
ສື່ມວນຊົນສາກົນຕີລາຄາສູງຕໍ່ບັນດາກາລະໂອກາດທາງດ້ານເສດຖະກິດຂອງຫວຽດນາມ
ບັນດາການນຳຫວຽດນາມ ພວມສຸມໃສ່ດຶງດູດເງິນລົງທຶນຈາກຕ່າງປະເທດໃຫ້ຫຼາຍກວ່າ, ໃນສະພາບທີ່ປະເທດນີ້ໄດ້ກາຍເປັນ “ຕ່ອງໂສ້ທີ່ຈຳເປັນ” ໃນລະບົບສະໜອງທົ່ວໂລກ.
ບັນດາການນຳຫວຽດນາມ ພວມສຸມໃສ່ດຶງດູດເງິນລົງທຶນຈາກຕ່າງປະເທດໃຫ້ຫຼາຍກວ່າ, ໃນສະພາບທີ່ປະເທດນີ້ໄດ້ກາຍເປັນ “ຕ່ອງໂສ້ທີ່ຈຳເປັນ” ໃນລະບົບສະໜອງທົ່ວໂລກ.
ກອງປະຊຸມໃຫ່ຍ ໄດ້ປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາຈຳນວນ ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 13 ແມ່ນ 200 ສະຫາຍ, ໃນນັ້ນ ມີ 180 ສະຫາຍແມ່ນກຳມະການສູນກາງພັກເປັນທາງການ ແລະ 20 ສະຫາຍ ແມ່ນກຳມະການສູນກາງພັກສຳຮອງ.
ຂ່າວກ່ຽວກັບພິທີໄຂກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນໜຶ່ງໃນບັນດາເນື້ອໃນ ເຊິ່ງສື່ມວນຊົນ ຈີນ ໄດ້ລົງຂ່າວເປັນຈຳນວນຫຼາຍ.
ໜຶ່ງໃນບັນດາເນື້ອໃນທີ່ໄດ້ເຕື້ອງເຖິງທີ່ກອງປະຊຸມແມ່ນການປຸກລຸກກຳລັງແຮງແຫ່ງຊາດ, ຖືເປັນສຳຄັນທັດສະນະຖືປະຊາຊົນເປັນກົກ.
ໜັງສືພິມ ປະເທດລາວ ສະບັບອອກວັນທີ 28 ມັງກອນ ໄດ້ລົງບົດຂຽນທີ່ມີຫົວຂໍ້ວ່າ: “ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ສ້າງຂີດໝາຍແຫ່ງການພັດທະນາຢ່າງແຮງຂອງພັກກອມມູນິດ ຫວຽດນາມ”.
ຜູ້ແທນບັນດາປະເທດ, ອົງການຈັດຕັ້ງສາກົນ ມີບັນດາຄຳເຫັນຕີລາຄາທີ່ດີງາມ ແລະ ມີຄວາມເຊື່ອໝັ້ນຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນຢູ່ຮ່າໂນ້ຍ ຈະປະສົບຜົນສຳເລັດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາ, ຄວາມກ້າວໜ້າ ແລະ ວັດທະນາຖາວອນ ຂອງ ຫວຽດນາມ ໃນອະນາຄົດ.
ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນຈຸດນັດພົບຂອງການລົງທຶນ ແລະ ສູນຜະລິດໃນທົດສະວັດຈະມາເຖິງ.
ໃນທຸກວຽກງານຂອງພັກ ແລະ ລັດ, ຍາມໃດກໍ່ຕ້ອງຊາບຊຶມທັດສະນະຢ່າງເລິກເຊິ່ງທີ່ວ່າ ຖື “ປະຊາຊົນເປັນກົກ”; ມີຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ.
ຕອນເຊົ້າວັນທີ 26 ມັງກອນ ປະຊາຊົນຢູ່ນະຄອນ ໂຮ່ຈີມິນ ແລະ ເຂດກໍ້າຕາເວັນອອກພາກໃຕ້ໄດ້ຕິດຕາມວາລະໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ XIII. ບັນດາພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໄດ້ຕັ້ງຄວາມຫວັງ ແລະ ເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້, ເພື່ອນຳປະເທດຊາດສືບຕໍ່ພັດທະນາໃນໄລຍະຈະມາເຖິງ.
ພ້ອມກັບການສືບທອດ, ບົດລາຍການສືບຕໍ່ມີຈຸດໃໝ່ຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ສະແດງໃຫ້ເຫັນຢ່າງຈະແຈ້ງບາດກ້າວ “ບຸກທະລຸໃນບຸກທະລຸ”.
ຖ້າຫາກສົມທຽບ ຫວຽດນາມ ກ່ອນນີ້ 30 ປີ ກັບຫວຽດນາມ ໃນປະຈຸບັນ, ຈະເຫັນວ່າ ພັກ ແລະ ລັດຫວຽດນາມ ໄດ້ປະຕິບັດຄຳຂວັນທີ່ວ່າ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ສີວິໄລ ແລະ ປະຊາທິປະໄຕ”.
ພັກກອມມູນິດ ອາເມລິກາໄດ້ສົ່ງສານມິດຕະພາບໄປຍັງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຢັ້ງຢືນ ຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍ ເຊິ່ງພັກໄດ້ວາງອອກ ນັ້ນແມ່ນ ເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບບັນດາປະເທດ, ບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ.
ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.
ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ດໍາເນີນແຕ່ວັນທີ 25 ມັງກອນຫາວັນທີ 2 ກຸມພາ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບບັນດາຜົນງານຂອງຫວຽດນາມ ໃນຊຸມປີຜ່ານມາ ແລະການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ.
ປະເທດສສ.ຫວຽດນາມ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ ເຖິງວ່າໃນສະພາບໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19.
ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງພັກ, ຂອງຊາດ ແລະ ປະເທດຫວຽດນາມ, ມີຄວາມໝາຍກຳນົດທິດໃຫ້ແກ່ອະນາຄົດ, ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາຢ່າງຮອບດ້ານ, ຄົບຊຸດ.
ສຳລັບພໍ່ແມ່ປະຊາຊົນແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນເຫດການການເມືອງທີ່ສຳຄັນ, ເຊິ່ງປະຊາຊົນມີຄວາມຫວັງຫຼາຍຢ່າງກ່ຽວກັບໄລຍະຍູ້ແຮງພາລະກິດປ່ຽນແປງໃໝ່, ນໍາປະເທດສືບຕໍ່ພັດທະນາ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ແມ່ນເຫດການສຳຄັນໃນຊີວິດການເມືອງຂອງພັກ ແລະ ລັດ ຫວຽດນາມ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະດຳເນີນແຕ່ວັນທີ 25 ມັງກອນ ຫາວັນທີ 2 ກຸມພາ ຢູ່ຮ່າໂນ້ຍ.