ຍສໝ - ໜຶ່ງໃນບັນດາມາດຕະການເພີ່ມທະວີວຽກງານເຜີຍແຜ່ໂຄສະນາແມ່ນ ເມື່ອອອກຂ້າງນອກຕ້ອງໃຊ້ຜ້າອັດປາກ-ອັດດັງ, ລ້າງມືດ້ວຍສະບູ, ຈຳກັດການພົບປະສຳຜັດ… ກໍຄືພວກເຮົາຕ້ອງລາຍງານອາການສຸຂະພາບທາງເອເລກໂຕນິກ, ຕິດຕັ້ງໂປຼແກຼມ Bluezone ແລະ nCovy, ໂປຼແກຼມ Bluezone ແມ່ນໜຶ່ງໃນບັນດາມາດຕະການສົມທົບກັນໂດຍສັງລວມ, ປະຢັດເວລາ, ຄົ້ນຫາຜູ້ຕິດເຊື້ອໄດ້ຢ່າງໄວວາ ແລະ ມີປະສິດທິຜົນ.
ຍສໝ - ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຍ້ອນມີແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ສະພາບແວດລ້ອມແຫ່ງການລົງທຶນ ທີ່ດຶງດູດໃຈ, ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງການລົງທຶນທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ສຳລັບບັນຫາວິສາຫະກິດ ອິນເດຍ.
ຍສໝ - ບັນດາລັດຖະມົນຕີໄດ້ເຫັນດີວ່າອາຊຽນຄວນສືບຕໍ່ເພີ່ມທະວີຄວາມສາມັກຄີ,ຄວາມສະໜິດຕິດພັນ ແລະ ເພີ່ມທະວີຄວາມເຂັ້ມແຂງດ້ວຍຕົນເອງໃນການຊຸກຍູ້ບັນດາເປົ້າໝາຍ,ຫຼັກການແລະຜົນປະໂຫຍດລວມທີ່ໄດ້ລະບຸໄວ້ໃນກົດບັດອາຊຽນ.
ຍສໝ - ທີ່ກອງປະຊຸມຄະນະກຳມະການອາຊຽນຢູ່ Bern, ເອກອັກຄະລັດຖະທູດບັນດາປະເທດອາຊຽນໄດ້ອວຍພອນ ແລະ ຕີລາຄາສູງຜົນສຳເລັດຂອງຫວຽດນາມ ໃນການຄວບຄຸມໂລກລະບາດ Covid – 19, ຮັກສາການພັດທະນາເສດຖະກິດ, ພ້ອມທັງຜັນຂະຫຍາຍຢ່າງຕັ້ງໜ້າບົດບາດເປັນປະທານອາຊຽນ, ເພີ່ມທະວີການຮ່ວມມືອາຊຽນ ແລະ ກັບບັນຄູ່ຮ່ວມມືໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19.
ຍສໝ - ຫວຽດນາມ, ດ້ວຍພື້ນຖານເສດຖະກິດເປີດ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ, ມີຄວາມສາມາດກາຍເປັນໜຶ່ງໃນບັນດາປະເທດທີ່ເຕີບໂຕໄວທີ່ສຸດໃນໂລກໃນໄລຍະຫລັງໂລກລະບາດ.
ຍສໝ - ໃນການຖະແຫຼງຂ່າວນັດສາມັນທີ່ໄດ້ດຳເນີນໃນຕອນບ່າຍວັນທີ 7 ສິງຫາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ຄຳເຫັນກ່ຽວກັບກິດຈະກຳທີ່ຜ່ານມາຂອງຈີນ ໃນເວລາທີ່ຈີນໄດ້ນຳໃຊ້ກຳປັ່ນສູ້ຮົບ ແລະ ເຮືອບິນສູ້ຮົບ ໄປຍັງ ເກາະເຈື່ອງຊາ ຂອງຫວຽດນາມ, ໃນນັ້ນມີເຂດລານຫີນ ຊູບີ.
