ຍສໝ - ຄູສອນ, ອາຈານສອນໃນເຄື່ອງແບບທະຫານຫຼາຍຮ້ອຍຄົນໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວຊີວິດໂດຍການຝຶກຝົນຫຼໍ່ຫຼອມໄວໜຸ່ມນັບພັນຄົນຈາກດີຈົນເກັ່ງໃນອາຊີບຂອງຕົນ, ຕອບສະໜອງຄວາມຕ້ອງການຂອງແຮງງານ ແລະ ຄວາມຮຽກຮ້ອງຕ້ອງການພັດທະນາຂອງສັງຄົມ.
ຍສໝ - ນີ້ແມ່ນຂໍ້ຄວາມແບ່ງປັນໂດຍທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ກັບບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາທາງອອນໄລດ້ວຍຫົວຂໍ້ “ແບ່ງປັນມໍລະດົກ, ມຸ່ງໄປເຖິງອະນາຄົດ” ລະຫວ່າງຊາວໜຸ່ມ, ນັກສຶກສາອາເມລິກາ ແລະ ຊາວໜຸ່ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ ໄດ້ດຳເນີນໃນວັນທີ 28 ມີນາ.
ຍສໝ - ທ່ານ ເລຂາຄະນະຊາວໜຸ່ມສູນກາງ ໂງ່ວັນເກື່ອງ ໃຫ້ຮູ້ວ່າ, ລາຍການທີ່ຕ້ອນຮັບສອງຄອບຄົວພະນັກງານຄະນະຊາວໜຸ່ມສູນກາງລາວ ມາຢ້ຽມຢາມ ຫວຽດນາມ ທີ່ໄດ້ຜັນຂະຫຍາຍຢ່າງເປັນປະຈຳ ແມ່ນລາຍການທີ່ມີຄວາມໝາຍ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງອົງການຄະນະຊາວໜຸ່ມ ກັບພະນັກງານຄະນະຊາວໜຸ່ມທົ່ວປະເທດ.
ຍສໝ - ໄທງວຽນ ແມ່ນສູນການສຶກສາ ແລະ ບຳລຸງສ້າງອັນດັບ 3 ຂອງປະເທດ, ເປັນຈຸດນັດພົບທີ່ໄວ້ເນື້ອເຊື່ອໃຈຂອງນັກສຶກສາຕ່າງປະເທດ, ໃນນັ້ນມີນັກສຶກສາລາວ. ດ້ວຍນະໂຍບາຍສະໜັບສະໜູນພາກປະຕິບັດຕົວຈິງ ແລະ ສະພາບແວດລ້ອມການຮຽນຮູ້ທີ່ເອື້ອອຳນວຍ, ໃນຊຸມປີມໍ່ໆມານີ້, ມະຫາວິທະຍາໄລ ແລະ ວິທະຍາໄລຕ່າງໆໃນແຂວງໄດ້ພະຍາຍາມສ້າງສະພາບແວດລ້ອມການຮຽນຮູ້ ແລະ ການຄົ້ນຄວ້າທີ່ເອື້ອອຳນວຍໃຫ້ແກ່ນັກສຶກສາລາວ.
ຍສໝ - ພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຫວຽດນາມ ຍາມໃດກໍສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນບົນຈິດໃຈ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍແບ່ງປັນກັນ” ເພື່ອຈັບມືພ້ອມກັນກ້າວໄປຂ້າງໜ້າ. ນັ້ນແມ່ນຄໍາຢັ້ງຢືນຂອງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ລາວ, ເມື່ອໃຫ້ສໍາພາດຕໍ່ສື່ມວນຊົນ.
ຍສໝ - ແຕ່ວັນທີ 24 – 28 ມີນາ, ກອງປະຊຸມຮ່ວມມືດ້ານຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ 15 ໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ. ເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນກະຊວງຕຳຫຼວດແຫ່ງ ສສ ຫວຽດນາມ ໂດຍທ່ານພົນຕີ ຟ້າມເຖຈຸ່ງ - ຮອງລັດຖະມົນຕີກະຊວງຕຳຫຼວດນຳໜ້າ; ຄະນະຜູ້ແທນກະຊວງຕຳຫຼວດແຫ່ງ ສປປ ລາວ ນຳໂດຍທ່ານພົນໂທ ກົງທອງ ພົງວິຈິດ - ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ນຳໜ້າ.
ຍສໝ - ຕອນບ່າຍວັນທີ 24 ມີນາ, ທ່ານ ຫງວຽນແທງງີ້, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ ໄດ້ນຳໜ້າຄະນະຜູ້ແທນ ໄປສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈີມິນ ເພື່ອອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 - 22 ມີນາ 2025).
ຍສໝ - ວັນທີ 22 ມີນາ 2025, ຊຸດຝຶກອົບຮົມວິທີການສິດສອນພາສາຫວຽດ ໃຫ້ແກ່ຄູອາຈານສອນພາສາຫວຽດ ຢູ່ 4 ແຂວງພາກໃຕ້ແລະ 3 ແຂວງພາກກາງຂອງລາວ ໄດ້ໄຂຂຶ້ນ.
ຍສໝ - ສະພາບການໂລກ ແລະພາກພື້ນໃນປັດຈຸບັນ ພວມມີການປ່ຽນແປງຢ່າງ ວ່ອງໄວ ແລະຜັນປ່ຽນຢ່າງສັບສົນ, ເລີ່ມຈາກສະພາບຕົວຈິງ “ນໍ້າໃຈ ອ້າຍນ້ອງ” ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ
ຍສໝ - ໃນວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ (ສະມາຄົມ) ຄັ້ງທຳອິດ, ອາຍຸການ 2025 - 2030. ທ່ານ ພົນເອກ ເລືອງຕາມກກວາງ, ກຳມະການກົມການເມືອງ, ເລຂາທິການຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມໃຫຍ່.
ຍສໝ - ໂດຍສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ ໄດ້ມີຫຼາຍການປະກອບສວນຢ່າງແທດຈິງ ແລະ ມີຄວາມໝາຍ, ປະກອບເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ຍສໝ - ວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ (ສະມາຄົມ) ໂດຍທ່ານ ຫງວຽນແມ້ງຮຸ່ງ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ຮອງປະທານສະມາຄົມ ເປັນຫົວໜ້າຄະນະ, ໄດ້ມາອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ວັນທີ 22 ມີນາ 1955 - ວັນທີ 22 ມີນາ 2025).
ຍສໝ - ກອງລາດຕະເວນກວດການສອງຝ່າຍ ໄດ້ປະຕິບັດກວດກາລະບົບສັນຍານເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນ, ຖາງກ້ຽງໄລຍະເບິ່ງຊາຍແດນ...
ຍສໝ - ວັນທີ 17 ມີນາ, ພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມຄູອາຊີວະສຶກສາຂອງນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ໃນຂອບເຂດການເຄື່ອນໄຫວຢູ່ລາວ, ຄະນະປະຕິບັດງານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບຄະນະຊາວໜຸ່ມແຂວງ ຜົ້ງສາລີ; ສະບາຍດີມະນຸດສຳພັນ ແລະ ອວຍພອນບຸນປີໃໝ່ປະເພນີ ລາວ ໃຫ້ແກ່ການນຳແຂວງ ຜົ້ງສາລີ. ໃນໂອກາດນີ້, ຄະນະປະຕິບັດງານໄດ້ມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ເຖິງໄວໜຸ່ມແຂວງ ຜົ້ງສາລີ.
ຍສໝ - ໃນໂຄງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ ໂດຍສູນກາງສະມາຄົມສະຫະພັນຊາວໜຸ່ມຫວຽດນາມ ສົມທົບກັບສະຖານກົງສຸນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ຈັດຕັ້ງ, ບັນດາແພດໜຸ່ມຫວຽດນາມ ໄດ້ກວດກາ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະ ແຈກຢາຍຢາໃຫ້ປະຊາຊົນແຂວງ ຜົ້ງສາລີ ໂດຍບໍ່ເສຍຄ່າ.
ຍສໝ - ຕອນຄ່ຳວັນທີ 15 ມີນານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານລະຫວ່າງໜ່ວຍຊາວໜຸ່ມກອມມູນິດໂຮ່ຈິມິນ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດພິທີເປີດງານແຂ່ງຂັນບານເຕະນັກສຶກສາ.
ຍສໝ - ແຂວງ ດັກລັກ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືສອງຝ່າຍໃນ 9 ຂົງເຂດກັບອຳນາດການປົກຄອງແຂວງ ອັດຕະປື (ສປປ ລາວ), ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກັບຄູ່ຮ່ວມມືມາຈາກ ຍີ່ປຸ່ນ. ພ້ອມກັນນັ້ນ, ໄດ້ຕ້ອນຮັບມະນຸດສຳພັນຄະນະປະຕິບັດງານຂອງທ່ານເອກອັກຄະລັດຖະທູດ ອາເມລິກາ ແລະ ຜູ້ແທນສາກົນເຂົ້າຮ່ວມງານບຸນກາເຟ ບວນເມຖວດ ຄັ້ງທີ 9.
ຍສໝ - ວັນທີ 10 ມີນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ພ້ອມດ້ວຍຄະນະວຽກງານໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຊາວຫວຽດນາມ ແຂວງຈໍາປາສັກ ເພື່ອຊອກຫາກ່ຽວກັບສະພາບຊຸມຊົນ, ວຽກງານການສອນ-ການຮຽນພາສາຫວຽດນາມ, ພ້ອມກັນນັ້ນ ຮັບຟັງຄວາມຄິດຄວາມມຸ່ງມາດປາດຖະໜາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ແຂວງ ອັດຕະປື (ລາວ) ປາດຖະໜາວ່າ ໃນໄລຍະຈະມາເຖິງຈະໄດ້ຮຽນຮູ້ຈາກແຂວງດັກລັກ ກ່ຽວກັບປະສົບການການປູກຝັງ, ການຜະລິດກາເຟ ກໍ່ຄືການຫັນເປັນການຄ້າສິນຄ້າ, ເປີດກວ້າງຕະຫຼາດ.