ກະຊວງ ການຕ່າງປະເທດ ຖະແຫລງມາດຕະການຮັບມື້ໂຄວິດ-19 ຕໍ່ທຸຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳລາວ
02/04/2020 17:30
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດໄດ້ເຜີຍແຜ່ ຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມ ຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19 ໃຫ້ແກ່ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ໃນວັນທີ 30 ມີນານີ້, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມນະຄອນຫຼວງວຽງຈັນ. ທັງນີ້ກໍເພື່ອໃຫ້ທຸກພາກສ່ວນທົ່ວສັງຄົມຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ. ໃນຂະນະດຽວກັນ ກໍ ໄດ້ແຈກຢາຍຄຳສັ່ງດັ່ງກ່າວ ທີ່ ເປັນພາສາອັງກິດ ໃຫ້ບັນດາຜູ້ເຂົ້າຮ່ວມເພື່ອໃຫ້ເຂົ້າໃຈ ເຖິງລາຍລະອຽດຕໍ່ກັບມາດຕະການຕ່າງໆ ແລະ ນຳໄປຈັດ ຕັ້ງປະຕິບັດຢ່າງເຄັ່ງຄັດ.
Source kpl.gov.la

![[ວີດີໂອ] ທ່ານ ພົນຈັດຕະວາ ລາວ ເລົ່າເລື່ອງກ່ຽວກັບປະຊາຊົນຫວຽດນາມ ປ້ອງປົກຈາກລະເບີດໃນປີ 1972](https://huunghivietlao.thoidai.com.vn/stores/video_data/ducmh/092025/04/15/medium/0904_1_1.jpg)
![[ວີດີໂອ]ທ່ານ ບໍ່ວຽງຄຳ ວົງດາລາ: ຂ້າພະເຈົ້າປະທັບໃຈຕໍ່ການເຕີບໂຕ ແລະ ຈິດໃຈຄວາມສາມັກຄີຂອງຫວຽດນາມ](https://huunghivietlao.thoidai.com.vn/stores/video_data/ducmh/092025/03/15/medium/4557_ong-boviengkham-vongdara-tu-hao-truoc-suc-manh-va-ban-sac-viet-nam-20250902184104.jpg?rt=20250903154602)
![[ວີດີໂອ] ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ: 80 ປີແຫ່ງວັນຢັ້ງຢືນຄວາມກ້າຫານ ແລະ ສະຫງ່າລາສີຂອງຫວຽດນາມ](https://huunghivietlao.thoidai.com.vn/stores/video_data/ducmh/092025/01/11/medium/tieYYng_LaYo_CMS_41.jpg)





















