AI ຮ່ວມເດີນທາງເພື່ອຊ່ວຍໃຫ້ເດັກນ້ອຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮັກພາສາຫວຽດນາມ ຕື່ມອີກ

AI ຮ່ວມເດີນທາງເພື່ອຊ່ວຍໃຫ້ເດັກນ້ອຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮັກພາສາຫວຽດນາມ ຕື່ມອີກ

ຍສໝ - ຈາກຫ້ອງຮຽນອອນໄລຢູ່ໂຮງຮຽນຮັກພາສາຫວຽດນາມ (ອົດສະຕາລີ), ປັນຍາປະດິດ (AI) ພວມກາຍເປັນ “ເພື່ອນ” ຊ່ວຍໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດນັບຮ້ອຍຄົນຄົ້ນພົບຄວາມງາມຂອງພາສາແມ່ຂອງເຂົາເຈົ້າຢ່າງມີຊີວິດຊີວາ ແລະ ສ້າງສັນ. ຍ້ອນ AI, ແຕ່ລະບົດຮຽນ, ແຕ່ລະເລື່ອງ, ແຕ່ລະຮູບກາຍເປັນການເດີນທາງເຊື່ອມຕໍ່ເດັກນ້ອຍກັບບ້ານເກີດເມືອງນອນ.

ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຢູ່ EU: ຄວາມ​ສາ​ມັກ​ຄີ, ພັດ​ທະ​ນາ, ມ່ງໄປເຖິງກົກເຄົ້າເຫງົ້າກໍ

ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຢູ່ EU: ຄວາມ​ສາ​ມັກ​ຄີ, ພັດ​ທະ​ນາ, ມ່ງໄປເຖິງກົກເຄົ້າເຫງົ້າກໍ

ຍສໝ - ໃນທົ່ວປະເທດເອີຣົບ, ໃນຕົວເມືອງທີ່ຄຶກຄື້ນເຊັ່ນ: Prague, Berlin, Paris ຫຼື Warsaw, ມັນບໍ່ຍາກທີ່ຈະຊອກຫາຮ້ານຄ້າ, ບໍລິສັດ, ຮ້ານອາຫານຫຼືສູນການຄ້າທີ່ມີເຄື່ອງຫມາຍຫວຽດນາມ. ພາຍຫຼັງ 3 ທົດ​ສະ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ, ປະຊາຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຮູບ​ພາບ​ທີ່​ສົດ​ໃສ ແລະ ພາກ​ພູມ​ໃຈ​ທີ່​ສຸດ​ຂອງ​ຈິດ​ໃຈ​ຫວຽດ​ນາມ: ດຸ​ໝັ່ນ, ອົດ​ທົນ, ນ້ຳ​ໃຈ​ສາມັກຄີ ແລະ ຍາມ​ໃດ​ກໍ່​ຫວນ​ຄືນ​ສູ່​ກົກເຄົ້າເຫງົ້າກໍ.

ຊາວຫວຽດນາມ ອາໄສຢູ່​ເຊັກໂກ ​ສະໜັບສະໜູນ​ພີ່ນ້ອງ​ຮ່ວມ​ຊາດພາຍ​ໃນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ

ຊາວຫວຽດນາມ ອາໄສຢູ່​ເຊັກໂກ ​ສະໜັບສະໜູນ​ພີ່ນ້ອງ​ຮ່ວມ​ຊາດພາຍ​ໃນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ

ຍສໝ - ​ວັນ​ທີ 22 ຕຸລາ, ຢູ່​ນະຄອນຫຼວງ Prague, ສາທາລະນະ​ລັດ ເຊັກ​ໂກ, ​ໂດຍ​ພາຍໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ​ສະຖານທູດ, ສະຫະພັນ​ບັນດາ​ສະມາຄົມຊາວ​ຫວຽດນາມ ປະຈຳ ​ເຊັກ​ໂກ ​ໄດ້​ມອບ​ເງິນ 5,4 ຕື້​ດົ່ງ​ໃຫ້​ຜູ້ຕາງໜ້າ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ.

ຊຸມຊົນຊາວຫວຽດນາມໃນປະເທດລາວ ໄດ້ໂຮມເງິນກວ່າ 700 ລ້ານດົງ ເພື່ອຊ່ວຍເຫຼືອພີ່ນ້ອງຊາວຫວຽດນາມທີ່ໄດ້ຮັບຜົນກະທົບຈາກພາຍຸນ້ໍາຖ້ວມ.

ຊຸມຊົນຊາວຫວຽດນາມໃນປະເທດລາວ ໄດ້ໂຮມເງິນກວ່າ 700 ລ້ານດົງ ເພື່ອຊ່ວຍເຫຼືອພີ່ນ້ອງຊາວຫວຽດນາມທີ່ໄດ້ຮັບຜົນກະທົບຈາກພາຍຸນ້ໍາຖ້ວມ.

ຍສໝ - ຕາມສະຖານທູດຫວຽດນາມປະຈໍາປະເທດລາວ, ບັນດາຂ້າລາຊະການ, ພະນັກງານຂອງອົງການຕົວແທນຫວຽດນາມພ້ອມດ້ວຍຊຸມຊົນຊາວຫວຽດນາມໃນປະເທດລາວ ໄດ້ຮ່ວມກັນບໍລິຈາກເງິນກວ່າ 700 ລ້ານດົງ ເພື່ອຊ່ວຍເຫຼືອພີ່ນ້ອງໃນປະເທດທີ່ໄດ້ຮັບຜົນກະທົບຈາກພາຍຸ, ນ້ໍາຖ້ວມໃນໄລຍະເວລາຜ່ານມາ.

Florence Cavalier: ເມື່ອຄວາມຮັກຂອງແມ່ກາຍເປັນຂົວເຊື່ອມຕໍ່ຂອງມະນຸດລະຫວ່າງຝຣັ່ງ - ຫວຽດນາມ

Florence Cavalier: ເມື່ອຄວາມຮັກຂອງແມ່ກາຍເປັນຂົວເຊື່ອມຕໍ່ຂອງມະນຸດລະຫວ່າງຝຣັ່ງ - ຫວຽດນາມ

ຍສໝ - 3 ທົດ​ສະ​ວັດ​ແຫ່ງ​ການ​ຕິດ​ພັນ​ກັບ​ຫວຽດ​ນາມ ຂອງ​ທ່ານ Florence Cavalier, ປະ​ທານອົງການ EPVN, ໄດ້​ເລີ່ມ​ຕົ້ນ​ດ້ວຍ​ການ​ເດີນ​ທາງ​ເປັນ​ແມ່​ຂອງ​ລູກ 4 ຄົນ​ຫວຽດ​ນາມ. ຈາກ​ຄວາມ​ຮັກແມ່ລູກ, ນາງ​ໄດ້​ເປີດ​ອົກ​ເປີດ​ໃຈ, ຫວ່ານ​ເມັດ​ພືດ​ແຫ່ງ​ຄວາມ​ເມດ​ຕາ, ເພີ່ມພູນຄູນສ້າງຄວາມ​ມິດຕະພາບ​ອັນ​ແໜ້ນ​ແຟ້ນລະຫວ່າງ​ຊາວ​ຝຣັ່ງ ​ແລະ ຫວຽດນາມ.

ການເຄື່ອນໄຫວນອກຫຼັກສູດທີ່ມີຄວາມໝາຍຂອງຄູອາຈານຊາວຫວຽດນາມຢູ່ຕ່າງປະເທດຢູ່ບ້ານເກີດເມືອງນອນ

ການເຄື່ອນໄຫວນອກຫຼັກສູດທີ່ມີຄວາມໝາຍຂອງຄູອາຈານຊາວຫວຽດນາມຢູ່ຕ່າງປະເທດຢູ່ບ້ານເກີດເມືອງນອນ

ຍສໝ - ​ໃນ​ຂອບ​ເຂດ​ຊຸດ​ອົບຮົມ​ການ​ສອນ​ພາສາ​ຫວຽດນາມ ໃຫ້​ແກ່​ບັນດາ​ຄູ​ອາຈານ​ຫວຽດນາມ ຢູ່​ຕ່າງປະ​ເທດ ປີ 2025, ຄະນະ​ຜູ້ຮຽນ​ໄດ້​ມີ​ການ​ເຄື່ອນ​ໄຫວ​ນອກ​ຫຼັກສູດ​ຫຼາຍ​ຢ່າງ​ຢູ່​ຮ່າ​ໂນ້ຍ ​ແລະ ​ແຂວງ ​ໄທ​ງວຽນ.

ກອນລຳປະຫວັດສາດຂອງຊາວຫວຽດນາມ ໄດ້ຮັບການຂຽນຂຶ້ນພາຍໃຕ້ການນຳພາຂອງພັກ.

ກອນລຳປະຫວັດສາດຂອງຊາວຫວຽດນາມ ໄດ້ຮັບການຂຽນຂຶ້ນພາຍໃຕ້ການນຳພາຂອງພັກ.

ຍສໝ - ການປະຕິວັດເດືອນສິງຫາ ຫຼື ເອີ້ນວ່າ ການລຸກຮືຂຶ້ນເດືອນສິງຫາ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານຂອງພັກກອມມູນິດອິນດູຈີນ ໃນສະໄໝນັ້ນ, ປະຈຸບັນນີ້ແມ່ນພັກກອມມູນິດຫວຽດນາມ, ຂອງປະທານ ໂຮ່ຈີມິນ ແລະ ບັນດາຜູ້ນຳອື່ນໆ.

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ມີການປະກອບສ່ວນເຂົ້າໃນການປະຕິວັດ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ມີການປະກອບສ່ວນເຂົ້າໃນການປະຕິວັດ

ຍສໝ - ວັນທີ 12 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດວັນທີ 2 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມີ່ງເຕິມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ໄດ້ລ້ຽງດູ, ໜູນຊ່ວຍພະນັກງານ, ນັກຮົບອາສາສະໝັກ ຫວຽດນາມ ໃນການຕໍ່ຕ້ານ.

ພົບປະແລກປ່ຽນກິລາລະຫວ່າງປະຊາຄົມຊາວຫວຽດນາມ ຢູ່ລາວ

ພົບປະແລກປ່ຽນກິລາລະຫວ່າງປະຊາຄົມຊາວຫວຽດນາມ ຢູ່ລາວ

ຍສໝ - ວັນ​ທີ 8 ສິງຫາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ປະ​ເທດ​ລາວ, ການ​ແຂ່ງຂັນ​ pickleball ຄັ້ງ​ທຳ​ອິດ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ໄຂ​ຂຶ້ນ​ດ້ວຍ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ, ​ຕື່ນ​ເຕັ້ນ ແລະ ເຕັ້ມໄປດ້ວຍພະລັງງານ.

ແປວໄຟຂອງພາສາຫວຽດນາມ 4 ລຸ່ນໄໝ້ຢູ່ລາວຕະຫຼອດໄປ

ແປວໄຟຂອງພາສາຫວຽດນາມ 4 ລຸ່ນໄໝ້ຢູ່ລາວຕະຫຼອດໄປ

ຍສໝ - ຜ່ານ 4 ລຸ້ນ, ຄອບຄົວ​ຂອງ​ນາງ ເນື່ອງ ຍັງຮັກສາ ​ແລະ ສືບ​ທອດ​ພາສາ​ແມ່​ເປັນ​ແຫຼ່ງທີ່​ສັກສິດ ​ເພື່ອ​ໃຫ້​ຊາວ​ຫວຽດນາມ ບໍ່​ພຽງ​ແຕ່​ດຳລົງ​ຊີວິດ​ທາງ​ປາກ​ເວົ້າ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ການ​ສ່ອງ​ແສງ​ຜ່ານ​ຮີດຄອງ​ປະ​ເພນີ ​ແລະ ວິຖີ​ຊີວິດ​ອີກ​ດ້ວຍ.

