ອັດຕາຄົນອົບພະຍົບມີວຽກເຮັດງານທຳ ຢູ່ EU ບັນລຸລະດັບສູງສຸດເປັນປະຫວັດສາດ
ຍສໝ - ຕາມການຄົ້ນຄວ້າຂອງ ສູນຄົ້ນຄວ້າ ແລະ ວິເຄາະການຍົກຍ້າຍຖິ່ນຖານ (CReAM) ຂຶ້ນກັບ ມູນນິທິ ROCKWOOL Foundation Berlin (RFBerlin), ອັດຕາຄົນອົບພະຍົບມີວຽກເຮັດງານທຳ ຢູ່ ສະຫະພາບເອີຣົບ (EU) ໄດ້ບັນລຸລະດັບສູງສຸດເປັນປະຫວັດສາດ ໃນປີ 2025, ຜ່ານນັ້ນໄດ້ຊ່ວຍຮັດແຄບໄລຍະຫ່າງ ກັບກຳລັງແຮງງານທ້ອງຖິ່ນ (ຄົນພື້ນເມືອງ).