ເລຫງວຽນລືວອານ: ໝໍ່ສີຂຽວສືບ​ຕໍ່​ເດີນ​ທາງ​ປົກ​ປັກ​ຮັກ​ສາ​ພາ​ສາ​ຫວຽດ​ຢູ່ ມາ​ເລ​ເຊຍ

ເລຫງວຽນລືວອານ: ໝໍ່ສີຂຽວສືບ​ຕໍ່​ເດີນ​ທາງ​ປົກ​ປັກ​ຮັກ​ສາ​ພາ​ສາ​ຫວຽດ​ຢູ່ ມາ​ເລ​ເຊຍ

ຍສໝ - ເກີດ ແລະ ເຕີບໃຫຍ່ຢູ່ ມາເລເຊຍ, ເລຫງວຽນລືວອານ - ຜູ້ເຂົ້າແຂ່ງຂັນທີ່ອາຍຸນ້ອຍທີ່ສຸດໄດ້ຊະນະການແຂ່ງຂັນຊອກຫາທູດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕ່າງປະເທດ ປີ 2025 - ໄດ້ກາຍມາເປັນໜ້າຕາປົກກະຕິຂອງລຸ້ນໜຸ່ມຊາວ ຫວຽດນາມ ຢູ່ຕ່າງປະເທດທີ່ຮັກແພງ ແລະ ນັບຖືພາສາແມ່. ນັບ​ແຕ່​ໄວ​ຮຽນ​ພາສາ​ຫວຽດ​ໃນ​ຫ້ອງ​ທີ່​ແມ່​ໄດ້​ສ້າງ​ຕັ້ງ​ຂຶ້ນ, ກາຍ​ເປັນ​ຜູ້​ຊ່ວຍ​ສອນ, ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ ມາ​ເລ​ເຊຍ, ການ​ເດີນ​ທາງ​ຂອງ ອານ ​ແມ່ນ​ເຄື່ອງ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຸນ​ຄ່າ​ອັນ​ຍືນ​ຍົງ​ຂອງ​ພາ​ສາ​ຫວຽດ​ໃນ​ຊຸມ​ຊົນ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ.

ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ພັດ​ທະ​ນາ​ການ​ປະ​ມົງ​ຫວຽດ​ນາມ​ຢ່າງ​ໂປ່​ງ​ໃສ, ​ຍືນ​ຍົງ

ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ພັດ​ທະ​ນາ​ການ​ປະ​ມົງ​ຫວຽດ​ນາມ​ຢ່າງ​ໂປ່​ງ​ໃສ, ​ຍືນ​ຍົງ

ຍສໝ - ຫວຽດນາມ ພວມ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ບັນດາ​ອົງການ ​ແລະ ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ ​ເພື່ອ​ຕ້ານ​ການ​ຫາ​ປາ​ທີ່​ຜິດ​ກົດໝາຍ, ບໍ່​ມີ​ການ​ລາຍ​ງານ, ບໍ່​ມີ​ລະບຽບ (IUU) ​ແລະ ພັດທະນາ​ການ​ປະມົງ​ແບບ​ຍືນ​ຍົງ. ບັນດາ​ຄວາມ​ມານະ​ພະຍາຍາມ​ນີ້​ບໍ່​ພຽງ​ແຕ່​ປົກ​ປັກ​ຮັກສາ​ຊັບພະຍາກອນ​ສິນ​ໃນ​ນ້ຳ​ເທົ່າ​ນັ້ນ ຫາກ​ຍັງ​ຍົກ​ສູງ​ກຳລັງ​ການ​ຄຸ້ມ​ຄອງ, ຄວາມ​ໂປ່​ງ​ໃສ​ຂອງ​ຕ່ອງ​ໂສ້​ການ​ສະໜອງ, ​ເພີ່ມ​ທະວີ​ການ​ແຂ່ງຂັນ​ສາກົນ​ຂອງ​ອຸດສາຫະກຳ​ອາຫານ​ທະ​ເລ​ຂອງ​ຫວຽດນາມ.

