ປະທານ ສຸພານຸວົງ
ປະທານ ສຸພານຸວົງ ປະສູດເມື່ອວັນທີ 13 ກໍລະກົດ ປີ 1909 ທີ່ນະຄອນຫຼວງພະບາງ, ເມືອງແຫ່ງວັດທະນະທຳຂອງລ້ານຊ້າງ, ເພີ່ນກຳເນີດໃນເຊື້ອລາດຊະວົງທີ່ມີຍົດຖາບັນດາສັກອັນສູງສົ່ງ, ນັບແຕ່ມື້ໄດ້ກຳເນີດຂຶ້ນກໍໄດ້ຮັບການເອົາໃຈໃສ່ລ້ຽງດູ, ເບິ່ງແຍງເປັນຢ່າງດີ, ໄດ້ຮັບການຊຸກຍູ້ສົ່ງເສີມໃນການສຶກສາ, ຫຼັງຈາກຮຽນຈົບປະຖົມສົມບູນແລ້ວໃນປີ 1920 ເພີ່ນໄດ້ເດີນທາງໄປຮຽນຕໍ່ມັດທະຍົມ “ອານແບກຊາໂຣ” ທີ່ຮ່າໂນ້ຍ ປະເທດຫວຽດນາມ, ເພີ່ນໄດ້ຕັ້ງໃຈຮໍ່າຮຽນຫຼາຍວິຊາ ແລະ ຫຼາຍພາສາອີກດ້ວຍ, ເມື່ອມາຮອດປີ 1930 ເພີ່ນໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ, ເພີ່ນຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ,ສາຂາວິຊາວິສະວະກອນພົນລະເຮືອນ ຢູ່ປາຣີ, ເພີ່ນເປັນນັກຮຽນ, ຮຽນໄດ້ດີ ແລະ ມີຄະແນນດີເລີດ, ສາມາດເວົ້າໄດ້ດີເຖິງ 10 ພາສາທີ່ໃຊ້ຫຼາຍໃນສາກົນ, ພາຍຫຼັງສິ້ນສຸດການສຶກສາກໍປະກອບໜ້າທີ່ການງານຕາມຄວາມຮູ້-ຄວາມສາມາດ.
ໃນເງື່ອນໄຂ ແລະ ສິ່ງແວດລ້ອມທີ່ເອື້ອອຳນວຍຄວາມສະດວກຄືແນວນັ້ນຄວນຈະເປັນເສັ້ນທາງໃຫ້ເພີ່ນກາຍເປັນຂຸນນາງ ແລະ ດຳລົງຕໍາແໜ່ງໃດໜຶ່ງຂອງກົງຈັກປົກຄອງສັກດີນາ, ແຕ່ຊີວິດ ແລະ ການເຄື່ອນໄຫວຕົວຈິງຂອງເພີ່ນໄດ້ປ່ຽນປີ້ນຖານະຊົນຊັ້ນ, ຫັນປ່ຽນແນວຄິດກໍຄືແບບແຜນດໍາລົງຊີວິດແບບບໍ່ໜ້າເຊື່ອ, ເວົ້າໄດ້ວ່າເພີ່ນແມ່ນເຊື້ອເຈົ້າກະສັດອົງດຽວຂອງອານາຈັກລ້ານຊ້າງທີ່ໄດ້ປ່ຽນແປງຕຳນານແຫ່ງວີຖີຊີວິດແບບສັກດີນາມາເປັນສາ ມັນຊົນຜູ້ຮ່ວມສຸກ, ຮ່ວມທຸກ, ຮ່ວມຕໍ່ສູ້ກັບປະຊາຊົນເພື່ອເອກະລາດແຫ່ງຊາດຈົນກາຍເປັນຕົ້ນແບບຂອງນັກຮົບຕໍ່ສູ້ປະຕິບັດຮັກຊາດທີ່ຍິ່ງໃຫຍ່.
ປະທານ ສຸພານຸວົງ ໄດ້ພົບປະ ປະທານ ໂຮ່ຈິມິນ, ເພີ່ນໄດ້ຮັບການຊີ້ນໍາ ແລະ ຊ່ວຍເຫຼືອຈາກ ປະທານ ໂຮ່ຈິມິນ ໃຫ້ຈັດຕັ້ງກອງທະຫານປະສົມ ລາວ-ຫວຽດນາມ ຂຶ້ນຢູ່ລາວເພື່ອດຳເນີນການຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນຝຣັ່ງ ຍາດເອົາຄວາມເປັນເອກະລາດມາໃຫ້ລາວ ການພົບປະໃນຄັ້ງນັ້ນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງທີ່ສຸດ ໃນຊີວິດການເຄື່ອນໄຫວປະຕິວັດຂອງປະທານ ສຸພານຸວົງ, ໃນປີ 1945 ເພີ່ນໄດ້ກັບຄືນລາວຕາມເສັ້ນທາງເລກ 9 ທ່ານໄດ້ຕ້ອນຮັບຢ່າງອົບອຸ່ນຈາກຊາວເຊໂປນທຸກຊັ້ນຄົນ ແລະ ໄດ້ກ່າວຄຳປາໄສຕໍ່ໜ້າປະຊາຊົນທີ່ມາໂຮມຊຸມນຸມຢ່າງຫຼວງຫຼາຍ ເພີ່ນໄດ້ເວົ້າວ່າ: “ ແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ. ສະນັ້ນ ພວກເຮົາທຸກຄົນຕ້ອງສາມັກຄີກັນໂຮມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້” ນີ້ແມ່ນຈຸດເລີ່ມຕົ້ນແຫ່ງພາລະ ກິດປະຕິວັດອັນຍິ່ງໃຫຍ່ຂອງປະທານ ສຸພານຸວົງ, ເພີ່ນເປັນນັກປະຕິວັດຜູ້ຍິ່ງໃຫຍ່, ຜູ້ກໍ່ຕັ້ງ ແລະ ເສີມຂະຫຍາຍລັດທິມາກ-ເລນິນ, ລ້ວນແຕ່ໃຫ້ຄວາມສຳຄັນໃນການກໍ່ສ້າງຄົນຮຸ່ນສືບທອດເພາະມັນພົວພັນໂດຍກົງເຖິງຊາຕະກຳ ແລະ ອານາຄົດຂອງການປະຕິວັດ, ພັກປະຊາຊົນ ປະຕິວັດລາວ ບໍ່ວ່າຈະຢູ່ສະໄໝຕໍ່ສູ້ປົດປ່ອຍຊາດຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ກໍຄືຍຸກສະໄໝແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດໄດ້ເອົາໃຈໃສ່ແຕ່ຫົວທີໃນການກໍ່ສ້າງຄົນຮຸ່ນໜຸ່ມ ເພື່ອສືບທອດພາລະກິດ ແລະ ອຸດົມການຂອງພັກໃຫ້ໝັ້ນຄົງຍາວນານຕະຫຼອດໄປ, ດັ່ງນັ້ນ ນັບແຕ່ພັກເຮົາໄດ້ຮັບການສ້າງຕັ້ງບໍ່ພໍເທົ່າໃດວັນ, ພັກກໍໄດ້ປະກາດສ້າງຕັ້ງອົງການຈັດຕັ້ງມະຫາຊົນຂຶ້ນ(ຊາວໜຸ່ມ) ໃນວັນທີ 14.4.1955 ແລະ ຕົກລົງສ້າງຕັ້ງອົງການເຍົາວະຊົນຂຶ້ນອີກໃນວັນທີ 2.12.1955, ທັງໝົດນັ້ນແນໃສ່ສ້າງຊາວໜຸ່ມ, ເຍົາວະຊົນໃຫ້ກາຍເປັນຮຸ່ນສືບທອດທີ່ຈົງຮັກພັກດີຕໍ່ອຸດົມການຄະຕິຂອງພັກ.
ການສ້າງຮຸ່ນຄົນນີ້ຫາຮຸ່ນຄົນຕໍ່ໄປເຮັດໃຫ້ກຳລັງການປະຕິວັດຂອງພັກເຮົາບໍ່ມີມື້ຈະບົກແຫ້ງຈັກເທື່ອ ແລະ ເຖິງວ່າພາລະກິດປະຕິວັດຂອງພັກເຮົາຈະຫຍຸ້ງຍາກລຳບາກ, ຍືດເຍື້ອຍາວນານປານໃດກໍຕາມ, ສຸດທ້າຍກໍສາມາດກ້າວໄປສູ່ເປົ້າໝາຍແຫ່ງໄຊຊະນະຕະຫຼອດມາ.
ປະທານ ສຸພານຸວົງ ກໍແມ່ນຮຸ່ນຄົນສືບທອດຮຸ່ນທຳອິດຂອງນັກຕໍ່ສູ້ປະຕິວັດລາວຜູ້ເຄີຍຮັບການສຶກສາອົບຮົມບົ່ມເພາະຈາກພັກກອມມູນິດອິນດູຈີນໃນເມື່ອກ່ອນ, ໂດຍສະເພາະແມ່ນການສືບທອດເອົາແນວຄິດ ແລະ ອຸດົມການອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈິມິນ ບວກໃສ່ພຶດຕິກຳຂອງການເຄື່ອນໄຫວຕໍ່ສູ້ປະຕິວັດຈຶ່ງເຮັດໃຫ້ມີການປ່ຽນແປງຈາກຊີວິດນັກຮຽນຮູ້ປັນຍາຊົນ, ຈາກແນວຄິດສັກດີນາກາຍມາເປັນນັກຕໍ່ສູ້ປະຕິວັດຜູ້ຍິ່ງໃຫຍ່ຜູ້ໜຶ່ງບົນຜືນແຜ່ນດິນລ້ານຊ້າງ, ໃນສະຕະວັດທີ 20 ຊີວິດການເຄື່ອນໄຫວຕໍ່ສູ້ປະຕິວັດຂອງເພີ່ນ ທັງໝົດໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງທາດແທ້ຂອງນັກຕໍ່ສູ້ປະຕິວັດຜູ້ຮັກຊາດຢ່າງດູູດດື່ມ ແລະ ກາຍເປັນມູນເຊື້ອ ແລະ ອຸດົມການອັນປະເສີດທີ່ລໍ້າເລີດໃຫ້ແກ່ຄົນຮຸ່ນໃໝ່, ເພີ່ນໄດ້ສຶກສາຄົ້ນຄວ້າຮໍ່າຮຽນເອົາແບບຢ່າງຂອງປະທານ ໂຮ່ຈິມິນ ເພື່ອກໍ່ສ້າງຕົນເອງ.
ພາຍຫຼັງທີ່ເພີ່ນຮຽນຈົບຈາກສະຖາບັນຢູ່ປະເທດຝຣັ່ງໃໝ່ໆ ແລະ ກະກຽມກັບຄືນປະເທດນັ້ນໝູ່ເພື່ອນຕ່າງປະເທດໄດ້ຖາມເພີ່ນວ່າ: ຫຼັງຈາກຮຽນຈົບກັບຄືນປະເທດແລ້ວ ທ່ານຈະເຮັດຫຍັງ? ປະທານ ສຸພານຸວົງ ຕອບວ່າ: ຫຼັງຈາກກັບຄືນປະເທດແລ້ວຂ້າພະເຈົ້າຈະທຳການຕໍ່ສູ້ກັບຝຣັ່ງ.
ຄຳຕອບດັ່ງກ່າວໄດ້ສ່ອງແສງໃຫ້ເຫັນວ່າ:
ໃນເວລາທີ່ໃຊ້ຊີວິດຢູ່ປະເທດເຈົ້າລ່າເມືອງຂຶ້ນ ເພີ່ນບໍ່ພຽງແຕ່ສຶກສາຮໍ່າຮຽນເອົາວິຊາຄວາມຮູ້ດ້ານເຕັກນິກ, ວິທະຍາສາດເທົ່ານັ້ນ ເພີ່ນຍັງໄດ້ຊອກຮູ້, ຄົ້ນຄວ້າ ແລະ ຕິດຕາມສະພາບການບ້ານເມືອງຂອງປະເທດຕົນອີກດ້ວຍ, ໂດຍສະເພາະກໍແມ່ນສະພາບການປົກຄອງຂອງຝຣັ່ງຢູ່ອິນດູຈີນເປັນຕົ້ນແມ່ນຢູ່ລາວ. ໃນໄລຍະສຸດທ້າຍຂອງການຮໍ່າຮຽນນັ້ນ ປະທານ ສຸພານຸວົງ ຮັບຮູ້, ເຂົ້າໃຈ ແລະ ແນວຄິດໃດຕໍ່ປະຊາຊົນຂອງຕົນ. ເພີ່ນມີຄວາມນຶກຄິດ ຫຼື ມີແຜນການຢາກເຮັດສິ່ງໃດໜຶ່ງຢູ່ປະເທດຊາດຂອງຕົນ(ໝາຍເຖິງການຕໍ່ສູ້ຕ້ານຝຣັ່ງ). ນີ້ແມ່ນຈຸດເລີ່ມຕົ້ນຂອງການສະແດງອອກເຖິງຄວາມຮັກຊາດທີ່ຍັງບໍ່ທັນເປັນລະບົບຂອງປະທານ ສຸພານຸວົງ ໃນເວລາເປັນຊາວໜຸ່ມ.
