ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ

09:03 | 05/06/2018

ຍສ​ໝ - ​ທີ່ກອງ​ປະ​ຊ​ຸມ​ສະ​ໄໝ​ສາ​ມັນ ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ VIII ນີ້, ທ່ານ ທອງລຸນ ສີສຸລິດ ​ນາຍົກລັດຖະມົນ​ຕີ ແຫ່ງ ສປປ ລາວ ກ່ຽວກັບສະພາບການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດປະ​ຈໍາ 6 ເດືອນຕົ້ນ​ປິີ 2018 ​ ແລະ​ ທິດ​ທາງ​ວຽກ​ງານ​ຈຸດ​ສຸມປະ​ຈໍາ 6 ​ເດືອນ​ທ້າຍ​ປີ 2018.

ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ

​ພາບ​ປະ​ກອບ.

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 5 ມິຖຸນາ 2018 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6) ນະຄອນ ຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງການນໍາພັກ-ລັດຂັ້ນສູງ, ສະມາຊິກສະພາແຫ່ງຊາດທົ່ວປະເທດ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ.

ພາຍຫລັງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ກ່າວສູນທອນພົດໄຂກອງປະຊຸມແລ້ວ, ບັນດາສະມາຊິກສະພາແຫ່ງຊາດ ແລະ ຜູ້ເຂົ້າຮ່ວມ ກໍຈະໄດ້ຮັບຟັງບົດລາຍງານຂອງ ​ທ່ານ ທອງລຸນ ສີສຸລິດ ​ນາຍົກລັດຖະມົນ​ຕີ ແຫ່ງ ສປປ ລາວ ກ່ຽວກັບສະພາບການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດປະ​ຈໍາ 6 ເດືອນຕົ້ນ​ປິີ 2018 ​ ແລະ​ ທິດ​ທາງ​ວຽກ​ງານ​ຈຸດ​ສຸມປະ​ຈໍາ 6 ​ເດືອນ​ທ້າຍ​ປີ 2018, ມາດ​ຕະການ​ຊຸກຍູ້​ ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​, ການ​ສົ່ງ​ເສີມ​ທຸລະ​ກິດ​ຂະໜາດ​ນ້ອຍ-​ຂະໜາດ​ກາງ, ການ​ສົ່ງ​ເສີມ​ການ​ລົງທຶນ​ພາຍ​ໃນ ແລະ ​ຕ່າງປະ​ເທດ, ການ​ແກ້​ໄຂ​ບັນຫາ​ໜີ້ສິນ, ການຈັດ​ຕັ້ງ​ປະຕິບັດ​ມະຕິຂອງ​ ກອງ​ປະຊຸມ​ສະ​ໄໝ​ສາມັນ​ ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ແລະ​ ມາດ​ຕະການ​ແກ້​ໄຂ ເພື່ອຮັບປະກັນ ໃຫ້​ແກ່​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ແຜນ​ງົບປະມານ​ແຫ່ງ​ລັດປະ​ຈໍາປີ 2018 ໃຫ້​ບັນລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້, ຊຶ່ງຈະໄດ້ມີການຖ່າຍທອດສົດຜ່ານ ທາງສະຖາຍນີວິທະຍຸ ແລະ ໂທລະພາບ.

ຫລັງຈາກ ທ່ານ ນາຍົກລັດຖະມົນຕີລາຍງານແລ້ວ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ກໍໄດ້ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ, ຕໍ່ຈາກນັ້ນ ທ່ານປະທານກອງປະຊຸມ ກໍຈະມີຄໍາຖາມເຈາະຈີ້ມ ແລະ ໃຫ້ທິດຊີ້ນຳໃນການປະກອບຄໍາເຫັນ ຂອງບັນດາສະມາຊິກສະພາແຫ່ງຊາດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.