ເລີ່ມປະຕິບັດແຈ້ງຂຶ້ນທະບຽນວິສາຫະກິດດ້ວຍລະບົບໃໝ່

00:54 | 13/05/2019

ວັນ​ທີ 30 ມັງ­ກອນ 2019 ຢູ່​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນະ­ຄອນ­ຫຼວງ​ວຽງ​ຈັນ (ອຄ ນວ) ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ແນະ­ນຳ​ຂໍ້​ຕົກ­ລົງ ວ່າ​ດ້ວຍ​ການ​ຂຶ້ນ​ທະ­ບຽນ​ວິ​ສາ​ຫະ​ກິດ​ຢູ່​ທົ່ວນະຄອນຫຼວງວຽງຈັນ.

ເລີ່ມປະຕິບັດແຈ້ງຂຶ້ນທະບຽນວິສາຫະກິດດ້ວຍລະບົບໃໝ່

ກອງ​ປະ­ຊຸມ​ເຜີຍ­ແຜ່​ແນະ­ນຳ​ຂໍ້​ຕົກ­ລົງ ວ່າ​ດ້ວຍ​ການ​ຂຶ້ນ​ທະ­ບຽນ​ວິ​ສາ​ຫະ​ກິດ​ຢູ່​ທົ່ວນະຄອນຫຼວງວຽງຈັນ

​ກອງ​ປະ­ຊຸມ​ເຜີຍ­ແຜ່​ແນະ­ນຳ​ຂໍ້​ຕົກ­ລົງວ່າ​ດ້ວຍ​ການ​ຂຶ້ນ​ທະ­ບຽນ​ວິ​ສາ​ຫະ​ກິດ​ຢູ່​ທົ່ວນະຄອນຫຼວງວຽງຈັນໄດ້ຈັດຂຶ້ນໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ເບີ​ລິນ ເພັດ​ຈັນ­ທະ​ຣາດ ຫົວ­ໜ້າ​ພະ​ແນກ ອຄ ນວ ມີ​ທ່ານ ແກ້ວ​ພິ­ລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ ນວ ທ່ານ ພັນ​ທອງ ພິດ​ທຸມ­ມາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ບັນ­ດາ​ຮອງ​ເຈົ້າ­ເມືອງ ຫົວ­ໜ້າ​ຫ້ອງ­ການ ອຄ ເມືອງ ແລະ ພະ­ນັກ­ງານ​ວິ­ຊາ​ການ​ເຂົ້າ​ຮ່ວມ.

ເພື່ອ​ເຮັດ​ໃຫ້­ການ​ດຳ­ເນີນ​ທຸ­ລະ​ກິດ​ມີ​ຄວາມ​ສະ­ດວກ ແລະ ເອື້ອ​ອຳ­ນວຍ​ແກ່​ການ​ຜະ­ລິດ​ທຸ­ລະ​ກິດ ພັກ ແລະ ລັດ­ຖະ­ບານ ໄດ້​ໃຫ້​ຄວາມ​ສຳ­ຄັນ​ເປັນ​ຢ່າງ​ຍິ່ງ ເຊິ່ງ​ການ​ດຳ­ເນີນ​ທຸ­ລະ​ກິດ​ທີ່​ດີ ເປັນ​ປັດ​ໄຈ​ພື້ນ­ຖານ​ໃນ​ການ​ສ້າງ​ປະ­ຊາ­ກອນ​ທຸ­ລະ​ກິດ​ໃຫ້​ເຕີບ​ໃຫຍ່ເຂັ້ມ­ແຂງດຶງ​ດູດ​ການ​ລົງ­ທຶນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ປະ­ເທດໃຫ້​ມີ​ຄວາມ​ເຂັ້ມ­ແຂງຍືນ​ຍົງດ້ວຍ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ສ້າງ​ບາດ­ກ້າວ​ບຸກ​ທະ­ລຸທັບ​ມ້າງ​ສິ່ງ​ອັດ​ຕັນຂັ້ນ​ຂອດ​ທີ່​ເປັນ​ອຸ­ປະ­ສັກ​ກີດ­ຂວາງກົດ​ໜ່ວງສ້າງ​ຄວາມ​ລຳ​ຄານ​ແກ່​ການ​ປະ­ກອບ​ອາ­ຊີບ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າແນ­ໃສ່​ພັດ­ທະ­ນາ​ເສດ­ຖະ­ກິດ​ໃຫ້​ມີ​ບາດ­ກ້າວ​ໃໝ່ທີ່​ເປັນ​ຮູບ​ປະ​ທຳ​ຢ່າງ​ແທ້​ຈິງລັດ­ຖະ­ບານ​ຈຶ່ງ​ໄດ້​ອອກ​ຄຳ​ສັ່ງເພື່ອ​ປັບ­ປຸງ​ບັນ­ດາ​ລະ­ບຽບ​ການ ແລະ ກົນ​ໄກ​ປະ­ສານ​ງານ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ຢູ່​ລາວທີ່​ປະ­ກອບ​ດ້ວຍ 10 ຕົວ​ຊີ້​ວັດ (ຕາມ​ມາດ­ຕະ­ຖານ​ສາ­ກົນ) ໃຫ້​ດີ​ຂຶ້ນເພື່ອ​ສ້າງ​ຄວາມ​ສະ­ດວກ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ຂອງ​ປະ­ເທດ​ເຮົາໃຫ້​ສາ­ມາດ​ເລື່ອນ​ລະ­ດັບ​ຈາກ 3 ຕົວ​ເລກ​ໃນ​ປັດ­ຈຸ­ບັນ​ມາ​ຢູ່​ອັນ​ດັບ 2 ຕົວ​ເລກ ໜຶ່ງ​ໃນ 10 ຕົວ​ຊີ້​ວັດ​ທີ່​ລະ­ບຸ​ໃນ​ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີມີ​ຕົວ​ຊີ້​ວັດ​ກ່ຽວ​ກັບ “ການ​ເລີ່ມ​ຕົ້ນ​ທຸ­ລະ​ກິດ” ເຊິ່ງ​ການ​ຂຶ້ນ​ທະ­ບຽນ​ວິ​ສາ​ຫະ​ກິດ​ເປັນ​ຂອດ​ສຳ­ຄັນ​ໜຶ່ງ​ຂອງ​ຕົວ​ຊີ້​ວັດ​ດັ່ງ­ກ່າວ.

