ຍສໝ - ໃນວັນທີ 8 ກໍລະກົດ ຢູ່ທີ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (ສະຫະພັນ) ໄດ້ມອບຫຼຽນກາລະນຶກ "ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະຊາຊາດ" ໃຫ້ແກ່ທ່ານ Dato' Tan Yang Thai ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ຫວຽດນາມ. ລາງວັນດັ່ງກ່າວ ແມ່ນແນໃສ່ຈົດຈຳຕໍ່ກັບບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ພາຍໃນການຊຸກຍູ້ສາຍພົວພັນມິດຕະພາບ, ການແລກປ່ຽນລະຫວ່າງປະຊາຊົນ ແລະ ການຂະຫຍາຍການຮ່ວມມືຢ່າງແທດຕົວຈິງ ລະຫວ່າງ ຫວຽດນາມ ແລະ ມາເລເຊຍ ຕະຫຼອດອາຍຸການປະຕິບັດງານ.
ຍສໝ - ໃນຕອນເຊົ້າວັນທີ 6 ກໍລະກົດ, ຢູ່ທີ່ ຮ່າໂນ້ຍ, ທ່ານນາງ ເລີມທິເຟືອງແທງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ມອບຫຼຽນກາລະນຶກ "ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ" ໃຫ້ແກ່ທ່ານ Saadi Salama ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງລັດປາເລັសຕິນ ປະຈຳ ຫວຽດນາມ.
ຍສໝ - ຕອບສຳພາດຕໍ່ ວາລະສານ ຍຸກສະໄໝ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ຟີລິບປິນ ຄົບຮອບ 50 ປີ (12/7/1976 - 12/7/2026), ທ່ານ Francisco Noel R. Fernandez III ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ ຖືວ່າ, ການຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງສອງຝ່າຍພາຍໃນການສືບຕໍ່ຍົກລະດັບການແລກປ່ຽນ ແລະ ການຮ່ວມມືພາຍໃນບັນດາຂົງເຂດການເມືອງ, ເເສດຖະກິດ, ວັດທະນະທຳ, ຜ່ານນັ້ນນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.
ຍສໝ - ວັນທີ 2 ກໍລະກົດ, ໂດຍໄດ້ຮັບການມອບສິດຈາກທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮວ່າງຢາງ ໄດ້ມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານ Marco Farani, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສະຫະພັນ ບຣາຊິນ ປະຈຳ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ.
ຍສໝ - ວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນ ແທັງ ມັ້ນ ໄດ້ຕ້ອນຮັບທ່ານ Choi Young Sam, ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ) ປະຈຳ ຫວຽດນາມ ທີ່ເຂົ້າຢ້ຽມອຳລາ ເນື່ອງພາຍໃດໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ.
ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ສຳນັກງານກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ທ່ານຮອງລັດຖະມົນຕີ ຕ້າກວາງດົງ (Tạ Quang Đông) ໄດ້ມອບຫຼຽນກາທີ່ລະລຶກ “ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ໃຫ້ແກ່ ທ່ານ Baloghdi Tibor, ເອກອັກຄະລັດຖະທູດ ຮົງກາລີ ປະຈຳ ປະເທດ ຫວຽດນາມ, ແນໃສ່ ghi nhận ບັນດາການປະກອບສ່ວນອັນໃຫຍ່ຫຼວງ ແລະ ຕົວຈິງ ຂອງເພິ່ນ ເພື່ອເພີ່ມທະວີການຮ່ວມມືທາງດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ຮົງກາລີ.
ຍສໝ - ໃນຕອນເຊົ້າວັນທີ 2 ມິຖຸນາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Choi Young Sam, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສ.ເກົາຫຼີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ຫວຽດນາມ.
ຍສໝ - ວັນທີ 5/5, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Romania ເລວີງຖັງ ໄດ້ເຂົ້າຢ້ຽມຂຳນັບທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Romania Ana Tinca ແລະ ການນຳບາງກົມກອງທີ່ສຳຄັນຂອງກະຊວງການຕ່າງປະເທດ Romania ເຊັ່ນ: ຫົວໜ້າກົມອາຊີ - ປາຊີຟິກ ແລະ ອາເມລິກາລາຕິນ Diana Tase, ຫົວໜ້າກົມພິທີການ Florenta Ciobotaru.
ຍສໝ - ໃນວັນທີ 17 ເມສາ, ສະຖານທູດຫວຽດນາມ ປະຈຳດານມາກ ໄດ້ຈັດຕັ້ງກິດຈະກຳ "ຫວຽດນາມໃນວັນນີ້: ບັນດາຂີດໝາຍແຫ່ງການພັດທະນາ, ວັດທະນະທຳ ແລະ ຄົນ", ແນໃສ່ແນະນຳ, ໂຄສະນາພາບພົດປະເທດຊາດ, ວັດທະນະທຳ ແລະ ຄົນຫວຽດນາມ ເຖິງໝູ່ເພື່ອນດານມາກ ແລະ ສາກົນ.
ຍສໝ - ທ່ານເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ຄວາມຕັ້ງໃຈທາງດ້ານການເມືອງຂອງຫວຽດນາມ ແລະ ຄວາມຄືບໜ້າທີ່ໂດດເດັ່ນໃນການປະຕິບັດຄຳແນະນຳຂອງຄະນະກຳມະການເອີຣົບ (EC) ກ່ຽວກັບການຕ້ານການຫາປາ IUU, ພ້ອມທັງສະແດງຄວາມຫວັງວ່າ EC ຈະຈັດຕັ້ງການກວດກາພູມສາດຕົວຈິງຢູ່ຫວຽດນາມໂດຍໄວ.
