ຫວຽດນາມ ໃຫ້ບຸລິມະສິດຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ການດຳລົງຊີວິດຂອງປະຊາຊົນ

12:11 | 01/04/2021

ຫວຽດນາມ ຍາມໃດກໍ່ຢຶດໝັ້ນເດີນຕາມເປົ້າໝາຍຊຸກຍູ້, ປົກປ້ອງ ແລະ ຮັບປະກັນສິດທິມະນຸດໃຫ້ປະຊາຊົນທຸກຄົນຢ່າງບໍ່ຢຸດຢັ້ງ.

ຫວຽດນາມ ໃຫ ບ ລ ມະສ ດຮ ບປະກ ນຄວາມສະຫງ ບ ຄວາມປອດໄພໃຫ ການດຳລ ງຊ ວ ດຂອງປະຊາຊ ນ ຫວຽດນາມ ພວມມີແງ່ຫວັງໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາທ່າອ່ຽງດ້ານການຄ້າ, ການລົງທຶນ ແລະ ການຜະລິດທົ່ວໂລກໃນປະຈຸບັນ
ຫວຽດນາມ ໃຫ ບ ລ ມະສ ດຮ ບປະກ ນຄວາມສະຫງ ບ ຄວາມປອດໄພໃຫ ການດຳລ ງຊ ວ ດຂອງປະຊາຊ ນ ການນຳໃຊ້ບັນດາທ່າແຮງຈາກບັນດາສັນຍາການຄ້າເສລີເປັນຢ່າງດີພໍສົມຄວນນັ້ນ ຈະແມ່ນໜຶ່ງໃນບັນດາປັດໃຈສຳຄັນເພື່ອຊຸກຍູ້ການສົ່ງອອກຂອງຫວຽດນາມ ໃນໄລຍະຈະມາເຖິງ
ຫວຽດນາມ ໃຫ ບ ລ ມະສ ດຮ ບປະກ ນຄວາມສະຫງ ບ ຄວາມປອດໄພໃຫ ການດຳລ ງຊ ວ ດຂອງປະຊາຊ ນ
ກອງປະຊຸມອອນລາຍທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ພາບ: TTXVN

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກວິໄສທັດພັດທະນາປະເທດຊາດຮອດປີ 2030, ຕາມນັ້ນແລ້ວ ກຳນົດການປ້ອງກັນຄວາມສະຫງົບໃຫ້ມະນຸດເປັນໃຈກາງ, ແມ່ນເປົ້າໝາຍສູ້ຊົນ, ຮັບປະກັນໃຫ້ການພັດທະນາດ້ານການເມືອງ, ສັງຄົມ. ເພື່ອປະຕິບັດເປົ້າໝາຍນີ້, ຫວຽດນາມ ຖືເລື່ອງສ້າງສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີກົດລະບຽບວິໄນແມ່ນໜ້າທີ່ແຖວໜ້າ, ຮັບປະກັນໃຫ້ປະຊາຊົນທຸກຄົນ ໄດ້ດຳລົງຊີວິດໃນສະພາບແວດລ້ອມແຫ່ງຄວາມປອດໄພ, ສົດໃສ.

ສະພາບການໃໝ່ຂອງຄວາມໝັ້ນຄົງທົ່ວໂລກໄດ້ເຮັດໃຫ້ປ່ຽນແປງສະຕິຄວາມຮັບຮູ້ໃໝ່. ຖ້າຫາກວ່າ ກ່ອນນີ້ ການປ້ອງກັນຄວາມສະຫງົບແບບເກົ່າແມ່ນປົກປັກຮັກສາເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ແຕ່ປະຈຸບັນ ບັນດາບັນຫາປ້ອງກັນຄວາມສະຫງົບແບບໃໝ່ ໄດ້ຮັບຖືວ່າແມ່ນບັນຫາສຳຄັນແຖວໜ້າ, ໃນນັ້ນ ຍົກສູງການປົກປ້ອງຄວາມປອດໄພມະນຸດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທຸກຄົນ ຕ້ອງມີຄວາມປອດໄພ, ເສລີພາບ.