ຈາກ Chartres (ຝຣັ່ງ) ສອນໃຫ້ລູກເວົ້າພາສາບ້ານເກີດເມືອງນອນ

ຈາກ Chartres (ຝຣັ່ງ) ສອນໃຫ້ລູກເວົ້າພາສາບ້ານເກີດເມືອງນອນ

ຍສໝ - ຢູ່ນະຄອນເກົ່າແກ່ Chartres, ໂດຍ​ໃຊ້ເວລາ​ຂັບ​ລົດ​ຈາກ​ປາຣີ (ຝຣັ່ງ) ເປັນ​ເວລາ 1 ຊົ່ວ​ໂມງ, ນາງ ຮ່ວາງທິຍີ, ຊາວ​ກວາງ​ຈີ້, ຫວຽດນາມ ​ໄດ້​ສອນ​ລູກ​ສອງ​ຄົນ​ເວົ້າ​ພາສາ​ຫວຽດນາມ, ອ່ານ​ປຶ້ມ​ຫວຽດນາມ, ຮ້ອງ​ເພງ​ເດັກນ້ອຍຫວຽດນາມ. ນາງ ຍີ ແບ່ງປັນ​ວ່າ ການ​ປົກ​ປັກ​ຮັກສາ​ພາສາຫວຽດນາມ​ໃຫ້​ລູກ​ບໍ່​ແມ່ນ “ໜ້າ​ທີ່” ​ແຕ່​ແມ່ນ​ຄວາມສຸກ​ເລັກ​ນ້ອຍ​ໃນ​ແຕ່​ລະ​ມື້. "ຕາບໃດທີ່ຍັງມີພາສາຫວຽດນາມຢູ່ໃນເຮືອນ, ຂາ້ພະເຈົ້າຍັງຮູ້ສຶກວ່າບ້ານເກີດເມືອງນອນຂອງຂາ້ພະເຈົ້າຍັງໃກ້ຊິດ".

AI ຮ່ວມເດີນທາງເພື່ອຊ່ວຍໃຫ້ເດັກນ້ອຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮັກພາສາຫວຽດນາມ ຕື່ມອີກ

AI ຮ່ວມເດີນທາງເພື່ອຊ່ວຍໃຫ້ເດັກນ້ອຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮັກພາສາຫວຽດນາມ ຕື່ມອີກ

ຍສໝ - ຈາກຫ້ອງຮຽນອອນໄລຢູ່ໂຮງຮຽນຮັກພາສາຫວຽດນາມ (ອົດສະຕາລີ), ປັນຍາປະດິດ (AI) ພວມກາຍເປັນ “ເພື່ອນ” ຊ່ວຍໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດນັບຮ້ອຍຄົນຄົ້ນພົບຄວາມງາມຂອງພາສາແມ່ຂອງເຂົາເຈົ້າຢ່າງມີຊີວິດຊີວາ ແລະ ສ້າງສັນ. ຍ້ອນ AI, ແຕ່ລະບົດຮຽນ, ແຕ່ລະເລື່ອງ, ແຕ່ລະຮູບກາຍເປັນການເດີນທາງເຊື່ອມຕໍ່ເດັກນ້ອຍກັບບ້ານເກີດເມືອງນອນ.