ໃນ​ໄລ­ຍະ​ຜ່ານ​ມາກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໃນ​ຖາ­ນະ​ຂະ­ແໜງ­ການ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ­ໃຈ​ກາງ​ຮັບ­ຜິດ­ຊອບ​ປະ­ສານ​ງານ ແລະ ປັບ­ປຸງ​ລະ­ບຽບ​ການ​ກ່ຽວ​ກັບ​ຕົວ​ຊີ້​ວັດ “ການ​ເລີ່ມ​ຕົ້ນ​ທຸ­ລະ​ກິດ” ໄດ້​ໃຊ້​ຄວາມ​ພະ­ຍາ­ຍາມເພື່ອ​ໃຫ້​ຕົວ​ຊີ້​ວັດ​ນີ້​ມີ​ການ​ປ່ຽນ­ແປງ​ທີ່​ດີ​ຂຶ້ນເລີ່ມ​ແຕ່​ວັນ​ທີ 1 ກຸມ­ພາ 2019 ເປັນ­ຕົ້ນ​ໄປຈະ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ແຈ້ງ​ຂຶ້ນ​ທະ­ບຽນ​ວິ​ສາ​ຫະ​ກິດ​ລະ­ບົບ​ໃໝ່ເຊິ່ງ​ມີ​ການ​ປ່ຽນ­ແປງ ຄື: ການ​ຍົກ­ເລີກ​ແບບ​ພິມ​ທີ່​ຕັ້ງ​ສຳ­ນັກ­ງານ ແບບ​ພິມ​ກົດ​ລະ­ບຽບ​ຂອງ​ບໍ­ລິ­ສັດຈາກ​ສຳ­ນວນ​ຄຳ​ຮ້ອງລົບ​ລ້າງ​ໃບ​ອະ­ນຸ­ຍາດ​ຜະ­ລິດ​ປ້າຍໃບ​ອະ­ນຸ­ຍາດ​ຄວັດ​ຕາ​ປະ​ທັບເຈົ້າ​ໜ້າ­ທີ່ ປກສ ໄດ້​ກະ­ຈາຍ​ໜ່ວຍ​ຄວັດ​ຕາ​ປະ​ທັບ​ລົງ­ທ້ອງ​ຖິ່ນເຈົ້າ​ໜ້າ­ທີ່ ປກສ ໄດ້​ລົບ​ລ້າງ​ການ​ລົງ­ທະ­ບຽນ​ນຳ​ໃຊ້​ຕາ​ປະ​ທັບການ​ແຈ້ງ​ຂຶ້ນ​ທະ­ບຽນ​ວິ​ສາ​ຫະ​ກິດໄດ້​ອອກ​ເລກ​ປະ­ຈຳ​ຕົວ​ຜູ້​ເສຍ​ອາ­ກອນ​ພ້ອມທັງ​ໝົດ​ນີ້​ມັນ​ຈະ​ຊ່ວຍ​ເຮັດ​ໃຫ້​ເວ­ລາ​ສັ້ນ​ລົງ ແລະ ຕົ້ນ​ທຶນ​ການ​ເລີ່ມ​ຕົ້ນ​ທຸ­ລະ​ກິດ​ຫຼຸດ​ຄ່າ​ໃຊ້​ຈ່າຍ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