ການ​ສົ່ງ​ອອກ​ເຂົ້າ​ສານ ​ຫວຽດ​ນາມ ​ໄປ​ຍັງ​ຕະຫຼາດ ​ອາ​ຟ​ຼິກ​ກາ​ ສືບ​ຕໍ່​ເພີ່ມ​ຂຶ້ນ

ການ​ສົ່ງ​ອອກ​ເຂົ້າ​ສານ ​ຫວຽດ​ນາມ ​ໄປ​ຍັງ​ຕະຫຼາດ ​ອາ​ຟ​ຼິກ​ກາ​ ສືບ​ຕໍ່​ເພີ່ມ​ຂຶ້ນ

ຍ​ສ​ໝ - ປີ 2019, ຫວຽດ​ນາມ ໄດ້​ສົ່ງ​ອອກ​ເຂົ້າ​ສານ​ໄປ​ຍັງ 35 ໃນ​ຈຳ​ນວນ 55 ປະ​ເທດ ອາ​ຟ​ຼິກ​ກາ ດ້ວຍ​ວົງ​ເງິນ​ບັນ​ລຸ​ເກືອບ 630 ລ້ານ USD, ໃນ​ນັ້ນ​ບັນ​ດາ​ຕະຫຼາດ​ນຳ​ເຂົ້າ​ເຂົ້າ​ສານ​ໃຫຍ່​ທີ່​ສຸດ​ລວມ​ມີ: ກາ​ນາ, ເຊ​ເນ​ງານ, ກາ​ເມີ​ຣູນ… ຄວາມ​ຕ້ອງ​ການ​ເຂົ້າ​ສານ​ຂອງ ອາ​ຟ​ຼິກ​ກາ ໃນ​ປີ 2020 ຄາດ​ວ່າ​ປະ​ມານ 15,7 ລ້ານ​ໂຕນ.

ນັກ​ຮຽນ​ລາວ 100 ຄົນ ເຂົ້າ​ຮ່ວມ​ການ​ເສັງ​ຈົບ​ມັດ​ທະ​ຍົມ​ຕອນ​ປາຍ ປີ 2020 ຢູ່ ກ໋​ວາງ​ບິ່ງ

ນັກ​ຮຽນ​ລາວ 100 ຄົນ ເຂົ້າ​ຮ່ວມ​ການ​ເສັງ​ຈົບ​ມັດ​ທະ​ຍົມ​ຕອນ​ປາຍ ປີ 2020 ຢູ່ ກ໋​ວາງ​ບິ່ງ

ຍ​ສ​ໝ - ຕໍ່​ໜ້າ​ສະ​ພາບ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ Covid – 19, ນັກ​ຮຽນ​ທຸກ​ຄົນ​ມາ​ສະ​ຖານ​ທີ່​ເສັງ​ລ້ວນ​ແຕ່​ຕ້ອງ​ໃສ່​ຜ້າ​ອັດ​ປາກ - ດັງ, ວັກ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ, ລ້າງ​ມື​ຂ້າ​ເຊື້ອ ກ່ອນ​ທີ່​ຈະ​ເຂົ້າ​ໂຮງ​ຮຽນ.

ຫວຽດ​ນາມ ບໍ່ປະໃຫ້ ໂຄວິດ-19 ແຜ່ລະບາດໃນວົງກວ້າງ

ຫວຽດ​ນາມ ບໍ່ປະໃຫ້ ໂຄວິດ-19 ແຜ່ລະບາດໃນວົງກວ້າງ

ຍ​ສໝ - ໜຶ່ງໃນບັນດາມາດຕະການເພີ່ມທະວີວຽກງານເຜີຍແຜ່ໂຄສະນາແມ່ນ ເມື່ອອອກຂ້າງນອກຕ້ອງໃຊ້ຜ້າອັດປາກ-ອັດດັງ, ລ້າງມືດ້ວຍສະບູ, ຈຳກັດການພົບປະສຳຜັດ… ກໍຄືພວກເຮົາຕ້ອງລາຍງານອາການສຸຂະພາບທາງເອເລກໂຕນິກ, ຕິດຕັ້ງໂປຼແກຼມ Bluezone ແລະ nCovy, ໂປຼແກຼມ Bluezone ແມ່ນໜຶ່ງໃນບັນດາມາດຕະການສົມທົບກັນໂດຍສັງລວມ, ປະຢັດເວລາ, ຄົ້ນຫາຜູ້ຕິດເຊື້ອໄດ້ຢ່າງໄວວາ ແລະ ມີປະສິດທິຜົນ.

