ທ່ານນາຍົກລັດຖະມົນຕີ ລົງຕິດຕາມສະພາບນໍ້າຖ້ວມຢູ່ແຂວງອັດຕະປື

14:03 | 25/07/2018

ພາຍຫລັງໄດ້ຮັບຂ່າວ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໄດ້ຮັບຜົນກະທົບຈາກໄພພິບັດສຸກເສີນນໍ້າຖ້ວມ ທ່ານນາຍົກລັດຖະມົນຕີ ໄດ້ປິດກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກໍລະກົດ 2018. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮີບຮ້ອນເດີນທາງໄປແຂວງດັ່ງກ່າວ ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2018. ພາຍຫລັງເດີນທາງມາຮອດເມືອງສະໜາມໄຊ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮັບການຕ້ອນຮັບຈາກທ່ານ ເລັດ ໄຊຍະພອນ ເຈົ້າ ແຂວງອັດຕະປື ພ້ອມດ້ວຍຄະນະ.

ທ່ານນາຍົກລັດຖະມົນຕີ ລົງຕິດຕາມສະພາບນໍ້າຖ້ວມຢູ່ແຂວງອັດຕະປື

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລົງ​ພື້ນ​ທີ່​ປະ​ສົບ​ໄພ.

ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງ,​ ປະທານຕ້ານໄພພິບັດຂັ້ນແຂວງ ໄດ້ລາຍງານສະພາບການນໍ້າຖ້ວມຄັ້ງນີ້, ໃຫ້ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຊາບວ່າ: ໃນເວລາ 14 ໂມງ ຂອງວັນທີ 23 ກໍລະກົດ 2018 ໄດ້ຮັບແຈ້ງຂ່າວ ຈາກບໍລິສັດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ກ່ຽວກັບສະພາບປະລິມານນໍ້າຢູ່ພາຍໃນເຂື່ອນ ທີ່ຈະມີຄວາມສ່ຽງຕໍ່ຄວາມປອດໄພຂອງເຂື່ອນ. ດັ່ງນັ້ນ, ອໍານາດການປົກຄອງແຂວງ ຈຶ່ງໄດ້ຮີບດ່ວນແຈ້ງໃຫ້ອໍານາດການປົກຄອງເມືອງ ເພື່ອແຈ້ງຕໍ່ໄປຍັງບັນດາປະຊາ ຊົນພາຍໃນບ້ານ ທີ່ອາໄສຢູ່ເຂດບໍລິເວນດັ່ງກ່າວ, ເພື່ອກະກຽມຍົກຍ້າຍອອກຈາກບ້ານດ່ວນ. ພາຍຫລັງປະຊາຊົນ ໄດ້ຮັບຂ່າວດັ່ງກ່າວແລ້ວ ຄອບຄົວຈໍານວນໜຶ່ງ ກໍ່ໄດ້ພາກັນຮີບຮ້ອນອອກຈາກບ້ານຕົນເອງ, ສ່ວນປະຊາຊົນອີກຈໍານວນໜຶ່ງ ແມ່ນຍັງບໍ່ທັນສາມາດໄດ້ຍົກຍ້າຍອອກ. ຫລັງຈາກນັ້ນ, ເວລາ 19 ໂມງຂອງວັນດຽວກັນ ນໍ້າຈຶ່ງໄຫລສຸເຂົ້າມາບັນດາບ້ານພາຍໃນເມືອງ ສະໜາມໄຊ ເຊິ່ງໃນນີ້ ມີຈໍານວນ 8 ບ້ານ (ບ້ານຫີນລາດ, ບ້ານ ໃໝ່, ບ້ານທ່າແສງຈັນ, ບ້ານທ່າຫີນ, ບ້ານສະໝອງ, ບ້ານໂຕກກ່ອງ, ບ້ານໄຊດອນໂຂງ, ໜອງຫີນ), ກວມເອົາ 1.005 ຄອບຄົວ, ເຊິ່ງມີພົນລະເມືອງ ຈໍານວນ 4.283 ຄົນ ທີ່ໄດ້ຮັບຜົນກະທົບໜັກ ແລະ ເສຍຫາຍຫລາຍກວ່າໝູ່. ພາຍຫລັງເກີດສະພາບດັ່ງກ່າວແລ້ວ ອໍານາດການປົກຄອງແຂວງ, ເມືອງ ໄດ້ສົມທົບກັບທຸກກໍາລັງພາຍໃນແຂວງ ເຂົ້າຊ່ວຍເຫລືອຜູ້ປະສົບໄພເຄາະຮ້າຍ. ປັດຈຸບັນ ຕາມການເກັບກໍາຂໍ້ມູນເບື້ອງຕົ້ນ ຢູ່ບ້ານໃໝ່ ໄດ້ມີຜູ້ເສຍຊີວິດ ຈໍານວນ 7 ຄົນ, ເຮືອນເສຍຫາຍ 79 ຫລັງ ແລະ ບ້ານໄຊດອນໂຂງ ຍັງບໍ່ເຫັນ 20 ຄົນ, ສ່ວນບ້ານອື່ນໆ ແມ່ນຍັງສືບຕໍ່ເກັບກໍາຂໍ້ມູນ; ສໍາລັບບັນດາສັດລ້ຽງຂອງປະຊາຊົນ ເປັນຕົ້ນ: ງົວ, ຄວາຍ ແລະ ສັດນ້ອຍ ແມ່ນຖືກນໍ້າພັດໄຫລສຸໄປໝົດ ການປະເມີນຜົນເສຍຫາຍຄັ້ງນີ້, ແມ່ນຍັງບໍ່ທັນສາມາດສະຫລຸບໄດ້.

