ຫວຽດນາມ ມີ​ອັດຕາການ​ຂະຫຍາຍຕົວ​ຂອງ​ລວມຍອດ​ຜະ​ລິດ​ຕະພັນ​ພາຍ​ໃນ​ປະ​ເທດ ລະດັບ 4,48% ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2021

14:54 | 01/04/2021

ຍສໝ - ຈີ​ດີ​ພີ​ຫວຽດນາ​ມປີ​ກາຍ​ນີ້ ຂະຫຍາຍຕົວ 2,91%​ ເປັນ​ລະດັບຕ່ຳ​ສຸດ​ໃນ​ຮອບ 10​ ປີຜ່ານມາ ​​ແລະຫວຽດນາມ ສູ້​ຊົນໃຫ້ບັນລຸ​ ເປົ້າໝາຍຈິີດີ​ພີ​ຂະຫຍາຍຕົວ​ລະດັບ 6% ​ໃນ​ປີ​ນີ້.

ຫວຽດນາມ ມ ອ ດຕາການ ຂະຫຍາຍຕ ວ ຂອງ ລວມຍອດ ຜະ ລ ດ ຕະພ ນ ພາຍ ໃນ ປະ ເທດ ລະດ ບ 4 48 ໃນ ໄຕ ມາດ ທຳ ອ ດ ຂອງ ປ 2021 10 ໝາກ​ຜົນ​ທີ່​ພົ້ນ​ເດັ່ນ​ຂອງ VUFO ໃນ​ປີ 2020
ຫວຽດນາມ ມ ອ ດຕາການ ຂະຫຍາຍຕ ວ ຂອງ ລວມຍອດ ຜະ ລ ດ ຕະພ ນ ພາຍ ໃນ ປະ ເທດ ລະດ ບ 4 48 ໃນ ໄຕ ມາດ ທຳ ອ ດ ຂອງ ປ 2021 HSBC: ການ​ເຕີ​ບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຢູ່​ລະ​ດັບ 7,6% ໃນ​ປີ 2021
ຫວຽດນາມ ມ ອ ດຕາການ ຂະຫຍາຍຕ ວ ຂອງ ລວມຍອດ ຜະ ລ ດ ຕະພ ນ ພາຍ ໃນ ປະ ເທດ ລະດ ບ 4 48 ໃນ ໄຕ ມາດ ທຳ ອ ດ ຂອງ ປ 2021
ຫວຽດນາມ ມີ​ອັດຕາການ​ຂະຫຍາຍຕົວ​ຂອງ​ລວມຍອດ​ຜະ​ລິດ​ຕະພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ) ລະດັບ 4,48% ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2021 ​ເພີ່ມ​ຂຶ້ນ​ຈາກ 3,68% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້. ພາບປະກອບ

ຕາມສຳນັກງານສະຖິຕິ​ແຫ່ງ​ຊາດຫວຽດນາມ ແລ້ວ, ຫວຽດນາມ ມີ​ອັດຕາການ​ຂະຫຍາຍຕົວ​ຂອງ​ລວມຍອດ​ຜະ​ລິດ​ຕະພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ) ລະດັບ 4,48% ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2021 ​ເພີ່ມ​ຂຶ້ນ​ຈາກ 3,68% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້. ຂະນະ​ທີ່ພາກ​ກະສິກຳ​ປ່າ​ໄມ້-ການ​ປະມົງ ຂະຫຍາຍຕົວ 3,16%, ອຸດສາຫະກຳ-ການ​ກໍ່ສ້າງ ​ຂະຫຍາຍຕົວ 6,3% ​ແລະພາກ​ການ​ບໍລິການ ຂະຫຍາຍຕົວ 3,34% ທັງ​ 3 ພາກສ່ວນ​ນີ້ກວມ​ເອົາ 8,34%, 55,96% ​ແລະ 35,7% ຂອງ​ການ​ຂະຫຍາຍຕົວ ​ໂດຍ​ລວມ. ຈີ​ດີ​ພີ​ຫວຽດນາ​ມປີ​ກາຍ​ນີ້ ຂະຫຍາຍຕົວ 2,91%​ ເປັນ​ລະດັບຕ່ຳ​ສຸດ​ໃນ​ຮອບ 10​ ປີຜ່ານມາ ​​ແລະຫວຽດນາມ ສູ້​ຊົນໃຫ້ບັນລຸ​ ເປົ້າໝາຍຈິີດີ​ພີ​ຂະຫຍາຍຕົວ​ລະດັບ 6% ​ໃນ​ປີ​ນີ້.

ພຽງໃນສອງເດືອນຕົ້ນປີເທົ່ານັ້ນ, ຫວຽດນາມ ສາມາດດຶງດູດແຫຼ່ງທຶນ FDI ໄດ້ປະມານ 5,5 ຕື້ໂດລາສະຫະລັດ. ການສົ່ງອອກຂອງຫວຽດນາມ ໃນສອງເດືອນຕົ້ນປີເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ປີ 2020. ການລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ ກໍ່ຢູ່ໃນລະດັບດີພໍສົມຄວນ. ພຽງໃນ 2 ເດືອນຕົ້ນປີ 2021, ຫວຽດນາມ ສາມາດດຶງດູດແຫຼ່ງທຶນ FDI ໄດ້ປະມານ 5,5 ຕື້ໂດລາສະຫະລັດ.

ຜ່ານຫນຶ່ງປີ ດ້ານເສດຖະກິດ ເຕັມໄປດ້ວຍຄວາມຫຍຸ້ງຍາກ ສິ່ງທ້າທາຍ ແຕ່ກໍ່ມີບັນດາກາລະໂອກາດໃຫ່ມ ພື້ນຖານເສດຖະກິດຫວຽດນາມ ໄດ້ມີບັນດາການປ່ຽນແປງຢ່າງເໝາະສົມເພື່ອຮັບມືກັບສະພາບການໃຫມ່ ແລະ ບັນລຸໄດ້ໝາກຜົນຕັ້ງຫນ້າ. ເຖິງຢ່າງໃດກໍຕາມ ບັນດາການກະທົບຫຍໍ້ທໍ້ຂອງສະພາບຄວາມຫຍຸ້ງຍາກລວມປະຈຸບັນ ໄດ້ຮັບຖືວ່າ ຍັງແມ່ນສິ່ງທີ່ຫນ້າກັງວົນ. ເພາະສະນັ້ນ ຄວາມເປັນເຈົ້າການ ມີຫົວຄິດປະດິດສ້າງສືບຕໍ່ແມ່ນມາດຕະການສຳຄັນເພື່ອໃຫ້ທຸກພາກສ່ວນໃນພື້ນຖານເສດຖະກິດ ຄົງຕົວໄດ້ ກ່ອນທີ່ຈະສາມາດພັດທະນາໄດ້ ແລະ ພັດທະນາແບບຍືນຍົງ - ຫັນເປົ້າໝາຍຄວບຄູ່ ແມ່ນທັງປ້ອງກັນສະກັດກັ້ນໂລກລະບາດ ເປັນຢ່າງດີ ທັງຮັບປະກັນປະສິດທິຜົນການພັດທະນາເສດຖະກິດ.

ທີ່ກອງປະຊຸມສະໄໝສາມັນປະຈຳເດືອນມີນາປີ 2021 ຂອງລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ, ເສດຖະກິດມະຫາພາກເປັນປົກກະຕິ, ລະດັບ ຈີດີພີ ທັງໄລຍະລ້ວນແຕ່ເພີ່ມຂຶ້ນທົບ 1,4 ເທົາເມື່ອທຽບໃສ່ປີ 2015, ກົດລະບຽບວິໄນໄດ້ຮັບການເພີ່ມທະວີ. ການເກັບລາຍຮັບເຂົ້າງົບປະມານໃນໄຕມາດ1 ແມ່ນດີທີ່ສຸດ, ການໃຊ້ຈ່າຍໄດ້ຮັບປະກັນ. ລັດຖະບານຍັງປະຕິບັດຮູບແບບການເຕີບໂຕໂດຍຫັນປ່ຽນຈາກລົງກ້ວາງສູ່ລວງເລິກ. ເປີດບັນດາໂອກາດໃຫຍ່ໃຫ້ແກ່ການຮ່ວມມື ສອງຝ່າຍ ແລະ ຫຼາຍຝ່າຍ.