ລັດຖະບານຫວຽດນາມ ຍັງຮັກສາເປົ້າໝາຍຄວບຄູ່ເພື່ອໃຫ້ບັນດານັກລົງທຶນອິນເດຍ ມີຄວາມອຸ່ນອ່ຽນໃຈສຳລັບກາລະໂອກາດທຳມາຫາກິນຢູ່ຫວຽດນາມ

ລັດຖະບານຫວຽດນາມ ຍັງຮັກສາເປົ້າໝາຍຄວບຄູ່ເພື່ອໃຫ້ບັນດານັກລົງທຶນອິນເດຍ ມີຄວາມອຸ່ນອ່ຽນໃຈສຳລັບກາລະໂອກາດທຳມາຫາກິນຢູ່ຫວຽດນາມ

ຍສໝ - ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຍ້ອນມີແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ສະພາບແວດລ້ອມແຫ່ງການລົງທຶນ ທີ່ດຶງດູດໃຈ, ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງການລົງທຶນທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ສຳລັບບັນຫາວິສາຫະກິດ ອິນເດຍ.  

ຖະ​ແຫຼງ​ການ​ຮ່ວ​ມ​ກ່ຽວ​ກັບ​ວິ​ໄສ​ທັດ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້

ຖະ​ແຫຼງ​ການ​ຮ່ວ​ມ​ກ່ຽວ​ກັບ​ວິ​ໄສ​ທັດ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້

ຍ​ສ​ໝ - ບັນດາລັດຖະມົນຕີໄດ້ເຫັນດີວ່າອາຊຽນຄວນສືບຕໍ່ເພີ່ມທະວີຄວາມສາມັກຄີ,ຄວາມສະ​ໜິດ​ຕິດ​ພັນ ແລະ ເພີ່ມທະວີຄວາມເຂັ້ມ​ແຂງ​ດ້ວຍ​ຕົນ​ເອງໃນການຊຸກຍູ້ບັນດາເປົ້າໝາຍ,ຫຼັກການແລະຜົນປະໂຫຍດລວມທີ່ໄດ້ລະບຸໄວ້ໃນກົດບັດອາຊຽນ.

ສະຖານທູດຫວຽດນາມປະຈຳ ສະວິດເປັນປະທານກອງປະຊຸມຄັ້ງທຳອິດຂອງຄະນະກຳມະການອາຊຽນທີ່ Bern

ສະຖານທູດຫວຽດນາມປະຈຳ ສະວິດເປັນປະທານກອງປະຊຸມຄັ້ງທຳອິດຂອງຄະນະກຳມະການອາຊຽນທີ່ Bern

ຍ​ສ​ໝ - ທີ່ກອງ​ປ​ະ​ຊຸມ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ຢູ່ Bern, ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ອວຍ​ພອນ ແລະ ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ Covid – 19, ຮັກ​ສາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ພ້ອມ​ທັງ​ຜັນ​ຂະ​ຫຍາ​ຍ​ຢ່າງ​ຕັ້ງ​ໜ້າ​ບົດ​ບາ​ດ​ເປັນ​ປະ​ທານ​ອາ​ຊຽນ, ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ອາ​ຊຽນ ແລະ ກັບ​ບັນ​ຄູ່​ຮ່ວມ​ມື​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19.

ຫວຽດນາມດຶງດູດບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຂອງອິນເດຍ

ຫວຽດນາມດຶງດູດບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຂອງອິນເດຍ

ຍ​ສ​ໝ - ຫວຽດນາມ, ດ້ວຍພື້ນຖານເສດຖະກິດເປີດ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະ​ດວກ, ມີຄວາມສາມາດກາຍເປັນໜຶ່ງໃນບັນດາປະເທດທີ່ເຕີບໂຕໄວທີ່ສຸດໃນໂລກໃນໄລຍະຫລັງໂລກ​ລະ​ບາດ.

ຫວຽດ​ນາມ​ຄັດ​ຄ້ານ​ເລື່ອງ​ຈີ​ນ​ສົ່ງກຳປັ່ນສູ້ຮົບ ແລະ ​ເຮື​ອ​ບິນ​ສູ້​ຮົບ ໄປຍັງເກາະເຈື່ອງຊາ

ຫວຽດ​ນາມ​ຄັດ​ຄ້ານ​ເລື່ອງ​ຈີ​ນ​ສົ່ງກຳປັ່ນສູ້ຮົບ ແລະ ​ເຮື​ອ​ບິນ​ສູ້​ຮົບ ໄປຍັງເກາະເຈື່ອງຊາ

ຍສໝ - ໃນການຖະແຫຼງຂ່າວນັດສາມັນທີ່ໄດ້ດຳເນີນໃນຕອນບ່າຍວັນທີ 7 ສິງຫາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ຄຳເຫັນກ່ຽວກັບກິດຈະກຳທີ່ຜ່ານມາຂອງຈີນ ໃນເວລາທີ່ຈີນໄດ້ນຳໃຊ້ກຳປັ່ນສູ້ຮົບ ແລະ ເຮືອບິນສູ້ຮົບ ໄປຍັງ ເກາະເຈື່ອງຊາ ຂອງຫວຽດນາມ, ໃນນັ້ນມີເຂດ​​ລານຫີນ ຊູບີ.

ໝາກຜົນຫຼາຍຢ່າງທີ່ແທດຈິງໃນການຮ່ວມມືຊາຍແດນຫວຽດນາມ - ລາວ

ໝາກຜົນຫຼາຍຢ່າງທີ່ແທດຈິງໃນການຮ່ວມມືຊາຍແດນຫວຽດນາມ - ລາວ

ຍ​ສໝ - ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດ ລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ ແລະຜັນຂະຫຍາຍຢ່າງມີປະສິດທິຜົນໃນທຸກຂົງເຂດ. ພິເສດ, ໃນການຮ່ວມມືຊາຍແດນ, ສອງປະເທດໄດ້ປະສານສົມທົບຢ່າງ ແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ​ນຳ​ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍເຂົ້າ​ສູ່​ລວງ​ເລິກ .

ເອກອັກຄະລັດຖະທູດ ອິນໂດເນເຊຍ ເນັ້ນໜັກເຖິງບົດບາດຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການໂລກລະບາດ Covid - 19

ເອກອັກຄະລັດຖະທູດ ອິນໂດເນເຊຍ ເນັ້ນໜັກເຖິງບົດບາດຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການໂລກລະບາດ Covid - 19

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດອິນ​ໂດ​ເນ​ເຊຍ Ibnu Hadi ເນັ້ນໜັກເຖິງຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆຂອງຫວຽດນາມໃນການຮັກສາວິ​ວັດການຮ່ວມມືຂອງອາຊຽນໃນສະພາບການລະບາດຂອງພະຍາດ Covid -19, ເຊິ່ງກໍ່ໃຫ້ເກີດຄວາມວຸ້ນວາຍຫຼາຍໃນໂລກ.

ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ - ລາວ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ

ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ - ລາວ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ

ຍ​ສ​ໝ - ທ່ານ ເຈິ່ນ​ເຍິດ​ແທັ່ງ, ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ​ຕີ​ລາ​ຄາ​ວ່າ, ເຖິງວ່າ ຊຸມ​ເດືອນ​ຕົ້ນ​ປີນີ້, ໂລກ​ລະ​ບາດ Covid – 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ກໍ່​ຕາມ, ແຕ່​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ແກ້​ໄຂ​ເປັນ​ຢ່າງ​ດີ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ໃນ​ທຸກ​ດ້ານ​ຄື: ການ​ເມືອງ​, ເສດ​ຖະ​ກິດ, ການ​ທູດ ແລະ ການ​ປ້ອງ​ກັ​ນ​ຄວາມ​ສະ​ຫງົບ.

EVFTA ສ້າງ​ແງ່​ຫວັງ​ໃຫ້​ແກ່​ບັນດາ​ພື້ນຖານ​ເສດຖະກິດ ​ເອີຣົບ

EVFTA ສ້າງ​ແງ່​ຫວັງ​ໃຫ້​ແກ່​ບັນດາ​ພື້ນຖານ​ເສດຖະກິດ ​ເອີຣົບ

ມີເຖິງ 74% ການນໍາວິສາຫະກິດ ເອີຣົບ ມີຄວາມເຊື່ອໝັ້ນຕໍ່ສັນຍາ EVFTA ວ່າຈະສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການເຄື່ອນໄຫວດໍາເນີນທຸລະກິດຂອງເຂົາເຈົ້າ. 

ຍົກສູງປະສິດທິຜົນຂອງການພົວພັນຕ​່າງ​ປະ​ເທດ ຂອງພັກໃນສະພາບການໃໝ່

ຍົກສູງປະສິດທິຜົນຂອງການພົວພັນຕ​່າງ​ປະ​ເທດ ຂອງພັກໃນສະພາບການໃໝ່

ຍ​ສ​ໝ - ຕາງໜ້າໃຫ້ຄະນະພົວພັນຕ່າງປະເທດສູນກາງ, ທ່ານຮວ່າງບິ່ງກວນ ໄດ້ສົ່ງຄຳນອວຍພອນ ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ບັນດາສະ​ຫາຍ​ຫົວ​ໜ້າ ຄະນະຜູ້​ຕາງ​ໜ້າ. ທ່ານຮວ່າງບິ່ງກວນໄດ້ຕີລາຄາສູງ ໝາກ ຜົນຂອງການປະສານງານລະຫວ່າງຄະນະ ກຳ ມະການສູນກາງການພົວພັນຕ່າງ​ປະ​ເທດກັບກະຊວງການຕ່າງປະເທດເວົ້າ​ລວມ ແລະບັນດາອົງການຕາ​ງ​ໜ້​າຫວຽດນາມຢູ່ຕ່າງປະເທດເວົ້າສະເພາະໃນຊຸມປີຜ່ານມາ

ແຕ່ງ​ຕັ້ງ​ບັນ​ດາ​ອົງ​ການ​ຮັບ​ຜິດ​ຊອບ​ການ​ຜັນ​ຂະ​ຫຍາຍ ສັນ​ຍາ EVFTA

ແຕ່ງ​ຕັ້ງ​ບັນ​ດາ​ອົງ​ການ​ຮັບ​ຜິດ​ຊອບ​ການ​ຜັນ​ຂະ​ຫຍາຍ ສັນ​ຍາ EVFTA

ຍ​ສ​ໝ - ໃນ​ບັນ​ຊີ​ລາຍ​ຊື່​ແຕ່ງ​ຕັ້ງ​ບັນ​ດາ​ອົງ​ການ​ດັ່ງ​ກ່າວ​ມີ: ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຮັບ​ຜິດ​ຊອບ​ວຽກ​ງານ​ເປັນ​ເຈົ້າ​ພາບ​ບັນ​ດາ​ໂຄງ​ການ​ກ່ຽວ​ກັບ​ການ​ປ້ອງ​ກັນ​ການ​ຄ້າ, ບັນ​ດາ​ຮົ້ວ​ກີດ​ຂວາງ​ປອດ​ພາ​ສີ​ສຳ​ລັບ​ການ​ຄ້າ ແລະ ການ​ລົງ​ທຶນ​ໃນ​ການ​ຜະ​ລິດ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່…

