ຍສໝ - ເຂົ້າຮ່ວມພິທີ ມີການຮອງສາດສະດາຈານ ປ.ອ ເວືອງດຶກຮ່ວາງກວນ - ປະທານ HUFO, ທ່ານນາງ ເຈິ່ນແຄງເວິນ ຮອງປະທານ HUFO, ຜູ້ຕາງໜ້າຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພ້ອມກັບນັກສຶກສາ 20 ຄົນ ທີ່ເປັນຜູ້ຕາງໜ້າໃຫ້ແກ່ນັກສຶກສາລາວ ແລະ ກຳປູເຈຍ 240 ຄົນທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ.
ກ່າວຄຳເຫັນທີ່ພິທີສະແດງຄວາມຮູ້ບຸນຄຸນ, ທ່ານ ພົນຈັດຕະວາ ຮ່ວາງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳລາວໃຫ້ຮູ້ວ່າ: ວັນທີ 22 ມີນາ 1961, ຕາມຄວາມຮຽກຮ້ອງຕ້ອງການຂອງສອງພັກ, ສອງລັດ, ກຸ່ມນັກຊ່ຽວຊານທຳອິດ ຂອງ ຫວຽດນາມ ໄດ້ສົ່ງໄປຍັງເມືອງວຽງໄຊ, ແຂວງຫົວພັນ ເພື່ອໜູນຊ່ວຍຄະນະຕຳຫຼວດສູນກາງ, ແມ່ນ ກະຊວງປ້ອງກັນຄວາມສະຫງົບລາວ ປະຈຸບັນ.
ປັດຈຸບັນ, ກຸ່ມຄົ້ນຄ້ວາ ໄດ້ຮັບສະໝັກຜູ້ເຂົ້າຮ່ວມການທົດລອງສັກວັກຊິນ COVIVAC ຄົບ 120 ຄົນ ໃຫ້ແກ່ໄລຍະທຳອິດ, ລວມມີ 30 ຄົນໃນແຕ່ລະເກນອາຍຸ (18 – 30 ປີ ແລະ 40 – 59 ປີ) ແລະ ມີທັງຊາຍ ແລະ ຍິງ.
ປີ 2021 ກໍ່ແມ່ນປີທຳອິດທີ່ປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີ, ໄລຍະ 2021 – 2030.
ຍສໝ - ໃນໂອກາດນີ້, ທະຫານປ້ອງກັນຊາຍແດນ ແຂວງ ລອງອານໄດ້ມອບໃຫ້ແກ່ກຳລັງປະກອບອາວຸດແຂວງ Prey Veng ວັດຖຸອຸປະກອນການແພດລວມມີ: ຜ້າອັດປາກ - ດັງອະນາໄມ 7500 ອັນ, ຢາຂ້າເຊື້ອ 180 ລິດ, ຢາລ້າງມືຂ້າເຊື້ອ 226 ຕຸກ ແລະ ເງິນເປັນຈຳນວນ 60 ລ້ານດົ່ງ.
ຍສໝ - ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງ Preah Sihanouk ໄດ້ສົມທົບກັບຜູ້ໃຈບູນເຊື້ອຊາດ ຫວຽດນາມ ຢູ່ບໍລິເວນ ເພື່ອສົ່ງເງິນເປັນຈຳນວນ 1000 USD ເພື່ອໜູນຊ່ວຍຮີບດ່ວຍໃຫ້ແກ່ 219 ຄອບຄົວເຊື້ອຊາດ ຫວຽດນາມ ຢູ່ຕາແສງ Prek Tamlop, ເມືອງ Loeuk Duek ແຂວງ Kandal.
ຄິດສະເລ່ຍ ຜູ້ຊົມໃຊ້ຢູ່ຫວຽດນາມຕ້ອງຈ່າຍເງິນເປັນຈຳນວນ 11,27 USD ຕໍ່ເດືອນ ເພື່ອນຳໃຊ້ການບໍລິການ ອິນເຕີແນັດ.
ຍສໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້ມບິ່ງມິງ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງບັນດາການນຳຂັ້ນສູງຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ໄປຍັງການນຳຂັ້ນສູງຂອງພັກ, ລັດ ແລະ ລັດຖະບານ ກູບາ.
ຍສໝ - ທີ່ບັນດາການພົບປະ, ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມື, ແບ່ງປັນບັນດາການເຄື່ອນໄຫວ, ພິເສດແມ່ນໃນຂົງເຂດຈຸດສຸມຂອງແຕ່ລະເມືອງແລະຊຸກຍູ້ການແລກປ່ຽນຄະນະຜູ້ແທນພາຍຫລັງບັນດາຂໍ້ຈຳກັດການເດີນທາງທີ່ເກີດຈາກໂລກລະບາດ COVID-19 ໄດ້ຜ່ອນຄາຍລົງ.
ຍສໝ - ກອງປະຊຸມໄດ້ຈັດຕັ້ງທາງອອນລາຍ ດ້ວຍ 63 ສະຖານທີທ່າຍຖອດສົດ ຢູ່ບັນດາແຂວງ/ນະຄອນຂຶ້ນກັບສູນກາງ. ທ່ານ ຟານແອັງເຊີນ, ຮອງປະທານຄະນະກຳມະການ, ຮອງປະທານ - ເລຂາທິການໃຫຍ່ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ເປັນປະທານກອງປະຊຸມ.
