ປະເພນີ ຕົບພະທາຍ ໃນວັນປີໃໝ່ລາວ.
ບຸນສະເຫລີມສະຫລອງປີໃໝ່ ລາວທີ່ຊາວລາວເຮົາຈັດຂຶ້ນທຸກໆປີນັ້ນເພິ່ນຈະກຳນົດເອົາເດືອນເມສາລະຫວ່າງວັນທີ 13-16 ໂດຍຈະຢຶດຖືເອົາປະຕິທິນລາວຕາມວັນປະລິນິພານຂອງ ພະສຳມາສຳພຸດທະເຈົ້າ ເຊິ່ງເຮົາຮຽກວ່າ: ພ.ສ (ພຸດທະສັກກະລາດ ແລະ ຈສ (ຈຸນລະສັກກະລາດ). ສຳລັບປີນີ້ຢູ່ໃນວັນທີ 14 ເມສາຂຶ້ນ 10 ຄ່ຳເດືອນ 5 ກົງກັບວັນ ອາທິດ ປີສະລຸພ.ສ2562 ເປັນມື້ສັງ ຂານລ່ວງ (ເປັນມື້ສົງນ້ຳພະ) ແລະ ໃນຄໍລໍາຊີວິດວັດທະນະທໍາ ວັນນີ້, ຜູ້ຂຽນຂໍຍົກເອົາເລື່ອງປະເພ ນີການຫລິ້ນບຸນປີໃໝ່ໃນມື້ທຳອິດ ມື້ເອົາພະລົງ ມາເລົ່າສູ່ຟັງວ່າໃນວັນ ນີ້ຈະມີພິທີການແນວໃດແດ່? ໃນວັນນີ້ນອກຈາກປະເພນີອັງເຊີນຫລືນິ ມົນພະແຕ່ລະອົງທີ່ຢູ່ໃນວັດວາອາຮາມ ເຊິ່ງສາມາດຍົກຍໍລົງມາໄດ້ນັ້ນມາວາງໄວ້ບ່ອນທີ່ສານຸຊົນສາມາດເຂົ້າໄປຫົດສົງໄດ້ງ່າຍໂດຍຍົກເວັ້ນພະອົງຫລວງ, ພະອົງແສນ ທີ່ມີນ້ຳໜັກເກີນກວ່າຈະໃຊ້ແຮງຄົນຍົກເອົາລົງມາໄດ້ເພື່ອໃຫ້ທຸກໆຄົນ ໄດ້ເຂົ້າໄປຫົດໄປສົງ.
ໃນວັນດຽວກັນນີ້ນອກຈາກຈະຫົດສົງພະພຸດທະຮູບແລ້ວຍັງມີປະເພນີຕົບພະທາຍ ເຊິ່ງອາດຈະເລີ່ມ ຕົ້ນຂຶ້ນໃນວັນດຽວກັນນີ້ແຕ່ການຕົບພະທາຍນີ້ບາງບ່ອນ, ບາງທ້ອງ ຖິ່ນເຮັດບໍ່ຄືກັນ, ບາງບ້ານ, ບາງທ້ອງຖິ່ນກ່ອນຈະຮອດມື້ວັນສັງຂານລ່ວງ, ເຈົ້າອະທິການ ຫລື ຄູບາ ເຖົ້າແກ່ແນວໂຮມຈະໄດ້ປະກາດ ກ່າວໃຫ້ພຸດທະສາກະນິກຊົນຜູ້ໃດ ມີແຮງຊັບ,ແຮງສັດທານັ້ນໄດ້ຊື້ຂີ້ ຊາຍມາເຄນໃຫ້ວັດເພື່ອຈະໄດ້ເລີ່ມ ຕົ້ນການຕົບພະທາຍໃນວັນສັງຂານ ຂຶ້ນເພາະຄົນລາວເຮົາເຊື່ອກັນວ່າ: ການຊື້ຊາຍມາເຄນໃຫ້ວັດໃນຕອນ ນີ້ຈະມີອະນິສົງຫລາຍທີ່ສຸດເປັນ ການທານສິ່ງທີ່ເປັນປະໂຫຍດສູງສຸດ ອັນຈະນຳໄປສູ່ການນຳເອົາຊາຍຈຳ ນວນນັ້ນມາສ້າງເປັນກຸດຕິ, ເປັນທີ່ ຢູ່ອາໄສຂອງຜູ້ຖືສິນໃນໂອກາດຕໍ່ ໄປເພາະດິນຊາຍນັ້ນຫລັງຈາກຈົບ ຊິ້ນພິທີການໃນວັນຂຶ້ນປີໃໝ່ເດືອນ 6 ເພັງ ເພິ່ນກໍຈະໄດ້ນຳໃຊ້ຂີ້ຊາຍ ເຫລົ່ານັ້ນໄປສ້ອມແປງຫລືກໍ່ສຸກສາລາ, ກຸດຕິຫລືອາຮາມ.
ປະເພນີການຕົບພະທາຍ ມີນິທານເລື່ອງເລົ່າ ກັນມາກ່ອນພຸດທະການວ່າ: ເມື່ອສະໄໝກ່ອນການກຳເນີດພະສາດ ສະດາແຫ່ງສາມໂລກ ເຊິ່ງກໍຄືພະສັມມາສຳພະພຸດທະເຈົ້າຢູ່ແຄວ້ນ ໜຶ່ງຂອງຊົມພູທະວີບ (ປະເທດອິນເດຍໃນສະໄໝກ່ອນພຸດທະການ) ໄດ້ມີເສດຖີທ່ານໜຶ່ງຊື່ວ່າ ພະຍາ ປະເສນທິໂກສົນ ເຊິ່ງເປັນກະສັດປົກ ຄອງໄພ່ຟ້າປະຊາກອນ ເພິ່ນເປັນຄົນ ໃຈບຸນມັກສ້າງບຸນສິນກິນທານ ແລະ ຄວາມດີ, ມີຄັ້ງໜຶ່ງພະຍາປະ ເສນທິໂກສົນໄດ້ເດີນທາງໄປໄກ ນອກແຄວ້ນປົກຄອງຂອງຕົນເອງ ເປັນການອອກເດີນທາງທ່ອງທ່ຽວ ຊົມປ່າແລະຕໍ່ມາກໍໄດ້ພົບແຄມຫາດຊາຍທີ່ກວ້າງແລະສວຍງາມ ຈິ່ງ ເກີດມີແນວຄິດຢາກສ້າງບຸນດ້ວຍ ການກໍໍ່ເຈດີຊາຍຢູ່ຫາດແຫ່ງນັ້ນ ໂດຍອະທິ ຖານສັກເຄເທວະດາເຖິງ ພະອິນພະພົມໃຫ້ມາເປັນສັກຂີພິ ຍານ. ການກໍ່ສ້າງພະເຈດີຊາຍໃນ ຄັ້ງນັ້ນ, ພະຍາໄດ້ກວາດເອົາຂີ້ ຊາຍຢູ່ກາງຫາດກໍ່ຂຶ້ນເປັນພະເຈດີ 84.000 ໜ່ວຍຈົນຄົບແລ້ວກໍປັກຊໍ່ທຸງໃສ່ໃຫ້ຄົບອາຍຸຂອງຜູ້ທີ່ເປັນຄົນຕົບໂດຍອະທິຖານໃຫ້ອິນທາທິລາດໄດ້ຮັບຮູ້ເຖິງຜົນງານ ແລະ ຄວາມດີທີ່ໄດ້ມີຈຸດລິເລີ່ມ, ເປັນ ການຫລິ້ນທີ່ແຝງດ້ວຍຄວາມສັດ ທາເອົາໄວ້ເພື່ອຈະໄດ້ຜ່ອຍຄາຍ ຄວາມຮ້ອນອົບເອົ້າໃນກາງເດືອນ ເມສາເຊິ່ງເປັນເດືອນທີ່ຮ້ອນທີ່ສຸດ ໃນອາຊີຕາ ເວັນອອກສ່ຽງໃຕ້ ໂດຍ ສະເພາະ ສປປ ລາວ ຂອງເຮົາ ແລະ ປະເທດເພື່ອນບ້ານໃກ້ຄຽງທັງ ໄດ້ອາບນ້ຳທັງໄດ້ກໍ່ຕົບພະທາຍໃຫ້ ເປັນຮູບເຈດີຈິ່ງເກີດໃຫ້ການກະທຳ ຄັ້ງນັ້ນເປັນການກໍ່ສ້າງອະນິສົງທີ່ສາມາດເນລະມິດກອງຊາຍນັ້ນ ເປັນໄດ້ດັ່ງເພັດນິນຈິນດາ ແລະ ແກ້ວແຫວນເງິນຄໍານັ້ນກັບຄືນມາ ຕອບສະໜອງພະຍາປະເສນທິໂກ ສົນໃຫ້ເມືອງນະຄອນທີ່ເພິ່ນເປັນ ກະສັດຢູ່ນັ້ນຮຸ່ງເຮືອງເຫລືອງ ເຫລື້ອມ ປະດັບດັ່ງເພັດນິນຈິນດາ ອ້ອມຮອບເມືອງນະຄອນ. ດັ່ງນັ້ນ ພາຍລຸນມາ ຈິ່ງໄດ້ສືບທອດເອົາປະ ເພນີຕົບພະທາຍນີ້ເປັນສ່ວນໜຶ່ງໃນ ການຫລິ້ນບຸນປີໃໝ່ ແລະຫາກພວກ ເຮົາຮັບຮູ້ຫລັກການ ແລະ ສິ່ງທີ່ໄດ້ສືບທອດກັນມາແຕ່ຮຸ່ນປູ່ຮຸ່ນຍ່ານັ້ນ ແລະ ໄດ້ຫລິ້ນພ້ອມສືບທອດຕຳນານປະເພນີທີ່ຖືກຕ້ອງແລ້ວກໍຈະສົ່ງ ຜົນໃຫ້ຊີວິດຂອງເຮົາເອງ, ຄອບຄົວຂອງເຮົາ, ສັງຄົມ ແລະ ປະເທດຊາດຂອງເຮົາກໍຈະນຳເອົາແຕ່ ຄວາມຜາສຸກແລະຄວາມອຸດົມສົມ ບູນຕະຫລອດໄປ.
(ແຫຼ່ງຂໍ້ມູນ: ຂປລ)