ຍສໝ - ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2019, ທີ່ຕາແສງພົນສະຫວັນ, ແຂວງຊຽງຂວາງ, ປະເທດລາວ, ຄະນະປະຕິບັດງານພິເສດແຂວງເງ້ອານ ແລະ ແຂວງຕ່າງໆຂອງ ລາວ ໄດ້ມີການພົບປະເຈລະຈາ, ເຊັນເອກະສານມອບຮັບ, ກະກຽມສົ່ງອັດຖິທະຫານອາສາສະໝັັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ 98 ຊຸດ ກັບຄືນປະເທດ.
ຍສໝ - ໃນວັນທີ 11 ພຶດສະພາ 2019, ທີ່ແຂວງຫົວພັນ ສປປ ລາວ, ຄະນະຊີ້ນໍາ 515 ແຂວງແທງຮວ໋າ ແລະ ຄະນະປະຕິບັດງານພິເສດແຂວງຫົວພັນ ໄດ້ຈັດພິທີມອບຮັບ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 18 ຊຸດ ກັບຄືນປະເທດ.
ວັນທີ 11 ທັນວາ, ຢູ່ເມືອງວຽງໄຊ, ແຂວງຫົວພັນ, ສປປ ລາວ, ຄະນະປະຕິບັດງານຄະນະຊີ້ນຳ 515 ທະຫານເຂດ 4 ໂດຍທ່ານພົນຈັດຕະວາ ຫງວຽນດຶກຮ໊ວາ, ຮອງຫົວໜ້າການເມືອງທະຫານເຂດ 4, ຫົວໜ້າຄະນະຊີ້ນຳ 515 ທະຫານເຂດ 4 ເປັນຫົວໜ້າຄະນະ ໄດ້ໄປກວດກາກອງທ້ອນໂຮມອັດຖິນັກຮົບ ເສຍສະຫຼະຊີວິດເພື່ອຊາດ ກອງບັນຊາການທະຫານແຂວງແທັງຮ໊ວາ ພວມປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ປະເທດ ລາວ.
ຕາມຕົວເລກສະຖິຕິ ຂອງກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມແລ້ວ, ໄລ່ຮອດທ້າຍປີ 2017, ທົ່ວປະເທດ ມີອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຈຳນວນກວ່າ 300.000 ຊຸດ ໄດ້ຖືກທ້ອນໂຮມຢູ່ຕາມເຂດສຸສານ, ແຕ່ຍັງບໍ່ທັນຮູ້ແຈ້ງກ່ຽວກັບຂໍ້ມູນ, ລາຍຊື່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 200.000 ຄົນ, ດັ່ງນັ້ນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອຢັ້ງຢືນລາຍຊື່ ນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນມີບົດບາດສຳຄັນໃນການຢັ້ງຢືນຂໍ້ມູນໃຫ້ແກ່ 200.000 ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນໄດ້ຊອກເຫັນນີ້