ຫວນຄືນບັນດາວິລະຊົນ, ນັກຮົບຊາວຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ສາກົນຢູ່ຊຽງຂວາງ

ຫວນຄືນບັນດາວິລະຊົນ, ນັກຮົບຊາວຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ສາກົນຢູ່ຊຽງຂວາງ

ຍສໝ - ເກີດຂຶ້ນແຕ່​ວັນ​ທີ 25-27 ກໍລະກົດ​, ພິທີ​ສະ​ເຫຼີ​ມສະຫຼອງ 78 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​- ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ ​ຊຽງ​ຂວາງ (ລາວ) ​ແມ່ນ​ລາຍການ​ພິ​ເສດ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ ​ເພື່ອ​ລະນຶກ​ເຖິງບັນດາ​ວິລະ​ຊົນ, ພະນັກງານ, ນັກຮົບ​ທີ່​ເຄີຍປະຕິບັດໜ້າທີ່​ສາກົນ, ປະກອບສ່ວນ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ເພີ່ມພູນຄູນສ້າງມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ເຊເນການ ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ​ຊາດ​ທີ່​ຂາດ​ບໍ່​ໄດ້.

ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ເຊເນການ ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ​ຊາດ​ທີ່​ຂາດ​ບໍ່​ໄດ້.

ຍສໝ - ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ທີ່​ການ​ພົບ​ປະ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ເຊເນການ, ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 22 ກໍລະກົດ (ຕາມ​ເວລາ​ທ້ອງ​ຖິ່ນ), ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສາທາລະນະ​ລັດ ເຊເນການ ຢ່າງ​ເປັນ​ທາງ​ການ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ Samba Dang ຮອງປະທານສະພາແຫ່ງຊາດ ເຊເນການ.

ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ

ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ

ຍສໝ - ໃນລະຫວ່າງວັນທີ 19 – 21 ກໍລະກົດ 2025, ຊາວໜຸ່ມປັນຍາຊົນຫວຽດນາມ 10 ຄົນ ທີ່ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ຈະກັບຄືນຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສປັນຍາຊົນຊາວຫນຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ: “ບັນດານັກປັນຍາຊົນຫວຽດນາມ ໃນທົ່ວໂລກ ປະກອບສ່ວນເຮັດໃຫ້ປະເທດກ້າວເຂົ້າສູ່ສັງກາດໃໝ່”. ກ່ອນ​ເຫດການ, ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ແບ່ງປັນກັບວາລະສານ ຍຸກສະໄໝ ບັນດາຂໍ້ສະເໜີຢ່າງແທດຈິງ​ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ.

ຊາວຫວຽດນາມຢູ່ ໂຮນລັງ ດີໃຈກັບບັນດາຜົນງານຂອງຊາດ.

ຊາວຫວຽດນາມຢູ່ ໂຮນລັງ ດີໃຈກັບບັນດາຜົນງານຂອງຊາດ.

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ແລະ ເຮັດວຽກຢູ່ ​ໂຮ​ນລັງ ​ແຕ່​ວັນ​ທີ 10-12 ກໍລະກົດ 2025, ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ເລທິທູຮັ່ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ໂຮ​ນລັງ.

ຊາວຫວຽດນາມ ຢູ່ ໂປໂລຍ: ປະຊາຄົມສາມັກຄີ, ລະບົບຈັດຕັ້ງສະມາຄົມຄົບຊຸດໃນທຸກຂົງເຂດ

ຊາວຫວຽດນາມ ຢູ່ ໂປໂລຍ: ປະຊາຄົມສາມັກຄີ, ລະບົບຈັດຕັ້ງສະມາຄົມຄົບຊຸດໃນທຸກຂົງເຂດ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ເຮັດວຽກຢູ່ ໂປໂລຍ ແຕ່​ວັນ​ທີ 5-8 ກໍລະກົດ 2025, ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ຮຽນ​ຮູ້​ສະພາບ​ການ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໂປ​ໂລຍ.

