ຍສໝ - ຈັດຕັ້ງປະຕິບັດຕາມຄຳຊີ້ນຳຂອງລັດຖະບານຫວຽດນາມ ກ່ຽວກັບການຜັນຂະຫຍາຍ “ບັ້ນຮົບ 500 ວັນແລະຄືນ ຊຸກຍູ້ການຈັດຕັ້ງປະຕິບັດການຊອກຫາ, ຂຸດຄົ້ນກູ້ຊ່ວຍ ແລະ ຢັ້ງຢືນຕົວຕົນອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ”, ເພື່ອມຸ່ງໄປສູ່ການສະເຫຼີມສະຫຼອງວັນທະຫານເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 80 ປີ (27 ກໍລະກົດ 1947 – 27 ກໍລະກົດ 2027), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ແລະ ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ພະຕະບອງ (Battambang) (ກຳປູເຈຍ) ໄດ້ອອກແຈ້ງການຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ສະໜອງຂໍ້ມູນຂ່າວສານ ເພື່ອສະໜັບສະໜູນວຽກງານການຊອກຫາ, ຂຸດຄົ້ນກູ້ຊ່ວຍ ແລະ ຢັ້ງຢືນຕົວຕົນອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ຕາມ SBS ແລ້ວ, ໃນວັນທີ 25 ກຸມພາ, ໃນງານວາງສະແດງປີໃໝ່ຫວຽດນາມ 2026 ທີ່ຈັດຂຶ້ນທີ່ Fairfield Showground - ສະຖານທີ່ຊຸມຊົນໃນເຂດ Greater West ຂອງ Sydney - ທ່ານນາງຜູ້ວ່າການລັດອົດສະຕາລີ Sam Mostyn ໄດ້ເຂົ້າຮ່ວມງານບຸນເປັນຄັ້ງທຳອິດ ແລະ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງຊຸມຊົນຫວຽດນາມ.
ຍສໝ - ຫວ່າງມໍ່ໆນີ້, ສະຖານທູດ ຫວຽດນາມ ປະຈຳ ໂອຕຣິດ ສົມທົບກັບສະມາຄົມແມ່ຍິງ ຫວຽດນາມ ປະຈຳ ໂອຕຣິດ ໄດ້ຈັດຕັ້ງງານບຸນຫໍ່ເຂົ້າຕົ້ມບຸນວັນເພັງເດືອນຈຽງ ສົມທົບກັບລາຍການມອບປື້ມຂອງນັກປະພັນຍິງຊາວ ໂອຕຣິດ ທ່ານນາງ Mira Lobe ໃຫ້ລູກຫຼານຂອງບັນດາຄອບຄົວຊາວຫວຽດນາມ ຢູ່ ໂອຕຣິດ.
ຍສໝ - ຕອນຄ່ຳວັນທີ 8 ມັງກອນ ປີ 2025, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳນະຄອນ Osaka, ຍີ່ປຸ່ນ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ບ້ານເກີດເມືອງນອນປີມະເສັງ ປີ 2025”.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ ຟ້າມດິ່ງເທືອງ, ປະທານສະມາຄົມ ຊາວຫວຽດນາມ ຢູ່ແຂວງ Saitama (ຍີ່ປຸ່ນ) ກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງປະຊາຄົມ ຊາວຫວຽດນາມ ຢູ່ແຂວງ Saitama.
ຍສໝ - ນັ້ນແມ່ນຄຳປາໄສຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ ໃນການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມ ຊາວຫວຽດນາມ ອາໄສຢູ່ ອິນເດຍ ເຊິ່ງໄດ້ດຳເນີນໃນວັນທີ 31 ກໍລະກົດ ຢູ່ New Delhi (ອິນເດຍ).