ການປ້ອງກັນຄວາມສະຫງົບໃຫ້ມະນຸດແມ່ນປັດໄຈສຳຄັນ ປະກອບສ່ວນຮັບປະກັນການເມືອງ-ສັງຄົມມີສະຖຽນລະພາບ

ທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ບັນຫາປ້ອງກັນຄວາມສະຫງົບໃຫ້ມະນຸດໄດ້ຮັບການຢັ້ງຢືນເປັນພິເສດ, ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຄວນປະຕິບັດ ແນໃສ່ຊຸກຍູ້ຄວາມກ້າວໜ້າ, ຍຸຕິທຳສັງຄົມ, ມຸ່ງໄປເຖິງການຍົກສູງຄຸນນະພາບຊີວິດການເປັນຢູ່ ແລະ ຄວາມຜາສຸຸກຂອງປະຊາຊົນ. ຮັບປະກັນຄວາມສະຫງົບແຫ່ງຊາດຕິດພັນກັບຄວາມສະຫງົບຂອງມະນຸດ, ຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ກໍ່ສ້າງສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີກົດລະບຽບວິໄນ. ສິ່ງດັ່ງກ່າວ, ໂດຍທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລິມ ໄດ້ຢັ້ງຢືນທີ່ກອງປະຊຸມອອນລາຍທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໃນວັນທີ 28 ມີນາ ຜ່ານມາ.

ພັກເຮົາໄດ້ກຳນົດຢ່າງຈະແຈ້ງ ໃນນັ້ນ ຖືປັດໄຈມະນຸດ, ຄວາມສະຫງົບ ຂອງມະນຸດເປັນໃຈກາງຂອງທຸກການເຄື່ອນໄຫວ, ປ້ອງກັນຄວາມສະຫງົບປອດໄພມະນຸດ ທັງແມ່ນເປົ້າໝາຍສູ້ຊົນ, ທັງແມ່ນກຳລັງໜູນ ຮັບປະກັນໃຫ້ມີສະຖຽນລະພາບດ້ານການເມືອງສັງຄົມ ແລະ ກໍ່ສ້າງ, ພັດທະນາປະເທດຊາດຍືນຍົງຄົງຕົວ, ວັດທະນາຖາວອນ. ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດຢ່າງຈະແຈ້ງທີ່ສຸດວ່າ “ການເອົາໃຈໃສ່ເປັນພິເສດເຖິງຄວາມສະຫງົບ, ຄວາມປອດໄພແມ່ນໜຶ່ງໃນບັນດາປັດໄຈແຖວໜ້າໃນການດຳລົງຊີວິດຂອງປະຊາຊົນ”, ສະນັ້ນ ການຮັກສາຄວາມສະຫງົບແຫ່ງຊາດ ກໍ່ແມ່ນຮັກສາການດຳລົງຊີວິດຂອງປະຊາຊົນ.

ມະຕິເນັ້ນໜັກເຖິງຈິດໃຈເປັນເຈົ້າການໃນການປ້ອງກັນ, ຕ້ານ, ກະກຽມທຸກດ້ານ, ພ້ອມແລ້ວທີ່ຈະຮັກສາຄວາມໝັ້ນຄົງແຫ່ງຊາດໃນທຸກກໍລະນີ, ມີລັກສະນະຕໍ່ສູ້ເປັນປະຈຳ ແລະ ຕໍ່ເນື່ອງ, ຕິດພັນກັບທ່າອຽງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢ່າງແໜ້ນແຟ້ນ.