ຍສໝ - ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດ ລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ ແລະຜັນຂະຫຍາຍຢ່າງມີປະສິດທິຜົນໃນທຸກຂົງເຂດ. ພິເສດ, ໃນການຮ່ວມມືຊາຍແດນ, ສອງປະເທດໄດ້ປະສານສົມທົບຢ່າງ ແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການນຳການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍເຂົ້າສູ່ລວງເລິກ .
ຍສໝ - ທ່ານເອກອັກຄະລັດຖະທູດອິນໂດເນເຊຍ Ibnu Hadi ເນັ້ນໜັກເຖິງຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການລະບາດຂອງພະຍາດ Covid -19, ເຊິ່ງກໍ່ໃຫ້ເກີດຄວາມວຸ້ນວາຍຫຼາຍໃນໂລກ.
ຍສໝ - ທ່ານ ເຈິ່ນເຍິດແທັ່ງ, ເລຂາທິການຄະນະກຳມະການຮ່ວມມື ຫວຽດນາມ - ລາວຕີລາຄາວ່າ, ເຖິງວ່າ ຊຸມເດືອນຕົ້ນປີນີ້, ໂລກລະບາດ Covid – 19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ການນຳຂັ້ນສູງຂອງສອງປະເທດໄດ້ແກ້ໄຂເປັນຢ່າງດີບັນດາບັນຫາສຳຄັນໃນທຸກດ້ານຄື: ການເມືອງ, ເສດຖະກິດ, ການທູດ ແລະ ການປ້ອງກັນຄວາມສະຫງົບ.
ມີເຖິງ 74% ການນໍາວິສາຫະກິດ ເອີຣົບ ມີຄວາມເຊື່ອໝັ້ນຕໍ່ສັນຍາ EVFTA ວ່າຈະສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການເຄື່ອນໄຫວດໍາເນີນທຸລະກິດຂອງເຂົາເຈົ້າ.
ຍສໝ - ຕາງໜ້າໃຫ້ຄະນະພົວພັນຕ່າງປະເທດສູນກາງ, ທ່ານຮວ່າງບິ່ງກວນ ໄດ້ສົ່ງຄຳນອວຍພອນ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍຫົວໜ້າ ຄະນະຜູ້ຕາງໜ້າ. ທ່ານຮວ່າງບິ່ງກວນໄດ້ຕີລາຄາສູງ ໝາກ ຜົນຂອງການປະສານງານລະຫວ່າງຄະນະ ກຳ ມະການສູນກາງການພົວພັນຕ່າງປະເທດກັບກະຊວງການຕ່າງປະເທດເວົ້າລວມ ແລະບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດເວົ້າສະເພາະໃນຊຸມປີຜ່ານມາ
ຍສໝ - ໃນບັນຊີລາຍຊື່ແຕ່ງຕັ້ງບັນດາອົງການດັ່ງກ່າວມີ: ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບວຽກງານເປັນເຈົ້າພາບບັນດາໂຄງການກ່ຽວກັບການປ້ອງກັນການຄ້າ, ບັນດາຮົ້ວກີດຂວາງປອດພາສີສຳລັບການຄ້າ ແລະ ການລົງທຶນໃນການຜະລິດພະລັງງານຜະລິດຄືນໃໝ່…
ຍສໝ - ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ຈະໜູນຊ່ວຍແຂວງຈ່າວິງ ໃນການສຳຜັດກັບບັນດາຫ້ອງການຕາງໜ້າ, ສະຫະສະມາຄົມວິສາຫະກິດ ແລະ ສະຖານທູດບັນດາປະເທດປະຈຳຫວຽດນາມເພື່ອເຊື່ອມຕໍ່ບັນດາທ້ອງຖິ່ນ, ວິສາຫະກິດຕ່າງປະເທດ ຮຽກຮ້ອງດຶງດູດການລົງທຶນເຂົ້າບັນດາໂຄງການຈຸດສູມມີລັກສະນະແກ້ງແຍ້ງສູງ.
ຍສໝ - ທ່ານ ຫງວຽນດິ່ງຕຸ່ງ ຜູ້ອຳນວຍການໃຫຍ່ຂອງ OCB ແບ່ງປັນວ່າ: ຄາດຄະເນວ່າໃນໄລຍະຈະມາເຖິງ, ຜົນສະທ້ອນຂອງ COVID-19 ຈະຍັງຄົງຢູ່. ສະນັ້ນ, ບັນດາວິສາຫະກິດເວົ້າລວມປ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງເວົ້າສະເພາະຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄ່ອຍໆຟື້ນຟູການຜະລິດແລະດຳເນີນທຸລະກິດ.
ຍສໝ - EVFTA ທີ່ຜົນສັກສິດແມ່ນໂອກາດທີ່ດີເພື່ອຊຸກຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ ນັ້ນແມ່ນ ຄຳເຫັນຂອງທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ທີ່ກອງປະຊຸມໃຫ້ແກ່ເອກອັກຄະລັດຖະທູດ, ຫົວໜ້າອົງການການທູດໃນກອງປະຊຸມສຸດຍອດການຄ້າ ແລະ ຕະຫຼາດນັດ,ວາງສະແດງສິນຄ້າ ອິນເດຍ - ອາຊຽນ - ໂອເຊຍເນຍ ທີ່ໄດ້ຈັດຕັ້ງຄັ້ງທຳດິດຢູ່ອິນເດຍ, ໃນຕອນເຊົ້າຂອງວັນທີ 4 ສິງຫາ 2020.
ຍສໝ - ທ່ານເອກອັກຄະລັດຖະທູດ ຟ້າມເຟືອກຟອງ ໃຫ້ຮູ້ວ່າ, ໃນໄລຍະເບື້ອງຕົ້ນຂອງໂລກລະບາດ, ສະຖານທູດໄດ້ມອບວຽກໃຫ້ພະນັກງານ, ລັດຖະກອນຢ່າງ ເໝາະສົມ, ຕັ້ງໂທລະສັບສາຍດ່ວນ (3 ສາຍ) ແລະ ກ່ອງຈົດໝາຍເອເລັກໂຕນິກ 24/24 ຊົ່ວໂມງ ແລະ 7 ວັນ/ອາທິດເພື່ອຮັກສາການຕິດຕໍ່ພົວພັນໃນການສະໜັບສະໜູນ ພົນລະເມືອງໃຫ້ດີທີ່ສຸດໃນສະພາບການອຳນາດການປົກຄອງຂອງປະເທດປະຈຳຖິ່ນປະຕິບັດການແຍກຫ່າງໃນສັງຄົມ.
ຍສໝ - ທ່ານນາຍົກລັດຖະມົນຕີ Abe Shinzo ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສະໜັບສະໜູນ ລັດຖະບານ, ປະຊາຊົນຍີ່ປຸ່ນ ແລະ ຫ້ອງການຄະນະລັດຖະບານຍີ່ປຸ່ນ ຜ້າອັດປາກ ແລະອຸປະກອນການແພດທີ່ໄດ້ຜະລິດຢູ່ປະເທດຫວຽດນາມ
ຍສໝ - ຕາມການຄົ້ນຄ້ວາຂອງທະນາຄານໂລກ (WB) ໃຫ້ເຫັນວ່າ, ສັນຍາການຄ້າເສລີ EVFTA ຈະຊ່ວຍໃຫ້ຊາວຫວຽດນາມ 1 ແສນ - 8 ແສນຄົນຫຼຸດພົ້ນອອກຈາກຄວາມທຸກຍາກໃນປີ 2030, ບັນລຸໄດ້ລະດັບປະມານ 0,7% ເມື່ອທຽບໃສ່ກັບກໍລະນີທີ່ບໍ່ມີສັນຍາ EVFTA.
ຍສໝ - ວັນທີ 3 ສິງຫາ, ຜູ້ຕາງໜ້າອົງການອະນາໄມໂລກ (WHO) ໄດ້ຍ້ອງຍໍຊົມເຊີຍວິທີການຮັບມືກັບໂລກລະບາດ Covid – 19 ຂອງຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດຕ່າງໆທາບທາມມາດຕະການດັ່ງກ່າວ.
ຍສໝ - ວັນທີ 3 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົວໂທ ຫງວຽນຈີ໊ວິງ, ກຳມະການສູນການພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍປະຈຳຫວຽດນາມ.