EuroCham: ມະຕິເລກທີ 10 ຊຸກຍູ້ວິສາຫະກິດເອີຣົບຂະຫຍາຍການລົງທຶນ

23:34 | 06/08/2026

ຍສໝ - ມະຕິເລກທີ 10 ໄດ້ຮັບການຕີລາຄາຈາກປະຊາຄົມວິສາຫະກິດເອີຣົບວ່າ ເປັນບາດກ້າວສຳຄັນໃນແນວຄິດດຶງດູດການລົງທຶນຂອງ ຫວຽດນາມ, ຫັນຈາກເປົ້າໝາຍດຶງດູດທຶນ ໄປສູ່ການສ້າງລະບົບນິເວດ FDI ທີ່ມີຄຸນນະພາບສູງ. ທ່ານ Bruno Jaspaert, ປະທານ EuroCham ສະມາຄົມວິສາຫະກິດເອີຣົບປະຈຳ ຫວຽດນາມ, ໄດ້ແບ່ງປັນທັດສະນະກ່ຽວກັບໂອກາດທີ່ມະຕິດັ່ງກ່າວເປີດອອກໃຫ້ແກ່ວິສາຫະກິດເອີຣົບ, ພ້ອມທັງບັນດາປັດໄຈທີ່ ຫວຽດນາມ ຕ້ອງສືບຕໍ່ປັບປຸງ ເພື່ອກາຍເປັນຈຸດໝາຍປາຍທາງຂອງກະແສທຶນດ້ານເຕັກໂນໂລຊີສູງ, ນະວັດຕະກຳ ແລະ ການລົງທຶນສີຂຽວ.

ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026
EuroCham: ມະຕິເລກທີ 10 ຊຸກຍູ້ວິສາຫະກິດເອີຣົບຂະຫຍາຍການລົງທຶນ
ທ່ານ Bruno Jaspaert, ປະທານສະມາຄົມວິສາຫະກິດເອີຣົບປະຈຳ ຫວຽດນາມ - ພາບ: VGP/ເຍີດບັກ

ຂໍຮຽນທ່ານ Bruno Jaspaert, ມະຕິເລກທີ 10 ເນັ້ນໜັກການສ້າງລະບົບນິເວດ FDI ແທນທີ່ຈະມຸ່ງພຽງແຕ່ການດຶງດູດທຶນລົງທຶນ. ຈາກມຸມມອງຂອງ EuroCham, ສິ່ງນີ້ສ້າງໂອກາດໃໝ່ຫຍັງໃຫ້ແກ່ບັນດາວິສາຫະກິດເອີຣົບທີ່ກຳລັງລົງທຶນຢູ່ ຫວຽດນາມ?

ທ່ານ Bruno Jaspaert: ມະຕິເລກທີ 10 ມີຄວາມໝາຍສຳຄັນ ເພາະໄດ້ສົ່ງສານທີ່ຊັດເຈນກ່ຽວກັບວິທີທີ່ ຫວຽດນາມ ມອງເຫັນນັກລົງທຶນຕ່າງປະເທດ. ຕະຫຼອດຫຼາຍປີຜ່ານມາ, FDI ສ່ວນໃຫຍ່ຖືກມອງວ່າເປັນແຫຼ່ງທຶນ ແລະ ການສ້າງວຽກເຮັດງານທຳ. ປັດຈຸບັນ, ມຸມມອງດັ່ງກ່າວໄດ້ພັດທະນາຂຶ້ນຢ່າງຫຼາຍ. ລັດຖະບານກຳລັງຢືນຢັນຢ່າງຊັດເຈນວ່າ ບັນດາວິສາຫະກິດທີ່ມີທຶນລົງທຶນຈາກຕ່າງປະເທດ (FDI) ຖືກຄາດຫວັງໃຫ້ເປັນຄູ່ຮ່ວມມືໄລຍະຍາວໃນການພັດທະນາຂອງ ຫວຽດນາມ, ໂດຍປະກອບສ່ວນບໍ່ພຽງແຕ່ທຶນລົງທຶນ ແຕ່ຍັງລວມທັງເຕັກໂນໂລຊີ, ນະວັດຕະກຳ, ທັກສະ ແລະ ການພັດທະນາທີ່ຍືນຍົງ.

