ງານ​ບຸນ​ປະ­ເພ­ນີ​ເຜົ່າ​ກະ​ຕູ ຢູ່ແຂວງເຊກອງ ຂອງລາວ

00:54 | 15/05/2019

ເຊ​ກອງ ເປັນ​ໜຶ່ງ​ໃນ 4 ແຂວງ​ພາກ​ໃຕ້​ລາວ​ທີ່​ປະ­ຊາ­ຊົນ​ບັນດາ​ເຜົ່າ​ຍັງ​ຄົງ​ອະ­ນຸ­ລັກ ແລະ ສົ່ງເສີມ​ປະ­ເພ­ນີ​ວັດ­ທະ­ນະ­ທຳ​ຊົນ­ເຜົ່າ ຕົນ​ໄດ້​ເປັນ​ຢ່າງ​ດີ​ເຊິ່ງ​ເມື່ອ​ໃດ​ເຖິງ ມື້​ເຖິງ​ຍາມ​ຊາວ­ບ້ານ​ກໍ​ຈະ​ຈັດ​ກິດ ຈະ​ກຳ​ສະ­ເຫລີມ­ສະ­ຫລອງ​ບຸນ​ຂອງ ຕົນ​ຂຶ້ນ​ມາ​ຢ່າງ​ຄຶກ­ຄັກເໝືອນ​ດັ່ງ ເມື່ອ​ກາງ​ເດືອນ​ກຸມ­ພາ​ນີ້​ບ້ານ​ອາຮັງ​ເມືອງ​ທ່າ​ແຕງ ເຊິ່ງ​ເປັນ​ເຜົ່າ​ກະ​ຕູ ໄດ້​ຈັດ​ບຸນ​ປະ­ເພ­ນີ​ເດືອນ 3ໂດຍ​ໄດ້ເຊີນ​ຊາວ­ບ້ານ​ກັນ​ດອນ ແລະ ໜອງກັນ​ມາ​ຮ່ວມ​ມ່ວນ­ຊື່ນ ແລະ ສືບທອດ​ປະ­ເພ­ນີ​ອັນ​ດີ­ງາມ​ນີ້​ໄວ້.

ງານ​ບຸນ​ປະ­ເພ­ນີ​ເຜົ່າ​ກະ​ຕູ ຢູ່ແຂວງເຊກອງ ຂອງລາວ

ບຸນປະເພນີ ເຜົ່າກະຕູ ແຂວງເຊກອງ.

