຫານຊາຍແດນນະຄອນ ໂຮ່ຈີມິນ.
ຍສໝ - ໂດຍປະຕິບັດຕາມຄຳແນະນຳຂອງສູນກາງ ແລະ ແຂວງ, ການຕໍ່ສູ້ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ ແລະ ການພັດທະນາແບບຍືນຍົງຂອງຂະແໜງການປະມົງໃນແຂວງກວາງນິງ ບັນລຸໄດ້ໝາກຜົນຢ່ງຕັ້ງໜ້າ.
ຍສໝ - ກ່ອນອອກເດີນທາງໄປປະຕິບັດພາລະກິດປ້ອງກັນ ແລະ ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ໃນຊ່ວງປີໃໝ່ມະກາ 2026, ທ່ານພົນຈັດຕະວາ ຫງວຽນວັນຢຸງ ໄດ້ໄປຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ມອບໝາຍໜ້າທີ່ໃຫ້ແກ່ພະນັກງານ, ນັກຮົບເຮືອ KN-373, ໂດຍເນັ້ນໜັກເຖິງຄວາມຮັບຜິດຊອບ, ຄວາມອົດທົນທາງການເມືອງ ແລະ ຄວາມຕັດສິນໃຈຮັກສາກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍທາງທະເລ.
ຍສໝ - ວັນທີ 20 ທັນວາ, ຄະນະພັກ - ຕຳຫຼວດທະເລຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງຕຳຫຼວດທະເລໃນປີ 2025. ທີ່ກອງປະຊຸມຄັ້ງນີ້, ຕຳຫຼວດທະເລຫວຽດນາມຢືນຢັນວ່າ ການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ແມ່ນໜ້າທີ່ຫຼັກສຳລັບປີ 2026, ເພື່ອແນໃສ່ຮັກສາກົດລະບຽບຂອງກົດໝາຍໃນທະເລ ແລະ ປະກອບສ່ວນຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ຕໍ່ກັບການຫາປາຂອງຫວຽດນາມ.
ຍສໝ - ໂດຍການເຊື່ອມຊຶມຢ່າງເລິກເຊິ່ງກ່ຽວກັບນະໂຍບາຍການຕ່າງປະເທດຂອງພັກ ແລະ ສືບຕໍ່ປະເພນີຄວາມສາມັກຄີພິເສດລະຫວ່າງຫວຽດນາມ ແລະ ລາວ, ການປະສານງານໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະ ກອງບັນຊາການທະຫານຊາຍແດນລາວ ໄດ້ຮັບການເພີ່ມທະວີ, ເລິກເຊິ່ງ ແລະ ບັນລຸໄດ້ຜົນງານທີ່ສຳຄັນຫຼາຍຢ່າງ. ບັນດາກົນໄກການປະສານງານໄດ້ຮັບການຮັກສາໄວ້ຢ່າງເປັນປະຈຳ, ຕັ້ງແຕ່ການລາດຕະເວນ, ການຄວບຄຸມ, ການຕ້ານ ແລະ ປ້ອງກັນອາດຊະຍາກຳ ຈົນເຖິງການແລກປ່ຽນມິດຕະພາບ ແລະ ການປັກໝຸດເຂດທີ່ຢູ່ອາໄສຢູ່ທັງສອງຝ່າຍຂອງຊາຍແດນ, ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ການເຊື່ອມໂຍງລະບົບຊາຍແດນ, ຫຼັກໝາຍຊາຍແດນ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງສອງປະເທດ. ຜົນໄດ້ຮັບເຫຼົ່ານີ້ສືບຕໍ່ຢືນຢັນຄວາມຕັ້ງໃຈຂອງທັງສອງຝ່າຍໃນການສ້າງຊາຍແດນຫວຽດນາມ-ລາວ ທີ່ສັນຕິພາບ, ໝັ້ນຄົງ, ຮ່ວມມື ແລະ ພັດທະນາຢ່າງຍືນຍົງ.
ຍສໝ - ວັນທີ 25 ພະຈິກ, ດ່ານຊາຍແດນ ແທັງຫາຍ, ກອງທັບປ້ອງກັນຊາຍແດນ ແຂວງແຄັ້ງຮວ່າ ໄດ້ປະສານງານກັບ ຄະນະກຳມະການປົກຄອງ ບ້ານ ວິ້ງຫາຍ (ແຂວງແຄັ້ງຮວ່າ) ຈັດຕັ້ງກອງປະຊຸມເພື່ອປະຊາສຳພັນ, ຕຸກຕິການຕ້ານການປະມົງ ທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຕາມຂໍ້ກຳນົດ (IUU) ໃຫ້ແກ່ກວ່າ 80 ນາຍທ່າ ແລະ ເຈົ້າຂອງເຮືອປະມົງ ທີ່ສັງກັດຢູ່ຕາມກຸ່ມ, ທີມງານປະມົງໃນເຂດນັ້ນ.
ຍສໝ - ວັນທີ 6 ພະຈິກ, ຄະນະກວດກາຂອງກະຊວງປ້ອງກັນປະເທດ ໂດຍມີ ທ່ານ ພົນຈັດຕະວາ ຮວາງຫື່ວຈຽນ, ຮອງຜູ້ບັນຊາການ, ຫົວໜ້າພະແນກສະຖາບັນຂອງ ກອງທະຫານປ້ອງກັນຊາຍແດນ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເດີນທາງມາກວດກາການປ້ອງກັນ, ຕ້ານການປະກັບປະສົມທາງທະເລທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຕາມກົດໝາຍ (IUU) ທີ່ ກອງບັນຊາການ ກອງທະຫານປ້ອງກັນຊາຍແດນ ແຂວງ ອ່ານຢ່າງ.
ຍສໝ - ໃນປີ 1973, ເມື່ອອາຍຸ 29 ປີ, ນາຍທະຫານໜຸ່ມ Botz László ມາຮອດ ຫວຽດນາມ ໃນສາຍຄະນະຜູ້ແທນ ຮົງກາລີ ຂຶ້ນກັບຄະນະກຳມະການຄວບຄຸມ ແລະ ກວດກາສາກົນ (ICCS) ທີ່ມີໜ້າທີ່ກວດກາການປະຕິບັດສັນຍາປາຣີ. ໜ້າທີ່ຮັກສາສັນຕິພາບນັ້ນໄດ້ເປີດປະຕູສູ່ຄວາມຜູກພັນຕະຫຼອດຊີວິດຂອງລາວຕໍ່ກັບປະເທດທີ່ມີຮູບຊົງ S - ຄວາມຮັກທີ່ຊື່ສັດທີ່ລາວໄດ້ສືບຕໍ່ເພີ່ມພູນຄູນສ້າງເປັນເວລາຫຼາຍກວ່າເຄິ່ງຫນຶ່ງສະຕະວັດ.
ຍສໝ - ວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບຄໍາຕັດສິນຂອງປະທານປະເທດ ແລະ ຕັດສິນຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໃຫ້ແກ່ນາຍທະຫານ 3 ທ່ານຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງກໍາລັງຮັກສາສັນຕິພາບສະຫະປະຊາຊາດຢູ່ຄະນະຜູ້ແທນUNISFA (ພາກພື້ນ Abyei).
ຍສໝ - ໃນຊຸມວັນຕົ້ນເດືອນ ມິຖຸນາ ຂະນະທີ່ເດັກໃນທົ່ວໂລກໄດ້ຮັບຄວາມເບີກບານມ່ວນຊື່ນໃນວັນເດັກສາກົນນັ້ນ, ຢູ່ເຂດດິນທີ່ຮ້າຍກາດຄື ຊູດັງໃຕ້, ຮອຍຍິ້ມຂອງເດັກຍາມໃດກໍ່ແມ່ນສິ່ງທີ່ຫາຍາກ. ດ້ວຍຄວາມຮັກແພງ ແລະ ຈິດໃຈແບ່ງປັນຄວາມຮັບຜິດຊອບ, ບັນດາອ້າຍທະຫານທີ່ມາຈາກ ຫວຽດນາມ ໄດ້ນຳຮອຍຍິ້ມ ແລະ ຄວາມມວນຊື່ນມາສູ່ເດັກຢູ່ແຫ່ງນີ້.
ຍສໝ - ຕອນບ່າຍວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ສະຖານທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ ສົມທົບກັບສູນວິທະຍາສາດ ແລະ ວັດທະນະທໍາລັດເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ 2025) ແລະ ຄົບຮອບ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຄົບຮອບ 71 ປີແຫ່ງ ວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2025).