ຍສໝ - ທ່ານ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງໄດ້ຢັ້ງຢືນຈິດໃຈສະເໜີຕົ້ນສະເໜີປາຍວ່າ ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກປະເທດຊາດໄດ້, ນີ້ແມ່ນແຫຼ່ງກຳລັງອັນຍິ່ງໃຫຍ່ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ດ້ວຍຫຼາຍຮູບການທີ່ແທ້ຈິງ, ຢູ່ຫຼາຍລະດັບທີ່ແຕກຕ່າງກັນ.
ຍສໝ - ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 2 ຄະນະປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຊຸດທີ VI (2019 - 2024). ແບ່ງປັນທີ່ກອງປະຊຸມ, ທ່ານ ຮ່ວາງບິ່ງກວນ ຫົວໜ້າຄະນະການພົວພັນທາງການທູດສູນກາງ ໄດ້ເວົ້າວ່າ: “ຄຳສັ່ງເລກທີ 38 – CT/TW ໃນວັນທີ 19 ກັນຍາ 2019 ຂອງຄະນະເລຂາກ່ຽວກັບການປ່ຽນແປງໃໝ່, ເສີມຂະຫຍາຍບົດບາດ ແລະ ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມໃນສະພາບການໃໝ່ຊີ້ແຈ້ງວ່າ: ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ໄດ້ຈັດຕັ້ງຢ່າງແໜ້ນແຟ້ນ, ຮັບປະກັນລັດຖະກອນ, ບັນດາລະບອບນະໂຍບາຍຕໍ່ພະນັກງານ, ງົບປະມານ ແລະ ເງື່ອນໄຂໃນການເຮັດວຽກ”.
ວັນທີ 28 ພຶດສະພາ, ຢູ່ສຳນັກງານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ, ຕາງໜ້າ HUFO, ສະມາຄົມມິດຕະພາບຫວຽດນາມ - ອາເມລິກາໄດ້ມອບຜ້າອັດປາກ - ດັງ 75.000 ອັນ, ຊຸດປ້ອງກັນພະຍາດ 100 ຊຸດ, ເງິນສົດ 2000 USD ໃຫ້ແກ່ປະຊາຊົນ ອາເມລິກາໃນການປ້ອງກັນ, ສະກັດກັ້ນໂລກລະບາດ.
ຍສໝ - ເລື່ອງຈີນ ສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງ ຊີຊາ ແລະ ເມືອງ ໜານຊາ ແມ່ນລະເມີດລ່ວງລ້ຳອະທິປະໄຕ, ສິດອຳນາດອະທິປະໄຕບໍ່ອາດໂຕ້ຖຽງກັນໄດ້ຂອງ ຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ແລະ ເຈືອງຊາ.
ຍສໝ - ຕອນເຊົ້າວັນທີ 10 ເມສາ 2020, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ລາວ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າຂອງ ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ໄດ້ມອບເງິນຈຳນວນ 113.900.000 ກີບ ໃຫ້ແກ່ລັດຖະບານລາວເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນລາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid -19.
ຍສໝ - ຜູ້ອອກແຮງງານທີ່ເຮັດວຽກຕາມລະບອບສັນຍາແຮງງານຕ້ອງຕົກລົງກັນຢຸດຕິຊົ່ວຄາວການປະຕິບັດສັນຍາແຮງງານ, ພັກວຽກບໍ່ໄດ້ຮັບເງິນເດືອນແຕ່ 1 ເດືອນຂຶ້ນໄປ ຍ້ອນບັນດາວິສາຫະກິດປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid– 19, ເຊິ່ງບໍ່ມີລາຍຮັບ ຫຼືບໍ່ມີແຫຼ່ງການເງິນເພື່ອຈ່າຍເງິນເດືອນນັ້ນ ແມ່ນໄດ້ຮັບການໜູນຊ່ວຍດ້ວຍລະດັບເງິນ 1,8 ລ້ານດົ່ງ/ຄົນ/ເດືອນ.
ສາຍພົວພັນໄມຕິຈິດມິດຕະພາບແບບພິເສດ ແລະ ຫາຍາກລະຫວ່າງຫວຽດນາມ - ລາວ ພວມພັດທະນາຢ່າງດີງາມ, ການພົວພັນຂອງຄະນະຊາວໜຸ່ມສອງປະເທດກໍນັບມື້ນັບພັດທະນາຢ່າງໝັ້ນແກ່ນ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຕັ້ງໜ້າແບ່ງປັນປະສົບການ ແລະ ໜູນຊ່ວຍຄະນະຊາວໜູ່ມປະຊາຊົນປະຕິວັດລາວໃນການພັດທະນາວຽກງານຊາວໜຸ່ມ, ທັກສະຈັດຕັ້ງຂະບວນການກິດຈະກຳຕ່າງໆ ແລະ ພັດທະນາການຈັດຕັ້ງຂອງຄະນະຊາວໜຸ່ມ.
ຍສໝ - ວັນທີ 29 ຕຸລາ 2019, ຢູ່ຮ່າໂນ້ຍ, ທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານນາງສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ (01 ພະຈິກ 1949 – 01 ພະຈິກ 2019).
ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ແຂວງກ໋ວາງບິ່ງ, ກອງປະຊຸມສຳມະນາທິດສະດີຄັ້ງທີ VII ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວດ້ວຍຫົວຂໍ້ “ກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່” ໄດ້ອັດລົງ ແລະ ປະສົບຜົນສຳເລັດຢ່າງຈົບງາມ.
ໃນລະຫວ່າງວັນທີ 14-15 ກຸມພາ 2019 ນີ້ ທີ່ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ ປີ 2018 ຂອງສານປະຊາຊົນ ເພື່ອຍົກສູງປະສິດທິພາບ ໃນການຄຸ້ມຄອງບໍລິຫານສານ, ບໍລິຫານຄະດີ ໃຫ້ມີຄຸນນະພາບ ແລະ ມີປະສິດທິພາບສູງ, ພ້ອມທັງວາງຄາດໝາຍສູ້ຊົນ ໃນການເອົາໃຈໃສ່ພິຈາລະນາແກ້ໄຂຄະດີ ໃຫ້ມີຄວາມວ່ອງໄວບັນລຸ 85% ຕໍ່ປີ, ຮັບປະກັນການຕັດສິນຄະດີ ມີຄຸນນະພາບ, ອັດຕາມການຂໍອຸທອນ ຢູ່ໃນລະດັບ 15% ແລະ ການຂໍລົບລ້າງໃຫ້ຫລຸດເມື່ອທຽບໃສ່ປີຜ່ານມາ.
ທ້າຍອາທິດທີ່ຜ່ານມາ, ທ່ານເຈົ້າແຂວງສະຫວັນ ນະເຂດ ສັນຕິພາບ ພົມວິຫານ ພ້ອມຄະນະ ໄດ້ລົງພົບປະໂອ້ລົມກຸ່ມ ຊາວນາ, ກຸ້ມຜະລິດພາຍໃນ ເມືອງໄຊບູລີ ທີ່ວັດບ້ານເວີນ.