ຫວຽດນາມ ໄດ້ສະໜອງສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ປະຊາຊົນຢູ່ເຂດຊາຍແດນປະເທດລາວ

ຫວຽດນາມ ໄດ້ສະໜອງສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ປະຊາຊົນຢູ່ເຂດຊາຍແດນປະເທດລາວ

ຍສໝ - ຄ້າຍທະຫານປະຕູຊາຍແດນ ອ່າເດີດ ໄດ້ປະສານສົມທົບກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເມືອງ ອ່າເລືອຍ ໄດ້ມອບຂອງຂວັນຈຳນວນຫຼາຍກວ່າ 120 ສ່ວນໃຫ້ແກ່ກອງກຳລັງປະກອບອາວຸດ ແລະ ປະຊາຊົນບ້ານ ກາໂລ, ເມືອງ ກ່າລຶມ, ແຂວງເຊກອງ (ປະເທດລາວ).

ກຳປູເຈຍ ມີແຜນຈະເປີດດ່ານຊາຍແດນສາກົນຕື່ມອີກ ກັບຫວຽດນາມ

ກຳປູເຈຍ ມີແຜນຈະເປີດດ່ານຊາຍແດນສາກົນຕື່ມອີກ ກັບຫວຽດນາມ

ຍສໝ - ປະເທດກຳປູເຈຍ ຈະດຳເນີນກອງປະຊຸມລະດັບກະຊວງ ເພື່ອປຶກສາຫາລືກ່ຽວກັບການເປີດຕື່ມອີກ ປະຕູດ່ານຊາຍແດນສາກົນກັບຫວຽດນາມ ເພື່ອແກ້ໄຂການສັນຈອນຂົນສົ່ງບັນທຸກສິນຄ້າ ເນື່ອງຈາກຄວາມແອອັດແຮງຂອງຄູ່ປະຕູຊາຍແດນ Bavet - ໂມກບ່າຍ.

ທະຫານປ້ອງກັນຊາຍແດນ ແຂວງກວາງຊີ ອອຍພອນ ທະຫານປ້ອງກັນຊາຍແດນ ແຂວງຮ່າຢາງ  ເນື່ອງໃນໂອກາດ 75 ປີແຫ່ງວັນຊາດຫວຽດນາມ

ທະຫານປ້ອງກັນຊາຍແດນ ແຂວງກວາງຊີ ອອຍພອນ ທະຫານປ້ອງກັນຊາຍແດນ ແຂວງຮ່າຢາງ ເນື່ອງໃນໂອກາດ 75 ປີແຫ່ງວັນຊາດຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ 2.9 (ປີ 1945 - 2020), ໃນວັນທີ 1 ກັນຍາ, ຢູ່ທີ່ຫຼັກໝາຍ 504, ຢູ່ເຂດບໍລິເວນຕາແສງ ເຊີນຫວີ, ເມືອງ ແມ່ວວາກ, ຄະນະຜູ້ແທນທະຫານປ້ອງກັນຊາຍແດນ ແຂວງກວາງຊີ (ປະເທດຈີນ) ໄດ້ມາອອຍພອນ ຄ້າຍທະຫານປ້ອງກັນຊາຍແດນ ເຊີນຫວີ ແລະ ທະຫານປ້ອງກັນຊາຍແດນແຂວງຮ່າຢາງ.

HUFO ມອບອຸປະກອນການແພດໃຫ້ແກ່ທະຫານຊາຍແດນກອງບັນຊາການທະຫານຊາຍແດນແຂວງ ໄຕນີງ

HUFO ມອບອຸປະກອນການແພດໃຫ້ແກ່ທະຫານຊາຍແດນກອງບັນຊາການທະຫານຊາຍແດນແຂວງ ໄຕນີງ

ຍສໝ - ຕອນເຊົ້າວັນທີ 1 ກັນຍາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ແລະ ບັນດາສະມາຊິກສະມາຄົມໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງໄຕນິງຈັດຕັ້ງລາຍການມອບຂອງຂວັນ ແລະເຄື່ອງອຸປະກອນການແພດ ຄັ້ງທີ 2 ສຳລັບພະນັກງານ, ນັກຮົບທະຫານຊາຍແດນແຂວງໄຕນິງ.    

ເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19

ເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19

ຍສໝ - ທ່ານພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຮຽກຮ້ອງໃຫ້ກອງບັນຊາການທະຫານຊາຍແດນ ແລະບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ຍົກສູງກຳລັງຄວາມສາມາດຂອງທະຫານຊາຍແດນ ໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢ່າງທັນການ.

ແຜນທີ່ຊາຍແດນກຳປູເຈຍ-ຫວຽດນາມ ຈະສົ່ງໃຫ້ສະຫະປະຊາຊາດເກັບຮັກສາໄວ້

ແຜນທີ່ຊາຍແດນກຳປູເຈຍ-ຫວຽດນາມ ຈະສົ່ງໃຫ້ສະຫະປະຊາຊາດເກັບຮັກສາໄວ້

ລັດຖະບານແຫ່ງລາຊະອານາຈັກກຳປູເຈຍ ຈະສົ່ງຊຸດແຜນທີ່ພູມສັນຖານເສັ້ນຊາຍແດນເຊິ່ງກຳປູເຈຍ ແລະ ຫວຽດນາມ ໄດ້ເປັນເອກະພາບໃຫ້ສະຫະປະຊາຊາດເກັບຮັກສາໄວ້ເພື່ອໃຫ້ປະຊາຄົມສາກົນຮອງຮັບ.

ລະເມີດການຄຸ້ມຄອງ ແລະປົກປັກຮັກສາຊາຍແດນແຫ່ງຊາດ ຈະຖືກປັບໃໝເຖິງ 100 ລ້ານດົ່ງ

ລະເມີດການຄຸ້ມຄອງ ແລະປົກປັກຮັກສາຊາຍແດນແຫ່ງຊາດ ຈະຖືກປັບໃໝເຖິງ 100 ລ້ານດົ່ງ

ຍສໝ - ລັດຖະບານ ຫວຽດນາມ ຫາກໍ່ໄດ້ອອກດຳລັດເລກທີ 96/2020/NĐ-CP ໂດຍກຳນົດການລົງໂທດການລະເມີດການບໍລິຫານໃນຂົງເຂດການຄຸ້ມຄອງ ແລະປົກປັກຮັກສາຊາຍແດນແຫ່ງຊາດ.    

ຫວຽດ​ນາມ - ຈ​ີນ​: ສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ

ຫວຽດ​ນາມ - ຈ​ີນ​: ສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ

ທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເນັ້ນໜັກວ່າເລື່ອງສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີນັ້ນຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ.

ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

ຍສໝ - ວັນທີ 23 ສິງຫາ, ຢູ່ນະຄອນມອງກາຍ, ແຂວງກວາງນິງ, ທ່ານ ຟ້າມບິ່ງບິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດຈີນ ຈະປະທານຮ່ວມ “ການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາຊາຍແດນ ແລະ 10 ປີແຫ່ງການຜັນຂະຫຍາຍ 3 ເອກະສານນິຕິກຳກ່ຽວກັບຊາຍແດນດິນຕໍ່ແຜ່ນ ຫວຽດນາມ-ຈີນ”.

ພັດທະນາ ແລະເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນກັບ ກຳປູເຈຍ

ພັດທະນາ ແລະເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນກັບ ກຳປູເຈຍ

ຍ​ສ​ໝ - ຈຸດປະສົງຂອງແຜນການແມ່ນເພື່ອປະຕິບັດບົດບັນທຶກຄວາມເຂົ້າໃຈກ່ຽວກັບການພັດທະນາແລະການເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນລະຫວ່າງລັດຖະບານສາທາລະນະລັດສັງຄົມນິຍົມຫວຽດນາມ ແລະລັດຖະບານແຫ່ງລາຊະອານາຈັກ ກຳປູເຈຍ.

ຫວຽດນາມ ສ້າງຕັ້ງຫ້ອງການປະສານງານຊາຍແດນ ເພື່ອສະກັດກັ້ນອາຊະຍາກຳຂ້າມຊາດ

ຫວຽດນາມ ສ້າງຕັ້ງຫ້ອງການປະສານງານຊາຍແດນ ເພື່ອສະກັດກັ້ນອາຊະຍາກຳຂ້າມຊາດ

ຍສໝ - ໃນວັນທີ 18 ສິງຫາ ຢູ່ເມືອງກ່າວບັງ (ຫວຽດນາມ), ຫ້ອງການປະສານງານຂ້າມຊາຍແດນທີ 20 (BLO) ຢູ່ຫວຽດນາມ ໄດ້ຮັບການປະສານສົມທົບໂດຍອົງການປ້ອງກັນ ແລະ ຕ້ານອາຊະຍາກຳຢາເສບຕິດຂອງສະຫະປະຊາຊາດ (UNODC) ແລະ ກົມຕຳຫຼວດສືບສວນອາຊະຍາກຳຢາເສບຕິດ (ກະຊວງຕຳຫຼວດ) ແລະ ກົມຕຳຫຼວດເມືອງກ່າວບັງ ໄດ້ສະເໜີຕົວຢ່າງເປັນທາງການ.

ອານຢາງ: ສະໜັບສະໜູນການກໍ່ສ້າງເຮືອນເອື້ອອາທອນ 13 ຫຼັງ ສຳລັບແມ່ຍິງ ຢູ່ ເຂດຊາຍແດນ

ອານຢາງ: ສະໜັບສະໜູນການກໍ່ສ້າງເຮືອນເອື້ອອາທອນ 13 ຫຼັງ ສຳລັບແມ່ຍິງ ຢູ່ ເຂດຊາຍແດນ

ຍສໝ - ໃນ 3 ປີທີ່ຜ່ານມາ, ສອງຂະແໜງການ ໄດ້ແນະນຳ ສະມາຊິກ 35 ຄົນໃຫ້ສູນກາງສະມາຄົມສະຫະພັນແມ່ຍິງຫວຽດນາມເພື່ອສະ ໜັບສະໜູນທຶນຮອນເພື່ອຊີວິດການເປັນຢູ່, ມູນຄ່າ 528 ລ້ານດົ່ງ; ສ້າງວຽກເຮັດງານທຳໃຫ້ແກ່ກຳມະກອນເພດຍິງທ້ອງຖິ່ນ 30 ກວ່າຄົນ.    

ເພີ່ມທະວີການຮ່ວມມືລະຫວ່າງແຂວງອານຢາງ ສສ.ຫວຽດນາມ ແລະ ບັນດາທ້ອງຖິ່ນຂອງ ກຳປູເຈຍ

ເພີ່ມທະວີການຮ່ວມມືລະຫວ່າງແຂວງອານຢາງ ສສ.ຫວຽດນາມ ແລະ ບັນດາທ້ອງຖິ່ນຂອງ ກຳປູເຈຍ

ຍສໝ - ໃນ 6 ເດືອນຕົ້ນປີ 2020, ວົງເງິນສົ່ງອອກຂອງແຂວງອານຢາງບັນລຸ 447 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນ; ວົງເງິນການນຳເຂົ້າບັນລຸໄດ້ 78 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 4% ເມື່ອທຽບໃສ່ໄລຍະດຽວກັນ. ນີ້ແມ່ນຄວາມພະຍາຍາມທີ່ໂດດເດັ່ນຂອງປະຊາຊົນໃນສາມແຂວງໃນຊ່ວງເວລາທີ່ການຄ້າສາກົນມີຄວາມຫຍຸ້ງຍາກຍ້ອນການລະບາດຂອງ COVID-19.

ກອງບັນຊາການທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ແລະກອງບັນຊາການທະຫານແຂວງບໍລິຄໍາໄຊ ສປປ.ລາວ ຈັດຕັ້ງການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນ

ກອງບັນຊາການທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ແລະກອງບັນຊາການທະຫານແຂວງບໍລິຄໍາໄຊ ສປປ.ລາວ ຈັດຕັ້ງການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນ

ຍສໝ - ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຕາມເສັ້ນຊາຍແດນ ຫວຽດນາມ-ລາວ ແລະຫຼັກໝາຍຊາຍແດນເລກທີ 441, ນີ້ແມ່ນຫຼັກໝາຍທີ່ປັກຢູ່ໄກ, ທາງໄປມາປະສົບຄວາມຫຍຸ້ງຍາກຫຼາຍ.

ຄວາມຫຍຸ້ງຍາກໃນການປ້ອງກັນ ແລະ ຕ້ານໂລກລະບາດ ຢູ່ ເຂດຊາຍແດນ

ຄວາມຫຍຸ້ງຍາກໃນການປ້ອງກັນ ແລະ ຕ້ານໂລກລະບາດ ຢູ່ ເຂດຊາຍແດນ

ຍສໝ - ພະນັກງານ, ນັກຮົບຢູ່ຄ້າຍທະຫານປ້ອງກັນຊາຍແດນ A Pa Chai, ທະຫານຊາຍແດນ ດ້ຽນບຽນ ລ້ວນແຕ່ມີສະຕິລະວັງຕົວ,  ບໍ່ປະໝາດ, ຍາມ 24/24 ຢູ່ເສັ້ນທາງນ້ອຍ, ຮັບປະກັນບໍ່ໃຫ້ຄົນເຂົ້າ - ອອກ ເຂົ້າເມືອງທີ່ຜິດກົດໝາຍຂ້າມຊາຍແດນ ຫວຽດນາມ - ລາວ - ຈີນ.    

ໝາກຜົນຫຼາຍຢ່າງທີ່ແທດຈິງໃນການຮ່ວມມືຊາຍແດນຫວຽດນາມ - ລາວ

ໝາກຜົນຫຼາຍຢ່າງທີ່ແທດຈິງໃນການຮ່ວມມືຊາຍແດນຫວຽດນາມ - ລາວ

ຍ​ສໝ - ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດ ລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ ແລະຜັນຂະຫຍາຍຢ່າງມີປະສິດທິຜົນໃນທຸກຂົງເຂດ. ພິເສດ, ໃນການຮ່ວມມືຊາຍແດນ, ສອງປະເທດໄດ້ປະສານສົມທົບຢ່າງ ແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ​ນຳ​ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍເຂົ້າ​ສູ່​ລວງ​ເລິກ .

ລ້າງເຊີນ: ການຄວບຄຸມຊາຍແດນຢ່າງເຂັ້ມງວດ, ສະກັດກັ້ນການເຂົ້າເມືອງຜິດກົດໝາຍ

ລ້າງເຊີນ: ການຄວບຄຸມຊາຍແດນຢ່າງເຂັ້ມງວດ, ສະກັດກັ້ນການເຂົ້າເມືອງຜິດກົດໝາຍ

ຍສໝ -  ກອງບັນຊາການທະຫານປ້ອງກັນຊາຍແດນ ລ້າງເຊີນ ສືບຕໍ່ເສີມຂະຫຍາຍບົດບາດຂອງຕົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສົມທົບຢ່າງ ແໜ້ນແຟ້ນກັບ ກຳລັງປະຕິບັດໜ້າທີ່ໃນການລາດຕະເວນ, ຄວບຄຸມຊາຍແດນຢ່າງເຂັ້ມງວດ, ຕໍ່ສູ້ເພື່ອສະກັດກັ້ນການເຄື່ອນໄຫວ ເຂົ້າ - ອອກເມືອງຢ່າງຜິດກົດໝາຍ.

