ໃນວັນທີ 2 ມັງກອນ, ທີ່ສໍານັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ຫວຽດນາມ ໄດ້ດໍາເນີນບັນດາການເຄື່ອນໄຫວຢ່າງເປັນທາງການໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ, ເປີດສາກໃຫ້ແກ່ອາຍຸການເປັນສະມາຊິກ ສະພາຄວາມໝັ້ນຄົງ ສປຊ 2020 – 2021.
ຍສໝ - ເມື່ອມໍ່ໆມານີ້, ທີ່ສໍານັກງານກະຊວງປ້ອງກັນປະເທດ ໄດ້ດໍາເນີນພິທີມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ນາຍທະຫານເດີນທາງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ (ສປຊ) ຈໍານວນ 7 ຄົນ.
ຍສໝ - ພາຍຫຼັງທີ່ຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສະຫະປະຊາຊາດອາຍຸການ 2020-2021, ບັນດານັກການທູດປະເທດຕ່າງໆ ໄດ້ສົ່ງຄຳອວຍພອນເຖິງຫວຽດນາມ.
ຫວຽດນາມ ແມ່ນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວຕາງໜ້າໃຫ້ກຸ່ມປະເທດອາຊີ - ປາຊີຟິກ.
ຍສໝ-ເມື່ອວັນທີ 18 ເດືອນກຸມພາ ກອງປະຊຸມກ່ຽວກັບວຽກງານກະກຽມໃຫ້ແກ່ກອງກຳລັງຊ່າງແສງສືບຕໍ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ຫງວຽນຈີວີ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຊາດ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່່ານັບ ຂອງທ່ານ ນາງ ອາມິດາ ເຊລເຊຍ (Armida Salsiah Alisjahbana) ຜູ້ຊ່ວຍເລຂາທິການໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທັງເປັນເລຂາບໍລິຫານງານຂອງຄະນະກໍາມາທິການເສດຖະກິດ - ສັງຄົມ ສປຊ ປະຈໍາ ພາກພື້ນອາຊີ - ປາຊີຟິກ (UNESCAP) ໃນວັນທີ 22 ເມສານີ້ ທີ່ກະຊວງການເງິນ.
ໃນຕອນເຊົ້າ ວັນທ 24 ຕຸລາ 2018, ທ່ານ ປອ ບຸນທອງ ຈິດມະນີ ຮອງນາ ຍົກລັດຖະມົນຕີ, ປະທານຄະນະກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນ ສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ທັນຢາ ຊານຕຸຊີ ກອງເລຂາກົນໄກ ທົບທວນຂອງອົງການ ສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ພ້ອມຄະນະ ແລະ ຊ່ຽວຊານຈາກປະເທດໄຊປລັດ ແລະ ປາກິສະຖານ. ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫລວງ ພາກທີ II ການປ້ອງກັນ ແລະ ພາກທີ V ການເກັບກູ້ຊັບສິນຮອບວຽນທີ 2 ຂອງ ສປປ ລາວໃນລະຫວ່າງວັນທີ 22-24 ຕຸລາ 2018 ທີ່ນະຄອນຫລວງວຽງຈັນ.
ຕອນເຊົ້າວັນທີ 29 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືຂັ້ນສຸດຍອດຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 73 ຢູ່ ນິວຢອກ ປະເທດ ອາເມລິກາ ດ້ວຍຜົນສຳເລັດອັນຈົບງາມ.