ຍສໝ - ທີ່ກອງປະຊຸມ ຄັ້ງທີ 4 ນີ້, ລັດຖະມົນຕີສອງທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງຝ່າຍນັບແຕ່ກອງປະຊຸມຄັ້ງທີ 3 ຂອງ ຄະນະກຳມະການປະສົມຫວຽດນາມຍີ່ປຸ່ນ, ພິເສດແມ່ນ ໝາກຜົນຂອງ ການຮ່ວມມືໃນຂອບເຂດອາຊຽນ, ສັນຍາຄູ່ຮ່ວມເສດຖະກິດໃນພາກພື້ນ (RCEP), ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວ ໜ້າຂ້າມປາຊີຟິກ (CPTPP), ການຮ່ວມມືດ້ານພະລັງງານ, ການຮ່ວມມືໃນຂະແໜງອຸດສາຫະກຳ ລົດໂອໂຕ , ສານເຄມີ, ການຝຶກອົບຮົມຊັບພະຍາກອນມະນຸດດ້ານອຸດສາຫະ ກຳ.
ຍສໝ - ທ່ານນາຍົກລັດຖະມົນຕີ Abe Shinzo ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສະໜັບສະໜູນ ລັດຖະບານ, ປະຊາຊົນຍີ່ປຸ່ນ ແລະ ຫ້ອງການຄະນະລັດຖະບານຍີ່ປຸ່ນ ຜ້າອັດປາກ ແລະອຸປະກອນການແພດທີ່ໄດ້ຜະລິດຢູ່ປະເທດຫວຽດນາມ
ຍສໝ - ກະຊວງການຕ່າງປະເທດຍີ່ປຸ່ນມີຄວາມຫວັງວ່າ ຂໍ້ຕົກລົງສະບັບໃໝ່ນີ້ ຈະຊຸ້ກຍູ້ການຄ້າ ແລະ ການລົງທຶນລະຫວ່າງ ຍີ່ປຸ່ນ ແລະ ອາຊຽນໃຫ້ຫຼາຍກ່ວາອີກ, ແລະ ຈະເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ.
ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໄດ້ເປັນປະທານກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ - ຍີປຸ່ນທາງອອນລາຍ.
ຍສໝ - ຜູ້ຕາງໜ້າ JICA ຫວຽດນາມ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ ຈະສືບຕໍປຶກສາຫາລືຢ່າງແໜ້ນແຟ້ນກັບລັດຖະບານຍີ່ປຸ່ນເພື່ອໜູນຊ່ວຍຫວຽດນາມໃນການປ້ອງກັນ, ຕ້ານບັນດາພະຍາດຕິດແປດໃນນັ້ນມີ ໂລກລະລາດ Covid – 19.
ຍສໝ - ທ່ານ ສາດສະດາຈານ Ryo Ikebe ໄດ້້ເນັ້ນໜັ້ກວ່າ ໃນຖານະເປັນສະມາຊິກຂອງ ອາຊຽນ, ຫວຽດນາມ ໄດ້ມີ FTA ດ້ວຍບັນດາປະເທດເຂົ້າຮ່ວມ RCEP ທັງໝົດ.
ຍສໝ - ເຖິງຢ່າງໃດກໍ່ຕາມ, ຕາມກະຊວງການຕ່າງປະເທດຍີ່ປຸ່ນແລ້ວ, ທຸກໆຄົນທີ່ເຂົ້າເມືອງປະເທດນີ້ລ້ວນແຕ່ຕ້ອງແຍກຕົວໃນຮອບເວລາ 14 ວັນ ຢູ່ ບ້ານ ຫຼື ສະຖານທີ່ແຫ່ງໜຶ່ງທີ່ໄດ້ກຳນົດ. ຍີ່ປຸ່ນຈະສືບຕໍ່ສົມທົບກັບຊາວຫວຽດນາມ ແລະ ໄທ ເພື່ອຜັນຂະຫຍາຍໂຄງການນີ້ຍິ່ງໄວຍິ່ງດີ.
ຍສໝ - ນີ້ແມ່ນຄັ້ງທຳອິດ ທີ່ກອງປະຊຸມສົ່ງເສີມການລົງທຶນໃຫຍ່ໄດ້ຮັບການຈັດຕັ້ງທາງອອນລາຍໂດຍມີການເຂົ້າຮ່ວມຂອງວິສາຫະກິດຍີ່ປຸ່ນ 1000 ແຫ່ງຈາກບັນດາຈຸດຖ່າຍທອດສົດຢູ່ຍີ່ປຸ່ນ ແລະ ໃນທົ່ວໂລກ, ຊຶ່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄວາມມຸ່ງມາດປາດຖະໜາຢ່າງຍິ່ງຂອງປະຊາຄົມວິສາຫະກິດຍີ່ປຸ່ນຕໍ່ຫວຽດນາມ.