ຍສໝ - ວັນທີ 14 ກໍລະກົດ, ຢູ່ນະຄອນຫຼວງ Moscow (ສະຫະພັນ ລັດເຊຍ), ພິທີເປີດຕົວຫນ້າເວບໄຊຂໍ້ມູນຂ່າວສານເອເລັກໂຕນິກ “ໄວຫນຸ່ມຢູ່ ລັດເຊຍ” ໄດ້ດໍາເນີນໂດຍຄະນະສະມາຊິກຊາວໜຸ່ມຢູ່ສະຫະພັນ ລັດເຊຍ ແລະ ສະມາຄົມນັກສຶກສາ ຫວຽດນາມ ປະຈໍາ ລັດເຊຍ ສົມທົບກັນຈັດຕັ້ງເນື່ອງໃນໂອກາດວັນມູນເຊື້ອຊາວໜຸ່ມອາສາສະໝັກ (15 ກໍລະກົດ).
ຍສໝ - ນັ້ນແມ່ນເນື້ອໃນສະເໜີໂດຍທ່ານ ໂດ໊ວັນຈ້ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢູ່ທີ່ການພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ແລະ ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ຝລັ່ງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໃນໄລຍະການຢ້ຽມຢາມ ແລະ ເຮັດວຽກຢູ່ ຝລັ່ງ ແຕ່ວັນທີ 30 ມີຖຸນາ – ວັນທີ 2 ກໍລະກົດ.
ຍສໝ - ວັນທີ 16 ທັນວາ, ຢູ່ສວນສາທາລະນະ APEC ນະຄອນ ດ່ານັ່ງ, ພະແນກວັດທະນະທໍາ ແລະ ກິລານະຄອນ ດ່ານັ່ງ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງພິທີເປີດວັນບຸນຊາວຕ່າງປະເທດນະຄອນ ດ່ານັ່ງ ປີ 2023.
ຍສໝ - ວັນທີ 11 ພະຈິກ, ສະຖານທູດຫວຽດນາມ ປະຈຳອິດສະຣາແອນ ໄດ້ຈັດຕັ້ງການພົບປະທາງອອນລາຍ ເພື່ອເຊື່ອມຕໍ່ ແລະ ແຈ້ງສະພາບການຂອງພໍ່ແມ່ປະຊາຊົນຫວຽດນາມ ຢູ່ຕ່າງປະເທດ, ແຮງງານ, ນັກສຶກສາຫວຽດນາມ ຢູ່ອິດສະຣາແອນ ກັບພາຍໃນປະເທດ.
ຍສໝ - ໃນວັນທີ 10 ຕຸລານີ້, ບັນດາປະເທດສະມາຊິກອາຊຽນ ແລະ ຕີມໍເລັສເຕ (ຜູ້ສັງເກດການອາຊຽນ) ໄດ້ຈັດພິທີສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງອາຊຽນ ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ.
ຍສໝ - ທ່ານລັດຖະມົນຕີ ບູຍແທັງເຊີນ ຢືນຢັນວ່າ ພັກ ແລະ ລັດ ຈະສືບຕໍ່ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວຮັກສາສີສັນວັດທະນະທຳ ແລະ ພາສາຫວຽດນາມ ຢູ່ຕ່າງປະເທດ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນຊາວ ຫວຽດນາມ ເຊື່ອມໂຍງເຂົ້າກັບປະເທດເຈົ້າພາບເປັນຢ່າງດີ, ເຊີດຊູຮີດຄອງປະເພນີ, ອະນຸລັກຮັກສາ ແລະ ເຜີຍແຜ່ສີສັນຂອງຫວຽດນາມ ແລະ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນ.
ຍສໝ - ຕອນບ່າຍວັນທີ 4 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຮອດ ສະໜາມບິນສາກົນ Hearthrow, ນະຄອນຫຼວງ ລອນດອນ, ລາຊະອານາຈັກ ອັງກິດ, ເລີ່ມຕົ້ນບັນດາການເຄື່ອນໄຫວເພື່ອເຂົ້າຮ່ວມພິທີ ຂຶ້ນຄອງລາຊະບັນລັງ ເຈົ້າຊີວິດ ອັງກິດ Charles III, ຕາມຄຳເຊື້ອເຊີນຂອງ ພະບໍລົມວົງສານຸວົງ ສະຫະດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.