ຫວຽດ​ນາມ​ ເປັນ​ເຈົ້າ​ການ​ໃນ​ການ​ຕ້ອນ​ຮັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ

ຫວຽດ​ນາມ​ ເປັນ​ເຈົ້າ​ການ​ໃນ​ການ​ຕ້ອນ​ຮັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ

ຍ​ສໝ - ທ່ານ​ ເລ​ຮ່​ວາຍ​ຈຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ໃຫ້​ຮູ້​ວ່າ ກະ​ຊວງ​ການ​ຕ່າງ​ປະ​ເທດ ຈະ​ໜູນ​ຊ່ວຍ​ແຂວງ​ຈ່າ​ວິງ​ ໃນ​ການ​ສຳ​ຜັດ​ກັບ​ບັນ​ດາ​ຫ້ອງ​ການ​ຕາງ​ໜ້າ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫ​ະ​ກິດ ແລະ ສະ​ຖານ​ທູດ​ບັນ​ດາ​ປະ​ເທດ​ປະ​ຈຳ​ຫວຽດ​ນາມ​ເພື່ອ​ເຊື່ອມ​ຕໍ່​ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ຮຽກ​ຮ້ອງ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ໂຄງ​ການ​ຈ​ຸດ​ສູມ​ມີ​ລັກ​ສະ​ນະ​ແກ້ງ​ແຍ້ງ​ສູງ.

IFC: ອຸ​ປະ​ຖ​ຳ​ເງິນ 40 ລ້ານUSD ໃຫ້​ແກ່​ວິ​ສາ​ຫະ​ກິດ​ຫວຽດ​ນາມທີ່ຖືກຮັບຜົນກະທົບຈາກ ໂລກ​ລະ​ບາດ COVID-19

IFC: ອຸ​ປະ​ຖ​ຳ​ເງິນ 40 ລ້ານUSD ໃຫ້​ແກ່​ວິ​ສາ​ຫະ​ກິດ​ຫວຽດ​ນາມທີ່ຖືກຮັບຜົນກະທົບຈາກ ໂລກ​ລະ​ບາດ COVID-19

ຍ​ສ​ໝ - ທ່ານ ຫງວຽນ​ດິ່ງ​ຕຸ່ງ ຜູ້ອຳນວຍການໃຫຍ່ຂອງ OCB ແບ່ງປັນວ່າ: ຄາດຄະເນວ່າໃນໄລ​ຍະ​ຈະ​ມາ​ເຖິງ, ຜົນ​ສະ​ທ້ອນ​ຂອງ COVID-19 ຈະຍັງຄົງຢູ່. ສະນັ້ນ, ບັນດາວິສາຫະກິດເວົ້​າ​ລວມປ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງເວົ້າສະເພາະຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄ່ອຍໆຟື້ນຟູການຜະລິດແລະດຳ​ເນີນທຸລະກິດ.

EVFTA ມີຜົນ​ສັກ​ສິດແມ່ນໂອກາດທີ່ດີເພື່ອຊຸກ​ຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ

EVFTA ມີຜົນ​ສັກ​ສິດແມ່ນໂອກາດທີ່ດີເພື່ອຊຸກ​ຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ

ຍ​ສ​ໝ - EVFTA ທີ່ຜົນ​ສັກ​ສິດແມ່ນໂອກາດທີ່ດີເພື່ອຊຸກ​ຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ ນັ້ນແມ່ນ ຄຳເຫັນຂອງທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ທີ່ກອງປະຊຸມໃຫ້​ແກ່ເອກອັກຄະລັດຖະທູດ, ຫົວໜ້າອົງ​ການການທູດໃນກອງປະຊຸມສຸດຍອດການຄ້າ ແລະ ຕະຫຼາດ​ນັດ,ວາງ​ສະ​ແດງ​ສິນ​ຄ້າ ອິ​ນ​ເດຍ - ອາ​ຊຽນ - ໂອເຊຍເນຍ ທີ່​ໄດ້​ຈັດ​ຕັ້ງ​ຄັ້ງ​ທ​ຳ​ດິດຢູ່ອິນເດຍ, ໃນຕອນເຊົ້າຂອງວັນທີ 4 ສິງຫາ 2020.

