ເອກອັກຄະລັດຖະທູດຫວຽດນາມ ຫງວຽນມີງຫວູ ເຂົ້າຢ້ຽມຂໍ່ານັບທ່ານ Samdech Techo Hun Sen ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ

ເອກອັກຄະລັດຖະທູດຫວຽດນາມ ຫງວຽນມີງຫວູ ເຂົ້າຢ້ຽມຂໍ່ານັບທ່ານ Samdech Techo Hun Sen ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ

ຍສໝ - ວັນທີ 12 ກຸມພາ, ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນມີງຫວູ ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດຮັບໜ້າທີ່ການທູດຢູ່ກຳປູເຈຍ, ທ່ານ Samdech Techo Hun Sen ປະທານສະພາສູງ, ປະທານພັກປະຊາຊົນກຳປູເຈຍ ໄດ້ຍ້ອງຍໍຊົມເຊີຍພາລະກິດສັບຊ້ອນກົງຈັກການຈັດຕັ້ງບັນດາອົງການພັກ ແລະລັດ ໃຫ້ກະທັດຮັດຂອງຫວຽດນາມ.

ລາຍການສະແດງສິລະປະ “ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ”

ລາຍການສະແດງສິລະປະ “ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ”

ຍສໝ - ບັນດາລາຍການສະແດງສິລະປະ ແລະສາລະຄະດີຂອງລາຍການໄດ້ຢັ້ງຢືນວ່າ: ພາຍໃຕ້ການນໍາພາ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຂອງພັກ ແລະປະທານໂຮ່ຈີມິນ, ກອງທັບປະຊາຊົນຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສ້າງຜົນງານອັນສະຫງ່າອົງອາດ.

ແນະນຳ ​ແລະ ຈໍາໜ່າຍປຶ້ມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ

ແນະນຳ ​ແລະ ຈໍາໜ່າຍປຶ້ມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ

ຍສໝ​ - ແນະນຳ ​ແລະ ຈໍາໜ່າຍປຶ້ມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ ວັນທີ 3 ກຸມພາ, ກະຊວງຕຳຫຼວດ ໄດ້ເປັນປະທານ ແລະ ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ຫ້ອງວ່າການສູນກາງພັກ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງພິທີແນະນຳ, ຈໍາໜ່າຍປຶ້ມ ​“ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ ແລະ ປະຊາຊົນຢ່າງເດັດຂາດ - ສະຫງ່າລາສີຖານະຕຳຫຼວດປະຕິວັດ” ຂອງທ່ານ ພົນເອກ, ສຈ.ປອ ໂຕເລີມ - ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ການ​ນຳ​ພັກ, ລັດ ເຂົ້າສຸສານເພື່ອຂ່ຳນັບ ປະທານ ​ໂຮ່ຈີ​ມິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ.

ການ​ນຳ​ພັກ, ລັດ ເຂົ້າສຸສານເພື່ອຂ່ຳນັບ ປະທານ ​ໂຮ່ຈີ​ມິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ.

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, ວັນ​ທີ 3 ກຸມພາ, ຄະນະ​ຜູ້​ແທນ​ຄະນະບໍລິຫານງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້ໄປວາງພວງມາລາ, ເຂົ້າສຸສານເພື່ອຂ່ຳນັບ ປະທານ ​ໂຮ່ຈີ​ມິນ.

ລັດຖະບານ ຈັດຕັ້ງງານພົບປະສັງສັນ “ຊົມເຊີຍພັກທີ່ມີກຽດສະຫງ່າ, ຊົມເຊີຍລະດູບານໃໝ່ ປີມະເສັງ 2025”

ລັດຖະບານ ຈັດຕັ້ງງານພົບປະສັງສັນ “ຊົມເຊີຍພັກທີ່ມີກຽດສະຫງ່າ, ຊົມເຊີຍລະດູບານໃໝ່ ປີມະເສັງ 2025”

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ (3-2-1930 / 3-2-2025) ແລະປີໃໝ່ປະຈໍາຊາດ ປີມະເສັງ 2025, ຕອນຫົວຄ່ຳວັນທີ 3 ກຸມພາ, ລັດຖະບານ ໄດ້ຈັດຕັ້ງງານພົບປະສັງສັນ “ຊົມເຊີຍພັກທີ່ມີກຽດສະຫງ່າ, ຊົມເຊີຍລະດູບານໃໝ່ ປີມະເສັງ 2025”.

