ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດຫວຽດນາມ, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຈະໄປຢ້ຽມຢາມ ລາວ ແລະ ເປັນປະທານຮ່ວມກອງປະຊຸມກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ແຕ່ວັນທີ 09-10 ມັງກອນ 2025.
ຍສໝ - ແຕ່ວັນທີ 17-18 ມັງກອນ 2025, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ສົມທົບກັບບັນດາພະແນກ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ ຈະຈັດຕັ້ງລາຍການພົບປະຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ.
ຍສໝ - ຕອນຄ່ຳວັນທີ 8 ມັງກອນ ປີ 2025, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳນະຄອນ Osaka, ຍີ່ປຸ່ນ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ບ້ານເກີດເມືອງນອນປີມະເສັງ ປີ 2025”.
ຍສໝ - ໂດຍຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ເຊື່ອມໂຍງກັບພາກພື້ນ ແລະ ປະຊາຊົນອາໄສຢູ່ຕ່າງປະເທດ ສ.ໂຕໂກ, ຕອນບ່າຍວັນທີ 8 ມັງກອນນີ້, ທີ່ສຳນັກງານປະທານປະເທດ, ທ່ານ ປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນເພື່ອຜັນຂະຫຍາຍບັນດາມາດຕະການເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ, ພິເສດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ ເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານອັນໜັກແໜ້ນຊຸກຍູ້ການຮ່ວມມືໃນທຸກຂົງເຂດ; ເພີ່ມທະວີການປະສານງານ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ ເຊັ່ນ ສະຫະປະຊາຊາດ, ຂະບວນການບໍ່ເຊື່ອມຕໍ່, ອົງການພາສາຝຣັ່ງ, ສະຫະພາບອາຟຼິກາ...
ຍສໝ - ຫຼາຍການເຄື່ອນໄຫວເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຕັ້ງໂດຍບັນດາສະມາຄົມມິດຕະພາບ ໃນອາທິດຜ່ານມາ .
ທ້າຍເດືອນ ເມສາ 2024, ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ, ເຮັດວຽກຢູ່ມະຫາວິທະຍາໄລ University College London - UCL (ລາດຊະອານາຈັກອັງກິດ), ໄດ້ຮັບການເລືອກຕັ້ງຢ່າງເປັນທາງການ ໃຫ້ເປັນສະມາຊິກຂອງສະຖາບັນການບັນດິດເອີຣົບ (Academia Europaea - AE) ແລະ ກາຍເປັນຄົນຫວຽດນາມ ຄົນທຳອິດທີ່ເຂົ້າຮ່ວມອົງການວິທະຍາສາດທີ່ມີຊື່ສຽງນີ້.
ຍສໝ - ຕາມການຄົ້ນຄ້ວາຂອງ Economica ຫວຽດນາມ, ແຕ່ລະປີ, ແຮງງານຍິງ 250.000 ຄົນນີ້ສ້າງແຫຼ່ງເງິນຝາກປະມານ 2,5 ຕື້ USD, ກວມ 15% ຍອດຈຳນວນເງິນເຂົ້າ ຫວຽດນາມ.
ຍສໝ - ການຮ່ວມມືຄົ້ນຄວ້າໃນຂົງເຂດວິທະຍາສາດລະຫວ່າງຫວຽດນາມ - ລາວ ພວມພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືຮອບດ້ານ; ປະກອບສ່ວນຢ່າງແທດຈິງໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ນັບມື້ນັບເກີດດອກອອກຜົນ.
ຍສໝ - ຕອນບ່າຍວັນທີ 23 ພະຈິກ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ພະນົມເປັນ - ກຳປູເຈຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິນແທງເໝີ໊ນ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໄດ້ມີການພົບປະຢ່າງສະໜິດສະໜົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ຢູ່ ກຳປູເຈຍ.
ຍສໝ - ຕອນຄ່ຳວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ, ພາຍຫຼັງເດີນທາງໄປຮອດນະຄອນ Rio de Janeiro, ປະເທດ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາໄດ້ມີການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ແຫ່ງນີ້.
ຍສໝ - ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນສາມາດດາວໂຫຼດໂປແກຼມ YooLife ຢູ່ App Store ຫຼື CH Play ເພື່ອເຂົ້າຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໃນຊ່ອງດິຈິຕອນ.
ຍສໝ - ພາຍຫຼັງ 43 ປີແຫ່ງການປະຕິບັດໜ້າທີ່ສາກົນຢູ່ລາວ, ອະດີດນັກຊ່ຽວຊານການທະຫານ ຫງວຽນວັນຫງຽບ ໄດ້ຈົດຈຳຄວາມຜູກພັນຮັກໄຄ່ຂອງປະຊາຊົນປະເທດລາວ ຢູ່ໃນໃຈຕະຫຼອດມາ. ໃນນັ້ນ ມີຜົວເມຍອ້ານ ກີ໋ - ເອື້ອຍ ຈອມ, ບັນດາຜູ້ທີ່ເຄີຍມັດແຂນ, ຮັບທ່ານເປັນນ້ອງຮັກ, ໄດ້ຕັ້ງຊື່ລາວ ທີ່ຮັກແພງໃຫ້ທ່ານວ່າ: ຄຳຈັນ - ດວງເດືອນຄຳ.
ຍສໝ - ໃນໄລຍະມໍ່ໆມານີ້, ແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ຜັນຂະຫຍາຍບັນດາມາດຕະການ, ປະກາດໃຊ້ບັນດານະໂຍບາຍ, ຍົກອອກຂໍ້ສະເໜີ ເພື່ອພັດທະນາພື້ນຖານໂຄງລ່າງການຄ້າຊາຍແດນຂອງສອງປະເທດ ຕາມທິດທັນສະໄໝ, ຍືນຍົງ ເພື່ອປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ.
ຍສໝ - ບ້ານ ລາວໂຄ ຂຶ້ນກັບຕາແສງ ຟຽງຄວາຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ ໄດ້ກາຍເປັນ “ຫຼັກໝາຍ” ຂອງນ້ຳໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ, ເປັນສັນຍາລັກແຫ່ງນ້ຳໃຈທີ່ສັດຊື່, ໃສແຈ້ງທີ່ຫາຍາກຕະຫຼອດໄລຍະປະຫວັດສາດອັນຍາວນານ.
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານ ຟ້າມເລມິງແຄງ, ຫົວໜ້າຄະນະຊາວໜຸ່ມໂຮງຮຽນ ແທ່ງດວ່ານ, ຜູ້ອຳນວຍການຫໍພັກນັກຮຽນລາວ ນະຄອນ ໂຮ່ຈີມິນ ເມື່ອມາຢ້ຽມຢາມ ແລະ ອວຍພອນສະຖານກົງສູນໃຫຍ່ ລາຊະອານາຈັກ ກຳປູເຈຍ ປະຈຳນະຄອນ ໂຮ່ຈີມິນ ໃນວັນທີ 7 ພະຈິກ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນຊາດລາຊະອານາຈັກ ກຳປູເຈຍ.
ຍສໝ - ວັນທີ 6 ພະຈິກ, ກົມການທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ) ໃຫ້ຮູ້ວ່າ ໃນ 10 ເດືອນຂອງປີນີ້, ມີແຂກທ່ອງທ່ຽວສາກົນກວ່າ 14,1 ລ້ານເທື່ອຄົນ ໄດ້ມາຫວຽດນາມ, ເພີ່ມຂຶ້ນ 41,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບພະນັກງານ, ລັດຖະກອນຂອງສະຖານກົງສຸນໃຫຍ່ ແລະ ປະຊາຄົມຊາວຫວຽດນາມ ຢູ່ແຂວງຢູນໜານ, ຈີນ ໃນການໄປປະຕິບັດງານຢູ່ປະເທດນີ້ແຕ່ວັນທີ 5-8 ພະຈິກ.
ຍສໝ - ວັນທີ 25 ຕຸລາ ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເຊັກ ໄດ້ຈັດຕັ້ງການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 106 ປີແຫ່ງວັນຊາດ ສ.ເຊັກ (28 ຕຸລາ 1918 – 28 ຕຸລາ 2024). ຢູ່ທີ່ນີ້, ບັນດາຜູ້ແທນໄດ້ທົບທວນຄືນນ້ຳໃຈຕິດພັນອັນເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ, ຢືນຢັນຄວາມຕັດສິນໃຈເພີ່ມພູນຄູນສ້າງບັນດາຄຸນຄ່າລວມ, ນຳການພົວພັນຫວຽດນາມ - ສ.ເຊັກ ໃຫ້ນັບມື້ນັບພັດທະນາແບບຍືນຍົງໃນອະນາຄົດ.
ຍສໝ - ຕອນເຊົ້າວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດຳເນີນການພົບປະສັງສັນສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ ລາວ (30-10-1949 / 30-10-2024).
ຍສໝ - ແຕ່ວັນທີ 7-8 ມິຖຸນາ, ຄະນະປະຕິບັດງານ ຫວຽດນາມ ໂດຍທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫວຽນຮູຍຢຸ້ງ ນຳໜ້າຄະນະ ໄປຢ້ຽມຢາມເຮັດວຽກຢູ່ Fukuoka, ຍີ່ປຸ່ນ.