ວັນທີ 8 ຕຸລາ 2018 ນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ເຈິ່ນກວັກ ເວືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 8-10 ຕຸລາ 2018 ນີ້.
ໃນວັນທີ 6 ຕຸລາ 2018 ນີ້, ການນຳຂັ້ນສູງພັກ-ລັດ ນຳໂດຍສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ເຖິງດວງວິນຍານສະຫາຍ ໂດ໊ ເມື່ອຍ ອາດີດເລຂາທິການໃຫຍ່ຄະນະ ບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ ຢູ່ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ.
ວັນທີ 5 ຕຸລາ 2018 ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາ ແລະເຊັນປື້ມໄວ້ອາໄລ ຕໍ່ການຈາກໄປບໍ່ມີວັນຫວນກັບຄືນມາ ຂອງ ສະຫາຍ ໂດ໋ເມື່ອຍ ອະດີດເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ທີ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ.
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ. ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ, ລັດຖະບານແຫ່ງ ສສ. ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຂໍແຈ້ງການເສົ້າສະຫຼົດໃຈ:
ມື້ວານນີ້, ທີ່ສໍານັກງານສູນກາງພັກ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫວໍ ວັນ ເຖືອງ ກໍາມະການກົມການເມືອງສູນກາງພັກ, ກຳມະການສູນກາງພັກ, ຫົວໜ້າຄະນະໂຄສະນາ ສຶກສາສູນກາງພັກກອມ ມູນິດ ຫວຽດນາມ, ພ້ອມດ້ວຍຄະນະ.
ຕອນບ່າຍວັນທີ 24 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນກອງປະຊຸມສໍາມະນາທິດສະດີຄັ້ງທີ 6 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ວ່າ “ວຽກງານແນວຄິດໃນປັດຈຸບັນ - ສະພາບການຕົວຈິງ, ບັນຫາທີ່ວາງອອກ ແລະມາດຕະການ”.
ຕອນເຊົ້າວັນທີ 31 ພຶດສະພາ, ຕາມເວລາທ້ອງຖິ່ນ, ຢູ່ເຮືອນຮັບແຂກແຫ່ງຊາດ, ນະຄອນຫລວງ ໂຕກຽວ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ Kazou Shii ຢ່າງອົບອຸ່ນ.