ການນຳຂັ້ນສູງລາວ: ຫວຽດນາມ ຍາດໄດ້ຜົນງານອັນໃຫຍ່ຫຼວງພາຍໃຕ້ການນໍາພາຂອງພັກ

ການນຳຂັ້ນສູງລາວ: ຫວຽດນາມ ຍາດໄດ້ຜົນງານອັນໃຫຍ່ຫຼວງພາຍໃຕ້ການນໍາພາຂອງພັກ

ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3-2-1930 / 3-2-2025), ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາວ ໄດ້ສໍາພາດສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດແຫ່ງ ສປປ ລາວ ກ່ຽວກັບການກຳເນີດຂອງພັກກອມມູນິດຫວຽດນາມ ກໍ່ຄືບົດບາດຂອງພັກກອມມູນິດຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັງ, ຈັກກະພັດ ອາເມລິກາ ແລະບົດບາດຂອງພັກກອມມູນິດຫວຽດນາມ ໃນກິດຈະການປ່ຽນແປງໃໝ່ຂອງປະເທດຊາດໃນປະຈຸບັນ.

ຈຳນວນນັກທ່ອງທ່ຽວສາກົນຊອກຄົ້ນທີ່ພັກເຊົາຢູ່ ຫວຽດນາມ ໃນໄລຍະບຸນປີໃໝ່ປະຈຳຊາດເພີ່ມຂຶ້ນ 139%

ຈຳນວນນັກທ່ອງທ່ຽວສາກົນຊອກຄົ້ນທີ່ພັກເຊົາຢູ່ ຫວຽດນາມ ໃນໄລຍະບຸນປີໃໝ່ປະຈຳຊາດເພີ່ມຂຶ້ນ 139%

ຍສໝ - ລະດູ​ການ​ທ່ອງ​ທ່ຽວບຸນ​ປີໃໝ່ປະຈຳຊາດ 2025 ​ໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງ​ກະໂດດຂັ້ນຂອງຂະແໜງ​ການທ່ອງທ່ຽວ​ພາຍ​ໃນ, ທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​ມາ ​ຫວຽດນາມ.

ບຸນເຕັດປຸ້ມລຸມກັນ - ລະດູບານໃໝ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ: ແຜ່ກະຈາຍຄວາມຮັກແພງໃຫ້ບັນດາສະມາຊິກສະຫະພັນ ແລະ ຜູ້ອອກແຮງງານແຂວງ ກວາງບິ່ງ

ບຸນເຕັດປຸ້ມລຸມກັນ - ລະດູບານໃໝ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ: ແຜ່ກະຈາຍຄວາມຮັກແພງໃຫ້ບັນດາສະມາຊິກສະຫະພັນ ແລະ ຜູ້ອອກແຮງງານແຂວງ ກວາງບິ່ງ

ຍສໝ - ສະຫະພັນ​ແຮງ​ງານ​ແຂວງ ກວາງ​ບິ່ງ ຫາ​ກໍ່​ຈັດ​ຕັ້ງ​ລາຍການ “​ບຸນ​ເຕັດປຸ້ມລຸມກັນ - ລະດູບານ​ໃໝ່ສະແດງຄວາມ​ຮູ້​ບຸນ​ຄຸນຕໍ່​ພັກ” ​ແລະ ງານ​ຕະຫຼາດນັດ​ອົງການກຳມະບານ ປີ 2025 ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ແລະ ມີ​ມະນຸດສະທຳ ​ໃຫ້​ບັນດາ​ສະມາຊິກ​ສະຫະພັນ, ຜູ້​ອອກ​ແຮງ​ງານ.

ການນຳພັກ ແລະລັດ ໄດ້ມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ

ການນຳພັກ ແລະລັດ ໄດ້ມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ

​ຍສໝ - ເນື່ອງ​ໃນ​ໂອກາດ​ບຸນ​ປີ​ໃໝ່ປະເພນີລະດູບານໃໝ່ ປີມະເສັງ 2025, ການ​ນຳ​ພັກ, ລັດ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ປີໃໝ່ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ, ຜູ້​ອອກ​ແຮງ​ງານ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ.

ເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບຄະນະເສດຖະກິດສູນກາງພັກ

ເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບຄະນະເສດຖະກິດສູນກາງພັກ

ຍສໝ - ຕອນເຊົ້າວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຮັດວຽກກັບຄະນະເສດຖະກິດສູນກາງພັກ ກ່ຽວກັບຜົນການປະຕິບັດໜ້າທີ່ວຽກງານ ນັບແຕ່ຕົ້ນອາຍຸການ ຊຸດທີ XIII ມາຮອດປະຈຸບັນ ແລະທິດທາງໜ້າທີ່ ຈົນເຖິງໝົດອາຍຸການ.