ຍສໝ - ປີ 2022 ເປັນປີທີ່ມີການຜັນແປ ແລະ ຫຍຸ້ງຍາກຫຼາຍຢ່າງ, ແຕ່ວຽກງານຊາວຫວຽດນາມຢູ່ຕ່າງປະເທດ ຍັງບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ ແລະ ມີຄວາມປະທັບໃຈ. ພິເສດ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ສືບຕໍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ, ພ້ອມດຽວກັນນັ້ນ, ບົດບາດ, ຖານະ ແລະ ຄວາມໄວ້ວາງໃຈໃນສັງຄົມປະຈຳຖິ່ນ ໄດ້ນັບມື້ນັບເພີ່ມຂຶ້ນ.
ຍສໝ - ສິບປີໃນການແຕ່ງຕັ້ງປະຕິບັດວຽກງານພິເສດ, “ການເປັນສາຍລັບ” ໃນເຂດຄຸ້ມຄອງຂອງສັດຕູ ເພື່ອຊ່ວຍປະເທດເພື່ອນບ້ານລາວ, ພັນເອກ ວິລະຊົນ ຫງວຽນດຶກແຫ້ງ ໄດ້ຮັບການປົກປ້ອງຂອງປະຊາຊົນ ລາວ, ໃນນັ້ນມີ ແມ່ຫອມ - ຜູ້ທີ່ໄດ້ຮັບນາມມະຍົດວິລະຊົນ ກຳລັງປະກອບອາວຸດ ຈາກພັກ, ລັດຖະບານລາວ ໃນໄລຍະຕໍ່ມາ.
ຍສໝ - ຫວ່າງແລ້ວນີ້, ຢູ່ Warsaw, ປະຊາຄົມຊາວຫວຽດນາມ ອາໄສຢູ່ ໂປໂລຍ ໄດ້ສົມທົບກັບສະໂມສອນ ຮ່າແທ່ງ ເພື່ອສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2022).
ຍສໝ - ວັນທີ 9 ມີນາ, ສະຖານທູດຫວຽດນາມ ປະຈຳ ລັດເຊຍ ໄດ້ສົມທົບກັບປະຊາຄົມຊາວ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາຊອກຮູ້, ແລກປ່ຽນ ແລະ ຊອກຫາບັນດາວິທີແກ້ໄຂສົມທົບ ລະຫວ່າງສະມາຄົມ ແລະ ໜູນຊ່ວຍພີ່ນ້ອງຊາວຫວຽດນາມ ຢູ່ ຢູແກຼນ ອົບພະຍົບຫຼົບໄພ ມາຢູ່ ລັດເຊຍ.
ຍສໝ - ປະຊາຄົມຊາວຫວຽດນາມ ຢູ່ ຣູມານີ ໄດ້ຮັບການສ້າງຕັ້ງຂຶ້ນໃນຕົ້ນຊຸມປີ 90 ຂອງສະຕະວັດທີ່ຜ່ານມາ, ໃນເບື້ອງຕົ້ນແມ່ນບັນດານັກສຶກສາ, ຜູ້ທີ່ມາຮ່ຳຮຽນ, ອອກແຮງງານ ແລະ ຕັ້ງຖິ່ນຖານຢູ່ປະເທດເພື່ອນຢ່າງຖາວອນ.
ຕໍ່ໜ້າຄວາມຫຍຸ້ງຍາກຂອງຫຼາຍຄອບຄົວຊາວຫວຽດນາມ ແລະຊາວລາວ ຍ້ອນຜົນກະທົບຈາກພະຍາດໂຄວິດ 19, ຫຼາຍວິສາຫະກິດ ແລະບຸກຄົນ ຊາວຫວຽດນາມ ອາໄສຢູ່ລາວ ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອບໍລິຈາກເງິນຊ່ວຍເຫຼືອປະຊາຊົນ.
ຍສໝ - ໃນວັນທີ 19 ກັນຍາ, ຢູ່ນະຄອນຫຼວງເບີລິນ, ສະມາຄົມນັກຮົບເກົ່າຫວຽດນາມ (CCB) ຢູ່ເຢຍລະມັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວອາຍຸການ 2018-2020 ພ້ອມທັງປຶກສາຫາລືທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງສະມາຄົມຕື່ມອີກ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ ແລະ ຄວາມສາມັກຄີໃນປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ.