
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການໂອ້ລົມສົນທະນາກັບວິສາຫະກິດ, ສະຫະສະມາຄົມວິສາຫະກິດ
ຍສໝ - ທີ່ການໂອ້ລົມສົນທະນາ, ບັນດາວິສາຫະກິດ, ສະຫະສະມາຄົມວິສາຫະກິດສະແດງຄຳໝັ້ນສັນຍາເຄື່ອນໄຫວຖືກຕາມກົດໝາຍ, ສັດຊື່, ມີຄວາມຮັບຜິດຊອບຕໍ່ສັງຄົມ.
ຍສໝ - ທີ່ການໂອ້ລົມສົນທະນາ, ບັນດາວິສາຫະກິດ, ສະຫະສະມາຄົມວິສາຫະກິດສະແດງຄຳໝັ້ນສັນຍາເຄື່ອນໄຫວຖືກຕາມກົດໝາຍ, ສັດຊື່, ມີຄວາມຮັບຜິດຊອບຕໍ່ສັງຄົມ.
ຍສໝ - ຕອນເຊົ້າວັນທີ 15 ມີນາ, ຢູ່ ອຸດອນ ທານີ (ໄທ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ Fukuoka, ປະເທດ ຍີ່ປຸ່ນ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ ແຂວງ ຂອນແກ່ນ, ປະເທດ ໄທ ໄດ້ຈັດຕັ້ງເວທີປາໄສ “ເຊື່ອມຕໍ່ການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຍີ່ປຸ່ນ - ໄທ - ຫວຽດນາມ”.
ຍສໝ - ວັນທີ 14 ມີນາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (HUFO) ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນ ໂຮ່ຈີມິນ, ສະຖາບັນບັນຊີທະບຽນສານສິງກະໂປ (ISCA) ແລະ ອົງການບັນຊີແຫ່ງຊາດ ສິງກະໂປ ໄດ້ຈັດຕັ້ງເວທີປາໄສພັດທະນາແບບຍືນຍົງ ຫວຽດນາມ - ສິງກະໂປ.
ຍສໝ - ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ລາວ ເປັນສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນໃຫ້ວິສາຫະກິດຫວຽດນາມ ແລະສາກົນ. ທ່ານ ສອນໄຊ ສີພັນດອນ ແບ່ງປັນວ່າ ລາວ ແມ່ນປະເທດບໍ່ມີທະເລ, ແຕ່ແມ່ນປະເທດຜ່ານແດນສຳຄັນເພື່ອເຊື່ອມຕໍ່ຫວຽດນາມ ກັບ ໄທ ແລະບັນດາປະເທດໃນພາກພື້ນ.
ຍສໝ - ວັນທີ 20 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ສະມາຄົມຊາວ ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ ໄດ້ຈັດງານພົບປະແລກປ່ຽນມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ເປີດຕົວສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ນະຄອນ ຫ່າຍຟ່ອງ.
ຍສໝ - ວັນທີ 12 ທັນວາ, ທະນາຄານຮ່ວມມືສາກົນຍີ່ປຸ່ນ (JBIC) ໄດ້ປະກາດໝາກຜົນການສຳຫຼວດຊີ້ໃຫ້ເຫັນວ່າ, ຫວຽດນາມ ພວມຢືນຢູ່ອັນດັບທີ 2 ໃນຈຳນວນສະຖານທີ່ລົງທຶນຕ່າງປະເທດທີ່ດຶງດູດໃຈ ແລະມີແງ່ຫວັງທີ່ສຸດສຳລັບບັນດາວິສາຫະກິດຂອງປະເທດນີ້.
ຕາມທ່ານ ໂຕເລີມ ເລຂາທິການໃຫຍ່ແລ້ວ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະເປັນຂີດໝາຍເປີດໄລຍະບືນຕົວຂຶ້ນຂອງຫວຽດນາມ, ໄລຍະພັດທະນາ, ໄລຍະຮັ່ງມີເຂັ້ມແຂງ, ສັງກາດວັດທະນາຖາວອນ, ເມື່ອປະຊາຊົນຫວຽດນາມ ທຸກຄົນ, ລ້ານຄົນເປັນຈິດໜຶ່ງໃຈດຽວ, ພາຍໃຕ້ການນຳພາຂອງພັກ, ຍາດແຍ່ງກາລະໂອກາດ, ຄວາມສະດວກຢ່າງສຸດຂີດ, ຍູ້ຄວາມສ່ຽງ, ສິ່ງທ້າທາຍໃຫ້ຖອຍໄປ, ນຳປະເທດພັດທະນາຮອບດ້ານ, ຢ່າງແຮງ, ບຸກທະລຸ ແລະບືນຕົວຂຶ້ນ; ສ້າງປະເທດຫວຽດນາມ ແມ່ນປະເທດປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ, ຫັນຄວາມມຸ່ງຫວັງເປັນປະເທດເຂັ້ມແຂງແຮງກ້າໃຫ້ປະກົດຜົນເປັນຈິງ, ທຽບເທົ່າກັບບັນດາປະເທດມະຫາອໍານາດຢູ່ຫ້າທະວີບຕາມພິໃນກຳອັນສັກກະລະບູຊາຂອງປະທານ ໂຮ່ຈີມິນ.
