ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

08:25 | 29/06/2018

ກອງ​ປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ​ໄດ້ພິຈະລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳ ນວນ 13 ສະບັບ.

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII. (ພາບ: ຈັນທະ​ລອນ)

ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໄດ້​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ ​ໃນ​ຕອນ​ບ່າຍ​ວັນ​ທີ 28 ມິຖຸນາ 2018 ພາຍ​ລັງ​ດຳ​ເນີນ​ມາ​​ແຕ່​ວັນ​ທີ 5 ມິຖຸນາ​ ຜ່ານ​ມາ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ນາງ ປານີ​ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ໃຫ້ກຽດເຂົ້າຮ່ວມ​ໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ​ປະຕິວັດລາວ, ປະທານປະເທດ​ແຫ່ງ ສປປ ລາວ, ທ່ານ ທອງ​ລຸນ ສີ​ສຸ​ລິດ​ນາຍົກລັດຖະມົນຕີ, ມີບັນດາການນຳ, ອະດີດການນຳພັກ-ລັດ, ສະມາຊິກສະພາແຫ່ງຊາດ (ສສຊ) ທຸກເຂດເລືອກຕັ້ງ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

​ໂອກາດ​ນີ້, ທ່ານ ນາງ ປານີ ຢາ​ທໍ່​ຕູ້ ​ໄດ້​ກ່າວ​ສູນທອນ​ພົດ​ປິດ​ກອງ​ປະຊຸມ​ຄັ້ງ​ນີ້​ ວ່າ: ​ເປັນ​ເວລາ 18 ວັນ​ເຕັມ ທີ່​ກອງ​ປະຊຸ​ມ​ໄດ້​ດຳ​ເນີນ​ໄປ​ດ້ວຍບັນຍາກາດ ​ສ້າງສັນ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້ ຕະຫລອດ​ໄລ​ຍະ​ການ​ດຳ​ເນີນ​ກອງ​ປະຊຸມ ບັນດາ ສສຊ ​ໄດ້​ເຊີດ​ຊູ​ຄວາມ​ຮັບຜິດ ຊອບ​ສູງ​ໃນ​ການ​ຄົ້າຄວ້າ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ມີ​ເຫດຜົນ, ມີ​​ເນື້ອ​ໃນ​ເລິກ​ເຊິ່ງ ​ແລະ ກວ້າງ ຂວາງ ພ້ອງ​ທັງ​ມີ​ຄວາມ​ເປັນ​ເອກະ​ພາບ​ສູງ ​ໃນ​ການ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ບັນດາ​ເນື້ອ​ໃນ​ຕ່າງໆ​ ເຊັ່ນ: ກອງປະຊຸມໄດ້ຮັບຟັງ ແລະ ປະກອບຄຳຄິດເຫັນ ​ແລະ ຮັບຮອງ​ເອົາບົດລາຍງານ ຂອງລັດຖະບານ​ໃນ​ຫລາຍ​ຂົງ​ເຂດ​ວຽກ​ງານ ​ເປັນ​ຕົ້ນ ​ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 4 ເດືອນຜ່ານມາ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມປະຈຳ 6 ເດືອນທ້າຍປີ 2018; ບົດລາຍງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິຂອງກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍການອອກນິຕິກຳລຸ່ມກົດໝາຍ ແລະ ຜົນກະທົບຈາກການນຳໃຊ້ສານເຄມີອັນຕະລາຍ ເກີນຄ່າມາດ ຕະຖານຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ; ບົດ​ລາຍ​ງານກ່ຽວກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ​ແຕ່​ນີ້​ຮອດ​ປີ 2030, ບົດລາຍງານ ກ່ຽວກັບໂຄງປະກອບລາຄານ້ຳມັນ, ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ມາດຕະການ, ວິທີແກ້ໄຂຕໍ່ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆ.

ພ້ອມ​ນີ້, ກອງ​ປະຊຸມ​ຍັງໄດ້ພິຈະລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳ ນວນ 13 ສະບັບ. ໃນນັ້ນ, ກົດໝາຍສ້າງໃໝ່ມີ 5 ສະບັບ​ ຄື: ກົດໝາຍວ່າດ້ວຍສະຫະພັນນັກຮົບເກົ່າ, ກົດໝາຍວ່າ ດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ, ກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ, ກົດໝາຍວ່າດ້ວຍປ້າຍ ແລະ ກົດໝາຍວ່າດ້ວຍ ການໃຫ້ວັກຊິນກັນພະຍາດ. ສ່ວນກົດໝາຍປັບປຸງໃໝ່ ມີ 8 ສະບັບ ​ຄື: ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ, ກົດ ໝາຍວ່າດ້ວຍທະບຽນຄອບຄົວ, ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ, ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍແນວລາວສ້າງຊາດ, ກົດ ໝາຍວ່າດ້ວຍ ຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກົດໝາຍວ່າດ້ວຍການບິນພົນລະເຮືອນ ແລະ ກົດໝາຍວ່າດ້ວຍປະກັນສັງຄົມ. ພ້ອມ​ນີ້, ກອງ​ປະຊຸມ​ຍັງ​ໄດ້ພິຈາລະນາ ແລະ ຮັບຮອງ ການສະເໜີແຕ່ງຕັ້ງສະ ມາຊິກສະ ພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ ຈໍານວນ 11 ທ່ານ ແລະ ພິຈາລະນາຮັບຮອງ​ເອົາບົດລາຍງານການ ເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງຄະນະ ປະຈຳສະ ພາແຫ່ງຊາດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.