ສະຫະລັດອາເມລິກາ ສະແດງຄວາມກັງວົນຕໍ່ການກະທໍາ

ສະຫະລັດອາເມລິກາ ສະແດງຄວາມກັງວົນຕໍ່ການກະທໍາ "ສ້າງຄວາມບໍ່ໝັ້ນຄົງ" ຂອງຈີນໃນທະເລຕາເວັນອອກ

ຍສໝ - ວັນທີ 7 ສິງຫາ, ທ່ານ Mark Esper - ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບ ກັບ ທ່ານ Wei Fenghe - ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ກ່ຽວກັບສະພາບການໃນທະເລຕາເວັນອອກ ແລະ ບໍລິເວນໃກ້ກັບໄຕ້ຫວັນ.

ຫວຽດ​ນາມ​ຄັດ​ຄ້ານ​ເລື່ອງ​ຈີ​ນ​ສົ່ງກຳປັ່ນສູ້ຮົບ ແລະ ​ເຮື​ອ​ບິນ​ສູ້​ຮົບ ໄປຍັງເກາະເຈື່ອງຊາ

ຫວຽດ​ນາມ​ຄັດ​ຄ້ານ​ເລື່ອງ​ຈີ​ນ​ສົ່ງກຳປັ່ນສູ້ຮົບ ແລະ ​ເຮື​ອ​ບິນ​ສູ້​ຮົບ ໄປຍັງເກາະເຈື່ອງຊາ

ຍສໝ - ໃນການຖະແຫຼງຂ່າວນັດສາມັນທີ່ໄດ້ດຳເນີນໃນຕອນບ່າຍວັນທີ 7 ສິງຫາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ຄຳເຫັນກ່ຽວກັບກິດຈະກຳທີ່ຜ່ານມາຂອງຈີນ ໃນເວລາທີ່ຈີນໄດ້ນຳໃຊ້ກຳປັ່ນສູ້ຮົບ ແລະ ເຮືອບິນສູ້ຮົບ ໄປຍັງ ເກາະເຈື່ອງຊາ ຂອງຫວຽດນາມ, ໃນນັ້ນມີເຂດ​​ລານຫີນ ຊູບີ.

ລັດຖະມົນຕີການຕ່າງປະເທດມາເລເຊຍ: ອາຊຽນ ຈຳຕ້ອງສາມັກຄີກັນເພື່ອແກ້ໄຂຄວາມຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ

ລັດຖະມົນຕີການຕ່າງປະເທດມາເລເຊຍ: ອາຊຽນ ຈຳຕ້ອງສາມັກຄີກັນເພື່ອແກ້ໄຂຄວາມຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ

ຍ​ສ​ໝ - ທ່ານລັດຖະມົນຕີຕ່າງປະເທດມາເລເຊຍ Hishamuddin Hussein ໄດ້ຢືນຢັນເຖິງຈິດໃຈສາມັກຄີຂອງບັນດາປະ​ເທດສະມາຊິກອາຊຽນທີ່ສວມບົດບາດສໍາຄັນໃນການແກ້ໄຂຂໍ້ຂັດແຍ່ງອະທິປະໄຕຢູ່ທະເລຕາ​ເວັນ​ອອກ.

ອາເມລິກາ ສະໜັບສະໜູນອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງໃນພາກພື້ນ

ອາເມລິກາ ສະໜັບສະໜູນອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງໃນພາກພື້ນ

ຍສໝ - ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ໄດ້ກ່າວຢໍ້າຄືນຫຼັກໝັ້ນຂອງອາຊຽນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ສິດເສລີພາບໃນການເດີນເຮືອ ແລະການໄປມາຫາສູ່ກັນຢູ່ທະເລຕາເວັນອອກ.    

ສະຫະລັດອາເມລິກາ ແລະ ອິນໂດເນເຊຍ ໄດ້ຮຽກຮ້ອງຕ້ອງການຮັບປະກັນການປະຕິບັດຕາມກົດໝາຍສາກົນ ໃນທະເລຕາເວັນອອກ

ສະຫະລັດອາເມລິກາ ແລະ ອິນໂດເນເຊຍ ໄດ້ຮຽກຮ້ອງຕ້ອງການຮັບປະກັນການປະຕິບັດຕາມກົດໝາຍສາກົນ ໃນທະເລຕາເວັນອອກ

ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດ, ກໍ່ຄືສະພາບການເຄັ່ງຕຶງໃນພາກພື້ນ ທີ່ກ່ຽວຂ້ອງກັບການຮຽກຮ້ອງອະທິປະໄຕທີ່ບໍ່ສົມເຫດສົມຜົນຂອງຈີນ ໃນທະເລຕາເວັນອອກ.

ອົດສະຕາລີ ໄດ້ສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດ ເພື່ອປະຕິເສດຄຳຮຽກສິດຂອງຈີນຢູ່ທະເລຕາເວັນອອກ

ອົດສະຕາລີ ໄດ້ສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດ ເພື່ອປະຕິເສດຄຳຮຽກສິດຂອງຈີນຢູ່ທະເລຕາເວັນອອກ

ຍສໝ -  ເມື່ອບໍ່ດົນມານີ້, ອົດສະຕາລີ ໄດ້ສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດ ໃນນັ້ນຄຳຖະແຫຼງຮຽກສິດຂອງຈີນ ຢູ່ທະເລຕາເວັນອອກ ແມ່ນບໍ່ມີພະຍານຫຼັກຖານດ້ານກົດໝາຍ.

ຫວຽດນາມ​ຊົມ​ເຊີຍຫຼັກໝັ້ນຂອງບັນດາ​ປະ​ເທດ​ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ສອດ​ຄ່ອງ​ກັບກົດ​ໝາຍສາກົນ

ຫວຽດນາມ​ຊົມ​ເຊີຍຫຼັກໝັ້ນຂອງບັນດາ​ປະ​ເທດ​ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ສອດ​ຄ່ອງ​ກັບກົດ​ໝາຍສາກົນ

ຍສໝ - ຫວຽດນາມ ປາດຖະໜາວ່າ ບັນດາປະເທດ ຈະມານະພະຍາຍາມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ຢູ່ທະເລຕາເວັນອອກ.

ຫາງສຽງສາກົນກ່ຽວກັບຖະແຫຼງການປະທານອາຊຽນ 2020

ຫາງສຽງສາກົນກ່ຽວກັບຖະແຫຼງການປະທານອາຊຽນ 2020

ຍສໝ - ຖະແຫຼງການປະທານອາຊຽນ 2020 ກ່ຽວກັບຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໄດ້ຖືວ່າ ທະເລຕາເວັນອອກແມ່ນບັນຫາສຳຄັນ ທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ແລະ ຄວາມສະຫງົບຂອງພາກພື້ນ.

ລັດຖະມົນຕີການຕ່າງປະເທດອາເມລິກາ ສະໜັບສະໜູນຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ

ລັດຖະມົນຕີການຕ່າງປະເທດອາເມລິກາ ສະໜັບສະໜູນຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ

ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານ Mike Pompeo ໄດ້ຢືນຢັນວ່າ: “ອາເມລິກາ ຊົມເຊີຍບັນດາການນຳອາຊຽນ ທີ່ໄດ້ເຫັນດີນຳກັນວ່າ ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ຄວນໄດ້ແກ້ໄຂຕາມກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ຊ່ຽວຊານລັດເຊຍ: ນະໂຍບາຍການຕ່າງປະເທດຂອງຫວຽດນາມປະກອບສ່ວນຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ

ຊ່ຽວຊານລັດເຊຍ: ນະໂຍບາຍການຕ່າງປະເທດຂອງຫວຽດນາມປະກອບສ່ວນຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ

ຍສໝ - ວັນທີ 20 ມິຖຸນາ, ຢູ່ມົດສະກູ, ສະຖາບັນຄົ້ນຄ້ວາທິດຕາເວັນອອກ (ສະພາບັນດິດວິທະຍາສາດລັດເຊຍ) ໄດ້ຈັດຕັ້ງກອງປະຊຸມສຳມະນາອອນລາຍ “ການຂັດແຍ້ງຢູ່ທະເລຕາເວັນອອກ - ສິ່ງທ້າທາຍ ແລະ ໄພນາບຂູ່ໃນປະຈຸບັນ” ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ ແລະ ນັກຮຽນຮູ້ ແຖວໜ້າ ປະມານ 30 ຄົນ ກ່ຽວກັບພາກພື້ນອາຊີປາຊີຟິກ ທີ່ມາຈາກບັນດາສູນ, ສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງຣັດເຊຍ.    

ADRA ມອບຖັງນ້ຳ ເພື່ອສະໜັບສະໜູນ 200 ຄົວເຮືອນທີ່ທຸກຍາກຢູ່ຈ່າໂອນ,ວີ້ງລອງ ເພື່ອແກ້ໄຂໄພແຫ້ງແລ້ງ ແລະ ນໍ້າທະເລຊຶມ

ADRA ມອບຖັງນ້ຳ ເພື່ອສະໜັບສະໜູນ 200 ຄົວເຮືອນທີ່ທຸກຍາກຢູ່ຈ່າໂອນ,ວີ້ງລອງ ເພື່ອແກ້ໄຂໄພແຫ້ງແລ້ງ ແລະ ນໍ້າທະເລຊຶມ

ຍສໝ - ADRA ໄດ້ປະຕິບັດງານຢູ່ຫວຽດນາມຕັ້ງແຕ່ປີ 1989. ອົງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຫຼາຍກ່ວາ 180 ໂຄງການໃນ 37 ແຂວງ, ນະຄອນ, ໂດຍສະເພາະແມ່ນການສະໜັບສະໜູນ ໃນຂົງເຂດການດຳ ລົງຊີວິດແບບຍືນຍົງ, ສຸຂະພາບ, ການສຶກສາ, ນ້ຳສະອາດ...    

ຈີນ ເພີ່ມທະວີການກະທຳຜິດພາດ “ບໍ່ເຄີຍມີມາກອ່ນ” ຢູ່ ທະເລຕາເວັນອອກ

ຈີນ ເພີ່ມທະວີການກະທຳຜິດພາດ “ບໍ່ເຄີຍມີມາກອ່ນ” ຢູ່ ທະເລຕາເວັນອອກ

ຍສໝ - ຈີນ ພວມສວຍໃຊ້ສະພາບການໂລກລະບາດ ໂຄວິດ 19 ພວມຜັນແປໄປຢ່າງສັບສົນເພື່ອສົ່ງເສີມການປະພຶດທີ່ບໍ່ຖືກຕ້ອງໃນລະດັບ“ ບໍ່ເຄີຍມີມາກ່ອນ” ຢູ່ ທະເລຕາເວັນອອກ.    

ທ່ານ ຮ່າກິມງອກ ໂອ້ລົມທາງໂທລະສັບກັບທ່ານ Ami Bera ສະມາຊິກສະພາຕ່ຳອາເມລິກາ

ທ່ານ ຮ່າກິມງອກ ໂອ້ລົມທາງໂທລະສັບກັບທ່ານ Ami Bera ສະມາຊິກສະພາຕ່ຳອາເມລິກາ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ວໍຊິງຕັນດີຊີ, ທ່ານ ຮ່າກິມງອກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອາເມລິກາ ໄດ້ມີການໂອ້ລົມທາງໂອທລະສັບກັບທ່ານ Ami Bera ສະມາຊິກສະພາຕ່ຳອາເມລິກາ (ປະຊາທິປະໄຕ - California), ປະທານອຸນະກຳມະການ ອາຊີ - ປາຊີຟິກ ແລະ ຕ້ານການເຜີຍແຜ່ອາວຸດນິວເຄຼຍ, ກຳມະການການພົວພັນ ທາງການ ທູດສະພາຕ່ຳກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ແລະ ການຮ່ວມມືຮັບມືກັບໂລກລະບາດ Covid – 19.

ຍີ່ປຸ່ນ ສະແດງຄວາມຄັດຄ້ານການກະທຳທີ່ເປັນຢ່າງຝ່າຍດຽວ ຂອງປະເທດຈີນ ໃນທະເລຕາເວັນອອກ

ຍີ່ປຸ່ນ ສະແດງຄວາມຄັດຄ້ານການກະທຳທີ່ເປັນຢ່າງຝ່າຍດຽວ ຂອງປະເທດຈີນ ໃນທະເລຕາເວັນອອກ

ຍສໝ - ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ສະແດງຄວາມຄັດຄ້ານຢ່າງຮຸນແຮງ ຕໍ່ການໃຊ້ກຳລັງເປັນຢ່າງຝ່າຍດຽວ ເພື່ອປ່ຽນສະຖານະພາບ ແລະ ສ້າງຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ.

ອັນຕະລາຍ ແລະ ຕ້ອງມີຄວາມລະມັດລະວັງຕົວ?

ອັນຕະລາຍ ແລະ ຕ້ອງມີຄວາມລະມັດລະວັງຕົວ?

ຍສໝ - ແຕ່ຕົ້ນປີ 2020 ມາຮອດປະຈຸບັນ, ໃນຂະນະທີ່ປະຊາຊົນທົ່ວໂລກກຳລັງຕໍ່ສູ້ກັບສັດຕູທີ່ເປັນອັນຕະລາຍທີ່ສຸດ (ເປັນທີ່ຮູ້ຈັກໂດຍຊື່ທີ່ແຕກຕ່າງກັນເຊັ່ນ: Corona Virus, Covid-19 ... ) ແຕ່ຈີນ ຍັງດຳເນີນກິດຈະກຳຫລາຍຢ່າງຢູ່ເຊິ່ງເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ.    

ສະ​ມາ​ຄົມ​ມິດ​ຕະ​ພາບ​ແບນ​ຊິກ - ຫວຽດ​ນາມ ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງຈີນ

ສະ​ມາ​ຄົມ​ມິດ​ຕະ​ພາບ​ແບນ​ຊິກ - ຫວຽດ​ນາມ ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງຈີນ

ຍສໝ - ຕໍ່ໜ້າບັນດາການກະທຳພຽງລຳພັງຝ່າຍດຽວຂອງຈີນ, ສະມາຄົມມິດຕະພາບແບນຊິກ - ຫວຽດນາມໄດ້ເນັ້ນໜັກວ່າ ຊາວປະມົງຫວຽດນາມຕ້ອງໄດ້ຮັບຄວາມປອດໄພໃນການຫາປາຢູ່ ເຂດທະເລຂອງປະເທດນີ້. ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຄວນໄດ້ຮັບການແກ້ໄຂໃນຂອບເຂດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ຫວຽດນາມ ໄດ້ປະຕິເສດຄຳຮຽກທວງ ຂອງປະເທດຈີນ ຢູ່ ທະເລຕາເວັນອອກ ຢ່າງເດັດຂາດ

ຫວຽດນາມ ໄດ້ປະຕິເສດຄຳຮຽກທວງ ຂອງປະເທດຈີນ ຢູ່ ທະເລຕາເວັນອອກ ຢ່າງເດັດຂາດ

ຍສໝ - ກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມໄດ້ປະຕິເສດຄຳຮຽກທວງ ທີ່ບໍ່ມີເຫດຜົນ ແລະ ບັນດາການລະເມີດຂອງປະເທດຈີນ ຢູ່ ທະເລຕາເວັນອອກ ແລະ ຮຽກຮ້ອງຈີນບໍ່ໄດ້ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.

ຄຳສັ່ງຫ້າມຫາປາຂອງຈີນຢູ່ເຂດທະເລຂອງຫວຽດນາມແມ່ນບໍ່ຖືກຕ້ອງ

ຄຳສັ່ງຫ້າມຫາປາຂອງຈີນຢູ່ເຂດທະເລຂອງຫວຽດນາມແມ່ນບໍ່ຖືກຕ້ອງ

ຍສໝ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢືນຢັນວ່າເລື່ອງ ຈີນປະກາດໃຊ້ຂໍ້ກໍານົດຫ້າມຈັບຫາປາ ທີ່ ຂຶ້ນກັບອະທິປະໄຕຂອງຫວຽດນາມໃນທະເລຕາເວັນອອກແມ່ນບໍ່ຖືກຕ້ອງ.    

ຫວຽດນາມ ໄດ້ປະຕິເສດຕໍ່ການຕັດສິນໃຈຂອງຈີນທີ່ຫ້າມການຫາປາໃນທະເລຕາເວັນອອກ

ຫວຽດນາມ ໄດ້ປະຕິເສດຕໍ່ການຕັດສິນໃຈຂອງຈີນທີ່ຫ້າມການຫາປາໃນທະເລຕາເວັນອອກ

ຍສໝ - ຫວຽດນາມມີຫຼັກຖານປະຫວັດສາດ ແລະ ພື້ນຖານດ້ານກົດໝາຍທີ່ພຽງພໍເພື່ອຢັ້ງຢືນອະທິປະໄຕຂອງຕົນຕໍ່ ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຕາມກົດໝາຍສາກົນ.    

ບັນດານັກເດີນເຮືອ ເອີຣົບ ໄດ້ຮັບຮອງອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແຕ່ສະຕະວັດທີ 16

ບັນດານັກເດີນເຮືອ ເອີຣົບ ໄດ້ຮັບຮອງອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແຕ່ສະຕະວັດທີ 16

ຍສໝ - ລວມທັງສອງ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ໄດ້ແຕ້ມຕິດຕໍ່ກັນຄືປາຍມີດ ແລະ ໄດ້ຕັ້ງຊື່ລວມແມ່ນ Pracel.