ສະເທືອນໃຈລາຍການສິລະປະ “ດາວເອກະລາດ” ສະເຫຼີມສະຫຼອງວັນຊາດ 2 ກັນຍາ

11:00 | 03/09/2023

ຍສໝ - ລາຍການ​ສິລະ​ປະ “​ດາວ​ເອກະລາດ” ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຸນຄ່າ​ວັດທະນະທຳ​ປະຫວັດສາດ​ອັນ​ສູງ​ສົ່ງ ​ຂອງ​ນ້ຳ​ໃຈ​ຮັກ​ຊາດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຊາວ​ຫວຽດນາມ​ຫຼາຍ​ລຸ້ນຄົນ.

ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ອວຍພອນວັນຊາດຫວຽດນາມ ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ອວຍພອນວັນຊາດຫວຽດນາມ
ຜູ້ໂດຍສານໄປຜ່ານຄິວລົດເມຮ່າໂນ້ຍເພີ່ມຂຶ້ນປະມານ 300% ໃນໂອກາດວັນພັກບຸນທີ 2 ກັນຍາ ຜູ້ໂດຍສານໄປຜ່ານຄິວລົດເມຮ່າໂນ້ຍເພີ່ມຂຶ້ນປະມານ 300% ໃນໂອກາດວັນພັກບຸນທີ 2 ກັນຍາ

ໂດຍສະເຫຼີມສະຫຼອງ 78 ປີແຫ່ງການປະຕິວັດເດືອນສິງຫາ (19/8/1945 - 19/8/2023) ແລະ ວັນຊາດ ຫວຽດນາມ (2/9/1945 - 2/9/2023), ຕອນຄ່ຳວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ຄະນະບັນນາທິການວາລະສານ ຄອມມູນິດ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຄະນະບັນນາທິການໜັງສືພິມປະຊາຊົນ ໄດ້ຈັດລາຍການສະແດງສິລະປະ ດ້ວຍຫົວຂໍ້ “ດາວເອກະລາດ”. ເຂົ້າຮ່ວມລາຍການ ມີທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງັຍ, ການນຳບັນດາຄະນະ, ກະຊວງ, ຂະແໜງການຂອງສູນກາງ, ທ້ອງຖິ່ນ ແລະ ນັກປະຕິວັດອາວຸໂສ.

ສະເທືອນໃຈລາຍການສິລະປະ “ດາວເອກະລາດ” ສະເຫຼີມສະຫຼອງວັນຊາດ 2 ກັນຍາ
ສະເທືອນໃຈລາຍການສິລະປະ “ດາວເອກະລາດ” ສະເຫຼີມສະຫຼອງວັນຊາດ 2 ກັນຍາ

“ດາວເອກະລາດ” ແມ່ນລາຍການຖືກຈັດຂຶ້ນເປັນປະຈຳ ດ້ວຍການສະແດງບັນດາລາຍການທີ່ເປັນເອກະລັກສະເພາະ, ສະແດງບັນດາຄຸນຄ່າອັນດີງາມດ້ານວັດທະນະທຳ, ປະຫວັດສາດກ່ຽວກັບນ້ຳໃຈຮັກຊາດ, ມານະຈິດອົງອາດກ້າແກ່ນຂອງປະຊາຊົນ ຫວຽດນາມ ຫຼາຍລຸ້ນຄົນໃນການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາພື້ນຖານເອກະລາດຂອງຊາດ. “ດາວເອກະລາດ” ປີ 2023 ມີຫຼາຍຈຸດໃໝ່ອ່ຽມ, ປະດິດຄິດສ້າງ, ປະສານສົມທົບລະຫວ່າງປັດໃຈສິລະປະ ແລະ ມີຄວາມໝາຍດ້ານການເມືອງໄດ້ຢ່າງກົມກຽວ, ສ່ອງແສງໄດ້ສະພາບການຂອງປະເທດໃນຕະຫຼອດ 78 ປີທີ່ມີເອກະລາດ, ເປັນເຈົ້າຕົນເອງ ແລະ ຢຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມ ນັບແຕ່ການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ 1945. ລາຍການໄດ້ສະແດງໃຫ້ເຫັນເປົ້າໝາຍ, ການກຳນົດທິດທາງ, ຄວາມປາດຖະໜາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ສູນກາງພັກໃນຊຸມເດືອນຈະມາເຖິງ ແລະ ໃນຫຼາຍປີຕໍ່ໜ້າ ເພື່ອແນໃສ່ນຳປະເທດຍາດໄດ້ຜົນງານໃໝ່ໃນພາລະກິດແຫ່ງການເຊື່ອມໂຍງ ແລະ ພັດທະນາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.