ຍສໝ - ໂດຍຕີລາຄາສູງຕໍ່ຜົນງານຂອງຫວຽດນາມໃນຊຸມປີມໍ່ໆມານີ້, ທ່ານນາງ ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ຄຳເພົາ ເອີນທະວັນ ໄດ້ກ່າວວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍສຳຄັນເປັນພິເສດ, ສ້າງກຳລັງຜັກດັນໃໝ່ໃຫ້ແກ່ການພັດທະນາຢ່າງຮອບດ້ານ, ຍືນຍົງຂອງຫວຽດນາມ ແລະ ຫັນເປົ້າໝາຍການພັດທະນາໄລຍະຍາວເປັນຕົວຈິງ.
ຍສໝ - ໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ໄດ້ແບ່ງປັນການປະເມີນ ແລະ ຄວາມຄາດຫວັງຕໍ່ວາລະສານ ຍຸກສະໄໝ ກ່ຽວກັບຄວາມສຳຄັນຂອງກອງປະຊຸມໃຫຍ່, ໂດຍສະແດງຄວາມໝັ້ນໃຈວ່າກອງປະຊຸມໃຫຍ່ຈະກຳນົດທິດທາງຍຸດທະສາດທີ່ຖືກຕ້ອງ, ນຳພາຫວຽດນາມເຂົ້າສູ່ໄລຍະການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ພ້ອມທັງເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດລະຫວ່າງຫວຽດນາມ ແລະ ລາວ ເລິກເຊິ່ງຍິ່ງຂຶ້ນ.
ຍສໝ - ທ່ານນາງ ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຫວັງ ແລະ ຄວາມເຊື່ອວ່າ ໂດຍອີງໃສ່ທິດທາງຍຸດທະສາດທີ່ໄດ້ກຳນົດໄວ້ໂດຍກອງປະຊຸມໃຫຍ່ຄັ້ງ XIV , ສາຍພົວພັນ “ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມຕໍ່ຍຸດທະສາດ” ລະຫວ່າງຫວຽດນາມ ແລະ ລາວ ຈະສືບຕໍ່ໄດ້ຮັບການເສີມສ້າງ ແລະ ພັດທະນາຢ່າງເຂັ້ມແຂງຍິ່ງຂຶ້ນ.
ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ຜູ້ຕາງໜ້າຂອງ ທ່ານປະທານປະເທດ ເລືອງເກື່ອງ, ກຳມະການສູນກາງພັກ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັ້ເກືອງ ໄດ້ມອບຫຼຽນໄຊມິດຕະພາບໃຫ້ທ່ານ Denny Abdi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດຄົບຮອບ 80 ປີ ວັນຊາດຂອງປະເທດຫວຽດນາມ, ທ່ານເອກອັກຄະລັດຖະທູດຈີນ ແຮເວິຍ ໄດ້ມີການພົບປະກັບສື່ມວນຊົນ ໃນວັນທີ 28 ສິງຫາ. ທ່ານໄດ້ສົ່ງຄໍາອວຍພອນໄປຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ. ທ່ານໄດ້ຕີລາຄາສູງ ບັນດາຜົນສໍາເລັດອັນຍິ່ງໃຫຍ່ ທີ່ຫວຽດນາມໄດ້ບັນລຸ. ທ່ານໄດ້ຢືນຢັນ ຄວາມສຳພັນສອງຝ່າຍພວມເຂົ້າສູ່ໄລຍະການພັດທະນາໃໝ່, ຢ່າງເລິກຊຶ້ງ ແລະ ຮອບດ້ານ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ, ໃນການໃຫ້ສໍາພາດກັບວາລະສານ ຍຸກສະໄໝ, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ນາງ ຄຳເພົາ ເອີນທະວັນ ຢືນຢັນວ່າ ການເດີນທາງພັດທະນາຂອງ ຫວຽດນາມ ໃນໄລຍະ 8 ທົດສະວັດຜ່ານມາ ໄດ້ສະແດງໃຫ້ເຫັນເຖິງກຳລັງແຮງ ແລະ ຄວາມມຸ່ງມາດປາດຖະໜາຂອງສາກົນນັບມື້ນັບເພີ່ມຂຶ້ນ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຢູ່ສໍານັກງານໃຫຍ່ສະຖານທູດຫວຽດນາມ ປະຈໍາ ກຳປູເຈຍ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ຫງວຽນມິງຫວູ ໄດ້ມີການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 - 19 ສິງຫາ) 2025) ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2025).
ຍສໝ - ວັນທີ 12 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດວັນທີ 2 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມີ່ງເຕິມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ໄດ້ລ້ຽງດູ, ໜູນຊ່ວຍພະນັກງານ, ນັກຮົບອາສາສະໝັກ ຫວຽດນາມ ໃນການຕໍ່ຕ້ານ.
ຍສໝ - ວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນກາ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນເຜົ່າ” ໃຫ້ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ Ali Akbar Nazari. ລາງວັນນີ້ແມ່ນເພື່ອຮັບຮູ້ບັນດາການປະກອບສ່ວນອັນດີງາມຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.