|
ທຫລ ອອກຈຳໜ່າຍພັນທະບັດອອມຊັບເປັນເງິນໂດລາ
ປະເພດພັນທະບັດອອມຊັບ ທຫລ ໃນງວດນີ້ ມີປະເພດອາຍຸ 1 ປີ 3 ປີ 5 ປີ ເຊິ່ງແຕ່ລະປະເພດອາຍຸມີມູນຄ່າ 3 ລະດັບ ຄື: 1.000 ໂດລາສະຫະລັດ 5.000 ໂດລາສະຫະລັດ 10.000 ໂດລາສະຫະ ລັດ ໂດຍມີອັດຕາດອກເບ້ຍ 5% ຕໍ່ປີ ສຳລັບປະເພດອາຍຸ 1 ປີ ອັດຕາດອກເບ້ຍ 6% ຕໍ່ປີ ສຳລັບປະເພດອາຍຸ 3 ປີ 7% ຕໍ່ປີ ສຳລັບປະເພດອາຍຸ 5 ປີ ເຊິ່ງຜູ້ທີ່ມີສິດຊື້ພັນທະບັດອອມຊັບ ທຫລ ຕ້ອງເປັນບຸກຄົນ ນິຕິບຸກຄົນສັນຊາດລາວ ແລະ ຜູ້ທີ່ມີຖິ່ນຖານຢູ່ລາວ ຍົກເວັ້ນນິຕິບຸກຄົນໃນຮູບແບບ ຫຼື ມີສາຍພົວພັນກັບທະນາຄານທຸລະກິດ ທີ່ດຳເນີນການເຄື່ອນໄຫວທຸລະກິດຢູ່ລາວ ການເບີກຈ່າຍດອກເບ້ຍຈະປະຕິບັດທຸກ 6 ເດືອນ ຈົນເຖິງມື້ຄົບກຳນົດຖອນພັນທະບັດອອມຊັບ ທຫລ ບໍ່ສາມາດຖອນເງິນຕົ້ນກ່ອນຮອດມື້ຄົບກຳນົດ ແຕ່ສາມາດຖອນເງິນຕົ້ນໄດ້ເມື່ອຮອດມື້ຄົບກຳນົດຖອນ ພັນທະບັດອອມຊັບ ທຫລ ບໍ່ສາມາດນຳໃຊ້ເປັນຜະລິດຕະພັນຊື້ ແລະ ຂາຍໃນຕະຫຼາດຂັ້ນສອງ ແຕ່ສາມາດປ່ຽນມື ແລະ ນຳໃຊ້ເປັນເອກະສານທາງການເງິນທີ່ສາມາດນຳໃຊ້ເປັນຫຼັກຊັບຄ້ຳປະກັນໄດ້ຕາມກົດໝາຍຂອງລາວ.
ສຳລັບຜູ້ທີ່ໄດ້ຮັບສິດໃນການຈຳໜ່າຍພັນທະບັດອອມຊັບ ທຫລ ແມ່ນກົມບໍລິການທະນາຄານຂອງ ທຫລ website: www.bol.gov.la ແລະ ມີຕົວແທນຈຳໜ່າຍຢູ່ສາຂາຂອງ ທຫລ ປະຈຳແຂວງອຸດົມໄຊ ຫຼວງພະບາງ ຊຽງຂວາງ ສາຂາຂອງ ທຫລ ປະຈຳແຂວງສະຫວັນນະເຂດ ແລະ ສາຂາຂອງ ທຫລ ປະຈຳແຂວງຈຳປາສັກ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ ເຊິ່ງບັນດາທ່ານທີ່ມີຈຸດປະສົງຈະຊື້ພັນທະບັດອອມຊັບ ທຫລ ເພື່ອສະສົມທຶນ ຮອນ ເພື່ອລົງທຶນໃຫ້ຜົນຕອບແທນທີ່ໝັ້ນຄົງ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດຂອງປະ ເທດ ແລະ ໃນການຄຸ້ມຄອງເສດຖະກິດມະຫາພາກ ສາມາດເຂົ້າໄປພົວພັນກັບພາກສ່ວນດັ່ງກ່າວໄດ້ໃນໂມງລັດຖະການ.
(ແຫຼ່ງຂໍ້ມູນ: vientianemai.net)