ທ່ານນາງປະທານສະພາແຫ່ງຊາດຫວຽດນາມມອບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ກອງນັກຮົບຍິງແຂວງເບັ໋ນແຈ

08:25 | 07/08/2018

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍມູນຊື້ອທີ່ສະຫງ່າລາສີນັ້ນ, ຄະນະພັກ ແລະ ປະຊາຊົນແຂວງເບັ໋ນແຈ່ ຈະບືນຕົວຂຶ້ນຢ່າງແຮງ, ນໍາເບັ໋ນແຈ່ ກາຍເປັນແຂວງພັດທະນາ”.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມມອບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ກອງນັກຮົບຍິງແຂວງເບັ໋ນແຈ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນກ່າວຄໍາເຫັນທີ່ພິທີ.

ຕອນເຊົ້າວັນທີ 6 ສິງຫາ, ຄະນະພັກແຂວງ, ສະພາປະຊາຊົນ,ຄະນະກໍາມະການປະຊາຊົນ ແລະ ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງເບັ໋ນແຈ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 73 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດຫວຽດນາມ ວັນທີ 2 ກັນຍາ, 50 ປີແຫ່ງວັນເບັ໋ນແຈ ໄດ້ຮັບນາມມະຍົດ “ພ້ອມກັນລຸກຮື້ຂຶ້ນຢ່າງພິລະອາດຫານ, ຕີເອົາໄຊຊະນະອາເມລິກາ, ດັບສູນທະຫານຫຸ່ນ” ແລະ ຕ້ອນຮັບນາມມະຍົດ ວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ບັນດາໝູ່ຄະນະສະຫະພັນແມ່ຍິງປົດປ່ອຍ - ກອງນັກຮົບຍິງ ແລະ ບຸກຄົນຈໍານວນໜຶ່ງ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຊີ້ແຈ້ງວ່າ:

“ດ້ວຍນໍ້າໃຈຂອງຕົນ, ຂ້າພະເຈົ້າຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ພໍ່ແມ່ພີ່ນ້ອງຮ່ວມຊາດທຸກຄົນໃນທົ່ວແຂວງເບັ໋ນແຈ່ ທີ່ພວມເຮັດວຽກ, ດໍາລົງຊີວິດຢູ່ບັນດາທ້ອງຖິ່ນທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງສາມັກຄີ, ເປັນຈິດໜຶ່ຶງໃຈດຽວ, ເສີມຂະຫຍາຍມູນເຊື້ອຮັກຊາດ, ດຸໝັ່ນຂະຫຍັນພຽນ, ປະດິດຄິດສ້າງ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍລຸ້ນພໍ່ລຸ້ນອ້າຍສ້າງຂຶ້ນ ເພື່ອອອກແຮງແຂ່ງຂັນປະຕິບັດບັ້ນແຂ່ງຂັນ “ພ້ອມກັນລຸກຮື້ຂຶ້ນໃໝ່” ຢ່າງມີໄຊ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍມູນຊື້ອທີ່ສະຫງ່າລາສີນັ້ນ, ຄະນະພັກ ແລະ ປະຊາຊົນແຂວງເບັ໋ນແຈ່ ຈະບືນຕົວຂຶ້ນຢ່າງແຮງ, ນໍາເບັ໋ນແຈ່ ກາຍເປັນແຂວງພັດທະນາ”.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.