ທ່ານນາຍົກລັດຖະມົນຕີ ລົງຕິດຕາມສະພາບນໍ້າຖ້ວມຢູ່ແຂວງອັດຕະປື

ທ່ານ​ນາ​ຍົກ​ຊີ​້​ນຳ​ບັນ​ດາ​ການ​ນຳ​ທ້ອງ​ທີ່​ໃນ​ການ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ໄພ.

ໃນໂອກາດນີ້,​ ທ່ານ ຮອງເຈົ້າແຂວງ,​ ປະທານຕ້ານໄພພິບັດຂັ້ນແຂວງ ຍັງໄດ້ຂໍການຮ່ວມມື, ຊ່ວຍເຫລືອຈາກບັນດາພາກສ່ວນທຸລະກິດ, ຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ການຊ່ວຍເຫລືອທາງດ້ານວັດຖຸ, ປັດໄຈ, ທຶນຮອນ ແລະ ເຫື່ອແຮງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້ ປະສົບຜົນສໍາເລັດໂດຍໄວ.

ພາຍຫລັງໄດ້ຮັບຟັງການລາຍງານ ເພື່ອເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວ ໃຫ້ສໍາເລັດໂດຍໄວ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ການນໍາຂອງແຂວງ, ເມືອງ ແລະ ທຸກພາກສ່ວນພາຍໃນແຂວງ ສຸມທຸກກໍາລັງເອົາໃຈໃສ່ ເປັນຕົ້ນ: 1. ໃຫ້ໜ່ວຍງານກູ້ໄພຮີບຮ້ອນສືບຕໍ່ຊ່ວຍເຫລືອ ເພື່ອພະຍາຍາມຊອກຫາປະຊາຊົນຜູ້ຍັງມີຊີວິດ ທີ່ຍັງຄ້າງຢູ່ພື້ນທີ່ ທີ່ມີຄວາມສ່ຽງ ຫລາຍເທົ່າທີ່ຈະຫລາຍໄດ້ ໂດຍນໍາໃຊ້ພາຫະນະທີ່ເຮົາມີ ເປັນຕົ້ນ ພາຫະນະທາງອາກາດ, ທາງນໍ້າ ແລະ ທາງບົກ ແລ້ວແຕ່ເງື່ອນໄຂສະດວກ ແລະ ເໝາະສົມກັບສະພາບຕົວຈິງ; 2. ບັນດາປະຊາຊົນຜູ້ເຄາະຮ້າຍ ທີ່ຖືກບາດເຈັບ ແລະ ສາມາດນໍາມາສູນປິ່ນປົວໄດ້ແລ້ວນັ້ນ ແມ່ນໃຫ້ເອົາໃຈໃສ່ເບິ່ງແຍງດ້ານຊີວິດການເປັນຢູ່, ດ້ານອາຫານການກິນ ເພື່ອເຮັດແນວໃດ ຈະຊ່ວຍຟື້ນຟູສະພາບຮ່າງກາຍ ແລະ ຈິດໃຈຂອງເຂົາເຈົ້າໃຫ້ໄດ້ໄວເທົ່າທີ່ຈະໄວໄດ້; 3. ບັນດາແພດໝໍ, ພະຍາບານ ເອົາໃຈໃສ່ຕິດຕາມ, ປິ່ນປົວຊ່ວຍເຫລືອ ບັນດາຄົນເຈັບທີ່ໄດ້ຮັບຜົນກະທົບຄັ້ງນີ້ ທັງນີ້ ກໍ່ເພື່ອຫລີກລ້ຽງຄວາມສ່ຽງ ທີ່ຈະເກີດພະຍາດຕິດແປດ ຫລື ເກີດພະຍາດອື່ນໆ ທີ່ຈະເກີດຂຶ້ນຕາມພາຍຫລັງ; 4. ໃຫ້ຮີບຮ້ອນສັງລວມ, ເກັບກໍາບັນຊີ ຜູ້ທີ່ຍັງບໍ່ທັນສາມາດຄົ້ນພົບເຫັນໃນແຕ່ລະບ້ານ ວ່າຍັງມີຈໍານວນເທົ່າໃດ ເພື່ອສະຫລຸບຈໍານວນຕົວເລກ, ຄຽງຄູ່ກັນນັ້ນ ກໍ່ໃຫ້ແຈ້ງໄປຍັງບັນດາແຂວງ ແລະ ບັນດາປະເທດເພື່ອນບ້ານ ເພື່ອຊ່ວຍຕິດຕາມ ແລະ ເກັບກູ້ຊາກສົບຂອງຜູ້ເສຍຊີວິດ; 5. ໃຫ້ອໍານາດການປົກຄອງແຂວງ ສືບຕໍ່ຮີບຮ້ອນສ້າງຈຸດປະສານງານ ແລະ ຈຸດບໍລິຈາກເຄື່ອງຊ່ວຍເຫລືອຕ່າງໆ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ບັນດາອົງການຈັດຕັ້ງ, ບຸກຄົນ ຫລື ທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະໃຫ້ການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຄັ້ງນີ້.

ທ່ານນາຍົກລັດຖະມົນຕີ ລົງຕິດຕາມສະພາບນໍ້າຖ້ວມຢູ່ແຂວງອັດຕະປື

ທ່ານ​ນາ​ຍົກ​ໄດ້​ຊີ້​ນຳ​ບັນ​ດາ​ກອງ​ກຳ​ລັງ​ປ້ອງ​ກັນ​ຊາດ ແລະ ບັນ​ດາ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ຊ່ວຍ​ຜູ້​ເຄາະ​ຮ້າຍ​ໃນ​ຄັ້ງ​ນີ້.

ໃນໂອກາດລົງມາຕິດຕາມ ຜູ້ປະສົບໄພນໍ້າຖ້ວມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ພອມດ້ວຍຄະນະ ຍັງໄດ້ໃຫ້ການຊ່ວຍເຫລືອປະຊາຊົນ ບັນເທົາທຸກຜູ້ທີ່ໄດ້ຮັບຜົນກະທົບເບື້ອງຕົ້ນ ເປັນເງິນສົດຈໍານວນ 1,2 ຕື້ກີບ ແລະ ຢາປິ່ນປົວພະຍາດ ຈໍານວນ 200 ແກັດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.