ພັນລະຍາ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ສືບຕໍ່ຢ້ຽມຢາມນະຄອນຫຼວງວຽງຈັນ

ພັນລະຍາ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ສືບຕໍ່ຢ້ຽມຢາມນະຄອນຫຼວງວຽງຈັນ

ຍສໝ​ - ໃນວັນທີ 6 ພະຈິກ ນີ້, ສະຫາຍ ນາງ ໂງເຟືອງລີ ພັນລະຍາເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ສືບຕໍ່ຢ້ຽມຢາມສະຖານທີ່ສໍາຄັນຈໍານວນໜຶ່ງ ຢູ່ ນະຄອນຫຼວງວຽງຈັນ

ກອງທັບຫວຽດນາມ ຍາມໃດກໍ່ແມ່ນກຳລັງຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະປະຊາຊົນ

ກອງທັບຫວຽດນາມ ຍາມໃດກໍ່ແມ່ນກຳລັງຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະປະຊາຊົນ

ກອງທັບປະຊາຊົນຫວຽດນາມ ໄດ້ພັກ ແລະປະທານໂຮ່ຈີມິນ ຈັດຕັ້ງກໍ່ສ້າງບົນພື້ນການກຳລັງການເມືອງ ແລະບັນດາຂະບວນການຕໍ່ສູ້ຂອງອົງການຈັດຕັ້ງມະຫາຊົນ, ລວມມີສາມປະເພດ: ທະຫານຫຼວງ, ທະຫານທ້ອງຖິ່ນ ແລະທະຫານລາດປ້ອງກັນຕົວ.

ພົນເອກ ຟານວັນຢາງ ສະແດງຄວາມຮູ້ບຸນຄຸນຕໍ່ອະດີດການນໍາພັກ, ລັດ ແລະກອງທັບ

ພົນເອກ ຟານວັນຢາງ ສະແດງຄວາມຮູ້ບຸນຄຸນຕໍ່ອະດີດການນໍາພັກ, ລັດ ແລະກອງທັບ

ຕອນບ່າຍວັນທີ 7 ທັນວາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນບຸນປ້ອງກັນຊາດທ່ົວປວງຊົນ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳໜ້າຄະນະຜູ້ແທນໄປຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນຕໍ່ອະດີດການນຳພັກ, ລັດ ແລະກອງທັບ.

ຫັນບັນດາເນື້ອໃນການ​ນຳຂອງສອງ​ພັກ, ສອງລັດ​ຖະ​ບານທີ່ເຫັນດີເປັນເອກະພາບໃຫ້ປະກົດຜົນເປັນຈິງ

ຫັນບັນດາເນື້ອໃນການ​ນຳຂອງສອງ​ພັກ, ສອງລັດ​ຖະ​ບານທີ່ເຫັນດີເປັນເອກະພາບໃຫ້ປະກົດຜົນເປັນຈິງ

ຍສໝ - ການ​ຮ່ວມ​ມື​​ຄົ້ນຄວ້າ​ໃນຂົງເຂດວິທະຍາສາດ​ລະຫວ່າງ​ຫວຽດນາມ - ລາວ ພວມ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ກາຍ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ຮ່ວມ​ມື​ຮອບດ້ານ; ປະກອບສ່ວນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ນັບ​ມື້​ນັບ​ເກີດດອກອອກຜົນ.

ເຮັດໃຫ້ການພົວພັນຫວຽດນາມ-ກໍາປູເຈຍ ເລິກເຊິ່ງກວ່າອີກ, ຊຸກຍູ້ການຮ່ວມມືຂອງບັນດາພັກການເມືອງອາຊີ

ເຮັດໃຫ້ການພົວພັນຫວຽດນາມ-ກໍາປູເຈຍ ເລິກເຊິ່ງກວ່າອີກ, ຊຸກຍູ້ການຮ່ວມມືຂອງບັນດາພັກການເມືອງອາຊີ

ຍສໝ - ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ໄປຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມຄົບຄະນະ ຄັ້ງທີ 12 ຂອງພັກ ICAPP ແລະວາລະປະຊຸມຄົບຄະນະ ຄັ້ງທີ 11 ຂອງລັດຖະສະພາສາກົນ ເພື່ອຄວາມໂອບອ້ອມອາລີ ແລະສັນຕິພາບ (IPTP) ໃນລະຫວ່າງວັນທີ 21-24 ພະຈິກ.