ຍສໝ - ເພື່ອແນໃສ່ໜູນຊ່ວຍການຟື້ນຟູເສດຖະກິດບັນດາປະເທດສະມາຊິກໄລຍະຫຼັງ ໂລກລະບາດ Covid – 19, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຍົກອອກ 3 ກຸ່ມວິທີການແກ້ໄຂຢ່າງລະອຽດ.
ຍສໝ - ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຈະໄດ້ເປັນປະທານກອງປະຊຸມ.
ຍສໝ - ທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນໄດ້ສະແດງຄວາມຊົບເຊີຍຕໍ່ເລື່ອງຫວຽດນາມໄດ້ປ້ອງກັນ, ສະກັດກັ້ນໂລກລະລາດ Covid – 19 ໄດ້ເປັນຢ່າງດີ, ແລະ ຖືວ່າ ພາຍຫຼັງ ຜົນສຳເລັດດັ່ງກ່າວ, ບັນດານັກລົງທຶນໃນທົ່ວໂລກຈະມີຄວາມເອົາໃຈໃສ່ເຖິງການມາລົງທຶນຢູ່ຫວຽດນາມ.
ຍສໝ - ທ່ານ Motegi Toshimitsu ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ: ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນໄລຍະຍາວ, ຫວຽດນາມຄວບຄຸມໂລກລະບາດ Covid – 19 ໄດ້ເປັນຢ່າງດີພໍສົມຄວນ.
ຍສໝ - ໃນຊຸມປີຈະມາເຖິງຄວາມຕ້ອງການກ່ຽວກັບການບໍລິການເຮືອນພັກໃຫ້ແກ່ບັກດານັກຊ່ຽວຊານຍີ່ປຸ່ນຈະເພີ່ມຂຶ້ນຢ່າງແຮງ.
ຍສໝ - ຕອນບ່າຍວັນທີ 15 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ໂຕແອງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ ທີ່ມາເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດ.
ຍສໝ - ລັດຖະບານຍີ່ປຸ່ນເລີ່ມພິຈາລະນາການຜ່ອນຄາຍການເຂົ້າອອກເມືອງສຳລັບຫວຽດນາມ, ໄທ, ອົດສະຕາລີ ແລະ ນິວຊີແລນຢ່າງເປັນທາງການ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຕີລາຄາສູງບັນດາໝາກຜົນເຊິ່ງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນບັນລຸໄດ້ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ຢັ້ງຢືນວ່າ ສອງຝ່າຍຕ້ອງສືບຕໍ່ຈັດຕັ້ງສຳເລັດກອງປະຊຸມທາງອອນລາຍຂອງບັນດາການນຳອາຊຽນ + 3 ໃນການຮັບມືກັບໂລກລະບາດ Covid – 19.
ຍສໝ - ທ່ານ Motegi Toshimitsu ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ໜ້າປະທັບໃຈຂອງຫວຽດນາມ ໃນການຄວບຄຸບໂລກລະບາດ Covid – 19, ໂດຍໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ທ່ານກໍ່ສະແດງຄວາມຂອບໃຈຕໍ່ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມໄດ້ສະໜັບສະໜູນຜ້າອັບປາກ - ດັງໃຫ້ແກ່ຍີ່ປຸ່ນ.
ຍສໝ - ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ກະຊວງຕຳຫຼວດຫວຽດນາມ, ທ່ານ ພົນເອກໂຕເລິມ ໄດ້ມອບ ຜ້າອັດປາກ - ດັງ 10.000 ອັນໃຫ້ອົງການຕຳຫຼວດແຫ່ງຊາດ ຍີ່ປຸ່ນ.
ຍສໝ - ແຮງງານຫວຽດນາມ ຖືກເສຍວຽກເຮັດງານທຳຍ້ອນໂລກລະບາດ Covid – 19 ຈະໄດ້ຮັບເງິນອຸດໜູນວ່າງງານຈາກລັດຖະບານຍີ່ປຸ່ນ ດ້ວຍຈຳນວນເງິນແຕ່ 6.815 – 8.330 ເຢັນ/ວັນ (ປະມານ 1,5 – 1,8 ລ້ານດົງ/ວັນ), ເວລາໄດ້ຮັບເງິນອຸດໜູນໃນໄລຍະແຕ່ 3 ເດືອນ ຫາ 5 ເດືອນ ອີງຕາມເກນອາຍຸ.
ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກ ປະເທດຍີ່ປຸ່ນ ທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ ປະຈຳປີ 2019.