ຍສໝ - ຕອນຄໍ່າວັນທີ 9 ທັນວາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນ 18 ວິສາຫະກິດ ວົງຕະກູນ ຈາງ ແລະຫງຽມ ທີ່ມາຈາກ 11 ແຂວງ, ນະຄອນຂອງຈີນ ນຳໂດຍທ່ານ Yan JieHe, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງປາຊີຟິກ ແລະກຸ່ມບໍລິສັດກໍ່ສ້າງ SuShang ເຊິ່ງເປັນບັນດາວິສາຫະກິດ ຂຶ້ນກັບ 500 ວິສາຫະກິດໃຫຍ່ສຸດໃນທົ່ວໂລກ, ທີ່ພວມຢ້ຽມຢາມ ແລະຊອກຮູ້ກາລະໂອກາດຮ່ວມມື, ລົງທຶນຢູ່ຫວຽດນາມ.
ໃນໄລຍະຫັນປ່ຽນດີຈີຕອນ, ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ (CNS) ພວມມີທີ່ຕັ້ງ ແລະບົດບາດສໍາຄັນ, ແມ່ນກໍາລັງໜູນໃໝ່ເພື່ອຊຸກຍູ້ພື້ນຖານເສດຖະກິດຂອງປະເທດໃຫ້ເຕີບໂຕ. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ປະຊາຄົມວິສາຫະກິດ CNS ພັດທະນາຢ່າງແທ້ຈິງຕ້ອງມີຫຼາຍກົນໄກ, ນະໂຍບາຍໜູນຊ່ວຍທີ່ມີລັກສະນະບຸກທະລຸ.
ວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງຂອງປະເທດໄດ້ສ້າງກາລະໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ສະແດງຄວາມສາມາດແກ່ງແຍ້ງ ແລະມຸ່ງໄປເຖິງບັນດາຕະຫຼາດຕ່າງປະເທດ. ກົງກັນຂ້າມ, ເລື່ອງວິສາຫະກິດຫວຽດນາມ ອອກສູ່ໂລກບໍ່ພຽງແຕ່ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດພາຍໃນປະເທດເທົ່ານັ້ນ ຫາກຍັງຊ່ວຍເພີ່ມກໍາລັງແຮງ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດໃນເວທີປາໄສສາກົນ.
ຍສໝ - ທີ່ການໂອ້ລົມເຈລະຈາ, ບັນດາວິສາຫະກິດ ຫວຽດນາມ ແລະ ອາເມລິກາ ໄດ້ມີການແບ່ງປັນ, ແລກປ່ຽນຫຼາຍຢ່າງກ່ຽວກັບບັນດາກາລະໂອກາດຮ່ວມມື, ລະບຽບການກ່ຽວກັບການລົງທຶນ, ດຳເນີນທຸລະກິດຢູ່ ອາເມລິກາ.
ຍສໝ - ຫວ່າງແລ້ວນີ້, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຈີ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນສະຫະພັນນາຍຈ້າງຝຣັ່ງ (MEDEF) ນໍາໂດຍທ່ານ Francois Corbin, ຜູ້ຕາງໜ້າພິເສດຂອງກະຊວງເອີລົບ ແລະການຕ່າງປະເທດຝຣັ່ງ, ທັງເປັນຮອງປະທານ MEDEF ທີ່ພວມຢ້ຽມຢາມ, ຊອກຮູ້ກາລະໂອກາດຮ່ວມມືລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະຫະສະມາຄົມພັດທະນາວັດທະນະທຳວິສາຫະກິດຫວຽດນາມ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວໄດ້ຈັດຕັ້ງເວທີປາໄສແຫ່ງຊາດປະຈໍາປີດ້ວຍຫົວຂໍ້ “ວັດທະນະທຳກັບວິສາຫະກິດ” ຄັ້ງທີ 4 ແລະລາຍການພິຈາລະນາ, ຮັບຮອງ “ວິສາຫະກິດບັນລຸມາດຕະຖານວັດທະນະທຳວິສາຫະກິດຫວຽດນາມ” ປີ 2024.
ຍສໝ - ຕອນເຊົ້າວັນທີ 6 ພະຈິກ, ຢູ່ນະຄອນ ວິງ, ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແຂວງ ເຫງ້ອານ ໄດ້ຈັດຕັ້ງການໂອ້ລົມສົນທະນາເພື່ອສະເຫຼີມສະຫຼອງ 107 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ (1917 – 2024); ສັງລວມການເຄື່ອນໄຫວວຽກງານການທູດປະຊາຊົນປີ 2024 ແລະ ຜັນຂະຫຍາຍໜ້າທີ່ໃນປີ 2025.
ຍສໝ - ຕອນເຊົ້າວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ພະແນກອຸດສາຫະກຳ ແລະການຄ້າຮ່າໂນ້ຍ ໄດ້ສົມທົບກັບສະມາຄົມວິສາຫະກິດຜະລິດຜະລິດຕະພັນອຸດສາຫະກຳຕົ້ນຕໍນະຄອນຮ່າໂນ້ຍ ຈັດຕັ້ງກອງປະຊຸມ “ເຊື່ອມຕໍ່ວິສາຫະກິດຜະລິດຜະລິດຕະພັນອຸດສາຫະກຳຕົ້ນຕໍກັບຮາກຖານບຳລຸງສ້າງ, ສອນວິຊາອາຊີບປີ 2024”.
ຍສໝ - ວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ ໄດ້ຈັດພິທີປະກາດລາຍການໜູນຊ່ວຍວິສາຫະກິດສັງຄົມນະວັດຕະກຳ, ເປັນຂີດໝາຍບາດກ້າວສຳຄັນໃນການຊຸກຍູ້ການພັດທະນາວິສາຫະກິດສັງຄົມ ໃນສະພາບການເສດຖະກິດດີຈີຕອນ ແລະ ການຫັນເປັນດີຈີຕອນຢ່າງເຂັ້ມແຂງ. ໂດຍສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ, ບໍລິສັດຫຸ້ນສ່ວນຄົ້ນຄ້ວາຂະແໜງການ ແລະ ໃຫ້ຄຳປຶກສາ ຫວຽດນາມ (VIRAC), ກອງທຶນລົງທຶນເລີ່ມທຸລະກິດປະດິດສ້າງສັບພະວິຊາ ຮ່າໂນ້ຍ (BK Fund) ແລະ ສະຖາບັນຄົ້ນຄ້ວານະວັດຕະກຳ ແລະ ການພັດທະນາ (IID) ໄດ້ສົມທົບຈັດຕັ້ງລາຍການ.
ຍສໝ - ວັນທີ 19 ເມສາ, ສະຫະພັນສະຫະກອນແຂວງ ໄທງວຽນ ສົມທົບກັບ ສະມາຄົມເສດຖະກິດ - ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ແລະ ບໍລິສັດ ຫວຽດນາມ - ສ.ເກົາຫຼີ Showroom ຈຳກັດ ໄດ້ຈັດການສຳມະນາ “ແລກປ່ຽນເສດຖະກິດ ເພື່ອສົ່ງເສີມການຄ້າ ຫວຽດນາມ ແລະ ສ.ເກົາຫຼີ”.
ຍສໝ - ປະຈຸບັນຢູ່ ຫວຽດນາມ, ມີຫຼາຍກວ່າ 20% ຂອງເຈົ້າຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ ແມ່ນແມ່ຍິງ; 51% ຂອງວິສາຫະກິດ ຫວຽດນາມ ມີແມ່ຍິງໃນໂຄງປະກອບການເປັນເຈົ້າຂອງ, ເຊິ່ງສູງກວ່າບັນດາປະເທດ. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ ສ່ວນຫຼາຍຢູ່ຂັ້ນຕ່ຳທີ່ສຸດຂອງບັນດາລະບົບສະໜອງໃນຫຼາຍຂະແໜງການ ແລະ ປະສົບກັບຄວາມຫຍຸ້ງຍາກໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການຊື້ເຄື່ອງຂອງບັນດາບໍລິສັດໃຫຍ່.
ຍສໝ - ວັນທີ 2 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນດຶກຮຸ່ງ, ຮອງປະທານ-ເລຂາທິການສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ (VSFA) ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານ Joe Tan, ຮອງປະທານບໍລິຫານ ບໍລິສັດ Sing-Viet Impact Ventures (SVIV).
ຍສໝ - ໂດຍຮັບຮູ້ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ເວເນຊູເອລາ, ບັນດານັກຊ່ຽວຊານ ແລະ ນັກການທູດ ໄດ້ສະເໜີຫຼາຍຂໍ້ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ຈາກການຂຸດຄົ້ນບັນດາທ່າໄດ້ປຽບຂອງແຫຼ່ງຊັບພະຍາກອນທຳມະຊາດ, ການພັດທະນາກະສິກຳອິນຊີນຳໄປສູ່ການເປີດກວ້າງການລົງທຶນ ແລະ ການຄ້າໂດຍກົງ. ບັນດາຄວາມຄິດເຫັນທີ່ໄດ້ຮັບຮູ້ຢູ່ກອງປະຊຸມເຈລະຈາສາກົນ “35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ-ເວເນຊູເອລາ: ສະພາບການຕົວຈິງແລະ ແງ່ຫວັງ” ໂດຍສະຖາບັນຄົ້ນຄ້ວາ ທະວີບອາເມລິກາ (ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ) ສົມທົບກັບສະຖານທູດ ເວເນຊູເອລາ ປະຈຳ ຫວຽດນາມ ຈັດຕັ້ງໃນວັນທີ 29 ສິງຫາ.