ຄວາມ​ຈິງ​ແລ້ວ, ແຂວງ​ເຊ​ກອງ ແລະ ເມືອງ​ທ່າ​ແຕງ ໄດ້​ກຳ­ນົດ​ບ້ານ​ທ່ອງ​ທ່ຽວ​ທາງ​ວັດ­ທະ­ນະ­ທຳ ແລະ ສຶກ­ສາ​ຮຽນ​ຮູ້​ວິ­ຖີ​ຊີ­ວິດ​ຂອງ​ຊົນ­ເຜົ່າ​ກະ​ຕູ ເຊິ່ງ​ແຕ່​ລະ​ປີ​ເມື່ອ​ຮອດ​ເດືອນ 3 ກໍ​ໄດ້​ຈັດ​ບຸນ​ປະ­ເພ­ນີ​ເພື່ອ​ສະ­ເຫລີມສະ­ຫລອງ​ຜົນ​ການ​ເກັບ​ກ່ຽວ, ສະ ແດງ​ເຖິງ​ພະ­ລັງ​ແຫ່ງ​ຄວາມ​ສາ​ມັກ ຄີ​ພະ­ລັງ​ແຫ່ງ​ຄວາມ​ມ່ວນ­ຊື່ນ ແລະ ພະ­ລັງ​ແຫ່ງ​ການ​ຮັກ­ສາ​ສືບ​ທອດປະ­ເພ­ນີ​ທີ່​ເປັນ​ເອ­ກະ​ລັກ. ດັ່ງ­ນັ້ນ​ຈຶ່ງ ບໍ່​ແປກ​ທີ່​ໃນ​ບຸນ​ມື້​ນັ້ນ​ໄດ້​ມີ​ການ​ສະແດງ​ສິ­ລະ​ປະ​ພື້ນ­ເມືອງ​ເຊິ່ງ​ສາ­ມາດດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ມາ​ທ່ຽວ​ຊົມ ຄວາມ​ງົດ​ງາມ​ຂອງ​ສີ­ສັນ​ວັດ­ທະ­ນະທຳ​ປະ­ເພ­ນີ​ຂອງ​ເຜົ່າ. ທີ່​ໂດດ​ເດັ່ນ ກໍ​ຄື​ຊາວ­ບ້ານ​ກັນ​ດອນ​ໃໝ່​ໄດ້​ງັດ ລວດ­ລາຍ ແລະ ສະ­ແດງ​ຄວາມ​ສວຍ ງາມ​ຂອງ​ຊຸດ​ເຜົ່າ​ຕົນ​ດ້ວຍ​ການຟ້ອນ​ເຂນ ຕີ​ປະ​ເໜາະ​ປະ​ຮາດ ເປົ່າແຄນ ແລະ ເປົ່າ​ເຂົາ​ຄວາຍ. ໂອ​ໂຫຕ້ອງ​ບອກ​ວ່າ​ເປັນ​ການ​ລົງ­ໂຕ​ດ້ວຍ ຈັງ­ຫວະ​ຊ້າ​ແຕ່​ງົດ​ງາມ​ອອນ­ຊອນທີ່​ສຸດ. ທີ່​ຂາດ​ບໍ່​ໄດ້​ກໍ​ຄື​ການ​ຂ້າ ຄວາຍ​ແປງ​ຮີດ​ບ້ານ​ຮີດ​ເຮືອນ ແລະ ເພື່ອ​ເປັນ​ອາ­ຫານ​ຕ້ອນ­ຮັບ​ແຂກ​ທີ່ ມາ​ຮ່ວມ​ນຳ​ອີກ.

ງານ​ບຸນ​ປະ­ເພ­ນີ​ເຜົ່າ​ກະ​ຕູ ຢູ່ແຂວງເຊກອງ ຂອງລາວ

ງານ​ບຸນ​ປະ­ເພ­ນີ​ເຜົ່າ​ກະ​ຕູ ຢູ່ແຂວງເຊກອງ ຂອງລາວ

ບຸນປະເພນີ ຂອງເຜົ່າກະຕູ ແຂວງ ເຊກອງ.

ຊົນ­ເຜົ່າ​ກະ​ຕູ ສ່ວນ​ຫລາຍ​ດຳ­ລົງຊີ­ວິດ​ຢູ່​ເຂດ​ພູ​ດອຍ​ຫ່າງ​ໄກ​ສອກຫລີກ, ເຮັດ​ໄຮ່​ປູກ​ເຂົ້າປູກ​ພືດ ແລະ ທາດ​ແປ້ງ ເປັນ​ອາ­ຊີບ​ຫລັກ, ຂະ­ນະ ທີ່​ການ​ລ້ຽງ­ສັດ​ກໍ​ເປັນ​ອີກ​ອາ­ຊີບໜຶ່ງ ທີ່​ຊົນ­ເຜົ່າ​ນີ້​ມີ​ມູນ­ເຊື້ອ​ມາ​ແຕ່​ດົນນານ, ແຕ່​ສ່ວນ​ຫລາຍ​ແລ້ວ​ລ້ຽງ​ໄວ້ ເພື່ອ​ໃຊ້​ເຮັດ​ພິ­ທີ­ກຳ​ທາງ​ຮີດ­ຄອງປະ­ເພ­ນີ​ຄວາມ​ເຊື່ອ​ຖື ແລະ ໄວ້​ເປັນຄ່າ​ສິນ​ສອດ​ເວ­ລາ​ໄປ​ຂໍ​ສາວ​ໃຫ້​ລູກຊາຍ, ການ​ແຕ່ງ­ດອງ​ໂດຍ​ຄວາຍ​ມີ ຄວາມ​ສຳ­ຄັນ​ເປັນ​ພິ­ເສດ. ສ່ວນ​ການນຸ່ງ​ຖື​ນັ້ນ​ແມ່­ຍິງ​ຈະ​ນຸ່ງ​ສິ້ນເສື້ອ ທີ່ເປັນ​ແຜ່ນ​ແພ​ຕໍ່າ​ຈາກ​ສີ­ມື​ອັນ​ຊໍານານ​ເອງ. ສຳ­ລັບ​ຜູ້​ຊາຍ​ກໍ​ນຸ່ງ​ກະຕ່ຽວ ແລະ ມີ​ຄວາມ​ຊໍາ​ນານ​ການ​ຈັກ ສານ​ທີ່​ຕື່ມ​ເຕັມ​ໄປ​ດ້ວຍ​ສີ­ສັນ​ລວດ ລາຍ​ແລະ​ທົນ​ທານ​ອີກ​ດ້ວຍ. ນອກນີ້​ຊົນ­ເຜົ່າ​ກະ​ຕູ​ຍັງ​ມີ​ຄວາມ​ເປັນ​ພິເສດ​ໃນ​ການ​ຕັ້ງ​ເຮືອນ​ຊານ ເຊິ່ງ ຕາມ​ປະ­ເພ­ນີ​ແລ້ວ ມັກ​ປຸກ­ເຮືອນ ແບບ​ວົງ​ກົມ​ອ້ອມ​ສາ­ລາ, ເປັນ​ເຮືອນຕໍ່າ ແລະ ເປັນ​ເຮືອນ​ຍາວ​ໂດຍ​ຫລາຍຄອບ­ຄົວ ແລະ ຫລາຍ​ຄົນ​ອາ­ໄສ​ຢູ່ ​ນໍາ​ກັນ. ອີກ​ໜຶ່ງ​ຈຸດ​ພິ­ເສດ​ຄື​ມີ​ກວານ ຫລື ສາ­ລາ​ຢູ່​ກາງ​ບ້ານ ເຊິ່ງ​ກວານ​ນີ້ ໃຊ້​ເປັນ​ສະ­ຖານ­ທີ່​ໂຮມ​ຊຸມ­ນຸມ, ເປັນບ່ອນ​ຮັບ­ແຂກ ເປັນ​ສະ­ຖານ­ທີ່​ເຮັດ​ພິ­ທີ­ກຳ​ຕ່າງໆ​ກ່ຽວ​ກັບ​ການ​ເຊື່ອ​ຖື.