ຫໍ​ພັກ​ນັກ​ສຶກ​ສາ​ລາວ ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ແມ່ນ​ຊາຍຄາລວມຂອງ​ນັກ​ສຶກ​ສາ ​ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ

ຫໍ​ພັກ​ນັກ​ສຶກ​ສາ​ລາວ ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ແມ່ນ​ຊາຍຄາລວມຂອງ​ນັກ​ສຶກ​ສາ ​ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ

ຍສໝ - ນີ້​ແມ່ນຄຳປາໄສຂອງ​ທ່ານ ຟ້າ​ມ​ເລ​ມິງ​ແຄງ, ຫົວໜ້າ​ຄະນະ​ຊາວ​ໜຸ່ມໂຮງຮຽນ ແທ່ງດວ່ານ, ຜູ້ອຳນວຍການ​ຫໍ​ພັກ​ນັກຮຽນ​ລາວ ນະຄອນ ​ໂຮ່ຈີ​ມິນ ​ເມື່ອ​ມາ​ຢ້ຽມຢາມ ​ແລະ ອວຍພອນ​ສະຖານ​ກົງ​ສູນ​ໃຫຍ່ ລາຊະອານາຈັກ ກຳປູ​ເຈຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ໃນວັນ​ທີ 7 ພະຈິກ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ຊາດ​ລາຊະອານາຈັກ​ ກຳປູ​ເຈຍ.

ທ່ານ ເລຮ່ວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດຈີນ

ທ່ານ ເລຮ່ວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດຈີນ

ຍສໝ - ຕອນເຊົ້າວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ He Wei ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມຕົ້ນປະຕິບັດໜ້າທີ່ການທູດ ຢູ່ຫວຽດນາມ.

ຄະນະປະຈຳພັກແຂວງ ຕ້ອນຮັບຄະນະປະຕິບັດງານແຂວງ ເຊກອງ (ລາວ)

ຄະນະປະຈຳພັກແຂວງ ຕ້ອນຮັບຄະນະປະຕິບັດງານແຂວງ ເຊກອງ (ລາວ)

ຍສໝ - ສະຫາຍ ນາງ ດິງທິຮົ່ງມິງ, ຮອງເລຂາພັກແຂວງ ໄດ້ຕ້ອນຮັບຄະນະປະຕິບັດງານຂອງຄະນະກຳມະການແນວລາວສ້າງຊາດ ແຂວງ ເຊກອງ ໄປຢ້ຽມຂ່ຳນັບການນຳແຂວງ.

ທ່ານ ​ເລືອງ​ເກືອງ ຜູ້ປະຈຳການຄະນະເລຂາທິການສູນ​ກາງ​ພັກ ໄດ້​ຮັບ​ການ​ເລືອກ​ຕັ້ງເປັນປະ​ທານ​ປະ​ເທດ

ທ່ານ ​ເລືອງ​ເກືອງ ຜູ້ປະຈຳການຄະນະເລຂາທິການສູນ​ກາງ​ພັກ ໄດ້​ຮັບ​ການ​ເລືອກ​ຕັ້ງເປັນປະ​ທານ​ປະ​ເທດ

ທ່ານ ​ເລືອງ​ເກືອງ ຜູ້ປະຈຳການຄະນະເລຂາທິການສູນ​ກາງ​ພັກ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ ອາ​ຍຸ​ການ 2021 – 2026

ຍາຈາງ ນອນໃນ top 8 ສະຖານ​ທີ່​ພັກຕາກອາກາດຢູ່ຫາດຊາຍ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ​ສຳລັບ​ຜູ້ອອກກິນເບ້ຍບຳນານ.

ຍາຈາງ ນອນໃນ top 8 ສະຖານ​ທີ່​ພັກຕາກອາກາດຢູ່ຫາດຊາຍ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ​ສຳລັບ​ຜູ້ອອກກິນເບ້ຍບຳນານ.

ຍສໝ - ຫວ່າງ​ມໍ່ໆ​ນີ້, ວາລະສານ Travel+Leisure (ອາ​ເມ​ລິ​ກາ) ​ໄດ້​ໃຫ້​ກຽດ​ນະຄອນ ຍາຈາງ (​ແຂວງ​ ແຄ໋ງຮວ່າ) ​ເປັນ​ໜຶ່ງ​ໃນ 8 ສະຖານ​ທີ່​​ພັກຕາກອາກາດຢູ່ຫາດຊາຍ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ​ສຳລັບ​ຜູ້ອອກກິນເບ້ຍບຳນານ.