ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ຊອກຮູ້ໂອກາດລົງທຶນ ຢູ່ ເຂດເສດຖະກິດພິເສດ ສະຫວັນ - ເຊໂນ, ສປປ.ລາວ
ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ ຫາກໍມີການຢ້ຽມຢາມ ແລະ ຊອກຮູ້ໂອກາດລົງທຶນ, ຄວາມສາມາດໃນການເຊື່ອມຕໍ່ໃນຂົງເຂດ logistic ຢູ່ເຂດເສດຖະກິດພິເສດ ສະຫວັນ - ເຊໂນ, ແຂວງ ສະຫວັນນະເຂດ, ພາກກາງຂອງ ລາວ.