ເກົາຫຼີ ມອບທຶນການສຶກສາໃຫ້ ນັກຮຽນລາວໃນສົກຮຽນໃໝ່

19:27 | 31/12/2019

ພິທີເຊັນບົດບັນທຶກການຮ່ວມມື ແລະ ມອບທຶນໃຫ້ແກ່ນັກສຶກສາ ຄະນະວິທະຍາສາດສັງຄົມ ມະຫາວິທະ ຍາໄລແຫ່ງຊາດ ປະຈຳສົກສຶກສາ 2019-2020 ຈັດຂຶ້ນ ຢູ່ຄະນະວິທະຍາສາດສັງຄົມ ລະຫວ່າງທ່ານ ບຸນທະວີ ສໍສຳພັນ ຮອງຄະນະບໍດີຄະນະວິທະຍາສາດສັງຄົມ ແລະ ທ່ານ ຄິມ ໂຮ ກ໋ອງ ທີ່ປຶກສາບໍລິສັດ ກວດສອບບັນຊີ ສ ເກົາຫຼີ (ຜູ້ໃຫ້ທຶນ) ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ການ​ຮ່ວມ​ມື​ຄັ້ງ​ນີ້ ເປັນ​ການ​ສຶບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ໂຄງການ ຊຸກຍູ້​ສົ່ງເສີມ​ດ້ານ​ການ​ສຶກ​ສາ ລະຫວ່າງ​ຄະນະ​ວິທະຍາສາດ​ສັງຄົມ ໂດຍ​ສະເພາະ ພາກ​ວິຊາ​ສັງຄົມ​ສົງເຄາະ ແລະ ການ​ພັດທະນາ ກັບ​ບໍລິສັດ ກວດ​ສອບ​ບັນຊີ​ມະຫາຊົນ ສ ເກົາຫຼີ ທີ່​ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ ມາ​ແຕ່​ປີ 2009 ເປັນຕົ້ນ​ມາ​ຮອດ​ປັດຈຸບັນ ໃນ​ແຕ່​ລະ​ປີ​ບໍລິສັດ​ຈະ​ໃຫ້ການ​ຊ່ວຍເຫຼືອ​ທາງ​ດ້ານ​ງົບປະມານ ໃນ​ການ​ຈັດ​ທັດສະນະ​ສຶກ​ສາ ກ່ຽວ​ກັບ​ການ​ປະຕິບັດ​ໂຄງ ການ ການ​ສຶກ​ສາ​ນອກ​ໂຮງຮຽນ​ຂອງ​ພາກ​ວິຊາ​ສັງຄົມ​ສົງເຄາະ ແລະ ການ​ພັດທະນາ ເພື່ອ​ປະຕິບັດ ການ​ຮຽນ-ການ​ສອນ​ຕົວ​ຈິງ​ໃນ​ທ້ອງຖິ່ນ ເພື່ອ​ສ້າງ​ນັກ​ສຶກ​ສາ​ໃຫ້​ເປັນ​ນັກວິຊາການ​ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ ແລະ ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ຕຳແໜ່ງ​ງານ​ຂອງ​ລັດຖະບານ ກໍ​ຄື ການ​ເປັນ​ກຳລັງ​ແຮງ​ພັດທະນາ​ສັງຄົມ​ໃນ​ປັດຈຸບັນ.

ເກົາຫຼີ ມອບທຶນການສຶກສາໃຫ້ ນັກຮຽນລາວໃນສົກຮຽນໃໝ່

ພິທີ​ເຊັນ​ບົດ​ບັນທຶກ​ການ​ຮ່ວມ​ມື ແລະ ມອບ​ທຶນ​ໃຫ້​ແກ່​ນັກ​ສຶກ​ສາ ຄະນະ​ວິທະຍາສາດ​ສັງຄົມ ມະຫາ​ວິ​ທະ ຍາ​ໄລ​ແຫ່ງ​ຊາດ ລາວ. (ພາບ: kpl)

ຄຽງ​ຄູ່​ກັນ​ນີ້ ເພື່ອ​ເປັນ​ການ​ຊຸກຍູ້ ແລະ ສົ່ງເສີມ​ນັກ​ສຶກ​ສາ​ທີ່​ມີ​ຄຸນສົມບັດ​ຮຽນ​ດີ ຮຽນ​ເກ່ງ ແຕ່​ມີ​ຖານະ​ຄອບຄົວ​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ເຊິ່ງ​ບໍລິສັດ ກວດ​ສອບ​ບັນຊີ ສ ເກົາຫຼີ ຍັງ​ໄດ້​ສະໜອງ​ທຶນ​ໃຫ້​ນັກ ສຶກ​ສາ​ຜູ້​ທີ່​ມີ​ເງື່ອນໄຂ​ດັ່ງກ່າວ ຢູ່​ໃນ​ຄະນະ​ວິທະຍາສາດ​ສັງຄົມ 30 ທຶນ ລວມ​ເປັນ​ມູນ​ຄ່າ​ທັງ​ໝົດ 60 ລ້ານ​ກີບ ໃນ​ນີ້ ໄດ້​ແບ່ງ​ໃຫ້​ນັກ​ສຶກ​ສາ​ພາກ​ວິຊາ​ສັງຄົມ​ສົງເຄາະ ແລະ ການ​ພັດທະນາ 18 ທຶນ ແລະ ພາກ​ວິຊາ​ອື່ນໆ​ຂອງ​ຄະນະ​ວິທະຍາສາດ​ສັງຄົມ ພາກ​ວິຊາ​ລະ 3 ທຶນ ເຊິ່ງ​ຄະນະ​ຮັບຜິດຊອບ​ທຶນ​ຈະ​ເບີກ​ຈ່າຍ​ອັດຕາ​ໃຫ້​ນັກ​ສຶກ​ສາ 200.000 ກີບ​ຕໍ່​ຄົນ​ຕໍ່​ເດືອນ ໃຫ້​ສຳເລັດ​ຕາມ​ກຳນົດ​ໃນ​ໄລຍະ 10 ເດືອນ.

(ແຫຼ່ງ​ຂໍ້​ມູນ​: kpl)

ເຫດການ
302 Found

Found

The document has moved here.