ຫວຽດນາມ ມ ອ ດຕາການ ຂະຫຍາຍຕ ວ ຂອງ ລວມຍອດ ຜະ ລ ດ ຕະພ ນ ພາຍ ໃນ ປະ ເທດ ລະດ ບ 4 48 ໃນ ໄຕ ມາດ ທຳ ອ ດ ຂອງ ປ 2021 Standard Chartered ຄາດ​ຄະ​ເນ​ເສດ​ຖະ​ກິດ ຫວຽດ​ນາມ​ຈະ​ຟື້ນ​ຟູ​ຢ່າງ​ແຮງ​ໃນ​ປີ 2021

ຍ​ສ​ໝ - ຕາງ​ໜ້າ ທະ​ນາ​ຄານ Standard Chartered ໄດ້​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ບັນ​ດາ​ນັກ​ລົງທຶນ. ນີ້​ແມ່ນ​ປັດ​ໄຈ​ຕັ້ງ​ໜ້າ​ໃຫ້​ແກ່​ແງ່​ຫວັງ​ເຕີບ​ໂຕ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ.

ຫວຽດນາມ ມ ອ ດຕາການ ຂະຫຍາຍຕ ວ ຂອງ ລວມຍອດ ຜະ ລ ດ ຕະພ ນ ພາຍ ໃນ ປະ ເທດ ລະດ ບ 4 48 ໃນ ໄຕ ມາດ ທຳ ອ ດ ຂອງ ປ 2021 ຍອດ​ວົງ​ເງິນ​ສົ່ງ​ອອກ​ນຳ​ເຂົ້າ​ໃນ​ເດືອນ​ມັງ​ກອນ 2021 ເພີ່ມ​ຂຶ້​ນກວ່າ 45%

ຍ​ສໝ - ວົງ​ເງິນ​ສົ່ງ​ອອກ​ຂອງ​ສິນ​ຄ້າ​ກະ​ເສດ, ສິນ​ໃນ​ນ້ຳ ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ລາຍ​ລະ​ອຽດ​, ສິນ​ໃນ​ນ້ຳ​ບັນ​ລຸ 600 ລ້ານ USD, ເພີ່ມ​ຂຶ້ນ 19,6%, ຢາງ​ພຽງ​ພາ ບັນ​ລຸ 321 ລ້ານ USD, ເພີ່ມ​ຂຶ້ນ 142,2%...

ຫວຽດນາມ ມ ອ ດຕາການ ຂະຫຍາຍຕ ວ ຂອງ ລວມຍອດ ຜະ ລ ດ ຕະພ ນ ພາຍ ໃນ ປະ ເທດ ລະດ ບ 4 48 ໃນ ໄຕ ມາດ ທຳ ອ ດ ຂອງ ປ 2021 ຫວຽດ​ນາມ​ດຶງ​ດູດ​ທ​ຶນ FDI ​ເປັນ​ຈຳ​ນວນ​ກ່​ວາ 2 ຕື້ USD ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2021

ເງິນລົງທຶນຈາກຕ່າງປະເທດ ເຂົ້າ 14 ຂົງເຂດ, ໃນນັ້ນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດຄິດສ້າງພວມນຳໜ້າ ດ້ວຍຍອດເງິນລົງທຶນບັນລຸເກືອບ 1,54 ຕື້ USD.

ໄຊພອນ

ເຫດການ
302 Found

Found

The document has moved here.