ເພື່ອ​ປະ­ຕິ­ບັດ​ຕາມ​ຮີດ­ຄອງ​ປະ­ເພ­ນີ, ໃນ​ເຮືອນ​ຂອງ​ເຂົາ­ເຈົ້າ​ມີ​ການ​ຄະລຳ ແລະ ມີ​ຂໍ້​ຫ້າມ​ຫລາຍ​ຢ່າງ​ເຊັ່ນ: ກ່ອນ​ຈະ​ເຂົ້າ​ບ້ານ​ຕ້ອງ​ສັງ­ເກດ​ເບິ່ງ ປະ­ຕູ­ໂຂງ​ວ່າ​ມີ​ຟົດ­ໄມ້​ຫລື​ບໍ່, ຖ້າ​ມີສະ­ແດງ​ວ່າ​ຫ້າມ​ເຂົ້າ​ບ້ານ, ກ່ອນ​ຈະຮູດ​ເຂົ້າ​ກ່ຽວ​ເຂົ້າ ຈະ​ບໍ່​ໃຫ້​ຄົນ​ໃນອອກ​ຄົນ​ນອກ​ເຂົ້າ, ບໍ່​ໃຫ້​ນັ່ງ​ອີງ​ເສົາ ເຮືອນ, ບໍ່​ໃຫ້​ນອນ​ຂວາງ​ເຮືອນ ແລະ ການ​ເຂົ້າ​ອອກ­ເຮືອນ​ຂອງ​ແຂກ ຕ້ອງ​ເຂົ້າ​ອອກ​ປະ­ຕູ​ທີ່​ໃຊ້​ສຳ­ລັບແຂກ​ເທົ່າ​ນັ້ນ. ນອກ​ນີ້​ເວ­ລາ​ມີ​ແຂກມາ​ຢ້ຽມ­ຢາມ​ເຂົາ­ເຈົ້າ​ມີ​ປະ­ເພ­ນີ​ຮັບແຂກ​ດ້ວຍ​ການ​ໃຫ້​ສູບ­ຢາ​ບັ້ງ (ກອກເດິ). ທີ່​ພົ້ນ​ເດັ່ນ​ກໍ​ຄື​ການ​ຮັກ­ສາ ແລະ ເສີມ​ຂະ­ຫຍາຍ​ສິ­ລະ​ປະ​ວັນ­ນະຄະ­ດີ​ດ້ວຍ​ການ​ຂັບ​ລຳ, ທຳ­ນອງເສບ​ຈາກ​ການ​ຕີ​ຄ້ອງ, ເປົ່າ​ແຄນ, ປີ່ ແລະ ອື່ນໆ. ແຕ່​ລະ​ປີ​ຈະ​ມີ​ພິ­ທີ­ກຳໃຫຍ່ ແລະ ນ້ອຍ​ຫລາຍ​ເທື່ອ​ເພື່ອ​ຂໍ​ຢູ່ ເຢັນ​ເປັນ​ສຸກມີ​ໂຊກ​ມີ​ລາບ​ທັງ​ການ ດຳ­ລົງ​ຊີ­ວິດ​ກໍ​ຄື​ການ​ຜະ​ລິດ. ບຸນ​ປະເພ­ນີ​ທີ່​ສຳ­ຄັນ​ໄດ້­ແກ່​ການ​ເຮັດ­ບຸນຂວັນ​ເຂົ້າ (ອາ​ຢາ”), ບຸນ​ກ່ອນ​ຈະ ລົງ­ມື​ປູກ­ຝັງ (ຕະ​ເນຍ), ບຸນ​ກ່ອນ ຈະ​ລົງ​ມືີ​ຮູດ ຫລື ກ່ຽວ​ເຂົ້າ (ຕະ​ເຣຍ ຫລື ຈາ​ຣຶບ), ບຸນ​ກວານ (ເບ​ຣົາໂຣງ) ແລະ ອື່ນໆ. ການ​ເຮັດ­ບຸນ ແລະ ພິ­ທີ​ຕ່າງໆ ນີ້​ມີ​ທັງ​ແບບ​ຮີດ ຄອງ​ປະ­ເພ­ນີ ແລະ ເຮັດ​ລວມ​ບ້ານ.

ເອົາ​ເປັນ​ວ່າ​ຖ້າ​ທ່ານ​ໃດ​ມີ​ໂອກາດ​ໄປ​ເມືອງ​ທ່າ​ແຕງ​ແຂວງ​ເຊກອງ ​ກໍ​ຢ່າ​ລືມ​ໄປ​ແວ່​ບ້ານ​ກັນ​ດອນໃໝ່ ເຊິ່ງ​ເປັນ​ບ້ານ​ທ່ອງ​ທ່ຽວ​ວັດ​ທະນະ​ທຳຮັບ­ຮອງ​ວ່າ​ມີ​ຫລາຍ​ຢ່າງ​ທີ່ ທ່ານ​ຈະ​ໄດ້​ຮູ້​ໄດ້​ສຳ­ຜັດ​ດ້ວຍ​ທ່ານເອງ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.