ຍສໝ - ກ່າວຄຳປາໄສທີ່ການພົບປະ ແລະ ເຮັດວຽກກັບຄະນະຜູ້ແທນສະມາຄົມມິດຕະພາບຟີລິບປິນ - ຫວຽດນາມ ໂດຍທ່ານປະທານສະມາຄົມ Mario Ferdinand Anyon Pasion ເປັນຫົວໜ້າຄະນະ, ວັນທີ 29 ພຶດສະພາ ຢູ່ ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຟ່ານແອງເຊີນ ຢືນຢັນວ່າ VUFO ໜູນຊ່ວຍບັນດາຂໍ້ລິເລີ່ມ ເພື່ອເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ບໍ່ພຽງແຕ່ໃນລະດັບມະຫາພາກເທົ່ານັ້ນ, ຫາກຍັງແມ່ນການສົມທົບກັນລະຫວ່າງສອງສະມາຄົມມິດຕະພາບອີກດ້ວຍ.
ຍສໝ - ເນື່ອງໃນໂອກາດ ວັນຊາດຫວຽດນາມຄົບຮອບ 75 ປີ, ໂດຍຜ່ານໂຄງການ “ເຊີດຊູບັນດາວິລະຊົນອັນງຽບໆ” (Honouring the Silent Heroes) ເຊິ່ງສົມທົບກັບສູນສຳເນົາເອກະສານແຫ່ງຊາດ III, UNESCO ປາດຖະໜາຢາກສ້າງຕັ້ງການເຊື່ອມຕໍ່, ລະບົບວັດທະນະທຳ ຢູ່ 7 ຈຸດທ້ອງຖິ່ນປະເທດຫວຽດນາມທີ່ສະແດງໃຫ້ 7 ຂົງເຂດວັດທະນະທຳສັງຄົມ.
ຍສໝ - ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ພ້ອມແລ້ວທີ່ຈະເຊື່ອມຕໍ່ ແລະ ຈັດຕັ້ງບັນດາການພົບປະໃຫ້ບັນດາວິສາຫະກິດຫວຽດນາມ ແລະ ອາຟຼິກາໃຕ້ ເພື່ອຊອກຫາກາລະໂອກາດລົງທຶນ ແລະ ຮ່ວມມືດຳເນີນທຸລະກິດ. ພ້ອມກັນນັ້ນ ໄດ້ຕ້ອນຮັບຄະນະຜູ້ແທນບັນດານັກວິທະຍາສາດ, ນັກຄົ້ນຄ້ວາ, ນັກສຶກສາ, ນັກສິລະປິນອາຟຼິກາໃຕ້ … ມາຢາມຫວຽດນາມ.
ຍສໝ - ການພົວພັນລະຫວ່າງຫວຽດນາມ ແລະ ກາຊັກສະຖານ ແມ່ນສາຍພົວພັນມິດຕະພາບອັນດີງາມ. ສອງປະເທດສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ອົງການສະຫະປະຊາຊາດ ແລະ ບັນດາເວທີປາໄສສາກົນອື່ນໆ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ ແລະ ພິທີຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນປີ 2021.
ຍສໝ - ວັນທີ 01 ມັງກອນ 2020, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານປີໃໝ່ 2020, ເຊິ່ງເປັນປີສ້າງຂີດໝາຍເຫດການທໍາອິດ ທີ່ຫວຽດນາມ ເປັນກຽດໄດ້ດໍາລົງສອງຕໍາແໜ່ງສໍາຄັນໄປພ້ອມໆກັນ ນັ້ນຄື ເປັນປະທານ ອາຊຽນ 2020 ແລະ ກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
ຍສໝ - ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນສະແດງຄວາມເຄົາລົບນັບຖື, ພ້ອມທັງຢືນຢັນບົດບາດປະຫວັດສາດ ແລະ ບັນດາຄຸນຄ່າອັນຍິ່ງໃຫຍ່ຂອງແນວຄິດປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ ແລະ ກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ, ກໍຄືບັນດາຄຸນຄ່າຂອງແນວຄິດ ປະທານ ໂຮ່ຈີມິນ ທີ່ປະໄວ້ໃຫ້ມວນມະນຸດໃນຍຸກປະຈຸບັນ.