ຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມແຮງຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກຢູ່ ສ.ເຊັກ

22:49 | 03/08/2026

ຍສໝ - ບໍ່ດົນມານີ້, ທີ່ວັດ ຢາກດ້າວ (ນະຄອນ Cheb, ສາທາລະນະລັດ ເຊັກ), ສະມາຄົມຊາວ ຫວຽດນາມ - ສູນການຄ້າ Asia Dragon - ນະຄອນ Cheb ແລະ ເຂດໃກ້ຄຽງ ຮ່ວມກັບສະມາຄົມຊາວພຸດວັດ ຢາກດ້າວ ຈັດພິທີມອບສິ່ງຂອງຊຸດທຳອິດ ພາຍໃຕ້ໂຄງການການກຸສົນ ເພື່ອຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກ ຢູ່ແຂວງ Karlovy Vary.

ຊາວຫວຽດນາມ ອາໄສຢູ່​ເຊັກໂກ ​ສະໜັບສະໜູນ​ພີ່ນ້ອງ​ຮ່ວມ​ຊາດພາຍ​ໃນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ ຊາວຫວຽດນາມຮຸ່ນໜຸ່ມຢູ່ ສ.ເຊັກໂກ ເລົ່າເລື່ອງລາວແຫ່ງການເຕີບໃຫຍ່ທ່າມກາງສອງກະແສວັດທະນະທຳ

ໃນພິທີ, ທ່ານນາງ Julie Vanková, ຫົວໜ້າສູນສະໜັບສະໜູນຊາວຕ່າງປະເທດ (CPIC) ແຂວງ Karlovy Vary ໄດ້ສະແດງຄວາມຊາບຊຶ້ງຕໍ່ນ້ຳໃຈອັນດີງາມຂອງຊຸມຊົນຊາວ ຫວຽດນາມ ຢູ່ນະຄອນ Cheb. ຕາມທ່ານນາງ, ສິ່ງຂອງບໍລິຈາກເຫຼົ່ານີ້ ບໍ່ພຽງແຕ່ມີຄວາມໝາຍໃນການຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກຢ່າງເປັນຮູບປະທຳເທົ່ານັ້ນ, ແຕ່ຍັງສະທ້ອນເຖິງຈິດໃຈແຫ່ງຄວາມສາມັກຄີ, ການແບ່ງປັນ ແລະ ຄວາມສຳພັນອັນແໜ້ນແຟ້ນລະຫວ່າງຊຸມຊົນຊາວ ຫວຽດນາມ ກັບປະຊາຊົນ ສາທາລະນະລັດ ເຊັກ. ທ່ານນາງຫວັງວ່າ ກິດຈະກຳທີ່ເປັນມະນຸດສະທຳເຊັ່ນນີ້ ຈະສືບຕໍ່ໄດ້ຮັບການຮັກສາ ແລະ ຂະຫຍາຍຜົນໃນໄລຍະຕໍ່ໄປ.

ຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມແຮງຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກຢູ່ ສ.ເຊັກ
ພາບບັນຍາກາດພິທີມອບສິ່ງຂອງການກຸສົນ.

ໃນນາມຕາງໜ້າຊຸມຊົນຊາວ ຫວຽດນາມ, ທ່ານ ໂດ້ກົງຖັງ, ປະທານສະມາຄົມຊາວ ຫວຽດນາມ - ສູນການຄ້າ Asia Dragon - ນະຄອນ Cheb ແລະ ເຂດໃກ້ຄຽງ, ໄດ້ກ່າວຂອບໃຈສູນ CPIC, ທະນາຄານອາຫານແຂວງ Karlovy Vary ແລະ ຄະນະກຳມະການຊົນເຜົ່າສ່ວນໜ້ອຍນະຄອນ Cheb ທີ່ໄດ້ສ້າງເງື່ອນໄຂໃຫ້ຊຸມຊົນຊາວ ຫວຽດນາມ ມີໂອກາດປະກອບສ່ວນໃຫ້ແກ່ທ້ອງຖິ່ນທີ່ຕົນອາໄສຢູ່. ທ່ານກ່າວວ່າ ກິດຈະກຳການກຸສົນບໍ່ພຽງແຕ່ສະທ້ອນໃຫ້ເຫັນຄວາມຮັບຜິດຊອບຂອງຊຸມຊົນຊາວ ຫວຽດນາມ ຕໍ່ສັງຄົມປະເທດເຈົ້າພາບ ແຕ່ຍັງປະກອບສ່ວນສືບສານປະເພນີແຫ່ງຄວາມສາມັກຄີ, ການເອື້ອເຟື້ອເຜື່ອແຜ່ ແລະ “ຜູ້ມີຫຼາຍຊ່ວຍຜູ້ມີໜ້ອຍ” ຂອງຊົນຊາດ ຫວຽດນາມ.