ປະຫວັດສາດການຕໍ່ສູ້ອັນລືນາມດັງກ້ອງໄປທົ່ວຜືນແຜ່ນດິນລາວທີ່ໄດ້ສະທ້ອນໃຫ້ເຫັນຄວາມຮັກຊາດ, ຄວາມເສຍສະຫຼະ, ຄວາມຫ່ວງໄຍ, ຄວາມໃກ້ຊິດຕິດແທດ ແລະ ຄວາມເຊື່ອໝັ້ນຂອງປະທານ ສຸພານຸວົງ ຕໍ່ກຳລັງແຮງຊາວໜຸ່ມກໍແມ່ນເຫດການປະຫວັດສາດ ວັນທີ 21 ມີນາ ປີ 1946 ນັ້ນເອງໃນເວລາປະທານ ສຸພານຸວົງ ໄດ້ລົງມາເມືອງທ່າແຂກເພື່ອວາງແຜນປ້ອງກັນ ແລະ ຕໍ່ສູ້ກັບພວກຝຣັ່ງນັ້ນກ່ອນອື່ນໝົດເພີ່ນໄດ້ເອົາກຳລັງຊາວໜຸ່ມໂດຍເຕົ້າໂຮມເອົາອົງການຊາວໜຸ່ມລາວຮັກຊາດອັນມີທ່ານ ສິງກະໂປ ສີໂຄດຈຸນລະມະນີ ເປັນຫົວໜ້າ ແລະ ອົງການຊາວໜຸ່ມຫວຽດນາມຕ່າງດ້າວອັນມີທ່ານ ຫງວ້ຽນແຈງ ເປັນຫົວໜ້າເຂົ້າມາສົມທົບກັນເປັນກຳລັງໜຶ່ງດຽວເພື່ອສ້າງຕັ້ງຄະນະກອງບັນຊາການທະຫານປະສົມ ແລະ ຄະນະກຳມະການປ້ອງກັນຕົວເມືອງທ່າແຂກໂດຍແມ່ນປະທານ ສຸພານຸວົງ ເປັນຫົວໜ້າ, ທ່ານ ສີໂຄດ ຈຸນລະມະນີ, ທ່ານ ຫງວ້ຽນແຈງ ເປັນຮອງ ກໍໄດ້ມອບໝາຍໃຫ້ 2 ຫົວໜ້າອົງການຈັດຕັ້ງຊາວໜຸ່ມເປັນຜູ້ລະດົມຂົນຂວາຍກຳລັງຊາວໜຸ່ມໃນຕົວເມືອງທ່າແຂກ ແລະ ຈັດຕັ້ງການກິນຢູ່ລວມ, ພ້ອມນັ້ນກໍຝຶກແອບວິຊາການທະຫານ.
ໃນສະໜາມຮົບປະທານ ສຸພານຸວົງ ໄດ້ລົງບັນຊາການສູ້ຮົບໂດຍກົງເຊັ່ນ: ບຸກໂຈມຕີຝຣັ່ງ ຢູ່ບ້ານ ຍົມມະລາດ; ບ້ານ ທ່າເດື່ອ ໃນເວລາຝຶກແອບ ແລະ ກະກຽມການສູ້ຮົບເພີ່ນໄດ້ລົງກວດກາປຸກລະດົມຈິດໃຈ, ໃຫ້ຄວາມເຊື່ອໝັ້ນຕໍ່ກຳລັງຊາວໜຸ່ມ.
ໃນກອງປະຊຸມໄດ້ວາງແຜນເຕົ້າໂຮມກຳລັງ ແລະ ໄດ້ກະກຽມການປ້ອງກັນ, ເພີ່ນໄດ້ໃຫ້ການສຶກສາອົບຮົມແນວຄິດຮັກຊາດ, ປຸກລະດົມນໍ້າໃຈເສຍສະຫຼະ, ພຶດຕິກຳແຫ່ງການຮ່ວມຊີວິດຕົວຈິງ ແລະ ເອົາໃຈໃສ່ໃກ້ສິດຕິດແທດໂຄສະນາສຶກສາອົບຮົມຂອງ ປະທານ ສຸພານຸວົງ ຕໍ່ຊາວໜຸ່ມ ແລະ ປະຊາຊົນດັ່ງກ່າວນັ້ນມີຄວາມໝາຍເລິກເຊິ່ງ ແລະ ໜັກແໜ້ນທີ່ສຸດໃນການປຸກລະດົມແນວຄິດຮັກຊາດ, ນໍ້າໃຈເສຍສະຫຼະຂອງຄົນຮຸ່ນໜຸ່ມ, ດັ່ງນັ້ນມີຫຼາຍຄັ້ງທີ່ໄດ້ໄປກວດກາຝຶກແອບ, ຈຸດທີ່ຕັ້ງປ້ອງກັນ ແລະ ໃນກອງປະຊຸມຕ່າງໆກໍໄດ້ມີພວກຊາວໜຸ່ມກໍຄືນັກຮົບຜູ້ໜຸ່ມນ້ອຍໄດ້ປະຕິຍານວ່າ:
ຂໍສະໝັກຕາຍເພື່ອປ້ອງກັນເມືອງທ່າແຂກ, “ຕາຍດີກວ່າເສຍຊາດ” ຈະສູ້ຮົບຈົນເຖິງລົມຫາຍໃຈ ແລະ ເລືອດຢອດສຸດທ້າຍ. ຄໍາປະຕິຍານດັ່ງກ່າວໄດ້ສ້າງຄວາມຕື້ນຕັນໃຈ ແລະ ຄວາມເຊື່ອໝັ້ນຢ່າງສູງຕໍ່ເພີ່ນຈົນເຖິງຂັ້ນບໍ່ສາມາດອົດກັ້ນຄວາມຮູ້ສຶກໄວ້ໄດ້ ແລະ ເພີ່ນໄດ້ໃຫ້ຄຳໝັ້ນສັນຍາປຸກລະດົມວ່າ: “ພວກເຮົາຕ້ອງສູ້ຈົນເຖິງວິນາທີສຸດທ້າຍ” ສູ້, ສູ້, ສູ້!!!.
