ຮອງປະທານສະພາແຫ່ງຊາດລາວ ພົບປະກັບບັນດາການນຳຂັ້ນສູງຂອງ ຫວຽດນາມ
ຍສໝ - ຕອນບ່າຍຂອງວັນທີ 17 ກໍລະກົດ ທີ່ຜ່ານມາ ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ທ່ານ ແສງນວນ ໄຊຍະລາດ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດລາວ ໄດ້ເຂົ້າພົບຢ້ຽມຢາມຖາມຂ່າວກັບ ພະນະທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວ໋ຽນທິກິມເງິນ