ສະຖານທູດຫວຽດນາມປະຈຳ ການາດາຮ່ວມ​ເດີນ​ທາງ​ກັບພົນລະເມືອງໃນ​ການປ້ອງກັນ ແລະ ຕ້ານ​ໂລກ​ລະ​ບາດ Covid-19

ສະຖານທູດຫວຽດນາມປະຈຳ ການາດາຮ່ວມ​ເດີນ​ທາງ​ກັບພົນລະເມືອງໃນ​ການປ້ອງກັນ ແລະ ຕ້ານ​ໂລກ​ລະ​ບາດ Covid-19

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ຟ້າມເຟືອກຟອງ ໃຫ້ຮູ້ວ່າ, ໃນໄລຍະເບື້ອ​ງ​ຕົ້ນຂອງໂລກລະບາດ, ສະຖານທູດໄດ້ມອບວຽກໃຫ້ພະນັກງານ, ລັດຖະກອນຢ່າງ ເໝາະສົມ, ຕັ້ງໂທລະສັບສາຍດ່ວນ (3 ສາຍ) ແລະ ກ່ອງຈົດໝາຍເອ​ເລັກ​ໂຕ​ນິກ 24/24 ຊົ່ວ​ໂມງ ແລະ 7 ວັນ/ອາທິດເພື່ອຮັກ​ສາ​ການຕິດຕໍ່ພົວພັນໃນ​ການສະໜັບສະໜູນ ພົນລະເມືອງໃຫ້ດີທີ່ສຸດໃນສະພາບການອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ​ປະ​ຕິ​ບັດ​ການ​ແຍກ​ຫ່າງໃນສັງຄົມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂອ້​ລົ​ມທາງໂທລະສັບ ກັບ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂອ້​ລົ​ມທາງໂທລະສັບ ກັບ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ

ຍ​ສ​ໝ -  ທ່ານນາຍົກລັດຖະມົນຕີ Abe Shinzo ໄດ້ສະ​ແດງ​ຄວາມ​ຂອບ​ອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສະໜັບສະໜູນ ລັດຖະບານ, ປະຊາຊົນຍີ່ປຸ່ນ ແລະ ຫ້ອງການຄະນະລັດຖະບານຍີ່ປຸ່ນ ຜ້າ​ອັດ​ປາກ ແລະອຸປະກອນການແພດທີ່ໄດ້ຜະລິດຢູ່ປະເທດຫວຽດນາມ

WB: ສັນ​ຍາ EVFTA  ກຳ​ລັງ​ໜູນ​ຊ່ວຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ

WB: ສັນ​ຍາ EVFTA  ກຳ​ລັງ​ໜູນ​ຊ່ວຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ

ຍ​ສ​ໝ - ຕາມ​ການ​ຄົ​້​ນ​ຄ​້​ວາ​ຂອງ​ທະ​ນາ​ຄານ​ໂລກ (WB) ໃຫ້​ເຫັນ​ວ່າ, ສັນ​ຍາ​ການ​ຄ້າ​ເສ​ລີ EVFTA ຈະ​ຊ່ວຍ​ໃຫ້​ຊາວ​ຫວຽດ​ນາມ 1 ແສນ - 8 ແສນ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃນ​ປີ 2030, ບັນ​ລຸ​ໄດ້​ລະ​ດັບ​ປະ​ມານ 0,7% ເມື່​ອ​ທຽບ​ໃສ່​ກັບ​ກໍ​ລະ​ນີ​ທີ່​ບໍ່​ມີ​ສັນ​ຍາ EVFTA.