ສຳລັບບັນດາວິສາຫະກິດເອີຣົບ, ການປ່ຽນແປງແນວຄິດນີ້ມີຄວາມສຳຄັນຫຼາຍ. ການຕັດສິນໃຈລົງທຶນຖືກກຳນົດບົນພື້ນຖານວິໄສທັດໄລຍະຫຼາຍສິບປີ ບໍ່ແມ່ນອີງຕາມແຕ່ລະໄຕມາດ. ເມື່ອລັດຖະບານຮັບຮູ້ຢ່າງເປັນທາງການວ່າ FDI ເປັນສ່ວນທີ່ແຍກອອກບໍ່ໄດ້ຂອງເສດຖະກິດ ແລະ ເຊື່ອມໂຍງວິໄສທັດນັ້ນກັບການປະຕິຮູບເພື່ອປັບປຸງສະພາບແວດລ້ອມການລົງທຶນ, ສິ່ງນີ້ຈະສ້າງຄວາມເຊື່ອໝັ້ນຫຼາຍຂຶ້ນໃຫ້ແກ່ຄະນະບໍລິຫານຂອງບັນດາກຸ່ມບໍລິສັດ ເພື່ອຂະຫຍາຍຂະໜາດການດຳເນີນງານ.

ໄລຍະເວລາການອອກມະຕິກໍມີຄວາມໝາຍໃນເຊີງຍຸດທະສາດບໍ່ແພ້ກັນ. ບັນດາວິສາຫະກິດກຳລັງຮັບມືກັບໜຶ່ງໃນສະພາບແວດລ້ອມໂລກທີ່ຜັນຜວນຫຼາຍທີ່ສຸດໃນປະຫວັດສາດໄລຍະໃກ້ມານີ້, ແຕ່ດັດຊະນີບັນຍາກາດທຸລະກິດ (BCI) ຂອງ EuroCham ໃນໄຕມາດ II ປີ 2026 ຍັງບັນລຸ 79,7 ຄະແນນ, ໃກ້ກັບລະດັບສູງສຸດໃນຮອບ 7 ປີຜ່ານມາ. ປັດຈຸບັນ, ສະມາຊິກຫຼາຍກວ່າເຄິ່ງໜຶ່ງຂອງ EuroCham ມອງເຫັນ ຫວຽດນາມ ເປັນໜຶ່ງໃນຕະຫຼາດຍຸດທະສາດຫຼັກ, ໃນຂະນະທີ່ 69% ຄາດຫວັງວ່າສະພາບການດຳເນີນທຸລະກິດຈະສືບຕໍ່ດີຂຶ້ນໃນໄຕມາດຕໍ່ໄປ.

ຜົນດັດຊະນີ BCI ນີ້ສະທ້ອນໃຫ້ເຫັນພາບລວມດ້ານເສດຖະກິດມະຫາພາກທີ່ກວ້າງຂວາງກວ່າ ໃນຂະນະທີ່ ຫວຽດນາມ ກຳລັງເສີມສ້າງຖານະເປັນໜຶ່ງໃນ “ດາວເດັ່ນ” ດ້ານການເຕີບໂຕຂອງອາຊີ. ສະເພາະໃນ 6 ເດືອນຕົ້ນປີ 2026, GDP ຂອງປະເທດເຕີບໂຕຢ່າງໜ້າປະທັບໃຈເຖິງ 8,18%. ເມື່ອປະສານອັດຕາການເຕີບໂຕອັນໂດດເດັ່ນນັ້ນ ກັບການທີ່ ຫວຽດນາມ ກ້າວຂຶ້ນສູ່ອັນດັບທີ 27 ໃນຕາຕະລາງຈັດອັນດັບຄວາມສາມາດແຂ່ງຂັນໂລກຂອງ IMD ແລະ FTSE Russell ກຳລັງກະກຽມຍົກລະດັບ ຫວຽດນາມ ຂຶ້ນເປັນຕະຫຼາດເກີດໃໝ່ຂັ້ນຮອງໃນເດືອນກັນຍາຈະມາເຖິງ, ຂໍ້ຄວາມທີ່ສົ່ງອອກມາຈຶ່ງຊັດເຈນທີ່ສຸດ. ສິ່ງທີ່ເຮັດໃຫ້ ຫວຽດນາມ ໂດດເດັ່ນຢ່າງແທ້ຈິງ ທ່າມກາງສະພາບການແຂ່ງຂັນຢ່າງຮຸນແຮງໃນພາກພື້ນ ຄືລັດຖະບານບໍ່ພຽງແຕ່ເວົ້າເຖິງການເຕີບໂຕ, ແຕ່ຍັງຫັນເປົ້າໝາຍນັ້ນໃຫ້ກາຍເປັນມະຕິລະດັບຊາດ ແລະ ດຳເນີນການປະຕິຮູບສະຖາບັນຢ່າງຕັ້ງໜ້າເພື່ອບັນລຸເປົ້າໝາຍດັ່ງກ່າວ.