ຍສໝ - ຫວຽດນາມ ແລະ ການາດາໄດ້ກໍ່ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນຄູ່ຮ່ວມມືເສດຖະກິດ, ໃນສະພາບການທັງສອງປະເທດລ້ວນແຕ່ແມ່ນສະມາຊິກຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
ທີ່ພິທີປູກລະດົມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ມອບຕົ້ນໄມ້ 10.000 ຕົ້ນໃຫ້ແກ່ປະຊາຊົນເມືອງ ໂດເລືອງ, ແຂວງເງະອານ. ການນຳແຂວງເງະອານໃຫ້ຮູ້ວ່າ, ນັບແຕ່ນີ້ຮອດປີ 2025 ຈະປູກຕົ້ນໄມ້ 50 ລ້ານຕົ້ນ, ເພື່ອປະກອບສ່ວນເຂົ້າໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ ໂດຍທ່ານນາຍົກລັດຖະມົນຕີປູກລະດົມ.
ຍສໝ - ສຳນັກຂ່າວສານຫວຽດນາມໃຫ້ຮູ້ວ່າ, ເຖິງວ່າບັນດາບໍລິສັດຂອງ ຫວຽດນາມ ເຄີຍເຂົ້າຮ່ວມການເຄື່ອນໄຫວແກ້ໄຂທາດດີໂອຊິນຂອງອົງການນີ້ ຢູ່ທັງສອງໂຄງການແມ່ນ ສະໜາມບິນດ່ານັ້ງ ແລະ ສະໜາມບິນບຽນຮ່ວາແລ້ວ, ແຕ່ພຽງແຕ່ແມ່ນຜູ້ຮັບເໝົາສຳຮອງຂອງບັນດາບໍລິສັດອາເມລິກາ.
ທີ່ວາລະໄຂກອງປະຊຸມສຳມະນາ, ໃນຖານະເປັນປະທານຮ່ວມ ແລະ ຫົວໜ້າຂອງຄະນະຜູ້ແທນ ຫວຽດນາມ, ທ່ານ ຫວູໂຮ່, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ແບ່ງປັນກ່ຽວກັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ການໂອ້ລົມສົນທະນາ, ຮ່ວມມືເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ ຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງທາງທະເລ.
ຍສໝ - ຕາມສຳນັກຂ່າວສານ ຫວຽດນາມ ແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ໄດ້ຢັ້ງຢືນວ່າ ຫວຽດນາມສືບຕໍ່ເສັ້ນທາງທາງການທູດທີ່ເປັນເອກະພາບ, ເປັນເຈົ້າຕົນເອກ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ. ໃນນັ້ນ, ສະຫະພັນ ລັດເຊຍ ແມ່ນຄູ່ຮ່ວມມືທີ່ມາແຕ່ດົນນານ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຍາມໃດກໍ່ໄດ້ຮັບການບຸລິມະສິດສູງໃນນະໂຍບາຍທາງການທູດ ຂອງ ຫວຽດນາມ.
ຍສໝ - ຕາງໜ້າບັນດາວິສາຫະກິດ ສະມາຊິກ VASEAN ກໍ່ກ່າວຄຳເຫັນສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍຂອງລັດຖະບານ, ບັນດາກະຊວງ, ຕີລາຄາສູງເລື່ອງລັດຖະບານ ຄວບຄຸມໄດ້ໂລກລະບາດໂຄວິດ - 19 ໃຫ້ສຳເລັດຜົນ, ຈາກນັ້ນ ໄດ້ຮັກສາສະຖຽນລະພາບການຜະລິດ, ດຳເນີນທຸລະກິດຄືໃນປັດຈຸບັນ.
ຍສໝ - ທ່ານ ຮ່ວຽນກົງມີ ປະທານສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ແບນຊິກ ໄດ້ມອບຜ້າອັດປາກ - ດັງ 1200 ອັນໃຫ້ແກ່ການນຳ ເມືອງ Ixelles ໂດຍເປັນບ່ອນສະຖານທູດ ຫວຽດນາມ ປະຈຳ ແບນຊິກຕັ້ງສຳນັກງານ ແລະ ແມ່ນບໍລິເວນທີ່ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ພ້ອມກັບນັກສຶກສາພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຫຼາຍທີ່ສຸດ.
ສອງຝ່າຍກໍ່ສືບຕໍ່ສາມັກຄີກັນ, ສະໜິດຕິດພັນ, ໜູນຊ່ວຍ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາການເຄື່ອນໄຫວພົວພັນຮ່ວມມືຂອງຊາວໜຸ່ມຫຼາຍຝ່າຍໃນພາກພື້ນ ແລະ ໂລກ, ເປັນຕົ້ນແມ່ນກົນໄກຮ່ວມມືຊາວໜຸ່ມ ອາຊຽນ.
ຍສໝ - ທ່ານ ຫງວຽນວັນແກນ, ສະມາຊິກສະມາຄົມ ຂະແມ - ຫວຽດນາມ ແຂວງ Prayveng, ປະທານສະມາຄົມ ໂດຍຕາງໜ້າໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ກຳປູເຈຍໃນແຂວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດານ້ຳໃຈພິເສດກ່ຽວກັບເນື້ອໃນຈິດໃຈ ແລະ ວັດຖຸເຊິ່ງກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງທາບ ໄດ້ສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ
ຍສໝ - ຕາມບົດລາຍງານເຊິ່ງທະນາຄານໂລກ ທີ່ຫາກໍ່ປະກາດໃນມໍ່ໆມານີ້ກ່ຽວກັບສະພາບການເສດຖະກິດມະຫາພາກຂອງຫວຽດນາມ ໃນເດືອນ ມີນາ, ເສດຖະກິດຫວຽດນາມ ຍັງມີການຜັນແປຢ່າງຕັ້ງໜ້າຍ້ອນມີມາດຕະການຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ.