ນຳສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 280 ຄົນຈາກເອີຣົບກັບຄືນປະເທດ

14:13 | 20/09/2020

ຍສໝ - ໃນ 2 ວັນທີ 18-19 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສຳນັກງານຜູ້ຕາງໜ້າ ຫວຽດນາມ ປະຈຳເອີຣົບ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນເກືອບ 280 ຄົນໄດ້ກັບຄືນບ້ານຢ່າງປອດໄພ.

ນຳສ ງພ ນລະເມ ອງຫວຽດນາມ ຈຳນວນເກ ອບ 280 ຄ ນຈາກເອ ຣ ບກ ບຄ ນປະເທດ ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 340 ຄົນຈາກປະເທດໄທ ກັບຄືນບ້ານ
ນຳສ ງພ ນລະເມ ອງຫວຽດນາມ ຈຳນວນເກ ອບ 280 ຄ ນຈາກເອ ຣ ບກ ບຄ ນປະເທດ ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນ 340 ຄົນຈາກປະເທດມາກາວ ກັບຄືນບ້ານຢ່າງປອດໄພ

ຜູ້ໂດຍສານໃນຖ້ຽວບິນແມ່ນບັນດາກໍລະນີທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ນຳສ ງພ ນລະເມ ອງຫວຽດນາມ ຈຳນວນເກ ອບ 280 ຄ ນຈາກເອ ຣ ບກ ບຄ ນປະເທດ
ນຳສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 280 ຄົນຈາກເອີຣົບກັບຄືນປະເທດ. (ພາບ: TTXVN)

ຕໍ່ໜ້າສະພາບການລະບາດ ເຮັດໃຫ້ການເດີນທາງປະສົບກັບຄວາມຫຍຸ້ງຍາກ, ບັນດາອົງການຕົວແທນຫວຽດນາມ ໄດ້ປະສານສົມທົບ ແລະ ແນະນຳພົນລະເມືອງ ປະຕິບັດລະບຽບການຢ່າງຮຽບຮ້ອຍ, ຮຽກຮ້ອງໃຫ້ອົງການທີ່ມີໜ້າທີ່ທ້ອງຖິ່ນ ອຳນວຍຄວາມສະດວກ ສຳລັບພົນລະເມືອງຫວຽດນາມ ທີ່ເດີນທາງໄປຮອດສະໜາມບິນ Frankfurt, ເຢຍລະມັນ. ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Frankfurt ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ໂນຍບາຍ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ນຳສ ງພ ນລະເມ ອງຫວຽດນາມ ຈຳນວນເກ ອບ 280 ຄ ນຈາກເອ ຣ ບກ ບຄ ນປະເທດ ສາຍການບິນຫວຽດນາມ ໄດ້ຮັບອະນຸຍາດພຽງແຕ່ຂາຍປີ້ໃຫ້ຄົນຕ່າງປະເທດທີ່ມີວີຊາ ແລະ ທີ່ຢູ່ອາໄສໃນປະເທດຫວຽດນາມເທົ່ານັ້ນ

ຍສໝ - ສາຍການບິນຫວຽດນາມ ພຽງແຕ່ຂາຍປີ້ໃຫ້ຄົນທີ່ມີວີຊາເຂົ້າເມືອງ ແລະ ທີ່ຢູ່ອາໄສໃນປະເທດຫວຽດນາມເທົ່ານັ້ນ. ໃນເວລາທີ່ຂາຍປີ້ຍົນ, ສາຍການບິນມີຄວາມຮັບຜິດຊອບໃນການກວດສອບໃບຮັບຮອງບໍ່ຕິດພະຍາດ COVID-19 ທີ່ໄດ້ອອກໂດຍອົງການທີ່ກ່ຽວຂ້ອງ.

ນຳສ ງພ ນລະເມ ອງຫວຽດນາມ ຈຳນວນເກ ອບ 280 ຄ ນຈາກເອ ຣ ບກ ບຄ ນປະເທດ ເຊື່ອມ​ຕໍ່​ບາງ​ຖ້ຽວບິນ​ການ​ຄ້າ​ສາກົນ​ຄືນ​ໃໝ່ ນັບ​ແຕ່​ວັນ​ທີ 15 ກັນຍາ ​ເປັນ​ຕົ້ນ​ໄປ

ຍສໝ - ຫ້ອງວ່າການລັດຖະບານຫວຽດນາມ ຫາກໍ່ປະກາດແຈ້ງການເລກທີ 330/TB-VPCP ກ່ຽວກັບການຕົກລົງເຫັນດີຕໍ່ແບບວິທີເຊື່ອມຈອດບັນດາຖ້ຽວບິນການຄ້າສາກົນຄືນໃໝ່, ໂດຍມີການຂົນສົ່ງຜູ້ໂດຍສານລະຫວ່າງ ຫວຽດນາມ ກັບບາງປະເທດຄູ່ຮ່ວມມື.

ນຳສ ງພ ນລະເມ ອງຫວຽດນາມ ຈຳນວນເກ ອບ 280 ຄ ນຈາກເອ ຣ ບກ ບຄ ນປະເທດ ພົນລະເມືອງຫວຽດນາມ 350 ຄົນຈາກຍີ່ປຸ່ນໄດ້ກັບຄືນປະເທດດ້ວຍຄວາມປອດໄພ

ຍສໝ - ທັນທີຫຼັງຈາກລົງຈອດຢູ່ສະໜາມບິນ ສາກົນ ໂນ້ຍບ່າຍ, ຜູ້ເຂົ້າຮ່ວມໃນຖ້ຽວບິນແມ່ນຢູ່ພາຍໃຕ້ການຕິດຕາມກວດກາດ້ານການແພດ ແລະ ປະຕິບັດການແຍກຫ່າງຕາມລະບຽບການ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.