ໃນການມອບສິ່ງຂອງຄັ້ງທຳອິດ, ຄະນະໄດ້ມອບເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນຫຼາຍລາຍການ ລວມມີ ນ້ຳມັນປຸງອາຫານ 180 ຂວດ, ນ້ຳຕານ 300 ກິໂລກຣາມ, ພາສະຕາ 333 ຫໍ່, ນົມ 396 ລິດ, ແປ້ງສາລີ 300 ກິໂລກຣາມ, ບະໝີກຶ່ງສຳເລັດຮູບ 1.350 ຫໍ່, ຢາສີແຂ້ວ 60 ກ່ອງ ພ້ອມທັງເສື້ອຜ້າ ແລະ ເກີບ 27 ລັງ.

ໂຄງການນີ້ໄດ້ຮັບການຮ່ວມແຮງຈາກວັດ ຢາກດ້າວ, ສູນການຄ້າ Asia Dragon, ສະມາຄົມຊາວພຸດວັດ ຢາກດ້າວ, ບັນດາອົງກອນ, ວິສາຫະກິດ, ຜູ້ມີໃຈກຸສົນ ແລະ ຊຸມຊົນຊາວ ຫວຽດນາມ ຈຳນວນຫຼາຍຢູ່ນະຄອນ Cheb.

ກິດຈະກຳນີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນຈິດໃຈແຫ່ງການແບ່ງປັນ ແລະ ຄວາມຮັບຜິດຊອບຕໍ່ຊຸມຊົນ ແຕ່ຍັງປະກອບສ່ວນເສີມສ້າງມິດຕະພາບ ແລະ ຄວາມຜູກພັນລະຫວ່າງຊຸມຊົນຊາວ ຫວຽດນາມ ກັບປະຊາຊົນ ສາທາລະນະລັດ ເຊັກ, ພ້ອມທັງສືບຕໍ່ສ້າງພາບພົດອັນດີງາມຂອງຄົນ ຫວຽດນາມ ຢູ່ເທິງແຜ່ນດິນແຫ່ງທີສອງຂອງຕົນ.

ບັນດາລົດໂອໂຕ Skoda (ສ.ເຊັກໂກ) ທໍາອິດ ຈະຜະລິດຢູ່ຫວຽດນາມ ບັນດາລົດໂອໂຕ Skoda (ສ.ເຊັກໂກ) ທໍາອິດ ຈະຜະລິດຢູ່ຫວຽດນາມ
ຍສໝ - ວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເຊັກໂກ ໄດ້ຈັດຕັ້ງການພົບປະມິດຕະພາບ ເນື່ອງໃນໂອກາດປີໃໝ່ປະຈຳຊາດ ປີມະເສັງ 2025 ແລະ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເຊັກໂກ ແລະ ສ.ສະໂລວາກີ.
ຫວຽດນາມ - ສ.ເຊັກ​ໂກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ ຫວຽດນາມ - ສ.ເຊັກ​ໂກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ
ຍສໝ - ວັນທີ 6 ມິຖຸນາ, ຢູ່ນະຄອນຫຼວງ Prague (ສາທາລະນະລັດ ເຊັກໂກ) ໄດ້ດຳເນີນກອງປະຊຸມໂຕະມົນກ່ຽວກັບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ, ເປັນຂີດໝາຍບາດກ້າວສຳຄັນຂອງການພົວພັນຄູ່ຮ່ວມມືໃນຂົງເຂດການສຶກສາ ແລະ ຄົ້ນຄວ້າ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