ຊາວຫວຽດນາມຢູ່ຕ່າງປະເທດສະໜັບສະໜູນຮູບແບບລັດຖະບານສອງຊັ້ນ, ເຊື່ອໝັ້ນການຫັນປ່ຽນອັນໃຫຍ່ຫຼວງຂອງບ້ານເກີດເມືອງນອນ

ຊາວຫວຽດນາມຢູ່ຕ່າງປະເທດສະໜັບສະໜູນຮູບແບບລັດຖະບານສອງຊັ້ນ, ເຊື່ອໝັ້ນການຫັນປ່ຽນອັນໃຫຍ່ຫຼວງຂອງບ້ານເກີດເມືອງນອນ

ຍສໝ - ນັບ​ແຕ່​ວັນ​ທີ 1 ກໍລະກົດ ​ປີ 2025, ຫວຽດນາມ ​ຈະ​ດຳ​ເນີນ​ຮູບ​ແບບ​ລັດຖະບານ​ທ້ອງ​ຖິ່ນ 2 ຊັ້ນ​ໃນ​ທົ່ວ​ປະ​ເທດ​ຢ່າງ​ເປັນ​ທາງ​ການ. ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຫຼາຍ​ຄົນ​ຢູ່​ລາວ, ອິດສະຣາ​ແອນ, ອິນ​ໂດ​ເນ​ເຊຍ ​ສະ​ແດງ​ຄວາມ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຕໍ່​ນະ​ໂຍບາຍ​ນີ້, ພ້ອມ​ກັນ​ນັ້ນ ​ກໍ​ຄາດ​ວ່າ​ຈະ​ມີ​ການ​ຫັນປ່ຽນ​ຢ່າງ​ໃຫຍ່​ຫຼວງ​ໃນກົງຈັກການ​ບໍລິຫານ - ມຸ່ງ​ໄປ​ເຖິງ​ຜົນສັກສິດ, ປະສິດທິ​ຜົນ, ​ຈະແຈ້ງ ​ແລະ​ ໃກ້ຊິດ​ກັບ​ປະຊາຊົນ.

ແຜ່ລາມຄວາມຮັກແພງຈາກຄາບເຂົ້າແຫ່ງສາຍຈິດມິດໃຈຂອງປະຊາຄົມ ຊາວຫວຽດນາມ ອາໄສຢູ່ລາວ

ແຜ່ລາມຄວາມຮັກແພງຈາກຄາບເຂົ້າແຫ່ງສາຍຈິດມິດໃຈຂອງປະຊາຄົມ ຊາວຫວຽດນາມ ອາໄສຢູ່ລາວ

ຍສໝ - ໃນຕະຫຼອດຫຼາຍປີຜ່ານມາ, ພຸດທະສາສະນິກກະຊົນຂອງວັດ ເຟີດຕິກ ຍາມໃດ ກໍ່ຮັກສາເຮືອນຄົວແຫ່ງການກຸສົນໄວ້ຕະຫຼອດເວລາ, ນຳເອົາເຂົ້າປຽກໄປແຈກຢາຍໃຫ້ຄົນ ເຈັບຢູ່ຕາມໂຮງໝໍແຫ່ງຕ່າງໆຢູ່ລາວດ້ວຍມືຕົນເອງ.

ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ

ງານບຸນກິລາ EPS ຄັ້ງທີ 2: ເຊື່ອມໂຍງເຂົ້າກັບປະຊາຄົມຊາວຫວຽດນາມ, ເຜີຍແຜ່ຄມິດຕະພາບຫວຽດນາມ - ສ.ເກົາຫຼີ

ຍສໝ - ວັນ​ທີ 8 ມິຖຸນາ​ປີ 2025, ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດນາມ ປະຈຳ ສ.​ເກົາຫຼີ (EPS) ສົມທົບ​ກັບ​ສະຫະພັນ​ບານ​ເຕະ ຫວຽດນາມ ປະຈຳ ສ.​ເກົາຫຼີ (VFAK) ​ໄດ້​ຈັດ​ຕັ້ງ​ງານບຸນ​​​ກິລາ​ແຮງ​ງານ EPS ເປີດກວ້າງຄັ້ງ​ທີ 2 ຢູ່​ນະຄອນ Hwaseong. ເຫດການ​ໄດ້​ດຶງ​ດູດ​ຜູ້​ແທນ, ນັກ​ກິລາ 200 ກວ່າ​ຄົນ ​ແລະ ຊາວ​ຫວຽດນາມ ອາ​ໄສ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ.

ຊາວຫວຽດນາມ ອາໄສຢູ່ລັດເຊຍ ຕ້ອນຮັບຄະນະກອງທັບປະຊາຊົນ ຫວຽດນາມ ຢູ່ສະໜາມຫຼວງແດງ

ຊາວຫວຽດນາມ ອາໄສຢູ່ລັດເຊຍ ຕ້ອນຮັບຄະນະກອງທັບປະຊາຊົນ ຫວຽດນາມ ຢູ່ສະໜາມຫຼວງແດງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 4 ພຶດສະພາ (ຕາມ​ເວລາ​ຮ່າ​ໂນ້ຍ), ຢູ່​ສະໜາມ​ຫຼວງ​ແດງ, ນະຄອນຫຼວງ​ ມົດ​ສະ​ກູ (ສະຫະພັນ​ລັດ​ເຊຍ) ໄດ້​ດຳ​ເນີນ​ການ​ຊ້ອມ​ຂັ້ນ​ຕົ້ນ​ໃນພິທີການ​ແຫ່​ຂະ​ບວນເພື່ອ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ໄຊຊະນະ​ໃນ​ສົງຄາມປົກປັກຮັກສາປະເທດຊາດ​ທີ່ຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ2025). ມີ​ນັກ​ສຶກ​ສາ​ຫວຽດ​ນາມ ແລະ​ ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ນັບ​ຮ້ອຍ​ຄົນ​ໄດ້ມີໜ້າ​ແຕ່​ຕອນ​ເຊົ້າ​ຢູ່​ເສັ້ນ​ທາງນໍາໄປສູ່​ສະໜາມ​ຫຼວງ​ເພື່ອ​ຕ້ອນ​ຮັບ​ຄະ​ນະ​.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນຊຸກຍູ້ການສົ່ງອອກກະເສດຂອງຫວຽດນາມ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນຊຸກຍູ້ການສົ່ງອອກກະເສດຂອງຫວຽດນາມ

ຍສໝ - ຕອນເຊົ້າວັນທີ 27 ເມສາ, ຢູ່ແຂວງ ແຄ໋ງຮ່ວາ ໄດ້ດຳເນີນກອງປະຊຸມສະຫຼຸບ 5 ປີແຫ່ງການຜັນຂະຫຍາຍໂຄງການ “ລະດົມຊາວຫວຽດນາມ ຢູ່ຕ່າງປະເທດເຂົ້າຮ່ວມການແນະນໍາ, ບໍລິໂພກຜະລິດຕະພັນ ແລະ ບັນດາຊ່ອງທາງຈໍາໜ່າຍສິນຄ້າຫວຽດນາມ ຢູ່ຕ່າງປະເທດ ໄລຍະ 2020-2024” ຕາມຂໍ້ຕົກລົງເລກທີ 1797/QD-TTg ວັນທີ 20 ທັນວາ 2019 ຂອງທ່ານນາຍົກລັດຖະມົນຕີຫວຽດນາມ.