ປັດຈຸບັນ, ຈຸດສຸມຂອງການສົນທະນາໄດ້ປ່ຽນຈາກການດຶງດູດການລົງທຶນດ້ວຍທຸກວິທີ ໄປສູ່ການດຶງດູດແຫຼ່ງທຶນລົງທຶນທີ່ຖືກຕ້ອງ ແລະ ມີຄຸນນະພາບ. ມະຕິເລກທີ 10 ຍິ່ງເສີມສ້າງຂະບວນການຫັນປ່ຽນນັ້ນ. ຄຽງຄູ່ກັບການປະຕິຮູບຂັ້ນຕອນບໍລິຫານ, ນະວັດຕະກຳ ແລະ ການພັດທະນາພາກເອກະຊົນ, ມະຕິສະບັບນີ້ໄດ້ສົ່ງສັນຍານວ່າ ຫວຽດນາມ ຕ້ອງການແຂ່ງຂັນດ້ວຍຄຸນນະພາບ ແທນທີ່ຈະອາໄສພຽງແຕ່ຕົ້ນທຶນຕ່ຳ. ນັ້ນຄືທິດທາງທີ່ນັກລົງທຶນເອີຣົບຄາດຫວັງມາໂດຍຕະຫຼອດ.

ຂໍຮຽນທ່ານ Bruno Jaspaert, ມະຕິເລກທີ 10 ໃຫ້ບູລິມະສິດແກ່ບັນດາໂຄງການທີ່ສາມາດສ້າງຜົນກະທົບຕໍ່ເນື່ອງສູງຕໍ່ການພັດທະນາທີ່ຍືນຍົງ ແລະ ການເຕີບໂຕສີຂຽວ. EuroCham ຈະເຊື່ອມໂຍງແຫຼ່ງທຶນລົງທຶນ ESG, ເຕັກໂນໂລຊີສີຂຽວ ແລະ ການເງິນສີຂຽວຂອງເອີຣົບ ເຂົ້າກັບຂະບວນການຫັນປ່ຽນສີຂຽວຂອງ ຫວຽດນາມ ໃຫ້ເລິກເຊິ່ງຍິ່ງຂຶ້ນແນວໃດ?

ທ່ານ Bruno Jaspaert: ຕະຫຼອດໄລຍະຜ່ານມາ, ບັນດາວິສາຫະກິດເອີຣົບຖືວ່າ ການພັດທະນາທີ່ຍືນຍົງບໍ່ແມ່ນພຽງການປະຕິບັດໃຫ້ຖືກຕາມລະບຽບການ, ແຕ່ແມ່ນຍຸດທະສາດທຸລະກິດຫຼັກ. ໃນຂະນະທີ່ເອີຣົບຊຸກຍູ້ສັນຍາສີຂຽວ (Green Deal) ແລະ ບັນດາເປົ້າໝາຍ Net Zero, ບັນດາບໍລິສັດເອີຣົບນັບມື້ນັບຊອກຫາຈຸດໝາຍການລົງທຶນທີ່ການເຕີບໂຕທາງເສດຖະກິດດຳເນີນໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ການນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ ແລະ ການບໍລິຫານທີ່ມີຄວາມຮັບຜິດຊອບ. ນີ້ແມ່ນໂອກາດອັນໃຫຍ່ຫຼວງຂອງ ຫວຽດນາມ.

ບົດບາດຂອງ EuroCham ແມ່ນເປັນຂົວເຊື່ອມລະຫວ່າງນັກລົງທຶນເອີຣົບ ກັບບັນດານັກວິເຄາະ ແລະ ຜູ້ວາງນະໂຍບາຍຂອງ ຫວຽດນາມ. ຜ່ານບັນດາການສົນທະນານະໂຍບາຍເປັນປະຈຳ ແລະ ການພົວພັນລະຫວ່າງພາກລັດ-ເອກະຊົນຢ່າງສ້າງສັນກັບບັນດາກະຊວງ ແລະ ຂະແໜງການ, ພວກເຮົາສືບຕໍ່ສະເໜີການສ້າງຂອບກົດໝາຍທີ່ຊ່ວຍເປີດທາງໃຫ້ກະແສທຶນລົງທຶນແບບຍືນຍົງ. ໃນນັ້ນລວມມີການປຶກສາຫາລືກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຂັ້ນຕອນການອະນຸຍາດ, ການພັດທະນາພະລັງງານທົດແທນ, ນະໂຍບາຍເສດຖະກິດໝູນວຽນ ແລະ ການນຳໃຊ້ມາດຕະຖານ ESG, ເພື່ອຮັບປະກັນໃຫ້ປັດໄຈດ້ານການປົກປັກຮັກສາສິ່ງແວດລ້ອມຖືກລວມເຂົ້າໃນການຕັດສິນໃຈລົງທຶນນັບແຕ່ໄລຍະຕົ້ນ.