ອໍານາດການປົກຄອງເມືອງເຊໂປນ ມອບໃບຍ້ອງຍໍ ໃຫ້ກໍາລັງຕໍາຫຼວດແຂວງກວ້າງຈິ ແລະຄ້າຍທະຫານຊາຍແດນດ່ານສາກົນລາວບາວ, ກອງບັນຊາການທະຫານຊາຍແດນກວ້າງຈິ  ສສ.ຫວຽດນາມ

ອໍານາດການປົກຄອງເມືອງເຊໂປນ ມອບໃບຍ້ອງຍໍ ໃຫ້ກໍາລັງຕໍາຫຼວດແຂວງກວ້າງຈິ ແລະຄ້າຍທະຫານຊາຍແດນດ່ານສາກົນລາວບາວ, ກອງບັນຊາການທະຫານຊາຍແດນກວ້າງຈິ ສສ.ຫວຽດນາມ

ຍສໝ -  ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນລາວບາວ, ອໍານາດການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍກໍາລັງເຂົ້າຮ່ວມການດັບເພີງທີ່ຕະຫຼາດ Karon ຢູ່ລາວ. 

ຮ່າຢາງ: ແກ້ໄຂຄົນເຂົ້າເມືອງຜິດກົດໝາຍຫຼາຍກວ່າ 1.000 ຄົນຈາກປະເທດຈີນ

ຮ່າຢາງ: ແກ້ໄຂຄົນເຂົ້າເມືອງຜິດກົດໝາຍຫຼາຍກວ່າ 1.000 ຄົນຈາກປະເທດຈີນ

ຍສໝ - , ຜ່ານການລາດຕະເວນ ແລະ ຄວບຄຸມ, ທະຫານຊາຍແດນ ຊີນກາຍ ຍັງກວດພົບ 8 ຄະດີ /54 ຄົນທີ່ ກຳລັງຈະຂ້າມຊາຍແດນໄປຈີນຢ່າງຜິດກົດໝາຍຜ່ານບໍລິເວນຂອງໜ່ວຍງານຄຸ້ມຄອງ.  ແຕ່ລະຫວ່າງວັນທີ 1-2 ສິງຫາ, ໜ່ວຍງານໄດ້ກວດພົບ 38 ກໍລະນີທີ່ເຂົ້າມາຈາກປະເທດຈີນທີ່ຜິດກົດໝາຍ.        

ສະກັດກັ້ນຄົນເຂົ້າ - ອອກເມືອງຜິດກົດໝາຍ

ສະກັດກັ້ນຄົນເຂົ້າ - ອອກເມືອງຜິດກົດໝາຍ

ຍສໝ - ດ້ວຍຈິດໃຈ “ຕ້ານການແຜ່ລະບາດຄືກັບການຕໍ່ສູ້ກັບສັດຕູ”, ໃນໄລຍະມໍ່ໆມານີ້, ພາຍໃຕ້ການຊີ້ນຳ ຢ່າງຂ້ຽວຂາດຂອງຄະນະພັກ, ກອງບັນຊາການທະຫານຊາຍແດນ, ບັນດາອົງການ, ຫົວໜ່ວຍ ໃນທົ່ວກອງທັບ ໄດ້ມີການຈັດຕັ້ງບັນດາກຸ່ມຢ່າງທັນເວລາ; ປະສານສົມທົບກັບກຳລັງລາດຕະເວນ ແລະ ກຳລັງຄວບຄຸມຢູ່ດ່ານຊາຍແດນເພື່ອສະກັດກັ້ນການເຂົ້າອອກເມືອງຜິດກົດໝາຍຢ່າງເດັດຂາດ, ຫຼຸດຜ່ອນການລະບາດຂອງພະຍາດທີ່ແຜ່ລາມຂ້າມຊາຍແດນ ແລະ ເຂົ້າໄປໃນໜ່ວຍງານ.