ການຕໍ່ສູ້ປົກປັກຮັກສາຄວາມສະຫງົບແຫ່ງຊາດ ກ້າວໄປເຖິງເປົ້າໝາຍສຸດທ້າຍ ແມ່ນກໍ່ສ້າງ ແລະ ຮັກສາສະພາບແວດລ້ອມສັງຄົມສະຫງົບສຸກ ເພື່ອໃຫ້ທຸກຄົນໄດ້ດຳລົງຊີວິດໃນສັນຕິສຸກ. ຍ້ອນວ່າ ຖ້າຫາກຮັກສາຄວາມສະຫງົບໄດ້ນັ້ນ ປະຊາຊົນຈຶ່ງທຳມາຫາກິນດ້ວຍຄວາມໝັ້ນໃຈ, ປະຊາຊົນມີຄວາມສະຫງົບສຸກນັ້ນ ການທຳມາຫາກິນ ການຜະລິດຈຶ່ງພັດທະນາ, ເສດຖະກິດຈຶ່ງເຕີບໂຕໄດ້. ສະນັ້ນ, “ປະຊາຊົນມີຄວາມສະຫງົບ” ແມ່ນເງື່ອນໄຂເພື່ອໃຫ້ “ປະຊາຊົນຮັ່ງມີ”. ປະຊາຊົນມີຄວາມສັນຕິສຸກ, ປະຊາຊົນຮັ່ງມີ ປະເທດຊາດຈຶ່ງໝັ້ນຄົງເຂັ້ມແຂງ. ຄວາມໝັ້ນຄົງເຂັ້ມແຂງຂອງປະເທດໜຶ່ງ ໄດ້ສະແດງໃຫ້ເຫັນຢູ່ບ່ອນວ່າ ມີພື້ນຖານເສດຖະກິດພັດທະນາແບບຍືນຍົງ, ມີສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບປະກັນ.

ຫວຽດນາມ ຍາມໃດກໍ່ເຊີດຊູສິດຂອງປະຊາຊົນໄດ້ມີຊີວິດໃນຄວາມປອດໄພ

ຢູ່ບັນດາເວທີປາໄສຫລາຍຝ່າຍ, ຫວຽດນາມ ຍາມໃດກໍ່ມີເຈດຕະນາດີຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ເພື່ອແນໃສ່ປັບປຸງ, ຮັບປະກັນບັນດາສິດພື້ນຖານ, ອັນຊອບທຳຂອງມະນຸດຢ່າງບໍ່ຢຸດຢັ້ງ. ວັນທີ 1/4/2021 ຈະມາເຖິງ ຫວຽດນາມ ຮັບບົດບາດເປັນປະທານໝູນວຽນສະພາຄວາມໝັ້ນຄົງສະຫະປະຊາຊາດ. ໜຶ່ງໃນສາມຫົວເລື່ອງບຸລິມະສິດທີ່ປຶກສາຫາລືໃນເດືອນເປັນປະທານສະພາຄວາມໝັ້ນຄົງ ຂອງ ຫວຽດນາມ ແມ່ນຮັບປະກັນໃຫ້ປະຊາຊົນຢູ່ບັນດາບ່ອນເກີດການປະທະກັນໄດ້ດຳລົງຊີວິດປອດໄພ ແລະ ເປັນປົກກະຕິ. ທ່ານ ໂດຮຸງຫວຽດ, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

ຫວຽດນາມ ປາດຖະໜາຢາກຊຸກຍູ້ບັນຫານີ້ ເພື່ອໃຫ້ສະພາຄວາມໝັ້ນຄົງ ກໍ່ຄືສະຫະປະຊາຊາດ ແລະ ບັນດາປະເທດເອົາໃຈໃສ່, ຮັກສາບັນດາພື້ນຖານໂຄງລ່າງທີ່ມີຄວາມສຳຄັນຕໍ່ຊີວິດຂອງສາມັນຊົນ ໃນການປະທະກັນດ້ວຍອາວຸດ. ນັ້ນແມ່ນບັນດາຮາກຖານສາທາລະນະສຸກ; ພື້ນຖານໂຄງລ່າງກ່ຽວກັບໄຟຟ້າ, ນ້ຳປະປາ, ຄວາມໝັ້ນຄົງດ້ານສະບຽງອາຫານ, ອະນາໄມ, ໂຮງຮຽນ ແລະ ບັນດາພື້ນຖານໂຄງລ່າງສຳຄັນອື່ນໆອີກ.