ສຳລັບບັນດາວິສາຫະກິດເອີຣົບທີ່ຍຶດໝັ້ນຕາມມາດຖານ ESG, ການພັດທະນາທີ່ຍືນຍົງບໍ່ແມ່ນພຽງການນຳໃຊ້ເຕັກໂນໂລຊີສີຂຽວ, ແຕ່ຍັງແມ່ນການຮັບປະກັນລະບົບນິເວດທີ່ເໝາະສົມເພື່ອຮອງຮັບເຕັກໂນໂລຊີເຫຼົ່ານັ້ນ. ການຕອບສະໜອງຂໍ້ຮຽກຮ້ອງດ້ານຄວາມຍືນຍົງຂອງເອີຣົບ ຂຶ້ນກັບການມີທີມວິສະວະກອນທີ່ຊຳນານ, ຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ແລະ ພະນັກງານດ້ານການປະຕິບັດຕາມມາດຕະຖານ ທີ່ສາມາດນຳບັນດາມາດຕະຖານທີ່ນັບມື້ນັບສັບສົນໄປປະຕິບັດໄດ້. ສິ່ງນີ້ຍັງຮຽກຮ້ອງໃຫ້ມີຂະບວນການທົດສອບຜະລິດຕະພັນທີ່ມີປະສິດທິຜົນ, ລະບົບການຢັ້ງຢືນທີ່ສາກົນຮັບຮູ້ ແລະ ຂະບວນການປະເມີນຄວາມສອດຄ່ອງທີ່ໂປ່ງໃສ. ເມື່ອການທົດສອບ ຫຼື ການອອກໃບຢັ້ງຢືນໃຊ້ເວລາດົນກວ່າຄູ່ແຂ່ງໃນພາກພື້ນ, ວິສາຫະກິດຈະສູນເສຍໄລຍະເວລາອັນມີຄ່າໃນການນຳຜະລິດຕະພັນອອກສູ່ຕະຫຼາດ.

ປະສິດທິຜົນດ້ານບໍລິຫານແມ່ນອີກປັດໄຈຫຼັກໜຶ່ງທີ່ຊຸກຍູ້ຄວາມຍືນຍົງ. ວິສາຫະກິດຕ້ອງສາມາດນຳຊັບພະຍາກອນໄປໃຊ້ໃນການສ້າງນະວັດຕະກຳ, ການຫຼຸດຜ່ອນການປ່ອຍຄາບອນ ແລະ ການພັດທະນາກຳລັງແຮງງານ, ແທນທີ່ຈະເສຍເວລາແກ້ໄຂຂັ້ນຕອນການອະນຸມັດທີ່ຊ້ຳຊ້ອນ ຫຼື ການບັງຄັບໃຊ້ທີ່ບໍ່ສອດຄ່ອງ. ທຸກຄວາມຊັກຊ້າທີ່ບໍ່ຈຳເປັນ ລ້ວນແຕ່ຫຼຸດຄວາມໄວໃນການນຳໃຊ້ເຕັກໂນໂລຊີທີ່ເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ.

ຫວຽດນາມ ໄດ້ສະແດງຄວາມມຸ່ງໝັ້ນອັນໂດດເດັ່ນ ຜ່ານຄຳໝັ້ນສັນຍາບັນລຸ Net Zero ໃນປີ 2050 ແລະ ທິດທາງຂອງມະຕິເລກທີ 10 ໃນການດຶງດູດການລົງທຶນທີ່ມີຄຸນນະພາບສູງ. ບາດກ້າວຕໍ່ໄປແມ່ນການຮັບປະກັນໃຫ້ລະບົບນິເວດສະໜັບສະໜູນສາມາດກ້າວທັນກັບຈັງຫວະດັ່ງກ່າວ: ພັດທະນາບຸກຄະລາກອນທີ່ມີຄວາມຊ່ຽວຊານ, ເສີມສ້າງໂຄງລ່າງດ້ານການກວດສອບ ແລະ ມາດຕະຖານ, ພ້ອມທັງສືບຕໍ່ຫຼຸດຜ່ອນຂັ້ນຕອນບໍລິຫານໃຫ້ງ່າຍດາຍ. ການປະສົມປະສານບັນດາປັດໄຈເຫຼົ່ານີ້ ຈະມີຄວາມສຳຄັນຕໍ່ຂີດຄວາມສາມາດແຂ່ງຂັນ ບໍ່ນ້ອຍໄປກວ່າທາງດ່ວນ ຫຼື ເຂດອຸດສາຫະກຳແຫ່ງໃໝ່ໃດໆ.

