ຍສໝ - ຕອນເຊົ້າຂອງວັນທີ 8 ພຶດສະພາ 2019, ທີ່ ສຸສານວິລະຊົນ ແຫ່ງຊາດ ທາງເລກ 9, ກຳມະການພັກແຂວງ, ສະພາປະຊາຊົນ, ກຳມະການປະຊາຊົນ, ກຳມະການແນວໂຮມແຫ່ງຊາດຫວຽດນາມ ແຂວງກວ້າງຈິ ໄດ້ຈັດພິທີສົ່ງສະການ ສົ່ງອັດຖິ ວິລະຊົນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເສຍສະຫຼະຊີວິດຢູ່ ສປປ ລາວ. ເຂົ້າຮ່ວມໃນພິທີປະກອບມີ ພັນເອກ ດວ່ານ ກວາງ ຮວ່າ ຮອງຫວົໜ້າກົມ ກົມນະໂຍບາຍ, ກົມໃຫຍ່ການເມືອງ ທະຫານປະຊາຊົນຫວຽດນາມ-ເລຂາຄະນະປະຈຳ ຄະນະປະຕິບັດງານພິເສດລັດຖະບານ; ພົນໂທ ຫງວ໋ຽນ ດຶກ ຮວ໋າ ຮອງເຈົ້າແຂວງ, ຫົວໜ້າຄະນະຊີ້ນຳ 515 ທະຫານເຂດ 4. ຝ່າຍແຂວງສະຫວັນນະເຂດ ມີ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງ. ຝ່າຍແຂວງກວ້າງຈິ ມີ ປະທານ ກຳມະການປະຊາຊົນແຂວງ ຫງວ໋ຽນ ດຶກ ຈິ໋ງ; ບັນດາຄະນະກຳມະການປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນ, ກຳມະການປະຊາຊົນ, ກຳມະການແນວໂຮມແຫ່ງຊາດ; ຕ່າງໜ້າການນຳຂອງພະແນກ, ຂະແໜງການ, ໜ່ວຍງານ, ທ້ອງຖິ່ນ ທີ່ກ່ຽວຂ້ອງ ພ້ອມທັງບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ບັນດານ້ອງນັກຮຽນເປັນຈຳນວນຫຼວງຫຼາຍ.
ຍສໝ - ຕາມແຜນການ, ຄາດຄະເນໃນວັນທີ 9 ພຶດສະພາ 2019, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງຮ່າຕີ້ງ ຈະຈັດພິທີຕ້ອນຮັບ, ພິທີໄວ້ອາໄລ ແລະ ປົງອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນີ່ມ, ເມືອງເຮືອງເຊີນ.
ຍສໝ - ໃນລະຫວ່າງແຕ່ເດືອນ ຕຸລາ 2018 ຫາເດືອນ ພຶດສະພາ 2019 ກົມກອງກອງຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 584 ສັງກັດກອງບັນຊາການທະຫານແຂວງກວ໋າງຈິ ໄດ້ຂຸດເອົາ, ທ້ອນໂຮມອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຕ້ານລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ ຢູ່ ສປປ ລາວ 26 ອັດຖິ.
ຍສໝ - ນີ້ແມ່ນຜົນສຳເລັດໃນການຈັດຕັ້ງປະຕິບັດ ໂຄງການ-ການຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິທະຫານນັກຮົບ ໄລຍະປີ 2016-2018 ແລະ ໂຄງການ ການຢືນຢັນ ອັດຖິ ທະຫານນັກຮົບ ທີ່ຍັງຂາດຂໍ້ມູນ ໄລຍະ ປີ 2016-2018 ໃນທົ່ວແຂວງ ດ້ຽນບຽນ.
ຍສໝ - ຕອນເຊົ້າວັນທີ 21 ຕຸລາ 2018 ຢູ່ ສຳນັກງານ ຄະນະກຳມະການປະຊາຊົນ ຕາແສງ ຫຽບທົ້ນ ເມືອງ ຟຸກເທາະ ນະຄອນຫຼວງ ຮ່າໂນ້ຍ. ຄະນະກຳມະການ ສື່ສານ ສະມາຄົມເພື່ອນຮ່ວມຕໍ່ສູ້ ທະຫານອາສາສະໝັກ ຫວຽດນາມ-ລາວ ເຂດໃຕ້ຂອງ ຮ່າໂນ້ຍ ໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 10 ປີ ວັນສ້າງຕ້ັງ ແລະ 69ປີ ວັນມູນເຊື້ອທະຫານອາສາສະໝັກ ຫວຽດ-ລາວ (30/10/1949-30/10/2018)
ຍສໝ - ຄະນະຊີ້ນຳ ກອງບັນຊາການທະຫານ 515 ແຂວງ ເທື່ອທຽນເຫວ້ ໄດ້ມີການພົບປະປືກສາຫາລືກັບ ຄະນະປະຕິບັດການພິເສດ ສອງແຂວງ ສາລະວັນ ແລະ ເຊກອງ ສປປ ລາວ ກ່ຽວກັບວຽກງານຊອກຫາ ແລະ ຂຸດຄົ້ນ ອັດຖິທະຫານ ໃນບັ້ນຮົບ ລະດູໜາວ 2018.
ແຕ່ຕົ້ນປີ 2018 ມາເຖິງປັດຈຸບັນ, ໜ່ວຍທ້ອນໂຮມຫຼຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຫ້ອງການເມືອງທະຫານເຂດ 2 ໄດ້ຈັດຕັ້ງກຳລັງຊອກຫາ, ທ້ອນໂຮມໄດ້ 25 ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ບັນດາແຂວງພາກເໜືອຂອງປະເທດ ລາວ.
ໃນລະດູແລ້ງປີ 2017-2018, ໂດຍໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອ ຂອງອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າ, ພະນັກງານ, ນັກຮົບໜ່ວຍຊອກຄົ້ນ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ກອງບັນຊາການທະຫານແຂວງ ແທງຮວ໋າ ໄດ້ດໍາເນີນການຊອກຄົ້ນ, ທ້ອນໂຮມ 23 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່ 45 ກວ່າບ້ານ ແລະກຸ່ມບ້ານ ສັງກັດ 6 ເມືອງຂອງແຂວງ ຫົວພັນ (ສປປ ລາວ) ແລ້ວສົ່ງເມືອບ້ານເກີດເມືອງນອນ.
ໃນຕົ້ນອາທິດທີ່ຜ່ານມານີ້, ທີ່ແຂວງ ສາລະວັນ ໄດ້ຈັດພິທີມອບ-ຮັບ ແລະ ຈັດສົ່ງອັດຖິ ທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມ ຢູ່ແຂວງ ສາລະວັນ ຈຳນວນ 11 ອັດຖິຢ່າງສົມກຽດ.