ຫວຽດນາມ ຍາມໃດກໍ່ຢຶດໝັ້ນເດີນຕາມເປົ້າໝາຍຊຸກຍູ້, ປົກປ້ອງ ແລະ ຮັບປະກັນສິດທິມະນຸດໃຫ້ປະຊາຊົນທຸກຄົນຢ່າງບໍ່ຢຸດຢັ້ງ. ການປ້ອງກັນຄວາມສະຫງົບໃຫ້ມະນຸດໄດ້ຮັບການກຳນົດແມ່ນປັດໄຈລຸລ່ວງໃນຂະບວນວິວັດພັດທະນາປະເທດຊາດ. ຫວຽດນາມ ພວມໃນໄລຍະພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ, ທັງມີກາລະໂອກາດ ແລະ ສິ່ງທ້າທາຍ, ການຕໍ່ສູ້ປົກປັກຮັກສາຄວາມໝສະຫງົບຂອງປະເທດຊາດ ສືບຕໍ່ປະກອບສ່ວນ ຊຸກຍູ້ພາລະກິດຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະ ນຳປະເທດຊາດພັດທະນາຢ່າງວ່ອງໄວ./.

ຫວຽດນາມ ໃຫ ບ ລ ມະສ ດຮ ບປະກ ນຄວາມສະຫງ ບ ຄວາມປອດໄພໃຫ ການດຳລ ງຊ ວ ດຂອງປະຊາຊ ນ ສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດ ອັງກິດ - ອັງກິດ ເວົ້າລວມ ແລະ ລະຫວ່າງກະຊວງພາຍໃນອັງກິດ ແລະ ກະຊວງຕຳຫຼວດຫວຽດນາມເວົ້າສະເພາະ ນັບມື້ນັບພັດທະນາ

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ອັງກິດປະຈຳຫວຽດນາມ Gareth Edward Ward ຢືນຢັນວ່າ ທ່ານຈະສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງກະຊວງພາຍໃນອັງກິດ ແລະ ກະຊວງຕຳຫຼວດຫວຽດນາມເວົ້າສະເພາະ ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ຫວຽດນາມ ໃຫ ບ ລ ມະສ ດຮ ບປະກ ນຄວາມສະຫງ ບ ຄວາມປອດໄພໃຫ ການດຳລ ງຊ ວ ດຂອງປະຊາຊ ນ ອາເມລິກາ ສືບຕໍ່ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ

ຍ​ສ​ໝ - ທ່ານ John Kerry ທູດພິເສດຂອງປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ສືບຕໍ່ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ແລະຈະສືບຕໍ່ເພີ່ມທະວີການຮ່ວມມື ແລະໜູນຊ່ວຍບັນດາປະເທດກໍາລັງພັດທະນາ, ໃນນັ້ນມີ ຫວຽດນາມ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຫວຽດນາມ ໃຫ ບ ລ ມະສ ດຮ ບປະກ ນຄວາມສະຫງ ບ ຄວາມປອດໄພໃຫ ການດຳລ ງຊ ວ ດຂອງປະຊາຊ ນ ພິທີລົງນາມໃນໂຄງການຮ່ວມມື ລະຫວ່າງສະຖາບັນການທູດຫວຽດນາມ ແລະ Saudi Arabia

ຍສໝ - ຫວ່າງແລ້ວນີ້, ຢູ່ສະຖາບັນການທູດລາຊະກຸມມານ Saud Al-Faisal Diplomatic Academy (IDS) ຢູ່ Riyadh, Saudi Arabia ໄດ້ຈັດຕັ້ງພິທີລົງນາມໃນໂຄງການ “ຮ່ວມມືລະຫວ່າງສະຖາບັນການທູດຫວຽດນາມ ແລະ ກະຊວງການຕ່າງປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ສະຖາບັນການທູດລາຊະກຸມມານ Saud Al-Faisal, ກະຊວງການຕ່າງປະເທດແຫ່ງລາຊະອານາຈັກ Saudi Arabia.

vovworld.vn

ເຫດການ
302 Found

Found

The document has moved here.