EuroCham: ມະຕິເລກທີ 10 ຊຸກຍູ້ວິສາຫະກິດເອີຣົບຂະຫຍາຍການລົງທຶນ
ລັດຖະບານກຳລັງສົ່ງສັນຍານຢ່າງຊັດເຈນວ່າ ບັນດາວິສາຫະກິດ FDI ໄດ້ຮັບຄວາມຄາດຫວັງໃຫ້ກາຍເປັນຄູ່ຮ່ວມມືໄລຍະຍາວໃນຂະບວນການພັດທະນາຂອງ ຫວຽດນາມ, ໂດຍປະກອບສ່ວນບໍ່ພຽງແຕ່ທຶນລົງທຶນ ແຕ່ຍັງລວມທັງເຕັກໂນໂລຊີ, ນະວັດຕະກຳ, ທັກສະ ແລະ ການພັດທະນາທີ່ຍືນຍົງ.

ຂໍຮຽນທ່ານ Bruno Jaspaert, ບັນດານັກລົງທຶນເອີຣົບສາມາດເສີມຂະຫຍາຍການຖ່າຍທອດເຕັກໂນໂລຊີ, ການຫັນເປັນທ້ອງຖິ່ນ ແລະ ການເຂົ້າຮ່ວມຂອງ ຫວຽດນາມ ໃນຕ່ອງໂສ້ສະໜອງທົ່ວໂລກໄດ້ແນວໃດ?

ທ່ານ Bruno Jaspaert: ໃນທີ່ສຸດແລ້ວ, ການຖ່າຍທອດເຕັກໂນໂລຊີລ້ວນແຕ່ເລີ່ມຕົ້ນຈາກຄວາມເຊື່ອໝັ້ນ. ບັນດາບໍລິສັດເອີຣົບສາມາດນຳເອົາຄວາມສາມາດດ້ານການຜະລິດທີ່ກ້າວໜ້າ, ເຕັກໂນໂລຊີທີ່ມີລິຂະສິດ ແລະ ຄວາມສາມາດດ້ານການຄົ້ນຄວ້າມາສູ່ ຫວຽດນາມ, ແຕ່ການລົງທຶນເຫຼົ່ານີ້ເປັນຜົນຈາກການສະສົມຄວາມຮູ້ຫຼາຍສິບປີ ແລະ ເງິນທຶນທາງປັນຍາຈຳນວນຫຼວງຫຼາຍ. ພວກເຂົາຈຳເປັນຕ້ອງໝັ້ນໃຈວ່າ ຜົນສຳເລັດຈາກນະວັດຕະກຳຈະໄດ້ຮັບທັງການປົກປ້ອງ ແລະ ການຍອມຮັບ.

ນັ້ນແມ່ນເຫດຜົນທີ່ການປົກປ້ອງຊັບສິນທາງປັນຍານັບມື້ນັບມີຄວາມສຳຄັນ ໃນຂະນະທີ່ ຫວຽດນາມ ດຶງດູດການລົງທຶນທີ່ມີມູນຄ່າສູງເພີ່ມຂຶ້ນ. ບົດລາຍງານ BCI ໄຕມາດ II ປີ 2026 ຂອງພວກເຮົາສະແດງວ່າ ປະມານໜຶ່ງສ່ວນສາມຂອງວິສາຫະກິດທີ່ໄດ້ຈົດທະບຽນຊັບສິນທາງປັນຍາ ໄດ້ປະສົບບັນຫາ, ໂດຍສະເພາະບັນຫາກ່ຽວກັບການແກ້ໄຂຂໍ້ຂັດແຍ່ງ ແລະ ຂັ້ນຕອນບໍລິຫານ. ເຖິງແມ່ນວ່າການປະຕິຮູບໃນໄລຍະຜ່ານມາ ເພື່ອເສີມຂະຫຍາຍການປົກປ້ອງຊັບສິນທາງປັນຍາແມ່ນສົມຄວນໄດ້ຮັບການຊົມເຊີຍ, ແຕ່ການບັງຄັບໃຊ້ຢ່າງສອດຄ່ອງຈຶ່ງເປັນປັດໄຈຕັດສິນໃນການສ້າງຄວາມເຊື່ອໝັ້ນໄລຍະຍາວ.

