|
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ການຈັດຕັ້ງປະຕິບັດວຽກງານ 3 ສ້າງໃຫ້ຫັນລົງສູ່ທຸກບ້ານໃນຂອບເຂດທົ່ວປະເທດ
“3 ສ້າງ” ມີເນື້ອໃນຈິດໃຈເສີມຂະຫຍາຍສິດເປັນເຈົ້າໃຫ້ແກ່ທ້ອງຖິ່ນຮາກຖານໂດຍໃຫ້ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນມີຄວາມຮັບຜິດຊອບເພີ່ມຂຶ້ນຕິດພັນກັບການໄດ້ຮັບຜົນປະໂຫຍດຢ່າງເໝາະສົມ, ບົນພື້ນຖານຢືດໝັ້ນຫຼັກການລວມສູນເອກະພາບທັງມີການຕິດຕາມ, ກວດກາ ແລະ ຊ່ວຍໜູນ ຢ່າງຈົດຈໍ່. ການເສີມຂະຫຍາຍຄວາມເປັນເຈົ້າຕົນເອງໃນການພັດທະນາທ້ອງຖິ່ນຂອງຕົນຄືແນວນັ້ນຈຶ່ງຈະເຮັດໃຫ້ທ້ອງຖິ່ນຮາກຖານມີຄວາມເຂັ້ມແຂງໃນທຸກດ້ານ, ຖ້າຫາກທຸກທ້ອງຖິ່ນໄດ້ຮັບການພັດທະນາຢ່າງຕັ້ງໜ້າພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນກໍຈະມີຄວາມແໜ້ນແກ່ນປະເທດຊາດຈະມີຄວາມໝັ້ນຄົງ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງພາຍໃນ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈຳ ປີ 2018 ແລະ ທິດທາງແຜນການ ປີ 2019 ເມື່ອວັນທີ 12-13 ກຸມພາ ຜ່ານມາ, ກ່ຽວກັບວຽກງານ 3 ສ້າງ ໄດ້ຮຽກຮ້ອງໃຫ້ການຈັດຕັ້ງປະຕິບັດວຽກງານ 3 ສ້າງໃຫ້ຫັນລົງສູ່ທຸກບ້ານໃນຂອບເຂດທົ່ວປະເທດ, ບໍ່ຢາກໃຫ້ເປັນການທົດລອງອີກ ແລະ ບັນດາບ້ານທີ່ເຮັດທົດລອງ 3 ສ້າງ ຜ່ານມາຕ້ອງຖອດຖອນບົດຮຽນໃຫ້ແກ່ບ້ານອື່ນໆ.
ດັ່ງນັ້ນ, ເພື່ອຖອດຖອນໄດ້ບົດຮຽນຈາກບັນດາບ້ານທີ່ໄດ້ເຮັດທົດລອງ 3 ສ້າງ ແລະ ທັງເປັນການສືບຕໍ່ຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃຫ້ສຳເລັດຕາມຄາດໝາຍສູ້ຊົນທີ່ວາງໄວ້ທຸກພາກສ່ວນຕ້ອງໄດ້ຈັດຕັ້ງປະຕິບັດວຽກງານ 3 ສ້າງ ດ້ວຍຄວາມເອົາໃຈໃສ່ ແລະ ສ້າງເງື່ອນໄຂກະກຽມການປະເມີນແຂວງເປັນຫົວໜ່ວຍຍຸດທະສາດ, ເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ບ້ານເປັນຫົວໜ່ວຍພັດທະນາ. ໂດຍອີງໃສ່ທິດທາງແຜນການວຽກງານ 3 ສ້າງ ປະຈຳປີ 2019 ທີ່ກະຊວງພາຍໃນໄດ້ວາງອອກຊຶ່ງໃນເບື້ອງຕົ້ນໃນ ປີ 2019 ນີ້ຕ້ອງໄດ້ເລັ່ງສ້າງເງື່ອນໄຂກະກຽມການປະເມີນ 3 ສ້າງ ແລະ ໃຫ້ສໍາເລັດໃນທົ່ວປະເທດໃນ ປີ 2020 ຊຶ່ງ ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນຕ້ອງໄດ້ຮີບຮ້ອນ, ເອົາໃຈໃສ່ບາງວຽກສຳຄັນດັ່ງນີ້: ຂັ້ນສູນກາງ ບັນດາກະຊວງ, ອົງການຂັ້ນສູນກາງທົບທວນກວດກາຄືນບັນດາກົດໝາຍຕ່າງໆຂອງຂະແໜງການຕົນທີ່ບໍ່ສອດຄ່ອງກັບນະໂຍບາຍ 3 ສ້າງ ເພື່ອສະເໜີເຂົ້າແຜນປັບປຸງນິຕິກໍາໃນຕໍ່ໜ້າ.
ລັດຖະບານສືບຕໍ່ຄົ້ນຄວ້າອອກນິຕິກໍາກ່ຽວກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດເພື່ອເປັນບ່ອນອີງໃນ ການປະເມີນແຂວງເປັນຫົວໜ່ວຍຍຸດທະສາດຕາມຄຳສັ່ງນາຍົກລັດຖະມົນຕີສະບັບເລກ ທີ34/ນຍ. ບັນດາກະຊວງສຸມໃສ່ ການສ້າງມາດຕະຖານສ້າງ ແຂວງເປັນຫົວໜ່ວຍຍຸດທະສາດ, ເມືອງເປັນຫົວໜ່ວຍເຂັ້ມແຂງ, ບ້ານເປັນຫົວໜ່ວຍພັດທະນາຂອງຂະແໜງການຕົນໃຫ້ສຳເລັດໂດຍໄວເພື່ອໃຫ້ທັນກັບການປະເມີນສຳເລັດເປັນກ້າວໆ ແລະສຳເລັດໃນທົ່ວປະເທດໃນປີ2020. ກະຊວງ, ອົງການຂັ້ນສູນກາງທີ່ຍັງບໍ່ທັນໄດ້ສຳເລັດການສ້າງ ຫຼື ປັບປຸງນິຕິກຳກ່ຽວກັບການແບ່ງຂັ້ນຄຸ້ມຄອງດ້ານວິຊາການສືບຕໍ່ຄົ້ນຄວ້າກ່ຽວ ກັບການມອບສິດ, ມອບຄວາມຮັບຜິດຊອບ ແລະ ແບ່ງປັນຜົນປະໂຫຍດໃຫ້ທ້ອງຖິ່ນຢ່າງເໝາະສົມ.
ໃນທ້າຍປີ 2019 ບັນດາກະຊວງຈະໄດ້ກະກຽມສ້າງແຜນເພື່ອປະກອບເຂົ້າໃສ່ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9, ດັ່ງນັ້ນບັນດາກະຊວງຖືເອົາວຽກຈຸສຸມ 3 ສ້າງ ຂອງຂະແໜງການຕົນເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ທີ່ຈະມາເຖິງນີ້. ບັນດາກະຊວງ, ອົງການຂັ້ນສູນກາງຄວນເອົາໃຈໃສ່ໃນການຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຕາມການແບ່ງຂັ້ນຄຸ້ມຄອງ, ພ້ອມທັງ ຊີ້ນຳ-ນຳພາ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການເຂົ້າໃນຈຸດສຸມບ້ານ 3 ສ້າງ ທີ່ກຳນົດໃໝ່ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ. ກະຊວງກ່ຽວຂ້ອງຊຸກຍູ້ທ້ອງຖິ່ນຄົ້ນຄວ້າກໍານົດໂຄງການຜະລິດເປັນສິນຄ້າ ແລະ ຊອກຫາຕະຫຼາດເພື່ອຮອງຮັບ, ສົ່ງເສີມການບໍລິການ ແລະ ການທ່ອງທ່ຽວຢ່າງຕັ້ງໜ້າຢູ່ບ້ານໂດຍອີງໃສ່ທ່າແຮງກັບທີ່ແລະມູນເຊື້ອອັນດີງາມຂອງປະຊາຊົນໃນທ້ອງຖິ່ນ. ຂັ້ນທ້ອງຖິ່ນກະກຽມ ແລະ ດໍາເນີນການປະເມີນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ບ້ານເປັນຫົວໜ່ວຍພັດທະນານັບແຕ່ນີ້ເປັນຕົ້ນໄປເພື່ອໃຫ້ສຳເລັດທົ່ວປະເທດໃນ ປີ 2020. ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນຄວນກະກຽມວຽກຈຸດສຸມ 3 ສ້າງ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງຕົນໃນຕໍ່ໜ້າຢ່າງຈະແຈ້ງ.
ການກໍ່ສ້າງບຳລຸງຍົກລະດັບພະນັກງານໃຫ້ເລັ່ງໃສ່ 2 ເປົ້າໝາຍຄື: ເປົ້າໝາຍທີໜຶ່ງເປັນພະນັກງານຫຼັກແຫຼ່ງນຳພາ-ຄຸ້ມຄອງຢູ່ແຂວງ, ເມືອງ ແລະ ບ້ານ; ເປົ້າໝາຍທີສອງເປັນພະນັກງານວິຊາການດ້ານຕ່າງໆໂດຍມີການສົມທົບກັບອົງການ ແລະ ຂະແໜງການສາຍຕັ້ງເພື່ອເພີ່ມຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ຢູ່ທ້ອງຖິ່ນຂອງຕົນ. ແຂວງຕ້ອງຄົ້ນຄວ້າກໍານົດທ່າແຮງ ແລະ ຄວາມອາດສາມາດທາງດ້ານການເງິນຂອງຕົນໃຫ້ລະອຽດເລິກເຊິ່ງ, ສູ້ຊົນສ້າງຄວາມສາມາດດຸ່ນດ່ຽງທາງດ້ານການເງິນດ້ວຍຕົນເອງເພື່ອກຸ້ມຕົນເອງ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ. ບັນດາເມືອງ, ເທດສະບານ, ນະຄອນສືບຕໍ່ປັບປຸງ ແລະ ຍົກສູງຄວາມສາມາດທາງດ້ານບຸກຄະລາກອນຂັ້ນເມືອງໃນການຄຸ້ມຄອງບໍລິຫານທາງດ້ານເສດຖະກິດ-ສັງຄົມ, ພ້ອມນັ້ນກໍຈັດສົ່ງທີມງານດ້ານວິຊາການລົງຊ່ວຍບັນດາບ້ານເປົ້າໝາຍເພື່ອວາງແຜນຜະລິດເປັນສິນຄ້າ, ຊີ້ນຳດ້ານວິຊາການຢ່າງເປັນປົກກະຕິ. ເມືອງຄວນເອົາໃຈໃສ່ໃນການຄົ້ນຄວ້າປະກອບບຸກຄະລາກອນໃຫ້ບ້ານໂດຍສະເພາະແມ່ນຜູ້ຊ່ວຍວຽກບ້ານບົນພື້ນຖານຄວາມເປັນເອກະພາບຂອງຄະນະປະຈຳພັກເມືອງເພື່ອຮັບປະກັນຄວາມສອດຄ່ອງກັບໜ້າທີ່ວຽກງານຕົວຈິງຂອງບ້ານ ແລະ ແທດເໝາະກັບຄວາມສາມາດດ້ານການເງິນ.
(ແຫຼ່ງຂໍ້ມູນ: pasaxon.org.la)