ໃນຄວາມເປັນຈິງແລ້ວ, ຄໍາປະຕິຍານ ຫຼື ຄໍາໝັ້ນສັນຍາເຫຼົ່ານັ້ນບໍ່ແມ່ນເປັນພຽງຄໍາເວົ້າທີ່ສວຍງາມເພື່ອປຸກລະດົມ ແລະ ຊັກຊວນກຳລັງໃຈເທົ່ານັ້ນແຕ່ໝາຍເຖິງໝາກຜົນຂອງການສຶກສາອົບຮົມດ້ານພຶດຕິກຳ ແລະ ແນວຄິດຮັກຊາດອັນຍິ່ງໃຫຍ່ຂອງ ປະທານ ສຸພານຸວົງ ທີ່ໄດ້ຢັ້ງເລິກເຂົ້າຈິດໃຈຊາວໜຸ່ມຈົນກາຍເປັນການກະທຳຕົວຈິງທີ່ໄດ້ສະແດງອອກໃນໄລຍະສຸດທ້າຍກ່ອນເມືອງທ່າແຂກຈະຖືກຈັກກະພັດຝຣັ່ງຍຶດໄດ້, ເຊິ່ງຄະນະກອງບັນຊາການສະໜາມຮົບ, ຫຼາຍສະຫາຍໄດ້ສະເໜີໃຫ້ ປະທານ ສຸພານຸວົງ ລົງຂ້າມໄປຝັ່ງຂວາເພື່ອຮັກສາຊີວິດເອົາໄວ້ກ່ອນ, ແຕ່ເພີ່ນກໍໄດ້ປະຕິຍານວ່າ: ຈະໃຫ້ໜີປະຖິ້ມປະຊາຊົນໄປໄດ້ແນວໃດ! ໃນເມື່ອຍັງມີນັກຮົບປະຕິວັດກຳລັງຕໍ່ສູ້ຢູ່, ນີ້ກໍແມ່ນການປຸກລະດົມກໍາລັງໃຈອັນໜັກແໜ້ນໃຫ້ແກ່ນັກຮົບທີ່ກໍາລັງຕໍ່ສູ້ຈົນເຖິງວິນາທີສຸດທ້າຍກ່ອນທີ່ຕົວເມືອງທ່າແຂກຈະແຕກ, ປະທານ ສຸພານຸວົງ ຈຶ່ງໄດ້ລົງເຮືອຈັກຮອດພຽງກາງຂອງເທົ່ານັ້ນ, ຍົນ 4 ລໍາຂອງພວກຝຣັ່ງກໍຍິ່ງສຸມໃສ່ຫວັງຈະເອົາຊີວິດຂອງເພິ່ນນັ້ນເອງ, ຈົນໄດ້ເຮັດໃຫ້ເພີ່ນໄດ້ຮັບບາດເຈັບສາຫັດ ແລະ ໄດ້ຮັບການນໍາສົ່ງໄປປິ່ນປົວຢູ່ໂຮງໝໍອຸດອນ(ປະເທດໄທ), ໃນຂະນະທີ່ພະຍາບານປົວຢູ່ນັ້ນ ປະທານ ສຸພານຸວົງ ກໍໄດ້ຕິດຕາມສະພາບການຜັນແປໃນປະເທດຢ່າງຈົດຈໍ່, ໃນເວລານີ້ແນວຄິດຮັກຊາດ, ນໍ້າໃຈເສຍສະຫຼະທີ່ໄດ້ຮັບການອົບຮົມບົ່ມເພາະມາກ່ອນແລ້ວນັ້ນກໍໄດ້ສະແດງອອກຢ່າງພິລະອາດຫານໂດຍມີນັກຮົບປະຕິວັດລາວ ແລະ ຫວຽດນາມສອງຄົນ ໄດ້ເສຍສະຫຼະຕົນເອງບັງກະສູນປືນທີ່ຍິງມາຈາກຍົນຝຣັ່ງເພື່ອປົກປ້ອງເອົາຊີວິດຂອງ ປະທານ ສຸພານຸວົງ ໄວ້.
ຄໍາສອນຂອງ ປະທານ ສຸພານຸວົງ ຕໍ່ຄົນຮຸ່ນສືບທອດ.
ໃນໄລຍະຕໍ່ສູ້ກູ້ຊາດອັນດູດດື່ມ, ສູນກາງແນວລາວຮັກຊາດເຊິ່ງແມ່ນ ປະທານ ສຸພານຸວົງ ເປັນຜູ້ນໍາໜ້ານັ້ນ, ເພີ່ນຮ່ວມກັບໝູ່ຄະນະສ້າງນະໂຍບາຍການສຶກສາ, ສາທາລະນະສຸກ ໃນທ້ອງຖິ່ນທີ່ໄດ້ຮັບການປົດປ່ອຍ, ສ້າງໂຮງຮຽນກິນນອນ, ສ້າງໂຮງຮຽນນ້ອງນ້ອຍ, ໂຮງຮຽນຊົນເຜົ່າຫຼາຍແຫ່ງ, ເອົາໃຈໃສ່ສ້າງພະນັກງານຈາກຖັນແຖວຊາວໜຸ່ມ, ດັ່ງນັ້ນ ມະຕິທີ 16 ສະໄໝທີ I ຂອງສູນກາງພັກໄດ້ເວົ້າວ່າ: “ຕ້ອງມີແຜນກໍ່ສ້າງພະນັກງານຮຸ່ນສືບທອດ, ພະນັກງານໜຸ່ມນ້ອຍເປັນຊຸດໆເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ”.