ພ້ອມກັນນັ້ນ, ການຖ່າຍທອດເຕັກໂນໂລຊີບໍ່ຄວນຖືກມອງວ່າເປັນຂະບວນການທາງດຽວ. ບັນດາໂຄງການລົງທຶນຂອງເອີຣົບທີ່ປະສົບຜົນສຳເລັດຫຼາຍທີ່ສຸດ ແມ່ນໂຄງການທີ່ສາມາດສ້າງສາຍພົວພັນຄູ່ຮ່ວມມືໄລຍະຍາວກັບບັນດາຜູ້ສະໜອງ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຂອງ ຫວຽດນາມ. ແທນທີ່ຈະພຽງແຕ່ຍ້າຍຖານການຜະລິດ, ບັນດາບໍລິສັດນັບມື້ນັບມີແນວໂນ້ມສ້າງຕັ້ງທີມວິສະວະກອນ, ໂຄງການພັດທະນາຜູ້ສະໜອງ ແລະ ສູນ R&D ລະດັບພາກພື້ນ ເພື່ອໃຫ້ຄວາມຮູ້ສາມາດຖືກສ້າງຂຶ້ນ ແລະ ແບ່ງປັນຢູ່ໃນທ້ອງຖິ່ນໂດຍກົງ.

ຫວຽດນາມ ມີບັນດາປັດໄຈຄົບຖ້ວນເພື່ອກ້າວຂຶ້ນສູ່ຂັ້ນມູນຄ່າທີ່ສູງກວ່າ ຄື ແຫຼ່ງບຸກຄະລາກອນທີ່ມີພອນສະຫວັນ, ຈິດໃຈການປະກອບທຸລະກິດ ແລະ ຄຳໝັ້ນທາງການເມືອງທີ່ເຂັ້ມແຂງຕໍ່ນະວັດຕະກຳ ຜ່ານບັນດາຂໍ້ລິເລີ່ມເຊັ່ນ ມະຕິເລກທີ 57. ຖ້າບັນດາຈຸດແຂງເຫຼົ່ານີ້ໄດ້ຮັບການເສີມດ້ວຍລະບົບປົກປ້ອງຊັບສິນທາງປັນຍາທີ່ເຂັ້ມແຂງ, ລະບຽບກົດໝາຍທີ່ສາມາດຄາດຄະເນໄດ້ ແລະ ການລົງທຶນຢ່າງຕໍ່ເນື່ອງໃສ່ທັກສະ, ຫວຽດນາມ ສາມາດກາຍເປັນດາວດວງໃໝ່ທີ່ກຳລັງໂດດເດັ່ນໃນຕ່ອງໂສ້ມູນຄ່າທົ່ວໂລກໄດ້ຢ່າງແນ່ນອນ.

ມູນຄ່າຂອງທຶນລົງທຶນຈະຍັງຄົງມີບົດບາດສຳຄັນ, ແຕ່ບໍ່ຄວນເປັນມາດຕະວັດດຽວຂອງຜົນສຳເລັດອີກຕໍ່ໄປ. ຄຳຖາມທີ່ແທ້ຈິງແມ່ນ ການລົງທຶນນັ້ນຊ່ວຍສ້າງເສດຖະກິດແບບໃດ.

ຜົນສຳເລັດຄວນຖືກວັດແທກເພີ່ມຂຶ້ນຜ່ານບັນດາດັດຊະນີ ເຊັ່ນ ການເພີ່ມຜະລິດຕະພາບແຮງງານ, ມູນຄ່າເພີ່ມຂອງສິນຄ້າສົ່ງອອກ, ລະດັບການຖ່າຍທອດເຕັກໂນໂລຊີ, ການໃຊ້ຈ່າຍສຳລັບ R&D, ການເຂົ້າຮ່ວມຂອງບັນດາຜູ້ສະໜອງພາຍໃນປະເທດ, ການພັດທະນາທັກສະຂອງກຳລັງແຮງງານ ແລະ ຄວາມສາມາດດ້ານນະວັດຕະກຳ. ບັນດາດັດຊະນີເຫຼົ່ານີ້ສະທ້ອນໄດ້ດີກວ່າວ່າ ການລົງທຶນນັ້ນກຳລັງເສີມສ້າງຂີດຄວາມສາມາດແຂ່ງຂັນໄລຍະຍາວຂອງ ຫວຽດນາມ ຫຼື ບໍ່.

ທ້າຍທີ່ສຸດ, ໂຄງການລົງທຶນທີ່ປະສົບຜົນສຳເລັດທີ່ສຸດ ບໍ່ຈຳເປັນຕ້ອງແມ່ນໂຄງການທີ່ປະກາດມູນຄ່າທຶນສູງທີ່ສຸດ. ແຕ່ຕ້ອງເປັນໂຄງການທີ່ພັດທະນາບຸກຄະລາກອນທີ່ມີພອນສະຫວັນຂອງ ຫວຽດນາມ, ເສີມສ້າງກຳລັງໃຫ້ແກ່ວິສາຫະກິດພາຍໃນປະເທດ, ສ້າງຊັບສິນທາງປັນຍາ, ປະກອບສ່ວນເຂົ້າໃນຂະບວນການຫັນປ່ຽນສີຂຽວ ແລະ ຜູກພັນຢ່າງເລິກເຊິ່ງກັບ ຫວຽດນາມ ໃນຫຼາຍສິບປີຕໍ່ໜ້າ. ຂ້າພະເຈົ້າເຊື່ອວ່າ ນັ້ນຄືອະນາຄົດທີ່ມະຕິເລກທີ 10 ມຸ່ງໄປສູ່.