ຮຽນພາສາຫວຽດ: ສະພາບແວດລ້ອມການສື່ສານທໍາອິດ ແລະ ສໍາຄັນທີ່ສຸດແມ່ນຢູ່ຄອບຄົວ

ຮຽນພາສາຫວຽດ: ສະພາບແວດລ້ອມການສື່ສານທໍາອິດ ແລະ ສໍາຄັນທີ່ສຸດແມ່ນຢູ່ຄອບຄົວ

ຍສໝ - ນີ້​ແມ່ນ​ບັນດາການແບ່ງປັນ​ຂອງທ່ານ ສຈ.ປອ. ຫງວຽນມິວທ໋ວຽດ, ຫົວໜ້າ​ບັນນາທິການ​ໃຫຍ່​ໂຄງການ​ສຶກສາ​ທົ່ວ​ໄປ​ຊຸດ​ໃໝ່ (2018) ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ສອນ​ພາສາ​ຫວຽດນາມ ​ໃຫ້​ແກ່​ເດັກ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ.

ວິ​ໄສ​ທັດ​ໄລ​ຍະ​ຍາວ, ບົດບາດການ​ນຳ​ທີ່​ເຂັ້ມ​ແຂງ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ງານ​ໃຫ້​ຫວຽດ​ນາມ: ຫົວໜ້າຜູ້​ຕາງ​ໜ້າໂຄງການພັດທະນາສະຫະປະຊາຊາດ (UNDP)

ວິ​ໄສ​ທັດ​ໄລ​ຍະ​ຍາວ, ບົດບາດການ​ນຳ​ທີ່​ເຂັ້ມ​ແຂງ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ງານ​ໃຫ້​ຫວຽດ​ນາມ: ຫົວໜ້າຜູ້​ຕາງ​ໜ້າໂຄງການພັດທະນາສະຫະປະຊາຊາດ (UNDP)

ຍສໝ - ຕາມທ່ານຫົວໜ້າຜູ້​ຕາງ​ໜ້າຜູ້ປະຈຳໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈໍາ ຫວຽດນາມ ນາງ Ramla Khalidi ແລ້ວ, ກຳລັງແຮງຂອງ​ວິ​ໄສ​ທັດ​ໄລຍະ​ຍາວ ​ແລະ ການ​ນຳ​ທີ່​ເຂັ້ມ​ແຂງ ​ໄດ້​ນຳ​ເອົາ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ມາ​ໃຫ້​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ.

6 – 7 ຕື້ USD ເງີນຕ່າງປະເທດມາ​ຈາກ​ຄົນ​ງານ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ໃນ​ແຕ່​ລະ​ປີ

6 – 7 ຕື້ USD ເງີນຕ່າງປະເທດມາ​ຈາກ​ຄົນ​ງານ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ໃນ​ແຕ່​ລະ​ປີ

ຍສໝ - ​ແຕ່ລະ​ປີ, ຫວຽດນາມ ມີ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດນັບ​ແສນ​ຄົນ, ​ໄດ້​ນຳ​ເອົາ​ເງິນ​ສົ່ງ​ອອກ​ປະມານ 6-7 ຕື້ USD, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ.

ຫວຽດ​ນາມ ແລະ ສິງ​ກະ​ໂປ ລົງ​ນາມ​ໃນ​ບົດ​ບັນ​ທຶກຊ່ວຍຈຳກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂົ້າ​ສານ

ຫວຽດ​ນາມ ແລະ ສິງ​ກະ​ໂປ ລົງ​ນາມ​ໃນ​ບົດ​ບັນ​ທຶກຊ່ວຍຈຳກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂົ້າ​ສານ

ຍສໝ - ວັນ​ທີ 30 ຕຸລາ​ນີ້, ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) ທີ່​ຈັດ​ຂຶ້ນ​ຢູ່ Gyeongju, ສ.​ເກົາຫຼີ, ຫວຽດນາມ ​ແລະ ສິງກະ​ໂປ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MOC) ກ່ຽວ​ກັບ​ການ​ຄ້າ​ເຂົ້າສານ.

ລະຄອນຕຸກກະຕານ້ຳ ຫວຽດນາມ ຊະນະຜູ້ຊົມລາວ

ລະຄອນຕຸກກະຕານ້ຳ ຫວຽດນາມ ຊະນະຜູ້ຊົມລາວ

ຍສໝ​ - ຕອນ​ຄ່ຳ​ວັນ​ທີ 28 ຕຸລາ 2025, ​ໃນ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ (2 ທັນວາ 1975-2 ທັນວາ 2025), ສະຖານທູດ​ຫວຽດນາມ ປະຈຳ​ລາວ ສົມທົບ​ກັບ​ກະຊວງ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ, ສູນວັດທະນະທຳຫວຽດນາມ ປະຈຳລາວ ແລະ ໂຮງລະຄອນຕຸກກະຕານ້ຳຫວຽດນາມ ໄດ້ຈັດຕັ້ງການສະແດງສີລະປະລະຄອນຕຸກກະຕານ້ຳທີ່ເປັນເອກະລັກສະເພາະຢູ່ໂຮງກາຍະສິນແຫ່ງຊາດລາວ.

ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຢູ່ EU: ຄວາມ​ສາ​ມັກ​ຄີ, ພັດ​ທະ​ນາ, ມ່ງໄປເຖິງກົກເຄົ້າເຫງົ້າກໍ

ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຢູ່ EU: ຄວາມ​ສາ​ມັກ​ຄີ, ພັດ​ທະ​ນາ, ມ່ງໄປເຖິງກົກເຄົ້າເຫງົ້າກໍ

ຍສໝ - ໃນທົ່ວປະເທດເອີຣົບ, ໃນຕົວເມືອງທີ່ຄຶກຄື້ນເຊັ່ນ: Prague, Berlin, Paris ຫຼື Warsaw, ມັນບໍ່ຍາກທີ່ຈະຊອກຫາຮ້ານຄ້າ, ບໍລິສັດ, ຮ້ານອາຫານຫຼືສູນການຄ້າທີ່ມີເຄື່ອງຫມາຍຫວຽດນາມ. ພາຍຫຼັງ 3 ທົດ​ສະ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ, ປະຊາຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຮູບ​ພາບ​ທີ່​ສົດ​ໃສ ແລະ ພາກ​ພູມ​ໃຈ​ທີ່​ສຸດ​ຂອງ​ຈິດ​ໃຈ​ຫວຽດ​ນາມ: ດຸ​ໝັ່ນ, ອົດ​ທົນ, ນ້ຳ​ໃຈ​ສາມັກຄີ ແລະ ຍາມ​ໃດ​ກໍ່​ຫວນ​ຄືນ​ສູ່​ກົກເຄົ້າເຫງົ້າກໍ.

ຝຣັ່ງ ຊົມເຊີຍ ຫວຽດນາມ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ພິທີ​ລົງ​ນາມ​ໃນ​ສົນທິສັນຍາ​ຮ່າ​ໂນ້ຍ

ຝຣັ່ງ ຊົມເຊີຍ ຫວຽດນາມ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ພິທີ​ລົງ​ນາມ​ໃນ​ສົນທິສັນຍາ​ຮ່າ​ໂນ້ຍ

ຍສໝ - ຝ່າຍຄະນະ​ປະຈຳ​ຝຣັ່ງປະຈຳ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ ຊົມເຊີຍການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ສົນທິສັນຍາ​ຮ່າ​ໂນ້ຍຂອງ​ຫວຽດນາມ, ຜ່ານ​ນັ້ນ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ດີ​ຈີ​ຕອນ.

ສ້າງ​ຮູບ​ພາບພາສາຫວຽດນາມ ເປັນພາ​ສາ​ມິດ

ສ້າງ​ຮູບ​ພາບພາສາຫວຽດນາມ ເປັນພາ​ສາ​ມິດ

ຍສໝ - ນີ້​ແມ່ນ​ການ​ແບ່ງປັນ​ຂອງ​ທ່ານປອ. ເຈີ່ນຫືວຈີ໋, ຫົວໜ້າພາກວິຊາ​ພາສາ - ວັດທະນະທຳ ຫວຽດນາມ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ເຮັດ​ໃຫ້​ພາສາ​ຫວຽດນາມ ​ເປັນ “ພາສາ​ຂົວ” ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຊາວຫວຽດນາມ ອາໄສຢູ່​ເຊັກໂກ ​ສະໜັບສະໜູນ​ພີ່ນ້ອງ​ຮ່ວມ​ຊາດພາຍ​ໃນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ

ຊາວຫວຽດນາມ ອາໄສຢູ່​ເຊັກໂກ ​ສະໜັບສະໜູນ​ພີ່ນ້ອງ​ຮ່ວມ​ຊາດພາຍ​ໃນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ

ຍສໝ - ​ວັນ​ທີ 22 ຕຸລາ, ຢູ່​ນະຄອນຫຼວງ Prague, ສາທາລະນະ​ລັດ ເຊັກ​ໂກ, ​ໂດຍ​ພາຍໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ​ສະຖານທູດ, ສະຫະພັນ​ບັນດາ​ສະມາຄົມຊາວ​ຫວຽດນາມ ປະຈຳ ​ເຊັກ​ໂກ ​ໄດ້​ມອບ​ເງິນ 5,4 ຕື້​ດົ່ງ​ໃຫ້​ຜູ້ຕາງໜ້າ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ.

ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຣິ​ກາ​ໃຕ້ ຢ້ຽມ​ຢາມທາງລັດຖະກິດ​ຫວຽດ​ນາມ

ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຣິ​ກາ​ໃຕ້ ຢ້ຽມ​ຢາມທາງລັດຖະກິດ​ຫວຽດ​ນາມ

ຍສໝ - ວັນທີ 23 ຕຸລາ, ທ່ານປະທານາທິບໍດີ ສາທາລະນະລັດ ອາຟຣິກາໃຕ້ Matamela Cyril Ramaphosa ໄດ້ເລີ່ມການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນລະຫວ່າງວັນທີ 23 – 24 ຕຸລາ ຕາມຄຳເຊີນຂອງທ່ານປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເລືອງເກື່ອງ.

ນັກ​ທຸລະກິດແມ່ຍິງ​ຫວຽດ​ນາມ: ບຸກ​ເບີກ​ໃນການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ນັກ​ທຸລະກິດແມ່ຍິງ​ຫວຽດ​ນາມ: ບຸກ​ເບີກ​ໃນການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຍສໝ - ​ໃນ​ສະພາບ​ການ​ນະວັດຕະກຳ ​ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ ລະເບີດຂຶ້ນ, ບັນດາ​ນັກທຸລະກິດ​ແມ່ຍິງຫວຽດນາມ ​ໄດ້​ຢືນຢັນ​ທີ່​ຕັ້ງ​ທີ່​ສຳຄັນ​ນັບ​ມື້​ນັບ​ສູງ​ຂຶ້ນ. ແມ່ຍິງຫວຽດນາມ ພວມພິສູດໃຫ້ເຫັນວ່າເຂົາເຈົ້າບໍ່ພຽງແຕ່ເປັນພື້ນຖານດ້ານຫຼັງອັນໜັກແໜ້ນເທົ່ານັ້ນ, ຫາກຍັງເປັນກຳລັງບຸກເບີກໃນການນຳເສດຖະກິດຫວຽດນາມ ຂຶ້ນສູ່ລະດັບສູງໃໝ່ໃນຍຸກໃໝ່.

ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ຫວຽດ​ນາມ​ເຂົ້າ​ສູ່​ໄລ​ຍະ​ເລັ່ງ​ລັດ, ປະ​ສິດ​ທິ​ຜົນ ແລະ ໃກ້​ຊິດ​ກັບ​ປະ​ຊາ​ຊົນ

ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ຫວຽດ​ນາມ​ເຂົ້າ​ສູ່​ໄລ​ຍະ​ເລັ່ງ​ລັດ, ປະ​ສິດ​ທິ​ຜົນ ແລະ ໃກ້​ຊິດ​ກັບ​ປະ​ຊາ​ຊົນ

ຍສໝ - ໄວຂຶ້ນເພື່ອບໍ່ໃຫ້ພາດຈັງຫວະຂອງເວລາ. ມີປະສິດທິພາບຫຼາຍຂຶ້ນເພື່ອໃຫ້ທຸກຊັບພະຍາກອນສາມາດນໍາໃຊ້ໄດ້. ໃກ້ຊິດ​ກັບ​ປະຊາຊົນ​ເພື່ອ​ໃຫ້​ຊາວ​ຫວຽດນາມ​ທຸກ​ຄົນ​ແບ່ງປັນ​ໝາກຜົນ​ແຫ່ງ​ການ​ພັດທະນາ. ນັ້ນ​ແມ່ນ​ເສັ້ນທາງ​ແຫ່ງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຮອບດ້ານ​ທີ່​ຫວຽດນາມ ​ແມ່ນ ​ແລະ ຈະ​ປະຕິບັດ​ຢ່າງ​ໝັ້ນຄົງ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ໂມຊຳບິກ ເຈີ່ນທິທູຖີນ ຢ້ຽມຂ່ຳນັບ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ໂມ​ຊຳ​ບິກ

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ໂມຊຳບິກ ເຈີ່ນທິທູຖີນ ຢ້ຽມຂ່ຳນັບ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ໂມ​ຊຳ​ບິກ

ຍສໝ -​ ຕອນ​ບ່າຍ​ວັນ​ທີ 20 ຕຸລາ, ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ໂມ​ຊຳ​ບິກ ເຈີ່ນ​ທິ​ທູຖີນ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Paulo Chachine ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ໂມ​ຊຳ​ບິກ.

ຫຼັກຖານສະແດງໃຫ້ເຫັນທີ່ຕັ້ງ, ອິດທິພົນຊື່ສຽງສາກົນຂອງຫວຽດນາມ ນັບມື້ນັບສູງຂຶ້ນ

ຫຼັກຖານສະແດງໃຫ້ເຫັນທີ່ຕັ້ງ, ອິດທິພົນຊື່ສຽງສາກົນຂອງຫວຽດນາມ ນັບມື້ນັບສູງຂຶ້ນ

ຍສໝ - ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ) ຫາກໍ່ເລືອກຕັ້ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2026-2028, ໃນນັ້ນ ຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ ດ້ວຍຄະແນນສຽງ 180 ຄະແນນ, ເປັນຈຳນວນສູງສຸດໃນກຸ່ມອາຊີ - ປາຊີຟິກ. ໝາກຜົນທີ່ສຳຄັນນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນທີ່ນັບມື້ນັບສູງຂຶ້ນ.

ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ GCC

ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ GCC

ຍສໝ - ຕອນ​ເຊົ້າ​ວັນ​ທີ 17 ຕຸລາ, ທ່ານນາງ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫງວຽນມິງຮັ່ງ ໄດ້​ມີ​ການ​ໂອ້ລົມທາງ​ໂທລະສັບກັບ​ທ່ານ​ເລ​ຂາ​ໃຫຍ່​ສະ​ພາ​ຮ່ວມ​ມື​ອ່າວ (GCC) Jasem Mohamed Albudaiwi.

ຊຸ​ກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ

ຊຸ​ກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ

ຍສໝ - ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຫວຽດ​ນາມ​ ມີ​ການ​ຄ້າ​ກັບ​ກຸ່ມ​ທ່ອງ​ທ່ຽວ ສ.ເກົາຫຼີ ແລະ ຟີ​ລິບ​ປິນ, ເປີດກວ້າງ​ການ​ຮ່ວມ​ມື ແລະ ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ນັກ​ທ່ອງ​ທ່ຽວ​ສາ​ກົນ.