ປະຕິບັດຕາມມະຕິດັ່ງກ່າວປີ 1968 ໂຮງຮຽນອຸດົມຫຼັງທຳອິດຂອງເຂດປົດປ່ອຍເປີດຂຶ້ນ ແລະ ໃນມື້ໄຂສົກຮຽນນັ້ນ ປະທານ ສຸພານຸວົງ ໄດ້ໃຫ້ຄໍາໂອວາດຕັກເຕືອນວ່າ: “ພວກລູກຫຼານຕ້ອງຮຽນໃຫ້ເກັ່ງເສັງໃຫ້ໄດ້, ນໍາໃຊ້ໃຫ້ເປັນ”.
ໃຕ້ຮົ່ມທຸງຂອງແນວລາວຮັກຊາດເຊິ່ງພັກປະຊາຊົນປະຕິວັດລາວເປັນແກນນຳນັ້ນ, ອົງການຈັດຕັ້ງຂອງຊາວໜຸ່ມ ແລະ ອົງການຈັດຕັ້ງເຍົາວະຊົນທັນວາ ໄດ້ຮັບການຊີ້ນໍາ-ນໍາພາເບິ່ງແຍງຈາກສູນກາງແນວລາວຮັກຊາດ, ໄດ້ເສີມຂະຫຍາຍບົດບາດຂົນຂວາຍກຳລັງຢ່າງກວ້າງຂວາງ, ຊາວໜຸ່ມແຕ່ເໜືອເຖິງໃຕ້ໄດ້ສະຫຼະຄອບຄົວປະກອບສ່ວນເຂົ້າຮ່ວມການປະຕິວັດນັບມື້ນັບຫຼາຍຂຶ້ນ,ເພື່ອເສີມຂະຫຍາຍກຳລັງແຮງປະຕິວັດຂອງຊາວໜຸ່ມໃຫ້ຂຶ້ນສູ່ກະແສສູງນໍາເອົາກຳລັງຊາວໜຸ່ມເປັນກຳລັງປະຈັນບານ, ກຽມພ້ອມຕີເອົາຊະນະກັບຈັກກະພັດຜູ້ຮຸກຮານນັ້ນ ປະທານ ສຸພານຸວົງ ໄດ້ໂອ້ລົມກັບຊາວໜຸ່ມອ້ອມຂ້າງສູນກາງໃນປີ 1970 ທີ່ຖໍ້າຊ້າງລອດ, ເມືອງວຽງໄຊ, ແຂວງຫົວພັນ, ເພີ່ນໄດ້ຕັກເຕືອນໃຫ້ຊາວໜຸ່ມຕ້ອງມີອຸດົມຄະຕິປະຕິວັດ,ຝຶກຝົນຫຼໍ່ຫຼອມຕົນເອງດ້ານຄຸນສົມບັດ ແລະ ຄວາມສາມາດ, ຕ້ານແນວຄິດຂີ້ຄ້ານ, ມັກງ່າຍ, ແນວຄິດມັກສະຫງົບສຸກສ່ວນຕົວ ຫຼື ໝົດຫວັງ, ຈາກນັ້ນມາຈຶ່ງເຮັດໃຫ້ຂະບວນການແຂ່ງຂັນຂອງຊາວໜຸ່ມຟົດຟື້ນຂຶ້ນ, ຊາວໜຸ່ມຢູ່ຕາມສຳນັກງານ, ອົງການ, ກົມກອງສູ້ຮົບຕ່າງໆ ໄດ້ຫ້າວຫັນປະຕິບັດຄໍາຂວັນຂອງຕົນຄື: ບ່ອນໃດຍາກຊາວໜຸ່ມຕ້ອງບຸກ, ບ່ອນໃດທຸກຊາວໜຸ່ມຕ້ອງຜ່ານ, ບ່ອນໃດຊາດຕ້ອງການຊາວໜຸ່ມຕ້ອງຂານອາສາ.
(ແຫຼ່ງຂໍ້ມູນ: ຫຼວງພະບາງໃໝ່)