EuroCham ຈະຮ່ວມມື ກັບ ບັນດາອົງການລັດຖະບານ ແລະ ບັນດາສະຖາບັນການສຶກສາ ໂດຍວິທີໃດແດ່ ເພື່ອພັດທະນາແຫຼ່ງບຸກຄະລາກອນ ຄຸນນະພາບສູງ, ເປັນພິເສດແມ່ນ ໃຫ້ແກ່ ວິວັດທະນາການຫັນເປັນສີຂຽວ ແລະ ການຫັນເປັນດິຈິຕອນ?

ທ່ານ Bruno Jaspaert: ເພື່ອປະສົບຜົນສຳເລັດ ພາຍໃນຂົງເຂດການຜະລິດກ້າວໜ້າ, ທ່ານຕ້ອງການ ການປະສົມປະສານຢ່າງສົມບູນແບບ ລະຫວ່າງ ມວນເນື້ອທີ່ດິນ, ສິ່ງອຳນວຍຄວາມສະດວກ, ແຫຼ່ງນ້ຳ, ພະລັງງານທີ່ມີເສຖຽນລະພາບ ແລະ ທຶນມະນຸດ. ແລະ ທ່ານຕ້ອງການໃຫ້ ບັນດາປັດໄຈເຫຼົ່ານີ້ ໄດ້ຮັບການດຳເນີນຢ່າງສອດຄ່ອງກັນ. ພາຍໃນຂະນະທີ່ ລັດຖະບານ ໄດ້ເຮັດດີຫຼາຍ ພາຍໃນການປະກັນ ໂຄງຮ່າງລວມເຕັກນິກທີ່ຈຳເປັນ, ຂົງເຂດທີ່ ຫວຽດນາມ ຈະຕ້ອງປະເຊີນໜ້າກັບ ບັນດາສິ່ງທ້າທາຍຫຼາຍທີ່ສຸດ ພາຍໃນ 5 ປີທາງໜ້າ ກໍແມ່ນ ແຫຼ່ງບຸກຄະລາກອນ.

ເຖິງວ່າ ຫວຽດນາມ ກໍາມີ ກຳລັງແຮງງານ ທີ່ຂະຫຍັນດຸຝັ້ນຢ່າງຍິ່ງ ດ້ວຍຈຳນວນ ກວ່າ 60 ລ້ານຄົນ, ບົດລາຍງານ BCI ຫຼ້າສຸດ ຂອງພວກເຮົາ ສະແດງໃຫ້ເຫັນວ່າ ຄວາມວິຕົກກັງວົນ ກ່ຽວກັບ ສະພາບການຂາດແຄນຜູ້ມີຄວາມສາມາດ ໄດ້ເພີ່ມຂຶ້ນຢ່າງໄວວາ ຈາກ 23% ພາຍໃນ ໄຕມາດ IV/2025 ຂຶ້ນເປັນ 38% ພາຍໃນ ໄຕມາດ II/2026, ກາຍເປັນ ໜຶ່ງໃນສາມ ສິ່ງທ້າທາຍການດຳເນີນງານ ທີ່ຮຸນແຮງທີ່ສຸດ. ຖ້າເບິ່ງເຂົ້າໃນ ກຳລັງແຮງງານທີ່ມີຢູ່ປະຈຸບັນ, ການຍ້າຍເຍື້ອງແຮງງານ ອອກຈາກຂົງເຂດກະສິກຳ ຫຼື ບັນດາເຂດຫ່າງໄກສອກຫຼີກ ຈະບໍ່ພຽງພໍອີກຕໍ່ໄປ ເພື່ອສ້າງການຫັນປ່ຽນຢ່າງບຸກເບີກ ໃຫ້ແກ່ ເສດຖະກິດທີ່ທັນສະໄໝ. ລະດັບເງິນເດືອນ ປະຈຸບັນ ກຳລັງເພີ່ມຂຶ້ນຢ່າງໄວວາ ເມື່ອ ການຍາດແຍ່ງຜູ້ມີຄວາມສາມາດ ກໍໄດ້ຂະຫຍາຍຕົວກວ້າງຂວາງ ມາຮອດ ຫວຽດນາມ.

ຫວຽດນາມ ຄວນລົງທຶນ ເຂົ້າໃນ “ໂຄງຮ່າງລວມມະນຸດ” ແລະ ຜັນຂະຫຍາຍ ລະບົບການສຶກສາ ມາດຕະຖານສູງ ພ້ອມດ້ວຍ ບັນດາອະນຸໂຄງການຝຶກອບຮົມວິຊາຊີບສະເພາະ. ບໍ່ມີໃຜ ທີ່ມີຄວາມສາມາດ ສ້າງສາ ເສດຖະກິດເຕັກໂນໂລຊີສູງ ຢູ່ເທິງ ຖານຮາກ ທີ່ຂາດແຄນທັກສະ. ເພື່ອບຸກເບີກຢ່າງແທ້ຈິງ, ການພັດທະນາ ຂອງກຳລັງແຮງງານ ຫວຽດນາມ ຕ້ອງສອດຄ່ອງກັບ ຄວາມມຸ່ງຫວັງອຸດສາຫະກຳ ຂອງປະເທດຊາດ.

ຫຼາຍບໍລິສັດ ເອີຣົບ ປະຈຸບັນ ກຳລັງລົງທຶນ ເຂົ້າໃນ ບັນດາສະຖາບັນພາຍໃນ ຢູ່ທີ່ທ້ອງຖິ່ນ ເພື່ອອັດປົກບັນດາບ່ອນຫວ່າງ, ແລະ EuroCham ຍາມໃດກໍພ້ອມແລ້ວ ທີ່ຈະສືບຕໍ່ຮ່ວມມື ກັບ ບັນດາອົງການລັດຖະບານ, ບັນດາໂຮງຮຽນມະຫາວິທະຍາໄລ ແລະ ສະຖາບັນຝຶກອບຮົມວິຊາຊີບ ເພື່ອເພີ່ມທະວີການພັດທະນາທັກສະ — ເປັນພິເສດແມ່ນ ພາຍໃນບັນດາຂົງເຂດ ເຕັກໂນໂລຊີສີຂຽວ, ການຜະລິດກ້າວໜ້າ ແລະ ການຫັນເປັນດິຈິທັອນ. ການພັດທະນາຜູ້ມີຄວາມສາມາດ ຈະຮັບບົດບາດສຳຄັນ ຕໍ່ກັບຄວາມສາມາດແຂ່ງຂັນໄລຍະຍາວ ຂອງ ຫວຽດນາມ ບໍ່ໜ້ອຍກວ່າ ການລົງທຶນ ເຂົ້າໃນໂຄງຮ່າງລວມພື້ນຖານວັດຖຸ.

ສະຫະພາບເອີຣົບຮັບຮູ້ຄວາມພະຍາຍາມຂອງຫວຽດນາມໃນການຍົກເລີກ “ບັດເຫຼືອງ” ຂອງ IUU ແລະ ຄາດວ່າ EC ຈະດຳເນີນການກວດກາພູມສາດຕົວຈິງໂດຍໄວ. ສະຫະພາບເອີຣົບຮັບຮູ້ຄວາມພະຍາຍາມຂອງຫວຽດນາມໃນການຍົກເລີກ “ບັດເຫຼືອງ” ຂອງ IUU ແລະ ຄາດວ່າ EC ຈະດຳເນີນການກວດກາພູມສາດຕົວຈິງໂດຍໄວ.
ຍສໝ - ທ່ານເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ຄວາມຕັ້ງໃຈທາງດ້ານການເມືອງຂອງຫວຽດນາມ ແລະ ຄວາມຄືບໜ້າທີ່ໂດດເດັ່ນໃນການປະຕິບັດຄຳແນະນຳຂອງຄະນະກຳມະການເອີຣົບ (EC) ກ່ຽວກັບການຕ້ານການຫາປາ IUU, ພ້ອມທັງສະແດງຄວາມຫວັງວ່າ EC ຈະຈັດຕັ້ງການກວດກາພູມສາດຕົວຈິງຢູ່ຫວຽດນາມໂດຍໄວ.
ຊາວຫວຽດນາມ ຢູ່ 11 ປະເທດ ແລະ 5 ເຂດແຄ້ວນ ເຂົ້າຮ່ວມງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ ຊາວຫວຽດນາມ ຢູ່ 11 ປະເທດ ແລະ 5 ເຂດແຄ້ວນ ເຂົ້າຮ່ວມງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ
ຍສໝ - ງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ ຫາກໍ່ຈັດຂຶ້ນໃນບັນຍາກາດທີ່ຟົດຟື້ນ ແລະ ຕື່ນເຕັ້ນ ຢູ່ທີ່ສູນກິລາ Teleki Blanka utca 6, ບູດາເປສ (Budapest), ຮົງກາລີ (Hungary).

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