ຍສໝ - ເວທີປາໄສແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງ ອິດສະຣາແອັນ ແລະ ນະຄອນໂຮ່ຈິມິນ ໃນການສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ແລະ ອິດສະຣາແອັນ ມີກາລະໂອກາດພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃນໄລຍະຈະມາເຖິງ.
ຍສໝ - ພາຍໃຕ້ການນຳພາຂອງຫວຽດນາມ, CPR ໄດ້ສຳເລັດຫຼາຍໜ້າທີ່ສຳຄັນ, ສະ ໜັບສະໜູນສະພາປະຊາຄົມອາຊຽນ, ໂດຍສະເພາະຜ່ານການຊຸກຍູ້ການຮ່ວມມືລະຫວ່າງເສົາຄ້ຳ. ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານພາຍນອກ, ພ້ອມທັງການສະ ໜັບ ສະ ໜູນ ເພື່ອສ້າງຄວາມເຂັ້ມແຂງດ້ານສະຖາບັນຂອງກອງເລຂາອາຊຽນ.
ຍສໝ - ໂຄງການຊັກວັກຊິນເພື່ອເປົ້າໝາຍເສດຖະກິດໄດ້ອຳນາດການປົກຄອງນະຄອນ ມົດສະກູປຸກລະດົມແຕ່ຕົ້ນເດືອນກັນຍາ ຢູ່ຮາກຖານການແພດ 20 ແຫ່ງ, ໂດຍໄດ້ຖືວ່າແມ່ນໜຶ່ງໃນບັນດາມາດຕະການຊ່ວຍໃຫ້ອຳນາດການປົກຄອງຄວບຄຸມໂລກລະບາດ Covid – 19 ໂດຍໄວ.
ໃນບັ້ນຕໍ່ສູ້ຕ້ານໂລກລະລາດໂຄວິດ - 19 ຢູ່ ຫວຽດນາມ, ພັກ, ລັດ, ລັດຖະບານ ແລະ ບັນດາອົງການ, ພິເສດແມ່ນກະຊວງສາທາລະນະສຸກ ໄດ້ມານະພະຍາຍາມຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ - 19.
ມາຮອດປັດຈຸບັນ, ຫວຽດນາມ ໄດ້ສັກວັກຊິນເກືອບ 55 ລ້ານໂດສ, ໃນນັ້ນມີ ເກືອບ 39 ລ້ານຄົນ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ໄດ້ຮັບການສັກວັກຊິນເຂັມທີ 1ແລະ 16 ລ້ານຄົນໄດ້ຮັບການສັກວັກຊິນເຂັມທີ 2.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບທ່ານ Takeshi Kasai, ຜູ້ອຳນວຍການເຂດປາຊີຟິກຕາເວັນຕົກ ຂອງອົງການອະນາໄມໂລກ (WHO). ພ້ອມກັບທ່ານ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ.
ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມເຄົາລົບນັບຖືຕໍ່ບັນດານ້ຳໃຈອັນດີງາມ, ການໜູນຊ່ວຍ, ຮ່ວມເດີນທາງ, ການແບ່ງປັນຂອງພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ.
ຍສໝ - ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຫາກໍ່ປະກາດແຜນການດ່ວນກ່ຽວກັບການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍມີອາຍຸແຕ່ 5 ຫາຕ່ຳກ່ວາ 12 ປີ.